ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 23
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ຜູ້​ລ້ຽງ​ແກະ​ທີ່​ດີ​ແລະ​ບໍ່​ດີ (1-4)

      • ຄວາມ​ປອດໄພ​ພາຍ​ໃຕ້​ການ​ປົກຄອງ​ຂອງ “ກະ⁠ສັດ​ທີ່​ຍຸຕິທຳ” (5-8)

      • ຜູ້​ພະຍາກອນ​ປອມ​ຖືກ​ຕຳໜິ (9-32)

      • “ຂ່າວ​ສານ​ທີ່​ເປັນ​ພາລະ​ໜັກ” ຈາກ​ພະ​ເຢໂຫວາ (33-40)

ເຢເຣມີຢາ 23:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 10:21; 50:6; ອຊກ 34:2

ເຢເຣມີຢາ 23:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 34:5

ເຢເຣມີຢາ 23:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 11:11; 35:10; ຢຣມ 29:14; 31:8
  • +ຢຣມ 50:19; ອຊກ 34:14; ມກ 2:12
  • +ພບຍ 30:3, 5; ອມ 9:14; ຊຄຢ 10:8

ເຢເຣມີຢາ 23:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:15; ຢຮ 21:15; ກຈກ 20:28

ເຢເຣມີຢາ 23:5

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໜໍ່​ທີ່​ຍຸຕິທຳ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 11:1; 53:2; ຢຣມ 33:15, 16; ຊຄຢ 3:8; ມທ 2:23
  • +ລກ 1:32, 33
  • +ອຊຢ 9:7; 11:3, 4; 32:1

ເຢເຣມີຢາ 23:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 10:6
  • +ພບຍ 33:28; ຢຣມ 32:37; ຊຄຢ 14:11
  • +ອຊຢ 54:17

ເຢເຣມີຢາ 23:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 16:14, 15

ເຢເຣມີຢາ 23:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 43:5; ອຊກ 34:13; ຊຟຢ 3:20

ເຢເຣມີຢາ 23:10

ໄຂເງື່ອນ

  • *

    ຫຼື “ຄົນ​ທີ່​ບໍ່​ສັດຊື່​ຕໍ່​ພະເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:8, 9; 5:7; 13:27; ອຊກ 22:11
  • +ອຊຢ 24:4; ຢອ 1:10
  • +ຢຣມ 12:4

ເຢເຣມີຢາ 23:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 28:7; ຢຣມ 5:31; 6:13; ອຊກ 22:25; ຊຟຢ 3:4
  • +2ຂຄ 33:1, 5; 36:14; ຢຣມ 7:11; ອຊກ 8:10, 11; 23:39

ເຢເຣມີຢາ 23:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 13:16

ເຢເຣມີຢາ 23:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 16:46

ເຢເຣມີຢາ 23:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:21, 23
  • +ຢຣມ 23:26
  • +ອຊຢ 3:9
  • +ປຖກ 18:20; ພບຍ 32:32; ອຊຢ 1:10; ຢດ 7

ເຢເຣມີຢາ 23:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 8:14; 9:15

ເຢເຣມີຢາ 23:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 27:9; 29:8
  • +ສສ 2:14
  • +ຢຣມ 14:14; ອຊກ 13:3; 22:28

ເຢເຣມີຢາ 23:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:10; 6:13, 14; 8:11; ອຊກ 13:10
  • +ມກ 3:11

ເຢເຣມີຢາ 23:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:32; 30:23, 24

ເຢເຣມີຢາ 23:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 14:14; 27:15; 29:8, 9

ເຢເຣມີຢາ 23:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:4, 5

ເຢເຣມີຢາ 23:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 16:7, 13; ສພສ 15:3; ອມ 9:2; ຮຣ 4:13
  • +ພສ 139:7

ເຢເຣມີຢາ 23:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 18:20; ຢຣມ 27:9; 29:21, 23

ເຢເຣມີຢາ 23:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 14:14

ເຢເຣມີຢາ 23:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:7; 2ກສ 21:1, 3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2019, ໜ້າ 4

ເຢເຣມີຢາ 23:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 5:14
  • +ຮຣ 4:12

ເຢເຣມີຢາ 23:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 18:20; ຢຣມ 14:15; ອຊກ 13:2, 3

