ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 13
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ຄຳ​ຕັດສິນ​ຕໍ່​ບາບີໂລນ (1-​22)

        • ວັນ​ຂອງ​ພະ​ເຢໂຫວາ​ໃກ້​ຈະ​ມາ​ຮອດ​ແລ້ວ (6)

        • ພວກ​ເມເດຍ​ຕໍ່ສູ້​ຊະນະ​ບາບີໂລນ (17)

        • ບາບີໂລນ​ຈະ​ບໍ່​ມີ​ຄົນ​ອາໄສ​ຢູ່ (20)

ເອຊາຢາ 13:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:1
  • +ຢຣມ 25:12; 50:1-3; ພນມ 18:2

ເອຊາຢາ 13:2

ໄຂເງື່ອນ

  • *

    ຫຼື “ເສົາ​ໃຫ້​ສັນຍານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:12, 27, 28

ເອຊາຢາ 13:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ເຮົາ​ເຮັດ​ໃຫ້​ບໍລິສຸດ.” ໝາຍເຖິງ​ຜູ້​ທີ່​ພະເຈົ້າ​ແຍກ​ໄວ້​ຕ່າງ​ຫາກ​ເພື່ອ​ຈຸດປະສົງ​ທີ່​ພິເສດ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 45:1

ເອຊາຢາ 13:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 5:28
  • +ຢຣມ 50:15

ເອຊາຢາ 13:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:9; 51:28
  • +ຢຣມ 51:11

ເອຊາຢາ 13:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 13:18; ຢຣມ 50:13

ເອຊາຢາ 13:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:43

ເອຊາຢາ 13:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 5:6

ເອຊາຢາ 13:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:23, 29

ເອຊາຢາ 13:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ກຸ່ມ​ດາວ​ເຄຊິນ.” ອາດ​ໝາຍເຖິງ​ກຸ່ມ​ດາວ​ນາຍ​ພານ​ກັບ​ກຸ່ມ​ດາວ​ທີ່​ຢູ່​ອ້ອມແອ້ມ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 9:9; 38:31; ອມ 5:8

ເອຊາຢາ 13:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 137:8; ຢຣມ 51:37; ພນມ 18:2
  • +ຢຣມ 50:29; ດນອ 5:22, 23

ເອຊາຢາ 13:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:30; 51:3, 4
  • +1ກສ 10:11

ເອຊາຢາ 13:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:29

ເອຊາຢາ 13:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:16

ເອຊາຢາ 13:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:3, 4

ເອຊາຢາ 13:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 137:8, 9

ເອຊາຢາ 13:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 21:2; ຢຣມ 50:9; 51:11; ດນອ 5:30, 31

ເອຊາຢາ 13:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:14

ເອຊາຢາ 13:19

ໄຂເງື່ອນ

  • *

    ໝາຍເຖິງ​ຄົນ​ບາບີໂລນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 47:5; ດນອ 4:30
  • +ອຊຢ 47:1
  • +ປຖກ 19:24, 25; ຢຣມ 50:40

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 3

ເອຊາຢາ 13:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:3, 13; 51:29, 37; ພນມ 18:21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 3

ເອຊາຢາ 13:21

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ພະເຈົ້າ​ທີ່​ມີ​ຮູບ​ຮ່າງ​ຄ້າຍຄື​ກັບ​ໂຕ​ແບ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 18:2

ເອຊາຢາ 13:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:33

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 13:1ອຊຢ 1:1
ອຊຢ. 13:1ຢຣມ 25:12; 50:1-3; ພນມ 18:2
ອຊຢ. 13:2ຢຣມ 51:12, 27, 28
ອຊຢ. 13:3ອຊຢ 45:1
ອຊຢ. 13:4ດນອ 5:28
ອຊຢ. 13:4ຢຣມ 50:15
ອຊຢ. 13:5ຢຣມ 50:9; 51:28
ອຊຢ. 13:5ຢຣມ 51:11
ອຊຢ. 13:6ອຊຢ 13:18; ຢຣມ 50:13
ອຊຢ. 13:7ຢຣມ 50:43
ອຊຢ. 13:8ດນອ 5:6
ອຊຢ. 13:9ຢຣມ 50:23, 29
ອຊຢ. 13:10ໂຢບ 9:9; 38:31; ອມ 5:8
ອຊຢ. 13:11ພສ 137:8; ຢຣມ 51:37; ພນມ 18:2
ອຊຢ. 13:11ຢຣມ 50:29; ດນອ 5:22, 23
ອຊຢ. 13:12ຢຣມ 50:30; 51:3, 4
ອຊຢ. 13:121ກສ 10:11
ອຊຢ. 13:13ຢຣມ 51:29
ອຊຢ. 13:14ຢຣມ 50:16
ອຊຢ. 13:15ຢຣມ 51:3, 4
ອຊຢ. 13:16ພສ 137:8, 9
ອຊຢ. 13:17ອຊຢ 21:2; ຢຣມ 50:9; 51:11; ດນອ 5:30, 31
ອຊຢ. 13:18ຢຣມ 50:14
ອຊຢ. 13:19ອຊຢ 47:5; ດນອ 4:30
ອຊຢ. 13:19ອຊຢ 47:1
ອຊຢ. 13:19ປຖກ 19:24, 25; ຢຣມ 50:40
ອຊຢ. 13:20ຢຣມ 50:3, 13; 51:29, 37; ພນມ 18:21
ອຊຢ. 13:21ພນມ 18:2
ອຊຢ. 13:22ຢຣມ 51:33
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 13:1-22

