ພວກຜູ້ຕັດສິນ
6 ພວກອິດສະຣາເອນເຮັດສິ່ງທີ່ພະເຢໂຫວາເຫັນວ່າຊົ່ວອີກ.+ ພະເຢໂຫວາເລີຍມອບເຂົາເຈົ້າໄວ້ໃນມືຂອງພວກມີດີອານ 7 ປີ.+ 2 ພວກມີດີອານກົດຂີ່ພວກອິດສະຣາເອນ.+ ພວກອິດສະຣາເອນຈຶ່ງເຮັດບ່ອນລີ້*ຕາມພູ ຕາມຖ້ຳ ແລະຕາມບ່ອນທີ່ເຂົ້າໄປໄດ້ຍາກ.+ 3 ຖ້າພວກອິດສະຣາເອນຫວ່ານແນວປູກ ພວກມີດີອານ ພວກອາມາເລັກ+ ແລະພວກທີ່ຢູ່ທາງທິດຕາເວັນອອກ+ກໍຈະມາໂຈມຕີເຂົາເຈົ້າ. 4 ພວກເຂົາຈະມາຕັ້ງຄ້າຍເພື່ອໂຈມຕີພວກອິດສະຣາເອນ ແລະທຳລາຍຜົນລະປູກໃນໄຮ່ໃນສວນທຸກບ່ອນໄປຈົນຮອດຄາຊາ. ພວກເຂົາບໍ່ຈົ່ງຫຍັງໄວ້ໃຫ້ພວກອິດສະຣາເອນກິນເລີຍ. ແມ່ນແຕ່ແກະ ງົວ ແລະລາກໍບໍ່ເຫຼືອ.+ 5 ພວກເຂົາເອົາຝູງສັດມາ ແລະຕັ້ງເຕັ້ນຫຼາຍຄືກັບຝູງຕັກກະແຕນ.+ ທັງຄົນທັງອູດມີຫຼາຍຈົນນັບບໍ່ຫຼ້ອນ+ ແລະພວກເຂົາເຂົ້າມາເພື່ອທຳລາຍແຜ່ນດິນຂອງພວກອິດສະຣາເອນ. 6 ພວກມີດີອານເຮັດໃຫ້ພວກອິດສະຣາເອນທຸກລຳບາກຫຼາຍ. ເຂົາເຈົ້າຈຶ່ງຮ້ອງຂໍໃຫ້ພະເຢໂຫວາຊ່ວຍ.+
7 ເມື່ອພວກອິດສະຣາເອນຮ້ອງຂໍໃຫ້ພະເຢໂຫວາຊ່ວຍໃຫ້ພົ້ນຈາກພວກມີດີອານ+ 8 ພະເຢໂຫວາກໍສົ່ງຜູ້ພະຍາກອນຄົນໜຶ່ງມາຫາເຂົາເຈົ້າ. ຜູ້ພະຍາກອນຄົນນັ້ນເວົ້າວ່າ: “ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ ‘ເຮົາພາພວກເຈົ້າອອກມາຈາກເອຢິບ ແລະຊ່ວຍພວກເຈົ້າອອກຈາກການເປັນທາດ.+ 9 ເຮົາຊ່ວຍພວກເຈົ້າໃຫ້ລອດຈາກມືຂອງພວກເອຢິບ ແລະຈາກມືຂອງພວກທີ່ກົດຂີ່ພວກເຈົ້າ. ເຮົາຂັບໄລ່ພວກເຂົາອອກໄປຕໍ່ໜ້າພວກເຈົ້າ ແລະເອົາແຜ່ນດິນຂອງພວກເຂົາໃຫ້ພວກເຈົ້າ.+ 10 ເຮົາຍັງເຄີຍເວົ້າອີກວ່າ “ເຮົາແມ່ນເຢໂຫວາພະເຈົ້າຂອງພວກເຈົ້າ.+ ຫ້າມພວກເຈົ້າໄປນະມັດສະການ*ພະເຈົ້າຕ່າງໆຂອງພວກອາໂມໃນແຜ່ນດິນທີ່ພວກເຈົ້າອາໄສຢູ່.”+ ແຕ່ພວກເຈົ້າພັດບໍ່ເຊື່ອຟັງເຮົາ.’”+