ເຢເຣມີຢາ 23:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 13:7

ເຢເຣມີຢາ 23:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 3:4
  • +ຢຣມ 7:8; ສສ 2:14

ເຢເຣມີຢາ 23:33

ໄຂເງື່ອນ

  • *

    ໃນ​ພາສາ​ເຮັບເຣີ​ຄຳ​ວ່າ “ພາລະ​ໜັກ” ມີ 2 ຄວາມ​ໝາຍ​ຄື: “ຂ່າວ​ສານ​ທີ່​ເຮັດ​ໃຫ້​ໜັກ​ໃຈ” ຫຼື “ພາລະ​ໜັກ​ທີ່​ປະຊາຊົນ​ສ້າງ​ໃຫ້​ພະເຈົ້າ.” ດັ່ງນັ້ນ ເຢເຣມີຢາ​ໃຊ້​ຄຳ​ນີ້​ເພື່ອ​ຫຼິ້ນ​ຄຳ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 12:7

ເຢເຣມີຢາ 23:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 24:9; 42:18; ສສ 5:20; ດນອ 9:16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 23:1ຢຣມ 10:21; 50:6; ອຊກ 34:2
ຢຣມ. 23:2ອຊກ 34:5
ຢຣມ. 23:3ອຊຢ 11:11; 35:10; ຢຣມ 29:14; 31:8
ຢຣມ. 23:3ຢຣມ 50:19; ອຊກ 34:14; ມກ 2:12
ຢຣມ. 23:3ພບຍ 30:3, 5; ອມ 9:14; ຊຄຢ 10:8
ຢຣມ. 23:4ຢຣມ 3:15; ຢຮ 21:15; ກຈກ 20:28
ຢຣມ. 23:5ອຊຢ 11:1; 53:2; ຢຣມ 33:15, 16; ຊຄຢ 3:8; ມທ 2:23
ຢຣມ. 23:5ລກ 1:32, 33
ຢຣມ. 23:5ອຊຢ 9:7; 11:3, 4; 32:1
ຢຣມ. 23:6ຊຄຢ 10:6
ຢຣມ. 23:6ພບຍ 33:28; ຢຣມ 32:37; ຊຄຢ 14:11
ຢຣມ. 23:6ອຊຢ 54:17
ຢຣມ. 23:7ຢຣມ 16:14, 15
ຢຣມ. 23:8ອຊຢ 43:5; ອຊກ 34:13; ຊຟຢ 3:20
ຢຣມ. 23:10ຢຣມ 3:8, 9; 5:7; 13:27; ອຊກ 22:11
ຢຣມ. 23:10ອຊຢ 24:4; ຢອ 1:10
ຢຣມ. 23:10ຢຣມ 12:4
ຢຣມ. 23:11ອຊຢ 28:7; ຢຣມ 5:31; 6:13; ອຊກ 22:25; ຊຟຢ 3:4
ຢຣມ. 23:112ຂຄ 33:1, 5; 36:14; ຢຣມ 7:11; ອຊກ 8:10, 11; 23:39
ຢຣມ. 23:12ຢຣມ 13:16
ຢຣມ. 23:13ອຊກ 16:46
ຢຣມ. 23:14ຢຣມ 29:21, 23
ຢຣມ. 23:14ຢຣມ 23:26
ຢຣມ. 23:14ອຊຢ 3:9
ຢຣມ. 23:14ປຖກ 18:20; ພບຍ 32:32; ອຊຢ 1:10; ຢດ 7
ຢຣມ. 23:15ຢຣມ 8:14; 9:15
ຢຣມ. 23:16ຢຣມ 27:9; 29:8
ຢຣມ. 23:16ສສ 2:14
ຢຣມ. 23:16ຢຣມ 14:14; ອຊກ 13:3; 22:28
ຢຣມ. 23:17ຢຣມ 4:10; 6:13, 14; 8:11; ອຊກ 13:10
ຢຣມ. 23:17ມກ 3:11
ຢຣມ. 23:19ຢຣມ 25:32; 30:23, 24
ຢຣມ. 23:21ຢຣມ 14:14; 27:15; 29:8, 9
ຢຣມ. 23:22ຢຣມ 25:4, 5
ຢຣມ. 23:24ປຖກ 16:7, 13; ສພສ 15:3; ອມ 9:2; ຮຣ 4:13
ຢຣມ. 23:24ພສ 139:7
ຢຣມ. 23:25ພບຍ 18:20; ຢຣມ 27:9; 29:21, 23
ຢຣມ. 23:26ຢຣມ 14:14
ຢຣມ. 23:27ຜຕສ 3:7; 2ກສ 21:1, 3
ຢຣມ. 23:29ຢຣມ 5:14
ຢຣມ. 23:29ຮຣ 4:12
ຢຣມ. 23:30ພບຍ 18:20; ຢຣມ 14:15; ອຊກ 13:2, 3
ຢຣມ. 23:31ອຊກ 13:7
ຢຣມ. 23:32ຊຟຢ 3:4
ຢຣມ. 23:32ຢຣມ 7:8; ສສ 2:14
ຢຣມ. 23:33ຢຣມ 12:7
ຢຣມ. 23:40ຢຣມ 24:9; 42:18; ສສ 5:20; ດນອ 9:16
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 23:1-40

