ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 18
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ແຕ່​ລະ​ຄົນ​ຕ້ອງ​ຮັບ​ຜົນ​ຈາກ​ຄວາມ​ຜິດ​ຂອງ​ໂຕເອງ (1-​32)

        • ຜູ້​ໃດ​ເຮັດ​ຜິດ​ຜູ້​ນັ້ນ​ຈະ​ຕາຍ (4)

        • ລູກ​ບໍ່​ຕ້ອງ​ຖືກ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່ (19, 20)

        • ບໍ່​ດີໃຈ​ທີ່​ເຫັນ​ຄົນ​ຊົ່ວ​ຕາຍ (23)

        • ຖ້າ​ເຊົາ​ເຮັດ​ຜິດ​ແລ້ວ​ຈະ​ມີ​ຊີວິດ (27, 28)

ເອເຊກຽນ 18:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 31:29, 30

ເອເຊກຽນ 18:6

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:2; ຢຣມ 3:6
  • +ລລວ 20:10
  • +ລລວ 18:19; 20:18

ເອເຊກຽນ 18:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 14:21
  • +ພບຍ 24:12, 13
  • +ລລວ 6:2, 4
  • +ພບຍ 15:11
  • +ອຊຢ 58:6, 7; ຢກບ 2:15, 16

ເອເຊກຽນ 18:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:25; ພສ 15:5; ລກ 6:34, 35
  • +ລລວ 19:35
  • +ລລວ 19:15; 25:14; ພບຍ 1:16

ເອເຊກຽນ 18:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:5

ເອເຊກຽນ 18:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:13
  • +ປຖກ 9:6; ອພຍ 21:12

ເອເຊກຽນ 18:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 15:7, 8
  • +ລລວ 26:30
  • +2ກສ 21:11

ເອເຊກຽນ 18:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 22:12

ເອເຊກຽນ 18:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:20; ຣມ 10:5

ເອເຊກຽນ 18:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 24:16; ຢຣມ 31:30; ອຊກ 18:4
  • +ອຊຢ 3:10, 11; ຄລຕ 6:7

ເອເຊກຽນ 18:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:7; ອຊກ 3:21; 33:12, 19; ກຈກ 3:19

ເອເຊກຽນ 18:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 33:12, 13; ພສ 25:7; ອຊຢ 43:25
  • +ອຊກ 33:16

ເອເຊກຽນ 18:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 3:33; ອຊກ 33:11; 1ຕມ 2:3, 4; 2ປຕ 3:9
  • +ມກ 7:18

ເອເຊກຽນ 18:24

ໄຂເງື່ອນ

  • *

    ຫຼື “ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 21:16; ອຊກ 3:20
  • +ອຊກ 33:12, 18; ຮຣ 10:38; 2ຢຮ 8

ເອເຊກຽນ 18:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 35:2; ສພສ 19:3; ອຊກ 33:17, 20
  • +ພບຍ 32:4
  • +ອຊຢ 55:9; ຢຣມ 2:17

ເອເຊກຽນ 18:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:7; 1ຕມ 4:16

ເອເຊກຽນ 18:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:25; ພສ 145:17; ອຊຢ 40:14

ເອເຊກຽນ 18:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 34:11; ຣມ 2:6

ເອເຊກຽນ 18:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 34:14; ອຊຢ 1:16
  • +ພສ 51:10; ຢຣມ 32:39; ອຊກ 11:19; ອຟຊ 4:23, 24
  • +ພບຍ 30:15; ສພສ 8:36; ກຈກ 13:46

