ກິດຈະການຂອງອັກຄະສາວົກ
11 ພວກອັກຄະສາວົກ*ກັບພີ່ນ້ອງທີ່ຢູ່ໃນແຂວງຢູດາຍໄດ້ຍິນວ່າຄົນຕ່າງຊາດກໍຍອມຮັບຄຳສອນຂອງພະເຈົ້າຄືກັນ. 2 ເມື່ອເປໂຕມາຮອດເມືອງເຢຣູຊາເລັມ ພວກທີ່ສະໜັບສະໜູນການຮັບສິນຕັດ*+ກໍຕຳໜິລາວ 3 ແລະເວົ້າໃຫ້ລາວວ່າ: “ເຈົ້າເຂົ້າໄປໃນເຮືອນຂອງຄົນທີ່ບໍ່ໄດ້ຮັບສິນຕັດແລະກິນເຂົ້ານຳຄົນພວກນັ້ນໄດ້ຈັ່ງໃດ?” 4 ເປໂຕຈຶ່ງອະທິບາຍເລື່ອງທັງໝົດໃຫ້ເຂົາເຈົ້າຟັງວ່າ:
5 “ຕອນທີ່ກຳລັງອະທິດຖານຢູ່ໃນເມືອງຢົບປາ ຂ້ອຍໄດ້ເຫັນນິມິດ. ໃນນິມິດນັ້ນ ຂ້ອຍເຫັນບາງຢ່າງ*ທີ່ຄືກັບຜ້າລີນິນຜືນໃຫຍ່ທີ່ພືອອກທັງສີ່ແຈຄ່ອຍໆລອຍລົງມາຈາກຟ້າມາຫາຂ້ອຍ.+ 6 ເມື່ອແນມເບິ່ງໃນຜ້າຜືນນັ້ນ ຂ້ອຍເຫັນສັດທຸກຊະນິດໃນໂລກ ທັງສັດສີ່ຕີນ ສັດປ່າ ສັດເລືອຄານ ແລະນົກ. 7 ແລ້ວຂ້ອຍກໍໄດ້ຍິນສຽງເວົ້າວ່າ ‘ເປໂຕ ລຸກຂຶ້ນມາຂ້າສັດເຫຼົ່ານີ້ກິນແມ້!’ 8 ແຕ່ຂ້ອຍບອກວ່າ ‘ທ່ານເອີ້ຍ ຂ້ອຍເຮັດບໍ່ໄດ້ດອກ. ຂ້ອຍບໍ່ເຄີຍເອົາສິ່ງທີ່ບໍ່ສະອາດຕາມກົດໝາຍຂອງພະເຈົ້າເຂົ້າປາກຈັກເທື່ອ.’ 9 ສຽງນັ້ນບອກລົງມາຈາກຟ້າເປັນເທື່ອທີ 2 ວ່າ ‘ສິ່ງທີ່ພະເຈົ້າເຮັດໃຫ້ສະອາດແລ້ວ ຢ່າຖືວ່າບໍ່ສະອາດອີກເລີຍ.’ 10 ສຽງນັ້ນບອກອີກເປັນເທື່ອທີ 3 ແລ້ວທຸກຢ່າງກໍຖືກດຶງກັບຂຶ້ນໄປເທິງຟ້າ. 11 ໃນຕອນນັ້ນ ມີຜູ້ຊາຍ 3 ຄົນຢືນຢູ່ຕໍ່ໜ້າເຮືອນທີ່ພວກເຮົາພັກຢູ່. ເຂົາເຈົ້າຖືກໃຊ້ມາແຕ່ເມືອງກາຍຊາເຣຍໃຫ້ມາຫາຂ້ອຍ.+ 12 ຈາກນັ້ນ ພະລັງຂອງພະເຈົ້າກໍບອກຂ້ອຍໃຫ້ໄປກັບເຂົາເຈົ້າໂດຍບໍ່ຕ້ອງລັງເລ. ພີ່ນ້ອງ 6 ຄົນນີ້ກໍໄປນຳຂ້ອຍຄືກັນ ແລ້ວພວກເຮົາກໍເຂົ້າໄປໃນເຮືອນຂອງຜູ້ຊາຍຄົນນັ້ນ.