ເຢເຣມີຢາ

23 ພະ​ເຢໂຫວາ​ເວົ້າ​ວ່າ: “ພວກ​ຜູ້​ລ້ຽງ​ແກະ​ທີ່​ທຳລາຍ​ແກະ​ແລະ​ເຮັດ​ໃຫ້​ຝູງ​ແກະ​ໃນ​ທົ່ງ​ຫຍ້າ​ຂອງ​ເຮົາ​ກະຈັດ​ກະຈາຍ​ໄປ​ຈະ​ຕ້ອງ​ຈິບຫາຍ!”+

2 ດັ່ງ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຈຶ່ງ​ເວົ້າ​ໃຫ້​ພວກ​ຜູ້​ລ້ຽງ​ແກະ​ທີ່​ເບິ່ງ​ແຍງ​ປະຊາຊົນ​ຂອງ​ເພິ່ນ​ວ່າ: “ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ຝູງ​ແກະ​ຂອງ​ເຮົາ​ກະຈັດ​ກະຈາຍ​ໄປ​ແລະ​ເຮັດ​ແບບ​ນີ້​ຢູ່​ເລື້ອຍ​ໆ​. ພວກ​ເຈົ້າ​ບໍ່​ໄດ້​ເບິ່ງ​ແຍງ​ເຂົາ​ເຈົ້າ​ເລີຍ.+

ຄັນຊັ້ນ ເຮົາ​ກໍ​ຈະ​ບໍ່​ເບິ່ງ​ແຍງ​ພວກ​ເຈົ້າ​ຄື​ກັນ ຍ້ອນ​ພວກ​ເຈົ້າ​ເຮັດ​ຊົ່ວ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

3 “ເຮົາ​ຈະ​ລວບ​ລວມ​ແກະ​ທີ່​ຍັງ​ເຫຼືອ​ຂອງ​ເຮົາ​ຈາກ​ແຜ່ນດິນ​ຕ່າງ​ໆ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດ​ກະຈາຍ​ໄປ+​ແລະ​ເຮົາ​ຈະ​ພາ​ເຂົາ​ເຈົ້າ​ກັບ​ມາ​ທົ່ງ​ຫຍ້າ​ຂອງ​ເຂົາ​ເຈົ້າ.+ ເຂົາ​ເຈົ້າ​ຈະ​ມີ​ລູກ​ມີ​ຫຼານ​ແລະ​ເພີ່ມ​ຈຳນວນ​ຫຼາຍ​ຂຶ້ນ.+ 4 ເຮົາ​ຈະ​ແຕ່ງຕັ້ງ​ພວກ​ຜູ້​ລ້ຽງ​ແກະ​ທີ່​ຈະ​ເບິ່ງແຍງ​ເຂົາ​ເຈົ້າ​ແທ້​ໆ​.+ ເຂົາ​ເຈົ້າ​ຈະ​ບໍ່​ຕ້ອງ​ຢ້ານ​ອີກ​ຕໍ່​ໄປ​ແລະ​ຈະ​ບໍ່​ມີ​ໃຜ​ຫາຍ​ໄປ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