ເອເຊກຽນ 18:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:11; ສສ 3:33; ອຊກ 33:11; ລກ 15:10; 2ປຕ 3:9
  • +ພບຍ 30:16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 18:2ຢຣມ 31:29, 30
ອຊກ. 18:6ພບຍ 12:2; ຢຣມ 3:6
ອຊກ. 18:6ລລວ 20:10
ອຊກ. 18:6ລລວ 18:19; 20:18
ອຊກ. 18:7ສພສ 14:21
ອຊກ. 18:7ພບຍ 24:12, 13
ອຊກ. 18:7ລລວ 6:2, 4
ອຊກ. 18:7ພບຍ 15:11
ອຊກ. 18:7ອຊຢ 58:6, 7; ຢກບ 2:15, 16
ອຊກ. 18:8ອພຍ 22:25; ພສ 15:5; ລກ 6:34, 35
ອຊກ. 18:8ລລວ 19:35
ອຊກ. 18:8ລລວ 19:15; 25:14; ພບຍ 1:16
ອຊກ. 18:9ລລວ 18:5
ອຊກ. 18:10ລລວ 19:13
ອຊກ. 18:10ປຖກ 9:6; ອພຍ 21:12
ອຊກ. 18:12ພບຍ 15:7, 8
ອຊກ. 18:12ລລວ 26:30
ອຊກ. 18:122ກສ 21:11
ອຊກ. 18:13ອຊກ 22:12
ອຊກ. 18:19ພບຍ 16:20; ຣມ 10:5
ອຊກ. 18:20ພບຍ 24:16; ຢຣມ 31:30; ອຊກ 18:4
ອຊກ. 18:20ອຊຢ 3:10, 11; ຄລຕ 6:7
ອຊກ. 18:21ອຊຢ 55:7; ອຊກ 3:21; 33:12, 19; ກຈກ 3:19
ອຊກ. 18:222ຂຄ 33:12, 13; ພສ 25:7; ອຊຢ 43:25
ອຊກ. 18:22ອຊກ 33:16
ອຊກ. 18:23ສສ 3:33; ອຊກ 33:11; 1ຕມ 2:3, 4; 2ປຕ 3:9
ອຊກ. 18:23ມກ 7:18
ອຊກ. 18:24ສພສ 21:16; ອຊກ 3:20
ອຊກ. 18:24ອຊກ 33:12, 18; ຮຣ 10:38; 2ຢຮ 8
ອຊກ. 18:25ໂຢບ 35:2; ສພສ 19:3; ອຊກ 33:17, 20
ອຊກ. 18:25ພບຍ 32:4
ອຊກ. 18:25ອຊຢ 55:9; ຢຣມ 2:17
ອຊກ. 18:27ອຊຢ 55:7; 1ຕມ 4:16
ອຊກ. 18:29ປຖກ 18:25; ພສ 145:17; ອຊຢ 40:14
ອຊກ. 18:30ໂຢບ 34:11; ຣມ 2:6
ອຊກ. 18:31ພສ 34:14; ອຊຢ 1:16
ອຊກ. 18:31ພສ 51:10; ຢຣມ 32:39; ອຊກ 11:19; ອຟຊ 4:23, 24
ອຊກ. 18:31ພບຍ 30:15; ສພສ 8:36; ກຈກ 13:46
ອຊກ. 18:32ຢຣມ 29:11; ສສ 3:33; ອຊກ 33:11; ລກ 15:10; 2ປຕ 3:9
ອຊກ. 18:32ພບຍ 30:16
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 18:1-32

ເອເຊກຽນ

18 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ຄົນ​ໃນ​ອິດສະຣາເອນ​ມັກ​ເວົ້າ​ວ່າ ‘ພໍ່​ກິນ​ໝາກ​ລະແຊັງ​ສົ້ມ ແຕ່​ລູກ​ພັດ​ເຂັດ​ແຂ້ວ.’ ສຸພາສິດ​ຂໍ້​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?+

3 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ສາບານ​ວ່າ​ຕາບໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ພວກ​ເຈົ້າ​ຈະ​ບໍ່​ເວົ້າ​ສຸພາສິດ​ນີ້​ໃນ​ອິດສະຣາເອນ​ອີກ​ຕໍ່ໄປ. 4 ທຸກ​ຊີວິດ​ເປັນ​ຂອງ​ເຮົາ ທັງ​ຊີວິດ​ຂອງ​ພໍ່​ແລະ​ຊີວິດ​ຂອງ​ລູກ​ກໍ​ເປັນ​ຂອງ​ເຮົາ. ຜູ້​ໃດ​ເຮັດ​ຜິດ​ຜູ້​ນັ້ນ​ຈະ​ຕາຍ.