ເອຊາຢາ

13 ຕໍ່ໄປ​ນີ້​ແມ່ນ​ນິມິດ​ທີ່​ພະເຈົ້າ​ໃຫ້​ເອຊາຢາ+​ລູກ​ຊາຍ​ຂອງ​ອາມອດ​ເຫັນ​ກ່ຽວກັບ​ຄຳ​ຕັດສິນ​ຕໍ່​ບາບີໂລນ.+

 2 “ໃຫ້​ປັກ​ທຸງ*+​ຢູ່​ເທິງ​ພູ​ທີ່​ມີ​ແຕ່​ກ້ອນ​ຫີນ.

ໃຫ້​ແກວ່ງ​ມື​ໄປ​ມາ​ແລະ​ເອີ້ນ​ເຂົາເຈົ້າ

ແລ້ວ​ໃຫ້​ເຂົາເຈົ້າ​ເຂົ້າ​ມາ​ທາງ​ປະຕູ​ເມືອງ​ຂອງ​ພວກເຈົ້າ​ນາຍ.

 3 ເຮົາ​ໄດ້​ສັ່ງ​ຜູ້​ທີ່​ເຮົາ​ແຕ່ງຕັ້ງ.*+

ເຮົາ​ໄດ້​ເອີ້ນ​ພວກ​ທະຫານ​ຂອງ​ເຮົາ​ມາ​ເພື່ອລົງໂທດຜູ້​ທີ່​ເຮັດ​ໃຫ້​ເຮົາ​ໃຈຮ້າຍ.

ພວກ​ທະຫານ​ເຫຼົ່ານີ້​ຈະ​ດີໃຈ​ແລະ​ພູມໃຈ​ຫຼາຍ.

 4 ໃຫ້​ຟັງສຽງ​ຟົດສຽງນັນທີ່​ຢູ່​ເທິງ​ພູ​ແມ້.

ສຽງ​ນັ້ນ​ເປັນ​ຄື​ກັບ​ສຽງ​ຂອງ​ຫຼາຍ​ໆ​ຄົນ​ທີ່​ຢູ່​ນຳ​ກັນ!

ໃຫ້​ຟັງ​ສຽງ​ອຶກກະທຶກ​ຂອງ​ປະເທດ​ຕ່າງ​ໆ​

ແລະ​ສຽງ​ຂອງ​ຊາດ​ຕ່າງ​ໆ​ທີ່​ຖືກ​ລວບລວມ​ເຂົ້າ​ມາ​ແມ້!+

ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ກຳລັງ​ລວບລວມ​ຄົນ​ເພື່ອ​ຈະ​ໄປ​ເຮັດ​ສົງຄາມ.+

 5 ຄົນ​ເຫຼົ່ານີ້​ຈະ​ເປັນ​ຄື​ກັບ​ອາວຸດ​ທີ່​ສະແດງ​ເຖິງ​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ.

ເຂົາເຈົ້າ​ຈະ​ມາ​ຈາກ​ບ່ອນ​ທີ່​ຢູ່​ໄກ​ໆ​+

ແລະ​ມາ​ຈາກ​ທຸກ​ທິດ​ທຸກ​ທາງ​ຂອງ​ໂລກ.

ພະ​ເຢໂຫວາ​ຈະ​ໃຊ້​ເຂົາເຈົ້າ​ທຳລາຍ​ທຸກ​ສິ່ງ​ໃນ​ໂລກ​ນີ້.+

 6 ພວກເຈົ້າ​ຮ້ອງໄຫ້​ໄວ້​ຖ້າ​ໂລດ! ວັນ​ຂອງ​ພະ​ເຢໂຫວາ​ໃກ້​ຈະ​ມາ​ຮອດ​ແລ້ວ.