11 ຕໍ່ມາ ທູດສະຫວັນຂອງພະເຢໂຫວາມາ+ນັ່ງຢູ່ກ້ອງຕົ້ນໄມ້ໃຫຍ່ໃນເມືອງໂອຟຣາ ເຊິ່ງເປັນຕົ້ນໄມ້ຂອງໂຢອາດທີ່ເປັນລູກຫຼານຂອງອາບີເອຊາ.+ ຕອນນັ້ນ ກີເດໂອນລູກຊາຍຂອງລາວ+ກຳລັງຟາດເຂົ້າວີດ*ຢູ່ໃນບ່ອນເຮັດເຫຼົ້າແວງເພື່ອບໍ່ໃຫ້ພວກມີດີອານເຫັນ. 12 ທູດສະຫວັນຂອງພະເຢໂຫວາມາຫາກີເດໂອນແລະເວົ້າວ່າ: “ພະເຢໂຫວາຢູ່ກັບເຈົ້າ.+ ເຈົ້າເປັນທະຫານທີ່ກ້າຫານ.” 13 ກີເດໂອນຈຶ່ງເວົ້າກັບທູດສະຫວັນວ່າ: “ທ່ານເອີ້ຍ ຂ້ອຍຂໍຖາມແດ່. ຖ້າພະເຢໂຫວາຢູ່ກັບພວກເຮົາແທ້ ເປັນຫຍັງພວກເຮົາຈຶ່ງຕ້ອງເຈິກັບເລື່ອງແນວນີ້?+ ຂ້ອຍຄືບໍ່ເຫັນພະເຈົ້າເຮັດການອັດສະຈັນຫຍັງ ຄືກັບທີ່ປູ່ຍ່າຕານາຍເລົ່າໃຫ້ຟັງ+ວ່າພະເຢໂຫວາພາເຂົາເຈົ້າອອກມາຈາກເອຢິບ.+ ພະເຢໂຫວາປະຖິ້ມພວກເຮົາແລ້ວ+ ແລະປ່ອຍພວກເຮົາໄວ້ໃນມືຂອງພວກມີດີອານ.” 14 ພະເຢໂຫວາແນມເບິ່ງໜ້າລາວແລະເວົ້າວ່າ: “ໃຫ້ເຈົ້າໄປ ແລະໃຊ້ເຫື່ອແຮງຂອງເຈົ້າຊ່ວຍພວກອິດສະຣາເອນ. ເຈົ້າຈະຊ່ວຍເຂົາເຈົ້າໃຫ້ລອດຈາກມືຂອງພວກມີດີອານໄດ້+ ຍ້ອນເຮົາເປັນຜູ້ສົ່ງເຈົ້າໄປ.” 15 ກີເດໂອນເວົ້າວ່າ: “ພະເຢໂຫວາເອີ້ຍ ລູກຂໍຖາມແດ່. ລູກຈະໄປຊ່ວຍພວກອິດສະຣາເອນໄດ້ແນວໃດ? ຈຸ້ມເຈື້ອ*ຂອງລູກເປັນຈຸ້ມເຈື້ອທີ່ນ້ອຍທີ່ສຸດໃນຕະກູນມານາເຊ ແລະລູກກໍບໍ່ໄດ້ເປັນຄົນສຳຄັນອີ່ຫຍັງໃນເຮືອນຂອງພໍ່.” 16 ແຕ່ພະເຢໂຫວາເວົ້າກັບລາວວ່າ: “ຍ້ອນເຮົາຢູ່ກັບເຈົ້າ+ ເຈົ້າຈະເອົາຊະນະພວກມີດີອານໄດ້ຄືກັບເອົາຊະນະຄົນໆດຽວ.”