13 ຜູ້ຊາຍຄົນນັ້ນເລົ່າໃຫ້ພວກເຮົາຟັງວ່າລາວເຫັນທູດສະຫວັນຢືນຢູ່ໃນເຮືອນຂອງລາວແລະບອກລາວວ່າ ‘ໃຫ້ເຈົ້າໃຊ້ຄົນໄປເມືອງຢົບປາແລ້ວເຊີນຄົນທີ່ຊື່ຊີໂມນມານີ້. ລາວມີອີກຊື່ໜຶ່ງວ່າເປໂຕ.+ 14 ລາວຈະບອກເຈົ້າໃຫ້ຮູ້ວ່າເຈົ້າກັບທຸກຄົນໃນເຮືອນຕ້ອງເຮັດຫຍັງເພື່ອຈະລອດ.’ 15 ແຕ່ຂ້ອຍເວົ້າຍັງບໍ່ທັນສຸດຄວາມ ເຂົາເຈົ້າກໍໄດ້ຮັບພະລັງບໍລິສຸດຄືກັບທີ່ພວກເຮົາໄດ້ຮັບໃນຕອນທຳອິດ.+ 16 ເລື່ອງນີ້ເຮັດໃຫ້ຂ້ອຍຄິດພໍ້ສິ່ງທີ່ຜູ້ເປັນນາຍເຄີຍເວົ້າວ່າ ‘ໂຢຮັນໃຫ້ບັບເຕມາດ້ວຍນ້ຳ+ ແຕ່ພວກເຈົ້າຈະຮັບບັບເຕມາດ້ວຍພະລັງບໍລິສຸດ.’+ 17 ຖ້າພະເຈົ້າເອົາຂອງຂວັນໃຫ້ເຂົາເຈົ້າຄືກັບທີ່ເອົາໃຫ້ພວກເຮົາທີ່ເຊື່ອໃນພະເຢຊູຄລິດຜູ້ເປັນນາຍ ຂ້ອຍແມ່ນໃຜທີ່ຈະໄປຂັດຂວາງພະເຈົ້າ*ໄດ້?”+
18 ເມື່ອຄົນເຫຼົ່ານັ້ນໄດ້ຍິນຈຶ່ງເຊົາຖຽງຄືນແລ້ວຍ້ອງຍໍສັນລະເສີນພະເຈົ້າແລະເວົ້າວ່າ: “ຖ້າເປັນແນວນີ້ກໍສະແດງວ່າພະເຈົ້າໃຫ້ໂອກາດຄົນຕ່າງຊາດກັບໃຈເພື່ອເຂົາເຈົ້າຈະໄດ້ຊີວິດຄືກັນ.”+
19 ຫຼັງຈາກທີ່ຊະເຕຟາໂນຖືກຂ້າ ພວກລູກສິດກໍຖືກຂົ່ມເຫງ.+ ເຂົາເຈົ້າຈຶ່ງກະຈັດກະຈາຍໄປຮອດຟອຍນີເກ ເກາະໄຊປຣັດ ແລະເມືອງອັນຕີໂອເຂຍ ແຕ່ເຂົາເຈົ້າປະກາດກັບຄົນຢິວເທົ່ານັ້ນ.+ 20 ແຕ່ໃນເມືອງອັນຕີໂອເຂຍ ມີລູກສິດບາງຄົນທີ່ມາຈາກເກາະໄຊປຣັດແລະກີເຣເນໄດ້ເລີ່ມເວົ້ານຳຄົນທີ່ເວົ້າພາສາກຣີກ ແລະປະກາດຂ່າວດີເລື່ອງພະເຢຊູຜູ້ເປັນນາຍ. 21 ພະເຢໂຫວາ*ຢູ່ນຳເຂົາເຈົ້າ ແລະເຮັດໃຫ້ຄົນບັກຫຼາຍໆເຂົ້າມາເຊື່ອແລະເປັນລູກສິດຂອງຜູ້ເປັນນາຍ.+