5 ສົມມຸດ​ວ່າ​ມີ​ຜູ້​ໜຶ່ງ​ເປັນ​ຄົນ​ດີ. ລາວ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ. 6 ລາວ​ບໍ່​ກິນ​ເຄື່ອງ​ບູຊາ​ທີ່​ເອົາ​ໃຫ້​ຮູບ​ບູຊາ​ຢູ່​ເທິງ​ພູ+ ແລະ​ບໍ່​ເພິ່ງ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ພວກ​ອິດສະຣາເອນ. ລາວ​ບໍ່​ຫຼິ້ນຊູ້​ກັບ​ເມຍ​ຂອງຄົນ​ອື່ນ+ ແລະ​ບໍ່​ນອນ​ນຳ​ຜູ້​ຍິງ​ທີ່​ເປັນ​ປະຈຳເດືອນ.+ 7 ລາວ​ບໍ່​ຂົ່ມເຫງ​ຜູ້​ໃດ+ ແຕ່​ລາວ​ເອົາ​ເຄື່ອງ​ທີ່​ລູກ​ໜີ້​ມາ​ຈຳ​ສົ່ງ​ຄືນ.+ ລາວ​ບໍ່​ປຸ້ນ​ເອົາ​ເຄື່ອງ​ຂອງ​ຄົນ​ອື່ນ+ ແຕ່​ລາວ​ແບ່ງ​ຂອງກິນ​ໃຫ້​ຜູ້​ທີ່​ຫິວ+​ແລະ​ເອົາ​ເຄື່ອງ​ນຸ່ງ​ໃຫ້​ຄົນ​ທີ່​ບໍ່​ມີ​ເຄື່ອງ​ນຸ່ງ​ໃສ່.+ 8 ລາວ​ໃຫ້​ຢືມ​ເງິນ​ໂດຍ​ບໍ່​ເອົາ​ດອກເບ້ຍ​ແລະ​ບໍ່​ຊອກຫາ​ກຳໄລ+​ຈາກຜູ້​ທີ່​ມາ​ຢືມ. ລາວ​ບໍ່​ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ+ ແລະ​ເມື່ອ​ຄົນ​ມີ​ເລື່ອງ​ກັນ​ລາວ​ກໍ​ຕັດສິນ​ແບບ​ຍຸຕິທຳ​ສະເໝີ.+ 9 ລາວ​ເຊື່ອຟັງ​ກົດໝາຍ​ແລະ​ເຮັດ​ຕາມ​ຄຳ​ຕັດສິນ​ຂອງ​ເຮົາ​ເພື່ອ​ເຮັດ​ສິ່ງ​ຕ່າງ​ໆ​ຢ່າງ​ຖືກຕ້ອງ. ຄົນ​ແບບ​ນີ້​ເປັນ​ຄົນ​ດີແລະ​ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ແນ່ນອນ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.

10 ‘ແຕ່​ສົມມຸດ​ວ່າ​ລາວ​ພັດ​ມີ​ລູກ​ຊາຍ​ເປັນ​ຂີ້​ລັກ+ ຫຼື​ເປັນ​ຄົນ​ທີ່​ຂ້າ​ຄົນ+ ຫຼື​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ບໍ່​ດີ​ແນວ​ອື່ນ. 11 (ລາວ​ເອງ​ບໍ່​ເຄີຍ​ເຮັດ​ສິ່ງ​ເຫຼົ່ານີ້.) ລູກ​ຊາຍ​ຜູ້​ນັ້ນ​ກິນ​ເຄື່ອງ​ບູຊາ​ທີ່​ເອົາ​ໄປ​ໃຫ້​ຮູບ​ບູຊາ​ຢູ່​ເທິງ​ພູ ແລະ​ຫຼິ້ນຊູ້​ກັບ​ເມຍ​ຂອງ​ຄົນ​ອື່ນ. 12 ລາວ​ຂົ່ມເຫງ​ຄົນ​ທຸກຍາກ+ ປຸ້ນ​ເອົາ​ເຄື່ອງ​ຂອງ​ຄົນອື່ນ ບໍ່​ສົ່ງ​ຄືນ​ເຄື່ອງ​ທີ່​ລູກໜີ້​ເອົາ​ມາ​ຈຳ ເພິ່ງ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ+ ແລະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້​ດຽດ.+ 13 ລາວ​ຊອກຫາ​ກຳໄລ​ແລະ​ເອົາ​ດອກເບ້ຍ​ນຳ​ຜູ້​ທີ່​ມາ​ຢືມ.+ ຍ້ອນ​ລາວ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ເຫຼົ່ານີ້ ລາວ​ຈະ​ບໍ່​ມີ​ຊີວິດ​ອີກ​ຕໍ່ໄປ. ລາວ​ຈະ​ຕາຍ​ແນ່ນອນ. ລາວ​ຈະ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ.

