ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 13
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ຕັດສິນ​ພວກ​ຜູ້​ພະຍາກອນ​ປອມ (1-​16)

        • ຝາ​ໂບກ​ປູນ​ຂາວ​ຈະ​ພັງ​ລົງ​ມາ (10-​12)

      • ຕັດສິນ​ພວກ​ຜູ້​ຍິງ​ທີ່​ເປັນ​ຜູ້​ພະຍາກອນ​ປອມ (17-​23)

ເອເຊກຽນ 13:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 3:5; ຊຟຢ 3:4
  • +ຢຣມ 14:14; 23:16

ເອເຊກຽນ 13:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:32

ເອເຊກຽນ 13:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 22:30
  • +ອຊຢ 2:12; ຢອ 1:15

ເອເຊກຽນ 13:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:31, 32

ເອເຊກຽນ 13:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 22:28

ເອເຊກຽນ 13:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 14:14; 28:15, 16; 29:8, 9
  • +ອຊກ 6:13; 11:10

ເອເຊກຽນ 13:10

ໄຂເງື່ອນ

  • *

    ໝາຍເຖິງ​ກໍ່​ຝາ​ຂັ້ນ​ຫ້ອງ​ທີ່​ບໍ່​ແຂງແຮງ​ແລ້ວ​ພະຍາຍາມ​ເອົາ​ປູນ​ຂາວ​ມາທາ​ທັບ​ເພື່ອ​ໃຫ້​ເບິ່ງ​ຄື​ແຂງແຮງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 6:13, 14
  • +ອຊຢ 30:10; ອຊກ 22:28

ເອເຊກຽນ 13:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 27:8

ເອເຊກຽນ 13:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 37:19

ເອເຊກຽນ 13:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 30:12, 13

ເອເຊກຽນ 13:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 6:13, 14; 28:1-4

ເອເຊກຽນ 13:18

ໄຂເງື່ອນ

  • *

    ໝາຍເຖິງ​ສາຍ​ຮັດ​ສອກ​ຫຼື​ຂໍ້​ມື​ທີ່​ກ່ຽວ​ຂ້ອງ​ກັບ​ຄາຖາ​ອາຄົມ

ເອເຊກຽນ 13:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 3:11
  • +ຢຣມ 23:14

ເອເຊກຽນ 13:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 6:13

ເອເຊກຽນ 13:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 27:14
  • +ຢຣມ 23:14
  • +ຢຣມ 23:16, 17

ເອເຊກຽນ 13:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 18:10, 14; ຢຣມ 27:9; ມກ 3:6

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 13:2ມກ 3:5; ຊຟຢ 3:4
ອຊກ. 13:2ຢຣມ 14:14; 23:16
ອຊກ. 13:3ຢຣມ 23:32
ອຊກ. 13:5ອຊກ 22:30
ອຊກ. 13:5ອຊຢ 2:12; ຢອ 1:15
ອຊກ. 13:6ຢຣມ 29:31, 32
ອຊກ. 13:8ອຊກ 22:28
ອຊກ. 13:9ຢຣມ 14:14; 28:15, 16; 29:8, 9
ອຊກ. 13:9ອຊກ 6:13; 11:10
ອຊກ. 13:10ຢຣມ 6:13, 14
ອຊກ. 13:10ອຊຢ 30:10; ອຊກ 22:28
ອຊກ. 13:11ອຊຢ 27:8
ອຊກ. 13:12ຢຣມ 37:19
ອຊກ. 13:15ອຊຢ 30:12, 13
ອຊກ. 13:16ຢຣມ 6:13, 14; 28:1-4
ອຊກ. 13:19ມກ 3:11
ອຊກ. 13:19ຢຣມ 23:14
ອຊກ. 13:21ອຊກ 6:13
ອຊກ. 13:22ຢຣມ 27:14
ອຊກ. 13:22ຢຣມ 23:14
ອຊກ. 13:22ຢຣມ 23:16, 17
ອຊກ. 13:23ພບຍ 18:10, 14; ຢຣມ 27:9; ມກ 3:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 13:1-23