ໃນ​ມື້​ນັ້ນ ຜູ້​ທີ່​ມີ​ລິດເດດ​ສູງ​ສຸດ​ຈະ​ທຳລາຍ​ທຸກ​ສິ່ງ​ທຸກ​ຢ່າງໃນ​ແຜ່ນດິນ​ຂອງ​ພວກເຈົ້າ.+

 7 ຍ້ອນ​ແນວ​ນີ້ ພວກເຈົ້າ​ທຸກ​ຄົນ​ຈະຢ້ານ​ຫຼາຍ

ແລະ​ມື​ຂອງ​ພວກເຈົ້າ​ຈະ​ລ່ອຍ.+

 8 ພວກເຈົ້າ​ຈະ​ຕົກໃຈ​ຫຼາຍ.+

ພວກເຈົ້າ​ຈະ​ເຈັບ​ແຮງ​ຈົນ​ຂົດ​ຢູ່

ຄື​ກັບ​ຜູ້ຍິງ​ທີ່​ກຳລັງ​ຈະ​ເກີດ​ລູກ.

ພວກເຈົ້າ​ຈະ​ແນມ​ເບິ່ງ​ໜ້າ​ກັນ​ດ້ວຍ​ຄວາມ​ຢ້ານ

ແລະ​ໜ້າ​ຂອງ​ພວກເຈົ້າ​ກໍ​ຈະຈືດ​ແທ້​ຈືດ​ວ່າຍ້ອນ​ເຈັບ​ຫຼາຍ.

 9 ວັນ​ຂອງ​ພະ​ເຢໂຫວາ​ກຳລັງ​ຈະ​ມາ​ຮອດ​ແລ້ວ.

ມື້​ນັ້ນ​ຈະ​ມີ​ແຕ່​ຄວາມ​ໃຈຮ້າຍ​ແລະຈະ​ບໍ່​ມີ​ໃຜ​ໄດ້​ຮັບ​ຄວາມ​ເມດຕາ.

ແຜ່ນດິນ​ຈະ​ຖືກ​ທຳລາຍ​ໃຫ້ຮ້າງ​ເປົ່າ+

ແລະ​ຄົນ​ເຮັດ​ຜິດ​ທີ່​ຢູ່​ຫັ້ນ​ກໍ​ຈະ​ຖືກ​ກວາດ​ລ້າງ​ຈົນ​ໝົດ.

10 ດວງ​ດາວ​ແລະ​ກຸ່ມ​ດາວ​ຕ່າງ​ໆ​*+

ຈະ​ບໍ່​ມີ​ແສງ.

ເຖິງ​ວ່າ​ຕາເວັນ​ຂຶ້ນ ແຕ່​ກໍ​ຈະ​ມີ​ແຕ່​ຄວາມ​ມືດ

ແລະ​ເດືອນ​ກໍ​ຈະ​ບໍ່​ສ່ອງ​ແສງ​ຄື​ກັນ.

11 ເຮົາ​ຈະ​ແກ້ແຄ້ນ​ຄົນ​ຊົ່ວ+

ຍ້ອນ​ເຂົາເຈົ້າ​ເຮັດ​ຜິດ.

ເຮົາ​ຈະ​ກຳຈັດ​ຄົນ​ຈອງຫອງ

ແລະ​ຈະ​ເຮັດ​ໃຫ້​ຄົນ​ຍິ່ງ​ຖ່ອມ​ໂຕ​ລົງ.+

12 ເຮົາ​ຈະ​ເຮັດ​ໃຫ້​ຄົນ​ຫາ​ຍາກ​ກວ່າ​ຄຳ​ແທ້+

ແລະ​ຫາ​ຍາກ​ກວ່າ​ຄຳ​ຢູ່​ໂອຟີ​ອີກ.+

13 ຍ້ອນ​ໃນ​ມື້​ນັ້ນ ເຮົາ​ເຢໂຫວາ​ຜູ້​ບັນຊາການກອງທັບ​ຈະ​ໃຈຮ້າຍ​ຫຼາຍ.

ເຮົາ​ຈະ​ເຮັດ​ໃຫ້​ທ້ອງຟ້າ​ສັ່ນ​ສະເທືອນ+

ແລະ​ເຮັດ​ໃຫ້​ໜ່ວຍໂລກ​ຫຼຸດ​ອອກ​ຈາກ​ບ່ອນ​ທີ່​ມັນ​ຢູ່.