17 ແລ້ວກີເດໂອນກໍເວົ້າວ່າ: “ຖ້າພະອົງພໍໃຈລູກ ກໍຂໍໃຫ້ລູກເຫັນຫຼັກຖານວ່າພະອົງເປັນຜູ້ເວົ້າກັບລູກແທ້ໆ. 18 ຂໍທ່ານຖ້າຢູ່ນີ້ກ່ອນຈົນກວ່າຂ້ອຍຈະກັບມາພ້ອມກັບເຄື່ອງບູຊາທີ່ຈະເອົາໃຫ້ທ່ານ.”+ ທູດສະຫວັນກໍເວົ້າວ່າ: “ຂ້ອຍຈະຖ້າຢູ່ນີ້ຈົນກວ່າເຈົ້າຈະກັບມາ.” 19 ກີເດໂອນກໍໄປກຽມແບ້ໂຕໜຶ່ງມາເຮັດອາຫານ ແລະເອົາແປ້ງ 1 ເອຟາ*ມາເຮັດເຂົ້າຈີ່ບໍ່ມີເຊື້ອ.+ ລາວເອົາຊີ້ນແບ້ໃສ່ກະຕ່າ ແລະເອົານ້ຳແກງໃສ່ໝໍ້ ແລ້ວລາວກໍເອົາມາໃຫ້ທູດສະຫວັນຢູ່ກ້ອງຕົ້ນໄມ້ໃຫຍ່ນັ້ນ.
20 ຈາກນັ້ນ ທູດສະຫວັນຂອງພະເຈົ້າທ່ຽງແທ້ບອກລາວວ່າ: “ໃຫ້ເຈົ້າເອົາຊີ້ນແບ້ກັບເຂົ້າຈີ່ບໍ່ມີເຊື້ອໄປວາງໄວ້ຢູ່ກ້ອນຫີນໃຫຍ່ພຸ້ນ ແລະເທນ້ຳແກງລົງ.” ລາວກໍເຮັດຕາມນັ້ນ. 21 ທູດສະຫວັນຂອງພະເຢໂຫວາກໍເອົາສົ້ນຂອງໄມ້ຄ້ອນເທົ້າທີ່ຖືຢູ່ໄປຕ້ອງຊີ້ນແບ້ກັບເຂົ້າຈີ່ບໍ່ມີເຊື້ອ. ແລ້ວກໍມີໄຟລຸກຈາກກ້ອນຫີນນັ້ນເຜົາຊີ້ນແບ້ກັບເຂົ້າຈີ່ບໍ່ມີເຊື້ອໄໝ້ຈົນໝົດ.+ ຈາກນັ້ນ ທູດສະຫວັນຂອງພະເຢໂຫວາກໍຫາຍໂຕໄປ. 22 ກີເດໂອນຈຶ່ງຮູ້ທັນທີເລີຍວ່າຜູ້ນັ້ນແມ່ນທູດສະຫວັນຂອງພະເຢໂຫວາ.+
ແລ້ວລາວກໍເວົ້າວ່າ: “ຕາຍແລ້ວບາດນິ! ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເອີ້ຍ ລູກໄດ້ເຫັນທູດສະຫວັນຂອງພະເຢໂຫວາ.”+ 23 ແຕ່ພະເຢໂຫວາບອກລາວວ່າ: “ໃຈເຢັນໆກ່ອນ* ບໍ່ຕ້ອງຢ້ານ.+ ເຈົ້າຈະບໍ່ຕາຍດອກ.” 24 ກີເດໂອນຈຶ່ງສ້າງແທ່ນບູຊາໃຫ້ພະເຢໂຫວາຢູ່ຫັ້ນ. ແທ່ນນັ້ນຖືກເອີ້ນວ່າເຢໂຫວາຊາໂລມ*+ຈົນຮອດທຸກມື້ນີ້ ແລະຍັງຢູ່ໃນເມືອງໂອຟຣາທີ່ເປັນຂອງລູກຫຼານອາບີເອຊາ.