ເອເຊກຽນ

13 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ລູກ​ມະນຸດ ໃຫ້​ເຈົ້າ​ພະຍາກອນ​ກ່ຽວກັບ​ພວກ​ຜູ້​ພະຍາກອນ​ຂອງ​ອິດສະຣາເອນ+ ແລະ​ເວົ້າ​ກັບ​ພວກ​ທີ່​ຄິດ​ຄຳ​ພະຍາກອນ​ຂຶ້ນ​ມາ​ເອງ​ວ່າ+ ‘ໃຫ້​ພວກ​ເຈົ້າ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. 3 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ພວກ​ຜູ້​ພະຍາກອນ​ໂງ່​ທີ່​ພະຍາກອນ​ຕາມ​ຄວາມຄິດ​ຂອງ​ໂຕ​ເອງ​ທັງ​ໆ​ທີ່​ເຮົາ​ບໍ່​ໄດ້​ໃຫ້​ນິມິດ​ຫຍັງ ພວກ​ເຈົ້າ​ຈະ​ຕ້ອງ​ຈິບຫາຍ!+ 4 ພວກ​ອິດສະຣາເອນ ພວກ​ຜູ້​ພະຍາກອນ​ຂອງ​ພວກ​ເຈົ້າ​ເປັນ​ຄື​ກັບ​ໝາ​ໄນ​ທີ່​ຢູ່​ທ່າມກາງ​ຊາກ​ຫັກ​ພັງ. 5 ເຂົາເຈົ້າ​ຈະ​ບໍ່​ໄດ້​ແປງ​ກຳແພງ​ຫີນ​ທີ່​ແຕກ​ໃຫ້​ພວກ​ອິດສະຣາເອນ.+ ຍ້ອນ​ແນວ​ນີ້ ພວກ​ອິດສະຣາເອນ​ຈະ​ບໍ່​ໄດ້​ຢູ່​ຕໍ່ສູ້​ໃນ​ວັນ​ຂອງ​ພະ​ເຢໂຫວາ.”+ 6 “ນິມິດ​ແລະ​ຄຳ​ພະຍາກອນ​ຂອງ​ເຂົາເຈົ້າ​ເປັນ​ເລື່ອງ​ຂີ້​ຕົວະ. ເຂົາເຈົ້າ​ເວົ້າ​ວ່າ ‘ພະ​ເຢໂຫວາ​ເວົ້າ​ຈັ່ງ​ຊີ້’ ທັງ​ໆ​ທີ່​ພະ​ເຢໂຫວາ​ບໍ່​ໄດ້​ສົ່ງ​ເຂົາເຈົ້າ​ໄປ ແລະ​ເຂົາເຈົ້າ​ຖ້າ​ໃຫ້​ຄຳ​ພະຍາກອນ​ຂອງ​ໂຕ​ເອງ​ເກີດ​ຂຶ້ນ​ແທ້.+ 7 ເຮົາ​ບໍ່​ໄດ້​ເວົ້າ​ຫຍັງ​ເລີຍ ແຕ່​ພວກ​ເຈົ້າ​ພັດ​ເວົ້າ​ວ່າ ‘ພະ​ເຢໂຫວາ​ເວົ້າ​ຈັ່ງ​ຊີ້.’ ນິມິດ​ແລະ​ຄຳ​ພະຍາກອນ​ຂອງ​ພວກ​ເຈົ້າ​ເປັນ​ເລື່ອງ​ຂີ້​ຕົວະ.”’

8 ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ “‘ຍ້ອນ​ນິມິດ​ແລະ​ຄຳ​ພະຍາກອນ​ຂອງ​ເຂົາເຈົ້າ​ເປັນ​ເລື່ອງ​ຂີ້​ຕົວະ ເຮົາ​ຈຶ່ງ​ເປັນ​ສັດຕູ​ກັບ​ເຂົາເຈົ້າ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ຈັ່ງ​ຊີ້.”+ 9 ເຮົາ​ຈະ​ເດ່​ມື​ອອກ​ໄປ​ລົງໂທດ​ພວກ​ຜູ້ພະຍາກອນ​ທີ່​ເຫັນ​ນິມິດ​ແລະ​ເວົ້າ​ຄຳ​ພະຍາກອນ​ທີ່​ຂີ້​ຕົວະ.+ ເຂົາເຈົ້າ​ຈະ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຄົນ​ທີ່​ເຮົາ​ເຮັດ​ດີ​ນຳ. ຊື່​ຂອງ​ເຂົາເຈົ້າ​ຈະ​ບໍ່​ຖືກ​ຂຽນ​ໄວ້​ໃນ​ລາຍຊື່​ຄົນ​ອິດສະຣາເອນ ແລະ​ເຂົາເຈົ້າ​ຈະ​ບໍ່​ໄດ້​ກັບ​ຄືນ​ມາ​ແຜ່ນ​ດິນ​ອິດສະຣາເອນ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ.+ 10 ມັນ​ເປັນ​ແບບ​ນີ້​ກໍ​ຍ້ອນ​ເຂົາເຈົ້າ​ພາ​ປະຊາຊົນ​ຂອງ​ເຮົາ​ໄປ​ຜິດ​ທາງ. ເຂົາເຈົ້າ​ເວົ້າ​ວ່າ: “ມີ​ຄວາມ​ສະຫງົບສຸກ​ແລ້ວ” ທັງ​ໆ​ທີ່​ບໍ່​ມີ​ເລີຍ.+ ຕອນ​ກໍ່​ຝາ​ທີ່​ບໍ່​ແຂງແຮງ ເຂົາເຈົ້າ​ເອົາ​ປູນ​ຂາວ​ມາ​ໂບກ​ຝາ​ນັ້ນ.’*+