14 ຄື​ກັບ​ກວາງ​ທີ່​ຖືກ​ໄລ່ລ່າ​ແລະ​ຄື​ກັບ​ຝູງ​ສັດ​ທີ່​ບໍ່​ມີ​ຜູ້​ລ້ຽງ

ແຕ່​ລະ​ຄົນ​ຈະ​ກັບ​ໄປ​ຫາ​ຄົນ​ຂອງ​ໂຕເອງ

ແລະ​ໜີ​ໄປ​ຢູ່​ແຜ່ນດິນ​ຂອງ​ໂຕເອງ.+

15 ຜູ້​ທີ່ຖືກ​ຈັບຈະ​ຖືກ​ແທງ​ດ້ວຍ​ຫອກ

ແລະ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+

16 ລູກ​ຂອງ​ເຂົາເຈົ້າ​ຈະ​ຖືກ​ຈີກ​ເປັນ​ຕ່ອນ​ໆ​ຕໍ່​ໜ້າ​ເຂົາເຈົ້າ.+

ເຮືອນ​ຂອງ​ເຂົາເຈົ້າ​ຈະ​ຖືກ​ປຸ້ນ

ແລະ​ເມຍ​ຂອງ​ເຂົາເຈົ້າ​ກໍ​ຈະ​ຖືກ​ຂົ່ມຂືນ.

17 ເຮົາ​ຈະ​ໃຫ້​ພວກ​ເມເດຍ​ມາ​ຕໍ່ສູ້​ພວກເຈົ້າ.+

ພວກ​ນີ້​ບໍ່​ສົນໃຈ​ເງິນ

ແລະ​ບໍ່​ສົນໃຈ​ຄຳ.

18 ເຂົາເຈົ້າ​ຈະ​ຍິງ​ທະນູ​ເພື່ອ​ຂ້າ​ພວກ​ຊາຍ​ໜຸ່ມ.+

ເຂົາເຈົ້າ​ຈະ​ບໍ່​ອີ່ຕົນແອ​ນ້ອຍ

ແລະ​ຈະ​ບໍ່​ອີ່ຕົນ​ເດັກນ້ອຍ.

19 ເມືອງ​ບາບີໂລນ​ທີ່​ງົດງາມ​ແລະ​ຫຼູຫຼາ​ທີ່ສຸດ+

ເມືອງ​ທີ່​ງາມ​ໆ​ທີ່​ພວກ​ການເດອາ*​ພູມໃຈ​ຫຼາຍ+

ຈະ​ເປັນ​ຄື​ກັບ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ​ທີ່​ພະເຈົ້າ​ໄດ້​ທຳລາຍ.+

20 ເມືອງ​ນັ້ນ​ຈະ​ບໍ່​ມີ​ຄົນ​ໄປ​ຢູ່

ແລະ​ຈະ​ບໍ່​ມີ​ໃຜ​ອາໄສ​ຢູ່​ຫັ້ນ​ອີກ​ຕໍ່ໄປ.+

ຄົນ​ອາຣັບ​ຈະ​ບໍ່​ໄປ​ຕັ້ງ​ເຕັ້ນ​ຢູ່​ຫັ້ນ

ແລະ​ຄົນ​ລ້ຽງ​ແກະ​ຈະ​ບໍ່​ເອົາ​ແກະ​ໄປ​ນອນ​ຢູ່​ຫັ້ນ.

21 ສັດ​ທີ່​ຢູ່​ທະເລ​ຊາຍ​ຈະ​ໄປ​ນອນ​ຢູ່​ຫັ້ນ

ແລະນົກ​ເຄົ້າຈະ​ເຮັດ​ຮັງ​ຢູ່​ເຮືອນ​ຂອງ​ເຂົາເຈົ້າ.

ນົກ​ກະຈອກເທດ​ຈະ​ໄປ​ຢູ່​ແຜ່ນດິນ​ນັ້ນ+

ແລະ​ແບ້​ປ່າ*​ຈະ​ຍ່າງ​ເລາະ​ໄປ​ເລາະ​ມາ​ຢູ່​ຫັ້ນ.

22 ສັດ​ປ່າ​ຈະ​ຮ້ອງ​ຢູ່​ໃນ​ປ້ອມ​ຂອງ​ເມືອງ​ນັ້ນ

ແລະໝາ​ໄນຈະ​ເຂົ້າ​ໄປ​ຢູ່​ໃນ​ວັງ​ທີ່​ຫຼູຫຼາ.

ເວລາ​ທີ່​ເມືອງ​ນີ້​ຈະ​ຖືກ​ທຳລາຍ​ໃກ້​ຈະ​ມາ​ຮອດ​ແລ້ວ ແລະ​ຈະ​ບໍ່​ຖືກ​ເລື່ອນ​ອອກ​ໄປ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