25 ໃນຄືນນັ້ນພະເຢໂຫວາເວົ້າກັບລາວວ່າ: “ໃຫ້ເຈົ້າໄປເອົາງົວໂຕທີ 2 ອາຍຸ 7 ປີຂອງພໍ່ເຈົ້າມາ ແລະທຳລາຍແທ່ນບູຊາພະບາອານຂອງພໍ່ເຈົ້າກັບຟັນເສົາໄມ້ສັກສິດ*ທີ່ຢູ່ໃກ້ໆແທ່ນນັ້ນຖິ້ມ.+ 26 ຈາກນັ້ນ ໃຫ້ເຈົ້າເອົາຫີນມາວາງລຽນກັນເປັນແຖວ ເພື່ອສ້າງເປັນແທ່ນບູຊາໃຫ້ພະເຢໂຫວາພະເຈົ້າຂອງເຈົ້າຢູ່ບ່ອນທີ່ປອດໄພນີ້. ໃຫ້ເອົາໄມ້ສ່ວນໜຶ່ງຈາກເສົາໄມ້ສັກສິດທີ່ເຈົ້າຟັນນັ້ນມາເປັນຟືນ ແລ້ວເອົາງົວໂຕທີ 2 ມາເຜົາເປັນເຄື່ອງບູຊາເທິງແທ່ນບູຊານັ້ນ.” 27 ກີເດໂອນໄດ້ພາຄົນຮັບໃຊ້ຂອງລາວ 10 ຄົນໄປນຳ ແລ້ວເຮັດຕາມທີ່ພະເຢໂຫວາບອກ. ແຕ່ຍ້ອນລາວຢ້ານຄົນໃນເຮືອນຂອງພໍ່ກັບຄົນໃນເມືອງນັ້ນ ລາວຈຶ່ງບໍ່ໄດ້ເຮັດຕອນກາງເວັນ ແຕ່ເຮັດໃນຕອນກາງຄືນ.
28 ເມື່ອຄົນໃນເມືອງນັ້ນຕື່ນຂຶ້ນມາແຕ່ເຊົ້າໆກໍເຫັນແທ່ນບູຊາພະບາອານຖືກທຳລາຍ ເສົາໄມ້ສັກສິດທີ່ຢູ່ໃກ້ໆແທ່ນຖືກຟັນ ແລະມີງົວໂຕທີ 2 ຖືກເຜົາຢູ່ເທິງແທ່ນທີ່ຫາກໍສ້າງໃໝ່. 29 ເຂົາເຈົ້າຖາມກັນວ່າ: “ແມ່ນໃຜເຮັດແນວນີ້?” ເມື່ອໄປສືບຖາມແລ້ວ ເຂົາເຈົ້າກໍເວົ້າວ່າ: “ກີເດໂອນລູກຊາຍຂອງໂຢອາດເປັນຄົນເຮັດ.” 30 ແລ້ວຄົນໃນເມືອງກໍເວົ້າກັບໂຢອາດວ່າ: “ເອົາລູກຊາຍຂອງເຈົ້າມາໃຫ້ພວກເຮົາ. ມັນຕ້ອງຕາຍ ຍ້ອນມັນທຳລາຍແທ່ນບູຊາພະບາອານແລະຟັນເສົາໄມ້ສັກສິດທີ່ຢູ່ໃກ້ໆແທ່ນ.” 31 ໂຢອາດ+ຈຶ່ງເວົ້າກັບຄົນທີ່ມາຫາເລື່ອງວ່າ: “ເປັນຫຍັງພວກເຈົ້າຕ້ອງປົກປ້ອງພະບາອານ? ພວກເຈົ້າຕ້ອງເປັນຄົນຊ່ວຍເພິ່ນຊັ້ນເບາະ? ໃຜປົກປ້ອງພະບາອານຕ້ອງຖືກຂ້າໃນຕອນເຊົ້ານີ້.+ ຖ້າພະບາອານເປັນພະເຈົ້າກໍໃຫ້ເພິ່ນປົກປ້ອງໂຕເອງຕົ໋ວ+ ເພາະມີຄົນມາທຳລາຍແທ່ນບູຊາຂອງເພິ່ນ.” 32 ຕັ້ງແຕ່ມື້ນັ້ນ ໂຢອາດກໍເອີ້ນກີເດໂອນວ່າເຢຣຸບບາອານ*ແລະເວົ້າວ່າ: “ໃຫ້ພະບາອານປົກປ້ອງໂຕເອງແມ້ ເພາະມີຄົນທຳລາຍແທ່ນບູຊາຂອງເພິ່ນ.”