5 ພະ​ເຢໂຫວາ​ບອກ​ວ່າ: “ອີກ​ຈັກ​ໜ້ອຍ ເຮົາ​ຈະ​ໃຫ້​ມີ​ກະສັດ​ທີ່​ຍຸຕິທຳ​ຜູ້​ໜຶ່ງ​ທີ່​ເປັນ​ເຊື້ອສາຍ*​ຂອງ​ດາວິດ​ນັ່ງ​ເທິງ​ບັນລັງ.+ ລາວ​ຈະ​ປົກຄອງ+​ດ້ວຍ​ຄວາມ​ເຂົ້າ​ໃຈ ຕັດສິນ​ຢ່າງ​ຍຸຕິທຳ ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ແຜ່ນດິນ​ນີ້.+ 6 ຕອນ​ທີ່​ລາວ​ປົກຄອງ ຢູດາ​ຈະ​ໄດ້​ຮັບ​ຄວາມ​ລອດ+​ແລະ​ອິດສະຣາເອນ​ຈະ​ໄດ້​ຢູ່​ຢ່າງ​ປອດໄພ.+ ລາວ​ຈະ​ຖືກ​ເອີ້ນ​ວ່າ​ພະ​ເຢໂຫວາ​ແມ່ນ​ຄວາມ​ຖືກຕ້ອງ​ຂອງ​ພວກ​ເຮົາ.”+

7 ພະ​ເຢໂຫວາ​ບອກ​ວ່າ: “ແຕ່​ຈະ​ມີ​ມື້​ໜຶ່ງ​ທີ່​ເຂົາ​ເຈົ້າ​ຈະ​ບໍ່​ເວົ້າ​ວ່າ ‘ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຜູ້​ທີ່​ພາ​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ!’+ 8 ແຕ່​ຈະ​ເວົ້າ​ວ່າ ‘ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຜູ້​ທີ່​ພາ​ລູກ​ຫຼານ​ຂອງ​ອິດສະຣາເອນ​ອອກ​ມາ​ຈາກ​ແຜ່ນດິນ​ທາງ​ເໜືອ​ແລະ​ແຜ່ນດິນ​ທັງໝົດ​ທີ່​ເພິ່ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດ​ກະຈາຍ​ໄປ​ຢູ່​ແລະ​ພາ​ກັບ​ມາ​ຢູ່​ແຜ່ນດິນ​ຂອງ​ໂຕເອງ.’ ຕອນ​ນັ້ນ ເຂົາ​ເຈົ້າ​ຈະ​ໄດ້​ຢູ່​ໃນ​ແຜ່ນດິນ​ຂອງ​ໂຕເອງ.”+

9 ຂ້ອຍ​ເວົ້າ​ກັບ​ພວກ​ຜູ້​ພະຍາກອນ​ວ່າ

ຫົວໃຈ​ຂອງ​ຂ້ອຍ​ແຕກ​ສະຫຼາຍ

ແລະ​ກະດູກ​ທັງໝົດ​ຂອງ​ຂ້ອຍ​ກໍ​ສັ່ນ.

ເມື່ອ​ຂ້ອຍ​ໄດ້​ຍິນ​ຄຳ​ເວົ້າ​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ

ຂ້ອຍ​ກໍ​ເປັນ​ຄື​ກັບ​ຄົນ​ເມົາ

ແລະ​ເປັນ​ຄື​ກັບ​ຄົນ​ທີ່​ກິນ​ເຫຼົ້າແວງ​ຫຼາຍ​ໂພດ.

10 ແຜ່ນດິນ​ນີ້​ເຕັມ​ແຕ່​ຄົນ​ຫຼິ້ນ​ຊູ້.*+

ແຜ່ນດິນ​ຮ້ອງ​ໄຫ້​ໄວ້ທຸກ​ຍ້ອນ​ຖືກ​ສາບແຊ່ງ+

ແລະ​ທົ່ງ​ຫຍ້າ​ຢູ່​ບ່ອນ​ກັນດານ​ກໍ​ແຫ້ງ​ແລ້ງ.+

ພວກ​ຜູ້​ພະຍາກອນ​ເຮັດ​ຊົ່ວ​ແລະ​ເຂົາ​ເຈົ້າ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ.

