ກິດຈະການຂອງອັກຄະສາວົກ
18 ຫຼັງຈາກນັ້ນ ໂປໂລກໍອອກຈາກເມືອງອາແຖນໄປເມືອງໂກຣິນໂທ. 2 ຢູ່ຫັ້ນ ໂປໂລເຈິກັບຜູ້ຊາຍຄົນໜຶ່ງຊື່ອາກີລາ.+ ລາວເປັນຄົນຢິວທີ່ເກີດຢູ່ປົນໂຕ. ລາວກັບປີຊະກີລາເມຍຂອງລາວຫາກໍມາຈາກປະເທດອີຕາລີຍ້ອນຈັກກະພັດກະໂລດີໂອສັ່ງຄົນຢິວທຸກຄົນໃຫ້ອອກໄປຈາກເມືອງໂຣມ. ໂປໂລໄປຫາ 2 ຄົນນັ້ນ 3 ແລ້ວພັກຢູ່ເຮືອນເຂົາເຈົ້າແລະເຮັດວຽກນຳກັນ.+ ເຂົາເຈົ້າມີອາຊີບເປັນຊ່າງເຮັດເຕັ້ນຄືກັນ. 4 ທຸກໆວັນຊະບາໂຕ+ໂປໂລຈະບັນລະຍາຍ*ຢູ່ບ່ອນປະຊຸມຂອງຄົນຢິວ+ ແລະໂນ້ມນ້າວໃຈຄົນຢິວກັບຄົນກຣີກໃຫ້ເຊື່ອ.
5 ເມື່ອຊີລາ+ກັບຕີໂມທຽວ+ມາຈາກແຂວງມາເກໂດເນຍ ໂປໂລກໍທຸ່ມເທເວລາໃນການປະກາດຄຳສອນຂອງພະເຈົ້າແລະພິສູດໃຫ້ຄົນຢິວເຫັນວ່າພະເຢຊູເປັນພະຄລິດ.+ 6 ແຕ່ເມື່ອຄົນຢິວມີແຕ່ຄັດຄ້ານແລະເວົ້າດູຖູກໂປໂລ ລາວຈຶ່ງສັ່ນເສື້ອຂອງໂຕເອງ+ແລະເວົ້າກັບພວກນັ້ນວ່າ: “ພວກເຈົ້າຮັບຜິດຊອບຊີວິດຂອງພວກເຈົ້າເອງເດີ້.*+ ຂ້ອຍພົ້ນຈາກຄວາມຮັບຜິດຊອບແລ້ວ.+ ຕັ້ງແຕ່ນີ້ໄປ ຂ້ອຍຈະໄປຫາຄົນຕ່າງຊາດ.”+ 7 ໂປໂລຈຶ່ງຍ້າຍບ່ອນສອນຈາກຫັ້ນ*ໄປເຮືອນຂອງຜູ້ຊາຍທີ່ຊື່ຕີໂຕຢູສະໂຕເຊິ່ງເປັນຄົນໜຶ່ງທີ່ນະມັດສະການພະເຈົ້າ. ເຮືອນຂອງລາວຕິດກັບບ່ອນປະຊຸມຂອງຄົນຢິວ. 8 ສ່ວນກີສະໂປ+ທີ່ເປັນຫົວໜ້າບ່ອນປະຊຸມຂອງຄົນຢິວກັບທຸກຄົນໃນເຮືອນຂອງລາວໄດ້ມາເປັນລູກສິດຂອງຜູ້ເປັນນາຍ. ຫຼາຍຄົນໃນເມືອງໂກຣິນໂທໄດ້ຟັງແລ້ວກໍເຊື່ອແລະຮັບບັບເຕມາ. 9 ໃນຄືນໜຶ່ງ ຜູ້ເປັນນາຍໄດ້ເວົ້າກັບໂປໂລໃນນິມິດວ່າ: “ບໍ່ຕ້ອງຢ້ານ. ປະກາດຕໍ່ໄປແລະຢ່າເຊົາ. 10 ຂ້ອຍຢູ່ນຳເຈົ້າ+ແລະຈະບໍ່ມີຜູ້ໃດທຳຮ້າຍເຈົ້າໄດ້. ໃນເມືອງນີ້ຍັງມີອີກຫຼາຍຄົນທີ່ຈະເຂົ້າມາເຊື່ອ.” 11 ໂປໂລຈຶ່ງຢູ່ຫັ້ນ 1 ປີກັບ 6 ເດືອນແລະສອນຄຳສອນຂອງພະເຈົ້າໃຫ້ຄົນໃນເມືອງນັ້ນ.
12 ຕອນທີ່ຄາລີໂອນເປັນເຈົ້າແຂວງອະຂາຢາ ຄົນຢິວໄດ້ມາລວມກັນຕໍ່ຕ້ານໂປໂລແລະເອົາລາວໄປທີ່ບັນລັງຕັດສິນ 13 ແລະເວົ້າວ່າ: “ຜູ້ນີ້ຊັກຈູງຄົນໃຫ້ນະມັດສະການພະເຈົ້າໃນແບບທີ່ຜິດກົດໝາຍ.” 14 ແຕ່ເມື່ອໂປໂລຈະເວົ້າ ຄາລີໂອນກໍເວົ້າກັບຄົນຢິວວ່າ: “ຄົນຢິວເອີ້ຍ ຖ້າເລື່ອງນີ້ກ່ຽວຂ້ອງກັບການເຮັດຜິດຫຼືເປັນຄະດີທີ່ຮ້າຍແຮງ ຂ້ອຍກໍຄວນຟັງພວກເຈົ້າເວົ້າໃຫ້ຈົບກ່ອນ. 15 ແຕ່ຖ້າເລື່ອງນີ້ເປັນການຖຽງກັນກ່ຽວກັບຄຳເວົ້າ ຕຳແໜ່ງ ຫຼືກົດໝາຍຂອງພວກເຈົ້າເອງ+ ໃຫ້ພວກເຈົ້າແກ້ໄຂກັນເອງສະ. ຂ້ອຍບໍ່ຢາກຕັດສິນເລື່ອງແບບນີ້.” 16 ແລ້ວຄາລີໂອນກໍໄລ່ເຂົາເຈົ້າອອກໄປຈາກໜ້າບັນລັງຕັດສິນ. 17 ພວກນັ້ນຈຶ່ງຈັບໂສດສະເທນ+ທີ່ເປັນຫົວໜ້າບ່ອນປະຊຸມຂອງຄົນຢິວມາຕີຢູ່ໜ້າບັນລັງຕັດສິນ ສ່ວນຄາລີໂອນກໍບໍ່ຫຍຸ້ງກ່ຽວກັບເລື່ອງນີ້ເລີຍ.