33 ພວກມີດີອານ+ ພວກອາມາເລັກ+ ແລະພວກທີ່ຢູ່ທາງທິດຕາເວັນອອກກໍມາລວມໂຕກັນ+ ແລ້ວຂ້າມແມ່ນ້ຳມາຕັ້ງຄ້າຍຢູ່ຮ່ອມພູເຢດຊະເຣເອນ. 34 ພະເຢໂຫວາໄດ້ໃຫ້ພະລັງຂອງເພິ່ນກັບກີເດໂອນ.+ ລາວເປົ່າແກ+ແລະລູກຫຼານຂອງອາບີເອຊາ+ກໍມາຊ່ວຍລາວ. 35 ລາວສົ່ງຄົນໄປບອກຄົນໃນຕະກູນມານາເຊທີ່ເຫຼືອ ແລ້ວເຂົາເຈົ້າກໍມາຊ່ວຍລາວ. ລາວຍັງສົ່ງຄົນໄປບອກຄົນໃນຕະກູນອາເຊ ຕະກູນເຊບູລູນ ແລະຕະກູນນັບທາລີ ແລ້ວເຂົາເຈົ້າກໍມາຊ່ວຍລາວຄືກັນ.
36 ກີເດໂອນເວົ້າກັບພະເຈົ້າທ່ຽງແທ້ວ່າ: “ຖ້າພະອົງເລືອກລູກໃຫ້ໄປຊ່ວຍພວກອິດສະຣາເອນຕາມທີ່ພະອົງສັນຍາ+ 37 ຂໍພະອົງເຮັດໃຫ້ລູກໝັ້ນໃຈໂດຍວິທີນີ້. ລູກຈະເອົາຂົນແກະວາງໄວ້ຢູ່ລານຟາດເຂົ້າ. ຖ້າມີນ້ຳຄ້າງຢູ່ຂົນແກະ ແຕ່ດິນທີ່ຢູ່ອ້ອມໆມັນຍັງແຫ້ງຢູ່ ລູກກໍຈະຮູ້ວ່າພະອົງໄດ້ເລືອກລູກໃຫ້ໄປຊ່ວຍພວກອິດສະຣາເອນຕາມທີ່ພະອົງສັນຍາໄວ້.” 38 ແລ້ວມັນກໍເປັນແນວນັ້ນ. ເຊົ້າມື້ຕໍ່ມາ ເມື່ອລາວຕື່ນຂຶ້ນ ລາວກໍເອົາຂົນແກະມາປັ້ນ. ນ້ຳກໍໄຫຼອອກມາຈາກຂົນແກະໄດ້ 1 ໂຖໃຫຍ່. 39 ແຕ່ກີເດໂອນເວົ້າກັບພະເຈົ້າທ່ຽງແທ້ວ່າ: “ຂໍພະອົງຢ່າຟ້າວໃຈຮ້າຍໃຫ້ລູກເດີ້. ລູກຂໍອີກເທື່ອດຽວ. ຂໍໃຫ້ລູກທົດສອບໂດຍໃຊ້ຂົນແກະນີ້ອີກເທື່ອໜຶ່ງ. ເທື່ອນີ້ຂໍໃຫ້ຂົນແກະແຫ້ງ ແຕ່ໃຫ້ດິນທີ່ຢູ່ອ້ອມໆມັນປຽກນ້ຳຄ້າງ.” 40 ໃນຄືນນັ້ນ ພະເຈົ້າກໍເຮັດຕາມທີ່ລາວບອກ. ເພິ່ນເຮັດໃຫ້ຂົນແກະແຫ້ງ ແຕ່ເຮັດໃຫ້ດິນທີ່ຢູ່ອ້ອມໆມັນປຽກນ້ຳຄ້າງ.