11 ໃຫ້​ເຈົ້າ​ໄປ​ບອກ​ພວກ​ທີ່​ເອົາ​ປູນ​ຂາວ​ມາ​ໂບກ​ຝາ​ວ່າ ຝາ​ນັ້ນ​ຈະ​ພັງ​ລົງ​ມາ. ຝົນ​ທີ່​ຕົກ​ລົງ​ມາ​ແຮງ​ໆ​ ພາຍຸ​ໝາກ​ເຫັບ ແລະ​ລົມ​ທີ່​ພັດ​ແຮງ​ໆ​ຈະ​ເຮັດ​ໃຫ້​ຝາ​ນັ້ນ​ພັງ​ລົງ​ມາ.+ 12 ເມື່ອ​ມັນ​ພັງ​ລົງ​ມາ​ແລ້ວ ຄົນ​ຈະ​ເວົ້າ​ວ່າ ‘ປູນ​ຂາວ​ທີ່​ພວກ​ເຈົ້າ​ໃຊ້​ໂບກ​ຝາ​ຈັ່ງ​ແມ່ນ​ດີ​ເນາະ!’+

13 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ມີ​ພາຍຸ​ພັດ​ແຮງ​ໆ​ແລະ​ມີ​ຝົນ​ຕົກ​ໜັກ​ຍ້ອນ​ເຮົາ​ໃຈຮ້າຍ​ຫຼາຍ. ເຮົາ​ຈະ​ໃຫ້​ພາຍຸ​ໝາກ​ເຫັບ​ທຳລາຍ​ຝາ​ນັ້ນ​ຍ້ອນ​ເຮົາ​ໃຈຮ້າຍ​ແຮງ. 14 ເຮົາ​ຈະ​ທຸບ​ຝາ​ທີ່​ພວກ​ເຈົ້າ​ເອົາ​ປູນ​ຂາວ​ໂບກ​ໃຫ້​ກອງ​ຢູ່​ພື້ນ​ແລະ​ເຫຼືອ​ແຕ່​ຄານ. ເມື່ອ​ເມືອງ​ນີ້​ຖືກ​ທຳລາຍ ພວກ​ເຈົ້າ​ກໍ​ຈະ​ຕາຍ​ຢູ່​ໃນ​ເມືອງ​ນີ້ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’

15 ‘ເມື່ອ​ເຮົາ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ອອກ​ມາ​ສຸດ​ຂີດ​ໃສ່​ຝາ​ແລະ​ໃສ່​ຄົນ​ທີ່​ເອົາ​ປູນ​ຂາວ​ມາ​ໂບກ​ຝາ ເຮົາ​ຈະ​ເວົ້າ​ກັບ​ພວກ​ເຈົ້າ​ວ່າ “ຝາ​ບໍ່​ມີ​ແລ້ວ​ແລະ​ພວກ​ທີ່​ໂບກ​ຝາ​ກໍຕາຍ​ໝົດ​ແລ້ວ.+ 16 ພວກ​ຜູ້​ພະຍາກອນ​ຂອງ​ອິດສະຣາເອນ​ດັບ​ສູນ​ແລ້ວ. ເຂົາເຈົ້າ​ເປັນ​ພວກ​ທີ່​ເຄີຍ​ພະຍາກອນ​ເລື່ອງ​ເມືອງ​ເຢຣູຊາເລັມ ແລະ​ເຄີຍ​ເຫັນ​ນິມິດ​ວ່າ​ເມືອງ​ນີ້​ມີ​ຄວາມ​ສະຫງົບສຸກ ທັງ​ໆ​ທີ່​ບໍ່​ມີ​ເລີຍ.”’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.

