ຈົດໝາຍເຖິງຟີເລໂມນ
1 ຂ້ອຍໂປໂລເຊິ່ງເປັນນັກໂທດ+ຍ້ອນເຫັນແກ່ພະຄລິດເຢຊູ ພ້ອມກັບຕີໂມທຽວ+ພີ່ນ້ອງຂອງພວກເຮົາຂຽນຫາຟີເລໂມນໝູ່ເຮັດວຽກທີ່ພວກເຮົາຮັກ 2 ແລະຂຽນຫາອັບເຟຍພີ່ນ້ອງຍິງຂອງພວກເຮົາກັບອາຂີໂປ+ທີ່ເປັນທະຫານຂອງພະຄລິດຄືກັບຂ້ອຍ ແລະປະຊາຄົມທີ່ປະຊຸມກັນໃນເຮືອນຂອງເຈົ້າ.+
3 ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລະສັນຕິສຸກຈາກພະເຈົ້າຜູ້ເປັນພໍ່ຂອງພວກເຮົາແລະຈາກພະເຢຊູຄລິດຜູ້ເປັນນາຍ.
4 ຂ້ອຍຂອບໃຈພະເຈົ້າຂອງຂ້ອຍສະເໝີເມື່ອເວົ້າເຖິງເຈົ້າໃນຄຳອະທິດຖານ+ 5 ຍ້ອນຂ້ອຍໄດ້ຍິນເລື້ອຍໆກ່ຽວກັບຄວາມເຊື່ອຂອງເຈົ້າແລະຄວາມຮັກທີ່ເຈົ້າມີຕໍ່ພະເຢຊູຜູ້ເປັນນາຍແລະຕໍ່ຜູ້ບໍລິສຸດທຸກຄົນ. 6 ຂ້ອຍອະທິດຖານຂໍໃຫ້ຄວາມເຊື່ອຂອງເຈົ້າແລະຄວາມເຊື່ອຂອງພີ່ນ້ອງຄົນອື່ນໆຊ່ວຍເຈົ້າໃຫ້ຮູ້ວ່າພວກເຮົາໄດ້ຮັບສິ່ງດີໆທຸກຢ່າງໂດຍທາງພະຄລິດ. 7 ພີ່ນ້ອງທີ່ຮັກ ຂ້ອຍມີຄວາມສຸກແລະໄດ້ກຳລັງໃຈຫຼາຍເມື່ອໄດ້ຍິນກ່ຽວກັບຄວາມຮັກຂອງເຈົ້າ ຍ້ອນເຈົ້າເຮັດໃຫ້ຫົວໃຈຂອງພວກຜູ້ບໍລິສຸດສົດຊື່ນ.
8 ເຖິງວ່າຂ້ອຍມີສິດເຕັມທີທີ່ຈະສັ່ງເຈົ້າໃນນາມຂອງພະຄລິດໃຫ້ເຈົ້າເຮັດໃນສິ່ງທີ່ຄວນເຮັດ 9 ແຕ່ຂ້ອຍກໍເລືອກທີ່ຈະຂໍຮ້ອງເຈົ້າຫຼາຍກວ່າ ຍ້ອນຂ້ອຍເຫັນເຈົ້າສະແດງຄວາມຮັກຕໍ່ຄົນອື່ນແລະຍ້ອນວ່າຕອນນີ້ຂ້ອຍໂປໂລກໍເຖົ້າຫຼາຍແລ້ວແລະຍັງຖືກຂັງເພື່ອເຫັນແກ່ພະຄລິດເຢຊູ. 10 ຂ້ອຍຈຶ່ງຢາກຂໍຮ້ອງເຈົ້າເລື່ອງໂອເນຊີໂມ+ທີ່ເປັນຄືກັບລູກຂອງຂ້ອຍ. ຂ້ອຍເປັນຄືກັບພໍ່+ຂອງລາວຕອນທີ່ຂ້ອຍຖືກຂັງ. 11 ກ່ອນໜ້ານີ້ລາວບໍ່ເປັນປະໂຫຍດຫຍັງຕໍ່ເຈົ້າ ແຕ່ຕອນນີ້ລາວເປັນປະໂຫຍດຕໍ່ເຈົ້າແລະຕໍ່ຂ້ອຍ. 12 ຂ້ອຍຮັກລາວຫຼາຍແທ້ໆ ແຕ່ຂ້ອຍຈະສົ່ງລາວກັບໄປຫາເຈົ້າ.