11 ພະ​ເຢໂຫວາ​ເວົ້າ​ວ່າ: “ທັງ​ພວກ​ຜູ້​ພະຍາກອນ​ແລະ​ພວກ​ປະໂລຫິດ​ໄດ້​ທໍລະຍົດ​ເຮົາ.+

ແມ່ນ​ແຕ່​ໃນ​ວິຫານ​ຂອງ​ເຮົາ ເຂົາ​ເຈົ້າ​ກໍ​ຍັງ​ເຮັດ​ຊົ່ວ.”+

12 ພະ​ເຢໂຫວາ​ເວົ້າ​ວ່າ: “ດັ່ງ​ນັ້ນ ທາງ​ຂອງ​ເຂົາ​ເຈົ້າ​ຈະ​ມື່ນ​ແລະ​ມືດ.+

ເຂົາ​ເຈົ້າ​ຈະ​ຖືກ​ຍູ້​ໃຫ້​ລົ້ມ​ລົງ.

ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຈິບຫາຍ

ໃນ​ປີ​ທີ່​ເຮົາ​ຈະ​ລົງໂທດ​ເຂົາ​ເຈົ້າ.

13 ເຮົາ​ເຫັນ​ພວກ​ຜູ້​ພະຍາກອນ​ຂອງ​ຊາມາເຣຍ+​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ.

ເຂົາ​ເຈົ້າ​ພະຍາກອນ​ໂດຍ​ໃຊ້​ຊື່​ຂອງ​ພະ​ບາອານ

ແລ້ວ​ເຂົາ​ເຈົ້າ​ກໍ​ພາ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ໄປ​ຜິດ​ທາງ.

14 ເຮົາ​ເຫັນ​ພວກ​ຜູ້​ພະຍາກອນ​ໃນ​ເມືອງ​ເຢຣູຊາເລັມ​ເຮັດ​ສິ່ງ​ທີ່​ໜ້າ​ລັງກຽດ.

ເຂົາ​ເຈົ້າ​ຫຼິ້ນ​ຊູ້+​ແລະ​ເວົ້າ​ຕົວະ.+

ເຂົາ​ເຈົ້າ​ສະໜັບສະໜູນ​ຄົນ​ຊົ່ວ

ແລະ​ເຂົາ​ເຈົ້າ​ກໍ​ບໍ່​ເຊົາ​ເຮັດ​ຊົ່ວ.

ສຳລັບ​ເຮົາ ເຂົາ​ເຈົ້າ​ເປັນ​ຄື​ກັບ​ເມືອງ​ໂຊໂດມ+

ແລະ​ຄົນ​ທີ່​ຢູ່​ໃນ​ເມືອງ​ກໍ​ເປັນ​ຄື​ກັບ​ເມືອງ​ໂກໂມຣາ.”+

15 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈຶ່ງ​ເວົ້າ​ເຖິງ​ພວກ​ຜູ້​ພະຍາກອນ​ວ່າ:

“ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ກິນ​ຕົ້ນ​ໄມ້​ຂົມ

ແລະ​ກິນ​ນ້ຳ​ທີ່​ມີ​ພິດ+

ຍ້ອນ​ພວກ​ຜູ້​ພະຍາກອນ​ໃນ​ເມືອງ​ເຢຣູຊາເລັມ​ເຮັດ​ໃຫ້​ການ​ທໍລະຍົດ​ພະເຈົ້າ​ແພ່​ໄປ​ທົ່ວ​ແຜ່ນດິນ.”

16 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ:

“ຢ່າ​ຟັງ​ຄຳ​ພະຍາກອນ​ຂອງ​ພວກ​ຜູ້​ພະຍາກອນ​ເຫຼົ່າ​ນັ້ນ.

ເຂົາ​ເຈົ້າ​ກຳລັງ​ຫຼອກ​ລວງ​ເຈົ້າ.+

ນິມິດ​ທີ່​ເຂົາ​ເຈົ້າ​ເວົ້າ​ມາ​ຈາກ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ເອງ+

ບໍ່​ແມ່ນ​ມາ​ຈາກ​ພະ​ເຢໂຫວາ.+

17 ເຂົາ​ເຈົ້າ​ບອກ​ຄົນ​ທີ່​ບໍ່​ຍອມ​ຮັບ​ເຮົາ​ເທື່ອ​ແລ້ວ​ເທື່ອ​ອີກ​ວ່າ

‘ພະ​ເຢໂຫວາ​ເວົ້າ​ວ່າ “ພວກ​ເຈົ້າ​ຈະ​ມີ​ສັນຕິສຸກ.”’+

ແລ້ວ​ບອກ​ທຸກ​ຄົນ​ທີ່​ເຮັດ​ຕາມ​ໃຈ​ດື້​ດ້ານ​ຂອງ​ໂຕເອງ​ວ່າ

‘ພວກ​ເຈົ້າ​ຈະ​ບໍ່​ເຈິ​ຄວາມ​ຈິບຫາຍ​ດອກ.’+

18 ໃຜ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ສະໜິດ​ກັບ​ພະ​ເຢໂຫວາ

ເພື່ອ​ຈະ​ໄດ້​ເຫັນ​ແລະ​ໄດ້​ຍິນ​ຄຳ​ເວົ້າ​ຂອງ​ເພິ່ນ?