14 ສົມມຸດ​ວ່າ​ຜູ້​ຊາຍ​ຄົນ​ໜຶ່ງ​ມີ​ພໍ່​ທີ່​ເຮັດ​ຜິດ​ທຸກ​ຢ່າງ. ລາວ​ເຫັນ​ພໍ່​ເຮັດ​ຜິດ ແຕ່​ລາວ​ບໍ່​ໄດ້​ເຮັດ​ຄື​ກັບ​ພໍ່. 15 ລາວ​ບໍ່​ກິນ​ເຄື່ອງ​ບູຊາ​ທີ່​ເອົາ​ໃຫ້​ຮູບ​ບູຊາ​ຢູ່​ເທິງ​ພູ​ແລະ​ບໍ່​ເພິ່ງ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ພວກ​ອິດສະຣາເອນ. ລາວ​ບໍ່​ຫຼິ້ນຊູ້​ກັບ​ເມຍ​ຂອງ​ຄົນ​ອື່ນ. 16 ລາວ​ບໍ່​ຂົ່ມເຫງ​ຜູ້​ໃດ ບໍ່​ຍຶດ​ເອົາ​ເຄື່ອງ​ທີ່​ລູກໜີ້​ເອົາ​ມາ​ຈຳ ແລະ​ບໍ່​ປຸ້ນ​ເອົາ​ເຄື່ອງ​ຂອງ​ຄົນ​ອື່ນ. ລາວ​ແບ່ງ​ຂອງກິນ​ໃຫ້​ຜູ້​ທີ່​ຫິວ​ແລະ​ເອົາ​ເຄື່ອງ​ນຸ່ງ​ໃຫ້​ຄົນ​ທີ່​ບໍ່​ມີ​ເຄື່ອງ​ນຸ່ງ​ໃສ່. 17 ລາວ​ບໍ່​ຂົ່ມເຫງ​ຄົນ​ທຸກ ແລະ​ໃຫ້​ຢືມ​ເງິນ​ໂດຍ​ບໍ່​ເອົາ​ດອກເບ້ຍ​ແລະ​ບໍ່​ຊອກຫາ​ກຳໄລ​ຈາກ​ຜູ້​ທີ່​ມາ​ຢືມ. ລາວ​ເຮັດ​ຕາມ​ຄຳສັ່ງ​ແລະ​ກົດໝາຍ​ຂອງ​ເຮົາ. ຄົນ​ແບບ​ນີ້​ຈະ​ບໍ່​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່. ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ແນ່ນອນ. 18 ແຕ່​ພໍ່​ຂອງ​ລາວ​ຈະ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ. ລາວ​ຈະ​ຕາຍ​ຍ້ອນ​ສໍ້​ໂກງ ປຸ້ນ​ເອົາ​ເຄື່ອງ​ຂອງ​ພີ່ນ້ອງ​ໂຕເອງ ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ​ກັບ​ຄົນ​ຊາດ​ດຽວ​ກັນ.

19 ແຕ່​ພວກ​ເຈົ້າ​ຈະ​ຖາມ​ວ່າ “ເປັນ​ຫຍັງ​ລູກ​ຈຶ່ງ​ບໍ່​ຖືກ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່?” ກໍ​ຍ້ອນ​ລູກ​ຜູ້​ນັ້ນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ. ລາວ​ເຊື່ອຟັງ​ແລະ​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ. ຍ້ອນ​ແນວ​ນີ້ ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ແນ່ນອນ.+ 20 ຜູ້​ໃດ​ທີ່​ເຮັດ​ຜິດ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.+ ລູກ​ບໍ່​ຕ້ອງ​ຖືກ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່ ແລະ​ພໍ່​ກໍ​ບໍ່​ຕ້ອງ​ຖືກ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ລູກ. ຄົນ​ດີ​ຈະ​ໄດ້​ຮັບ​ຜົນ​ດີ​ຈາກ​ການ​ເຮັດ​ດີ​ຂອງ​ໂຕເອງ ແລະ​ຄົນ​ຊົ່ວ​ຈະ​ຖືກ​ໂທດ​ຍ້ອນ​ຄວາມ​ຊົ່ວ​ຂອງ​ໂຕເອງ.+

21 ແຕ່​ສົມມຸດ​ວ່າ​ຄົນ​ຊົ່ວ​ຄົນ​ໜຶ່ງ​ເຊົາ​ເຮັດ​ຜິດ​ທຸກ​ຢ່າງ​ທີ່​ລາວ​ເຄີຍ​ເຮັດ ແລ້ວ​ປ່ຽນ​ມາ​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ ລາວ​ກໍ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ແນ່ນອນ. ລາວ​ຈະ​ບໍ່​ຕາຍ.+ 22 ເຮົາ​ຈະ​ບໍ່​ລົງໂທດ​ລາວ​ຍ້ອນ​ຄວາມ​ຜິດ​ທັງ​ໝົດ​ທີ່​ລາວ​ເຄີຍ​ເຮັດ.+ ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ຍ້ອນ​ລາວ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.’+

23 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ບໍ່​ດີໃຈ​ທີ່​ເຫັນ​ຄົນ​ຊົ່ວ​ຕາຍ+ ແຕ່​ເຮົາ​ຢາກ​ໃຫ້​ລາວ​ເຊົາ​ເຮັດ​ຊົ່ວ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ.’+