22 ເມື່ອປະຊາຄົມໃນເມືອງເຢຣູຊາເລັມໄດ້ຍິນເລື່ອງຂອງເຂົາເຈົ້າ ຈຶ່ງໄດ້ສົ່ງບາຣະນາບາ+ໄປເມືອງອັນຕີໂອເຂຍ. 23 ເມື່ອບາຣະນາບາໄປຮອດແລະເຫັນວ່າພະເຈົ້າສະແດງຄວາມກະລຸນາທີ່ຍິ່ງໃຫຍ່ ລາວກໍດີໃຈຫຼາຍແລ້ວໄດ້ໃຫ້ກຳລັງໃຈທຸກຄົນ ແລະບອກເຂົາເຈົ້າໃຫ້ພັກດີຕໍ່ຜູ້ເປັນນາຍຢ່າງສຸດຫົວໃຈຕໍ່ໆໄປ.+ 24 ບາຣະນາບາເປັນຄົນດີ ມີຄວາມເຊື່ອເຂັ້ມແຂງ ແລະໄດ້ຮັບພະລັງບໍລິສຸດ. ສິ່ງນີ້ເຮັດໃຫ້ມີຄົນເຂົ້າມາເຊື່ອຜູ້ເປັນນາຍຕື່ມອີກຫຼາຍແທ້ຫຼາຍວ່າ.+ 25 ແລ້ວບາຣະນາບາກໍໄປເມືອງຕາໂຊເພື່ອຊອກຫາໂຊໂລ.+ 26 ເມື່ອເຫັນແລ້ວກໍພາລາວໄປເມືອງອັນຕີໂອເຂຍ. ທັງສອງຄົນປະຊຸມກັບພີ່ນ້ອງໃນປະຊາຄົມທີ່ຢູ່ຫັ້ນ 1 ປີເຕັມແລະສອນຄົນຈຳນວນຫຼາຍ. ໃນເມືອງອັນຕີໂອເຂຍນິແຫຼະ ພວກລູກສິດຖືກເອີ້ນວ່າຄລິດສະຕຽນເປັນເທື່ອທຳອິດຕາມການຊີ້ນຳຈາກພະເຈົ້າ.+
27 ໃນຕອນນັ້ນ ມີຜູ້ພະຍາກອນ+ບາງຄົນເດີນທາງຈາກເມືອງເຢຣູຊາເລັມໄປເມືອງອັນຕີໂອເຂຍ. 28 ຜູ້ໜຶ່ງໃນນັ້ນຊື່ອາຄະໂບ+ໄດ້ລຸກຂຶ້ນ ແລະພະລັງຂອງພະເຈົ້າໄດ້ດົນໃຈໃຫ້ລາວພະຍາກອນວ່າຈະເກີດຄວາມອຶດຢາກຄັ້ງໃຫຍ່ໃນທົ່ວໂລກ+ ເຊິ່ງກໍເກີດຂຶ້ນແທ້ໃນຕອນທີ່ຈັກກະພັດກະໂລດີໂອປົກຄອງ. 29 ພວກລູກສິດຈຶ່ງຕົກລົງກັນວ່າຈະຊ່ວຍເຫຼືອພີ່ນ້ອງ+ຢູ່ແຂວງຢູດາຍຕາມທີ່ແຕ່ລະຄົນຈະຊ່ວຍໄດ້.+ 30 ແລ້ວເຂົາເຈົ້າກໍເຮັດຕາມທີ່ຕົກລົງກັນ ແລະຝາກສິ່ງນັ້ນໄປນຳບາຣະນາບາແລະໂຊໂລເພື່ອເອົາໄປໃຫ້ພວກຜູ້ເບິ່ງແຍງທີ່ຢູ່ຫັ້ນ.+