ໃຜ​ແດ່​ທີ່​ສົນ​ໃຈ​ແລະ​ຟັງ​ຄຳ​ເວົ້າ​ຂອງ​ເພິ່ນ?

19 ຄວາມ​ໃຈ​ຮ້າຍ​ຂອງ​ພະ​ເຢໂຫວາ​ຈະ​ພັດ​ມາ​ຄື​ກັບ​ລົມ​ພາຍຸ.

ມັນ​ຈະ​ພັດ​ໃສ່​ຫົວ​ຂອງ​ຄົນ​ຊົ່ວ​ຄື​ກັບ​ລົມ​ພາຍຸ​ໝູນ.+

20 ພະ​ເຢໂຫວາ​ຈະ​ບໍ່​ເຊົາ​ໃຈ​ຮ້າຍ

ຈົນ​ກວ່າ​ເພິ່ນ​ຈະ​ໄດ້​ເຮັດ​ຕາມ​ທີ່​ໄດ້​ຕັ້ງໃຈ​ໄວ້.

ໃນ​ສະໄໝ​ສຸດທ້າຍ ພວກ​ເຈົ້າ​ຈະ​ເຂົ້າ​ໃຈ​ເລື່ອງ​ນີ້​ຢ່າງ​ຈະ​ແຈ້ງ.

21 ເຮົາ​ບໍ່​ໄດ້​ສົ່ງ​ພວກ​ຜູ້​ພະຍາກອນ​ເຫຼົ່າ​ນັ້ນ​ມາ ແຕ່​ເຂົາ​ເຈົ້າ​ມາ​ເອງ.

ເຮົາ​ບໍ່​ໄດ້​ເວົ້າ​ນຳ​ເຂົາ​ເຈົ້າ ແຕ່​ເຂົາ​ເຈົ້າ​ພະຍາກອນ​ເອງ.+

22 ຖ້າ​ເຂົາ​ເຈົ້າ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ສະໜິດ​ກັບ​ເຮົາ

ເຂົາ​ເຈົ້າ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເຮົາ​ໃຫ້​ໄດ້​ຟັງ​ຄຳ​ເວົ້າ​ຂອງ​ເຮົາ

ແລະ​ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ກັບໃຈ​ແລະ​ເຊົາ​ເຮັດ​ຊົ່ວ.”+

23 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ເຫັນ​ທັງ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃກ້​ໆ​ແລະ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໄກ​ໆ​ບໍ່​ແມ່ນ​ບໍ?”