13 ທີ່ຈິງ ຂ້ອຍຢາກໃຫ້ລາວຢູ່ນີ້ຕໍ່ແລະເປັນຕົວແທນເຈົ້າເພື່ອຊ່ວຍເຫຼືອຂ້ອຍໃນຕອນທີ່ຖືກຂັງຍ້ອນປະກາດຂ່າວດີ.+ 14 ແຕ່ຂ້ອຍບໍ່ຢາກເຮັດໃນສິ່ງທີ່ເຈົ້າບໍ່ຍິນຍອມ ເພື່ອເຈົ້າຈະເຮັດສິ່ງທີ່ດີຢ່າງເຕັມໃຈ ບໍ່ແມ່ນຝືນໃຈເຮັດ.+ 15 ບາງເທື່ອການທີ່ລາວໜີໄປຈາກເຈົ້າໄລຍະໜຶ່ງກໍເພື່ອລາວຈະໄດ້ກັບມາຢູ່ກັບເຈົ້າຕະຫຼອດໄປ 16 ບໍ່ແມ່ນແບບທາດອີກຕໍ່ໄປ+ ແຕ່ໃນຖານະທີ່ດີກວ່າທາດ. ສຳລັບຂ້ອຍ ລາວເປັນພີ່ນ້ອງທີ່ຂ້ອຍຮັກຫຼາຍ+ ແຕ່ສຳລັບເຈົ້າ ເຈົ້າຄືຊິຮັກລາວຫຼາຍກວ່ານັ້ນອີກຍ້ອນລາວເປັນທັງທາດແລະເປັນພີ່ນ້ອງຄລິດສະຕຽນນຳ. 17 ດັ່ງນັ້ນ ຖ້າເຈົ້າເຫັນຂ້ອຍເປັນໝູ່ກໍຂໍໃຫ້ເຈົ້າຕ້ອນຮັບລາວດີໆຄືກັບທີ່ເຈົ້າຕ້ອນຮັບຂ້ອຍ. 18 ຖ້າລາວເຄີຍເຮັດຫຍັງຜິດຫຼືຕິດໜີ້ເຈົ້າ ຂ້ອຍຈະໄຊ້ຄືນໃຫ້ເຈົ້າ. 19 ຂ້ອຍໂປໂລຂຽນຢືນຢັນດ້ວຍລາຍມືຂອງໂຕເອງວ່າຂ້ອຍຈະໄຊ້ຄືນໃຫ້ເຈົ້າ. ແຕ່ເຈົ້າກໍຮູ້ວ່າເຈົ້າເປັນໜີ້ຊີວິດຂ້ອຍ. 20 ພີ່ນ້ອງທີ່ຮັກ ເຮົາ 2 ຄົນຮັບໃຊ້ຜູ້ເປັນນາຍນຳກັນ ຂ້ອຍຢາກຂໍໃຫ້ເຈົ້າຊ່ວຍເຫຼືອຂ້ອຍໃນເລື່ອງນີ້ ເພື່ອເຮັດໃຫ້ຂ້ອຍທີ່ເປັນລູກສິດຂອງພະຄລິດມີຫົວໃຈສົດຊື່ນ.
21 ຂ້ອຍຂຽນຫາເຈົ້າຍ້ອນໝັ້ນໃຈວ່າເຈົ້າຈະເຮັດຕາມທີ່ຂ້ອຍຂໍ ແລະຂ້ອຍຮູ້ວ່າເຈົ້າຈະເຮັດຫຼາຍກວ່ານັ້ນອີກ. 22 ອີກເລື່ອງໜຶ່ງ ຂໍກຽມບ່ອນພັກໄວ້ໃຫ້ຂ້ອຍແດ່. ຂ້ອຍຫວັງວ່າຄຳອະທິດຖານຂອງພວກເຈົ້າຈະເຮັດໃຫ້ຂ້ອຍໄດ້ກັບໄປຫາພວກເຈົ້າ.*+
23 ເອປາຟາ ຜູ້ທີ່ຖືກຂັງຢູ່ນຳຂ້ອຍຍ້ອນເປັນລູກສິດຂອງພະເຢຊູກໍຝາກຄວາມຄິດຮອດມາຫາເຈົ້າ+ 24 ກັບມາຣະໂກ ອາຣິດຕາໂຂ+ ເດມາ+ ແລະລູກາ+ທີ່ເປັນໝູ່ເຮັດວຽກນຳກັນກັບຂ້ອຍກໍຝາກຄວາມຄິດຮອດມາຫາເຈົ້າຄືກັນ.
25 ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາຍ້ອນນ້ຳໃຈທີ່ພວກເຈົ້າສະແດງອອກມາ.