17 ລູກ​ມະນຸດ ໃຫ້​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ພວກ​ຜູ້ຍິງ​ທີ່​ເປັນ​ຄົນ​ຊາດ​ດຽວກັນ​ກັບ​ເຈົ້າ​ທີ່​ຄິດ​ຄຳ​ພະຍາກອນ​ຂຶ້ນ​ມາ​ເອງ ແລະ​ໃຫ້​ເຈົ້າ​ພະຍາກອນ​ກ່ຽວກັບ​ເຂົາເຈົ້າ. 18 ໃຫ້​ບອກ​ເຂົາເຈົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ພວກ​ຜູ້​ຍິງ​ທີ່​ຫຍິບ​ສາຍ​ຮັດ​ແຂນ*​ສຳລັບ​ທຸກ​ຄົນ ແລະ​ເຮັດ​ຜ້າ​ປົກ​ຫົວ​ທຸກ​ຂະໜາດ​ເພື່ອ​ລ່າ​ຊີວິດ​ຄົນ ພວກ​ເຈົ້າ​ຈະ​ຕ້ອງ​ຈິບຫາຍ. ພວກ​ເຈົ້າ​ລ່າ​ຊີວິດ​ປະຊາຊົນ​ຂອງ​ເຮົາ ແຕ່​ພັດ​ພະຍາຍາມ​ປົກປ້ອງ​ຊີວິດ​ຂອງ​ໂຕ​ເອງ​ໄວ້​ບໍ? 19 ພວກ​ເຈົ້າ​ດູຖູກ​ເຮົາ​ຕໍ່​ໜ້າ​ປະຊາຊົນ​ຂອງ​ເຮົາ​ເພື່ອ​ຈະ​ໄດ້​ເຂົ້າ​ບາເລ​ເຕັມ​ສອງ​ສາມ​ກຳ​ມື ແລະ​ໄດ້​ເສດ​ເຂົ້າຈີ່​ສອງ​ສາມ​ອັນ​ເທົ່າ​ນັ້ນ​ຫວະ?+ ພວກ​ເຈົ້າ​ຕົວະ​ປະຊາຊົນ​ຂອງ​ເຮົາ​ແລະ​ເຂົາເຈົ້າ​ກໍ​ເຊື່ອ​ສິ່ງ​ທີ່​ພວກ​ເຈົ້າ​ເວົ້າ.+ ຍ້ອນ​ແນວ​ນີ້ ພວກ​ເຈົ້າ​ຈຶ່ງ​ຂ້າ​ຄົນ​ທີ່​ບໍ່​ຄວນ​ຖືກ​ຂ້າ ແຕ່​ຈົ່ງ​ຄົນ​ທີ່​ຄວນ​ຖືກ​ຂ້າ​ໄວ້.”’

20 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ພວກ​ຜູ້ຍິງ​ເອີ້ຍ ເຮົາ​ຈະ​ທຳລາຍ​ສາຍ​ຮັດ​ແຂນ​ທີ່​ພວກ​ເຈົ້າ​ໃຊ້​ລ່າ​ຄົນ​ຄື​ກັບ​ລ່າ​ນົກ. ເຮົາ​ຈະ​ດຶງ​ສາຍ​ຮັດ​ແຂນ​ອອກ​ຈາກ​ແຂນ​ຂອງ​ພວກ​ເຈົ້າ ແລະ​ເຮົາ​ຈະ​ປ່ອຍ​ຄົນ​ເຫຼົ່າ​ນັ້ນ​ທີ່​ພວກ​ເຈົ້າ​ລ່າ​ຄື​ກັບ​ນົກ. 21 ເຮົາ​ຈະ​ຈີກ​ຜ້າ​ປົກ​ຫົວ​ຂອງ​ພວກ​ເຈົ້າ ແລະ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເຮົາ​ໃຫ້​ລອດ​ຈາກ​ມື​ພວກ​ເຈົ້າ. ເຂົາເຈົ້າ​ຈະ​ບໍ່​ເປັນ​ເຫຍື່ອ​ໃຫ້​ພວກ​ເຈົ້າ​ລ່າ​ອີກ​ຕໍ່​ໄປ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ 22 ພວກ​ເຈົ້າ​ເຮັດ​ໃຫ້​ຄົນ​ດີ​ທໍ້ໃຈ​ຍ້ອນ​ເລື່ອງ​ຂີ້​ຕົວະ​ຂອງ​ພວກ​ເຈົ້າ+ ທັງ​ໆ​ທີ່​ເຮົາ​ບໍ່​ໄດ້​ເຮັດ​ໃຫ້​ລາວ​ທໍ້ໃຈ. ພວກ​ເຈົ້າ​ສະໜັບ​ສະໜູນ​ຄົນ​ຊົ່ວ.+ ຍ້ອນ​ແນວ​ນີ້ ລາວ​ຈຶ່ງ​ບໍ່​ເຊົາ​ເຮັດ​ຊົ່ວ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ.+ 23 ພວກ​ຜູ້ຍິງ​ເອີ້ຍ ພວກ​ເຈົ້າ​ຈະ​ບໍ່​ເຫັນ​ນິມິດ​ທີ່​ຫຼອກ​ລວງ ແລະ​ຈະ​ບໍ່​ໄດ້​ທຳ​ນາຍ​ອີກ​ຕໍ່ໄປ.+ ເຮົາ​ຈະ​ຊ່ວຍ​ປະ​ຊົນ​ຂອງ​ເຮົາ​ໃຫ້​ລອດ​ຈາກ​ມື​ພວກ​ເຈົ້າ ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