24 ພະ​ເຢໂຫວາ​ເວົ້າ​ວ່າ: “ມີ​ໃຜ​ແດ່​ທີ່​ໄປ​ລີ້ ແລ້ວ​ເຮົາ​ຊິ​ບໍ່​ເຫັນ?”+

ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ບໍ່​ແມ່ນ​ບໍ?+

25 ເຮົາ​ໄດ້​ຍິນ​ພວກ​ຜູ້​ພະຍາກອນ​ທີ່​ພະຍາກອນ​ຕົວະ​ໂດຍ​ໃຊ້​ຊື່​ຂອງ​ເຮົາ​ເວົ້າ​ວ່າ ‘ຂ້ອຍ​ຝັນ! ຂ້ອຍ​ຝັນ​ເຫັນ​ບາງ​ຢ່າງ!’+ 26 ຜູ້​ພະຍາກອນ​ພວກ​ນີ້​ຈະ​ເວົ້າ​ຕົວະ​ໄປ​ອີກ​ດົນ​ປານ​ໃດ? ເຂົາ​ເຈົ້າ​ເປັນ​ຜູ້​ພະຍາກອນ​ທີ່​ເວົ້າ​ຫຼອກລວງ​ຕາມ​ທີ່​ເຂົາ​ເຈົ້າ​ຄິດ​ຂຶ້ນ​ມາ​ເອງ.+ 27 ເຂົາ​ເຈົ້າ​ເລົ່າ​ຄວາມ​ຝັນ​ໃຫ້​ກັນ​ຟັງ​ເພື່ອ​ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ລືມ​ຊື່​ຂອງ​ເຮົາ​ຄື​ກັບ​ທີ່​ປູ່​ຍ່າ​ຕາ​ນາຍ​ຂອງ​ເຂົາ​ເຈົ້າ​ລືມ​ຊື່​ຂອງ​ເຮົາ​ຍ້ອນ​ພະ​ບາອານ.+ 28 ໃຫ້​ຜູ້​ພະຍາກອນ​ພວກ​ນັ້ນ​ເລົ່າ​ຄວາມ​ຝັນ​ຂອງ​ໂຕເອງ​ໂລດ. ແຕ່​ຄົນ​ໃດ​ທີ່​ເຮົາ​ໄດ້​ເວົ້າ​ນຳ​ກໍ​ຕ້ອງ​ເວົ້າ​ຕາມ​ນັ້ນ​ຢ່າງ​ສັດຊື່.

ຊິ​ເອົາ​ເຟືອງ​ມາ​ທຽບ​ກັບ​ເຂົ້າ​ໄດ້​ຈັ່ງ​ໃດ?” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

29 ພະ​ເຢໂຫວາ​ເວົ້າ​ວ່າ: “ຄຳ​ເວົ້າ​ຂອງ​ເຮົາ​ເປັນ​ຄື​ກັບ​ໄຟ+​ແລະ​ເປັນ​ຄື​ກັບ​ຄ້ອນ​ຕີ​ທີ່​ທຸບ​ຫີນ​ຈົນ​ແຕກ​ບໍ່​ແມ່ນ​ບໍ?”+

30 ພະ​ເຢໂຫວາ​ເວົ້າ​ວ່າ: “ຍ້ອນ​ແນວ​ນີ້ ເຮົາ​ຈະ​ລົງໂທດ​ພວກ​ຜູ້​ພະຍາກອນ​ທີ່​ເອົາ​ຄຳ​ເວົ້າ​ຂອງ​ເຮົາ​ຈາກ​ຜູ້​ພະຍາກອນ​ຄົນ​ອື່ນ​ໄປ​ເວົ້າ​ແນວ​ໃໝ່!”+

31 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຈະ​ລົງໂທດ​ພວກ​ຜູ້​ພະຍາກອນ​ທີ່​ເວົ້າ​ວ່າ ‘ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ພະເຈົ້າ!’”+

32 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຈະ​ລົງໂທດ​ພວກ​ຜູ້​ພະຍາກອນ​ທີ່​ເລົ່າ​ຄວາມ​ຝັນ​ຕົວະ ແລະ​ພາ​ປະຊາຊົນ​ຂອງ​ເຮົາ​ໄປ​ຜິດ​ທາງ​ດ້ວຍ​ຄຳ​ຕົວະ​ແລະ​ຄຳ​ໂອ້​ອວດ​ຂອງ​ເຂົາ​ເຈົ້າ.”+

ພະ​ເຢໂຫວາ​ເວົ້າ​ອີກ​ວ່າ: “ເຮົາ​ບໍ່​ໄດ້​ສັ່ງ​ແລະ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຊ່ວຍ​ຫຍັງ​ປະຊາຊົນ​ຂອງ​ເຮົາ​ຈັກ​ໜ້ອຍ​ເລີຍ.+