24 ‘ຖ້າ​ຄົນ​ດີ​ເຊົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລ້ວ​ໄປ​ເຮັດ​ຊົ່ວ* ແລະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ທີ່​ຄົນ​ຊົ່ວ​ເຮັດ ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ບໍ? ລາວ​ຈະ​ຕາຍ​ຍ້ອນ​ບໍ່​ເຊື່ອຟັງ​ເຮົາ​ແລະ​ຍ້ອນ​ເຮັດ​ຜິດ+ ແລ້ວ​ຈະ​ບໍ່​ມີ​ໃຜ​ຈື່​ສິ່ງ​ດີ​ໆ​ທີ່​ລາວ​ເຄີຍ​ເຮັດ.+

25 ແຕ່​ພວກ​ເຈົ້າ​ຈະ​ເວົ້າ​ວ່າ “ແນວ​ທາງ​ຂອງ​ພະ​ເຢໂຫວາ​ບໍ່​ຍຸຕິທຳ.”+ ຊາດ​ອິດສະຣາເອນ​ເອີ້ຍ ຂໍ​ໃຫ້​ຟັງ​ເດີ້. ແນວ​ທາງ​ຂອງ​ເຮົາ​ບໍ່​ຍຸຕິທຳ​ບໍ?+ ບໍ່​ແມ່ນ​ແນວ​ທາງ​ຂອງ​ພວກເຈົ້າ​ບໍ​ທີ່​ບໍ່​ຍຸຕິທຳ?+

26 ຖ້າ​ຄົນ​ດີ​ເຊົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລ້ວ​ໄປ​ເຮັດ​ຊົ່ວ ລາວ​ຈະ​ຕາຍ​ຍ້ອນ​ເຮັດ​ແບບ​ນັ້ນ. ລາວ​ຈະ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ.

27 ແຕ່​ຖ້າ​ຄົນ​ຊົ່ວ​ເຊົາ​ເຮັດ​ຜິດ​ແບບ​ທີ່​ລາວ​ເຄີຍ​ເຮັດ ແລ້ວ​ປ່ຽນ​ມາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸຕິທຳ ລາວ​ຈະ​ປົກປ້ອງ​ຊີວິດ​ຂອງ​ໂຕເອງ​ໄວ້​ໄດ້.+ 28 ຖ້າ​ລາວ​ສຳນຶກ​ໄດ້​ວ່າ​ລາວ​ເຮັດ​ຜິດ​ຫຼາຍ​ຢ່າງ ແລ້ວ​ເຊົາ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ. ລາວ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ​ແນ່ນອນ. ລາວ​ຈະ​ບໍ່​ຕາຍ.

29 ແຕ່​ຊາດ​ອິດສະຣາເອນ​ຈະ​ເວົ້າ​ວ່າ “ແນວ​ທາງ​ຂອງ​ພະ​ເຢໂຫວາ​ບໍ່​ຍຸຕິທຳ.” ຊາດ​ອິດສະຣາເອນ​ເອີ້ຍ ແນວ​ທາງ​ຂອງ​ເຮົາ​ບໍ່​ຍຸຕິທຳ​ບໍ?+ ບໍ່​ແມ່ນ​ແນວ​ທາງ​ຂອງ​ພວກ​ເຈົ້າ​ບໍ​ທີ່​ບໍ່​ຍຸຕິທຳ?’

30 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຊາດ​ອິດສະຣາເອນ​ເອີ້ຍ ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຕາມ​ການ​ກະທຳ​ຂອງ​ແຕ່​ລະ​ຄົນ.+ ເຊົາ​ສະ. ໃຫ້​ພວກ​ເຈົ້າ​ເຊົາ​ເຮັດ​ຜິດ​ທຸກ​ຢ່າງ​ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ເຮັດ​ຜິດ​ແລະ​ຖືກ​ໂທດ​ຍ້ອນ​ສິ່ງ​ເຫຼົ່າ​ນີ້. 31 ຊາດ​ອິດສະຣາເອນ​ເອີ້ຍ ໃຫ້​ພວກ​ເຈົ້າ​ເຊົາ​ເຮັດ​ຜິດ​ທຸກ​ຢ່າງ+​ແລະ​ປ່ຽນ​ຄວາມຄິດ​ຈິດ​ໃຈ​ໃໝ່+​ເພື່ອ​ພວກເຈົ້າ​ຈະ​ບໍ່​ຕາຍ.’+

32 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ບໍ່​ດີໃຈ​ທີ່​ເຫັນ​ຜູ້​ໃດ​ຜູ້​ໜຶ່ງ​ຕາຍ.+ ດັ່ງນັ້ນ ໃຫ້​ເຊົາ​ເຮັດ​ຊົ່ວ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ.’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