18 ຫຼັງຈາກທີ່ພັກຢູ່ຫັ້ນຕໍ່ອີກຫຼາຍມື້ ໂປໂລກໍລາພີ່ນ້ອງແລະຂີ່ເຮືອໄປແຂວງຊີເຣຍ. ປີຊະກີລາກັບອາກີລາກໍໄປນຳ. ໂປໂລຕັດຜົມສັ້ນຢູ່ເມືອງເກັນເຂອາຍ+ ຍ້ອນລາວເຄີຍສາບານໄວ້ກັບພະເຈົ້າ. 19 ເມື່ອມາຮອດເມືອງເອເຟໂຊ ໂປໂລໃຫ້ເຂົາເຈົ້າພັກຢູ່ເມືອງນັ້ນ. ສ່ວນລາວກໍເຂົ້າໄປໃນບ່ອນປະຊຸມຂອງຄົນຢິວແລະຍົກເຫດຜົນລົມກັບຄົນຢິວ.+ 20 ເຖິງວ່າເຂົາເຈົ້າຈະອ້ອນວອນໃຫ້ໂປໂລຢູ່ຕໍ່ ແຕ່ລາວກໍບໍ່ຍອມຢູ່. 21 ໂປໂລໄດ້ລາເຂົາເຈົ້າແລະບອກວ່າ: “ຖ້າພະເຢໂຫວາ*ຕ້ອງການ ຂ້ອຍຈະກັບມາຫາພວກເຈົ້າອີກ.” ແລ້ວລາວກໍຂີ່ເຮືອຈາກເມືອງເອເຟໂຊ 22 ໄປເມືອງກາຍຊາເຣຍ ໄປຢາມພີ່ນ້ອງໃນປະຊາຄົມ* ແລະໄປເມືອງອັນຕີໂອເຂຍຕໍ່.+
23 ເມື່ອໂປໂລຢູ່ຫັ້ນໄລຍະໜຶ່ງແລ້ວ ລາວກໍເດີນທາງໄປບ່ອນຕ່າງໆທົ່ວແຂວງຄາລາເຕຍກັບແຂວງຟີເຄຍ+ເພື່ອໃຫ້ກຳລັງໃຈພວກລູກສິດທຸກຄົນ.+
24 ມີຄົນຢິວຜູ້ໜຶ່ງຊື່ອາໂປໂລ+ໄດ້ມາຮອດເມືອງເອເຟໂຊ. ລາວເກີດຢູ່ອາເລັກຊັນເດຍ. ລາວມີພອນສະຫວັນໃນການເວົ້າແລະຮູ້ເລື່ອງພະຄຳພີດີ. 25 ອາໂປໂລໄດ້ຮຽນຮູ້ແນວທາງຂອງພະເຢໂຫວາ*ມາແລ້ວ ແລະພະລັງຂອງພະເຈົ້າກະຕຸ້ນລາວໃຫ້ກະຕືລືລົ້ນ. ລາວເວົ້າແລະສອນເລື່ອງພະເຢຊູຢ່າງຖືກຕ້ອງ ແຕ່ລາວຮູ້ພຽງເລື່ອງບັບເຕມາຂອງໂຢຮັນເທົ່ານັ້ນ. 26 ອາໂປໂລເລີ່ມເວົ້າຢ່າງກ້າຫານຢູ່ບ່ອນປະຊຸມຂອງຄົນຢິວ. ເມື່ອປີຊະກີລາກັບອາກີລາ+ໄດ້ຍິນລາວເວົ້າ ເຂົາເຈົ້າກໍຊວນລາວມາເຮືອນແລະອະທິບາຍໃຫ້ລາວເຂົ້າໃຈແນວທາງຂອງພະເຈົ້າຢ່າງຖືກຕ້ອງຫຼາຍຂຶ້ນ. 27 ຕໍ່ມາ ອາໂປໂລຢາກຂ້າມໄປແຂວງອະຂາຢາ ພີ່ນ້ອງຈຶ່ງຂຽນຈົດໝາຍໃຫ້ພວກລູກສິດທີ່ຢູ່ຫັ້ນຕ້ອນຮັບລາວຢ່າງອົບອຸ່ນ. ເມື່ອອາໂປໂລໄປຮອດ ລາວຊ່ວຍຄົນທີ່ເຂົ້າມາເຊື່ອຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າໄດ້ຫຼາຍແທ້ໆ. 28 ລາວໃຫ້ຂໍ້ພິສູດທີ່ຈະແຈ້ງດ້ວຍຄວາມໝັ້ນໃຈຈາກພະຄຳພີວ່າພະເຢຊູແມ່ນພະຄລິດ ແລະສະແດງໃຫ້ເຫັນວ່າຄຳສອນຂອງຄົນຢິວຜິດ.+