33 ຖ້າ​ມີ​ປະຊາຊົນ ຜູ້​ພະຍາກອນ ຫຼື​ປະໂລຫິດ​ຄົນ​ໃດ​ຖາມ​ເຈົ້າ​ວ່າ ‘ຂ່າວ​ສານ​ທີ່​ເປັນ​ພາລະ​ໜັກ*​ຈາກ​ພະ​ເຢໂຫວາ​ແມ່ນ​ຫຍັງ​ເທື່ອ​ນິ?’ ເຈົ້າ​ຕ້ອງ​ຕອບ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ເວົ້າ​ວ່າ “ກໍ​ແມ່ນ​ພວກ​ເຈົ້າ​ຫັ້ນ​ແຫຼະ! ພວກ​ເຈົ້າ​ເປັນ​ຄື​ກັບ​ພາລະ​ໜັກ​ແລະ​ເຮົາ​ຈະ​ໂຍນ​ພວກ​ເຈົ້າ​ຖິ້ມ.”’+ 34 ຖ້າ​ມີ​ຜູ້​ພະຍາກອນ ປະໂລຫິດ ຫຼື​ປະຊາຊົນ​ຄົນ​ໃດ​ເວົ້າ​ວ່າ ‘ຂ່າວ​ສານ​ຈາກ​ພະ​ເຢໂຫວາ​ເປັນ​ພາລະ​ໜັກ!’ ເຮົາ​ກໍ​ຈະ​ລົງໂທດ​ເຂົາ​ເຈົ້າ​ແລະ​ຄົນ​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ​ທັງໝົດ. 35 ພວກ​ເຈົ້າ​ແຕ່​ລະ​ຄົນ​ຖາມ​ໝູ່​ແລະ​ອ້າຍ​ນ້ອງ​ຂອງ​ໂຕເອງ​ຢູ່​ເລື້ອຍ​ໆ​ວ່າ ‘ພະ​ເຢໂຫວາ​ຕອບ​ວ່າ​ຫຍັງ? ພະ​ເຢໂຫວາ​ເວົ້າ​ແນວ​ໃດ?’ 36 ແຕ່​ພວກ​ເຈົ້າ​ຕ້ອງ​ເຊົາ​ເວົ້າ​ວ່າ​ຂ່າວ​ສານ​ຂອງ​ພະ​ເຢໂຫວາ​ເປັນ​ພາລະ​ໜັກ ຍ້ອນ​ພວກ​ເຈົ້າ​ເອົາ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ໄປ​ເວົ້າ​ແນວ​ໃໝ່​ແລະ​ຕີ​ຄວາມໝາຍ​ເອົາ​ເອງ ມັນ​ຈຶ່ງ​ກາຍ​ເປັນ​ພາລະ​ໜັກ​ສຳລັບ​ພວກ​ເຈົ້າ.

37 ໃຫ້​ເຈົ້າ​ຖາມ​ຜູ້​ພະຍາກອນ​ຄົນ​ນັ້ນ​ວ່າ ‘ພະ​ເຢໂຫວາ​ຕອບ​ເຈົ້າ​ວ່າ​ແນວ​ໃດ? ພະ​ເຢໂຫວາ​ເວົ້າ​ຫຍັງ​ແດ່? 38 ຖ້າ​ພວກ​ເຈົ້າ​ຍັງ​ເວົ້າ​ອີກ​ວ່າ “ຂ່າວ​ສານ​ຂອງ​ພະ​ເຢໂຫວາ​ເປັນ​ພາລະ​ໜັກ!” ພະ​ເຢໂຫວາ​ບອກ​ວ່າ “ພວກ​ເຈົ້າ​ມີ​ແຕ່​ເວົ້າ​ວ່າ ‘ຂ່າວ​ສານ​ຂອງ​ພະ​ເຢໂຫວາ​ເປັນ​ພາລະ​ໜັກ’ ທັງ​ໆ​ທີ່​ເຮົາ​ບອກ​ພວກ​ເຈົ້າ​ແລ້ວ​ວ່າ ‘ພວກ​ເຈົ້າ​ຕ້ອງ​ເຊົາ​ເວົ້າ​ວ່າ “ຂ່າວ​ສານ​ຂອງ​ພະ​ເຢໂຫວາ​ເປັນ​ພາລະ​ໜັກ!”’ 39 ດັ່ງ​ນັ້ນ ເຮົາ​ຈະ​ຈັບ​ພວກ​ເຈົ້າ​ໂຍນ​ຖິ້ມ​ພ້ອມ​ກັບ​ເມືອງ​ທີ່​ເຮົາ​ເອົາ​ໃຫ້​ພວກ​ເຈົ້າ​ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ. 40 ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຂາຍ​ໜ້າ​ຕະຫຼອດ​ໄປ​ແລະ​ຈະ​ບໍ່​ມີ​ໃຜ​ລືມ​ຄວາມ​ອັບອາຍ​ຂອງ​ພວກ​ເຈົ້າ​ເລີຍ.”’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