ເອຊາຢາ
26 ໃນມື້ນັ້ນຈະມີການຮ້ອງເພງ+ໃນແຜ່ນດິນຢູດາ.+ ເພງນັ້ນມີເນື້ອໃນວ່າ:
“ພວກເຮົາມີເມືອງທີ່ເຂັ້ມແຂງ+
ແລະພະເຈົ້າ*ຈະເປັນຄືກັບກຳແພງແລະເປັນໂນນທີ່ປົກປ້ອງພວກເຮົາ.+
2 ເປີດປະຕູ+ເພື່ອໃຫ້ຊາດທີ່ເຮັດສິ່ງທີ່ຖືກຕ້ອງເຂົ້າມາ.
ຊາດນີ້ເປັນຊາດທີ່ເຊື່ອຟັງພະເຈົ້າ.
3 ພະອົງຈະປົກປ້ອງຜູ້ທີ່ໄວ້ວາງໃຈພະອົງ.*
ພະອົງຈະໃຫ້ເຂົາເຈົ້າມີຄວາມສະຫງົບສຸກຕໍ່ໆໄປ+
ຍ້ອນເຂົາເຈົ້າໄວ້ວາງໃຈພະອົງ.+
5 ເພິ່ນໄດ້ກົດຄົນຍິ່ງທີ່ຢູ່ໃນເມືອງສູງໆໃຫ້ຕ່ຳລົງ.
ເພິ່ນກົດເຂົາເຈົ້າໃຫ້ຕ່ຳລົງ
ແລະກົດໃຫ້ຕ່ຳລົງຈົນຮອດພື້ນ.
ເພິ່ນເຮັດໃຫ້ເຂົາເຈົ້ານອນເກືອກຢູ່ຂີ້ດິນ.
6 ເຂົາເຈົ້າຈະຖືກຢຽບ.
ຄົນທຸກຍາກແລະຄົນຕ່ຳຕ້ອຍຈະຢຽບເຂົາເຈົ້າ.”
7 ຫົນທາງຂອງຄົນດີກໍຊື່.*
ພະອົງຈະເຮັດໃຫ້ຫົນທາງຂອງຄົນດີກ້ຽງ
ຍ້ອນພະອົງຍຸຕິທຳ.
8 ພະເຢໂຫວາ ພວກເຮົາໃຊ້ຊີວິດໃນແນວທາງທີ່ຖືກຕ້ອງຂອງພະອົງ.
ພວກເຮົາໄວ້ວາງໃຈພະອົງ.
ພວກເຮົາຄິດເຖິງຊື່ຂອງພະອົງແລະຢາກໃຫ້ຄົນຈື່ຊື່ນີ້.*
9 ໃນຕອນກາງຄືນ ລູກຄິດຮອດພະອົງຫຼາຍ.
ລູກຊອກຫາພະອົງເອົາແທ້ເອົາວ່າ.+
ເມື່ອພະອົງຕັດສິນໂລກນີ້
ຄົນທີ່ຢູ່ໃນໂລກກໍຈະໄດ້ຮຽນຮູ້ກ່ຽວກັບຄວາມຍຸຕິທຳຂອງພະອົງ.+
ເຖິງວ່າຈະຢູ່ໃນແຜ່ນດິນທີ່ມີແຕ່ຄົນດີ ແຕ່ລາວກໍຍັງເຮັດສິ່ງທີ່ຊົ່ວ.+
ລາວຈະບໍ່ເຫັນຄວາມຍິ່ງໃຫຍ່ຂອງພະເຢໂຫວາ.+
11 ພະເຢໂຫວາ ພະອົງຍົກມືຂຶ້ນ ແຕ່ເຂົາເຈົ້າກໍບໍ່ເຫັນ.+
ຕອນທີ່ພະອົງປົກປ້ອງປະຊາຊົນຂອງພະອົງດ້ວຍຄວາມຮັກ ເຂົາເຈົ້າຈະຕ້ອງອັບອາຍ.
ພະອົງຈະໃຊ້ໄຟຈູດພວກສັດຕູຂອງພະອົງ.
12 ພະເຢໂຫວາ ພະອົງຈະໃຫ້ພວກເຮົາມີຄວາມສະຫງົບສຸກ.+
ທຸກສິ່ງທີ່ພວກເຮົາເຮັດ
ພະອົງຊ່ວຍພວກເຮົາໃຫ້ເຮັດສຳເລັດ.
13 ພະເຢໂຫວາ ພະເຈົ້າຂອງພວກເຮົາ ເຖິງວ່າຈະມີເຈົ້ານາຍອື່ນມາປົກຄອງພວກເຮົາ+
ແຕ່ພວກເຮົາກໍຈະສັນລະເສີນຊື່ຂອງພະອົງຜູ້ດຽວເທົ່ານັ້ນ.+
14 ເຂົາເຈົ້າຕາຍແລະຈະບໍ່ມີຊີວິດອີກ.
ເຂົາເຈົ້າຈະເຮັດຫຍັງບໍ່ໄດ້ແລະຈະບໍ່ຟື້ນຄືນມາອີກ+
ຍ້ອນພະອົງໄດ້ລົງໂທດ
ແລະທຳລາຍເຂົາເຈົ້າເພື່ອຈະບໍ່ໃຫ້ໃຜຈື່ເຂົາເຈົ້າໄດ້ອີກ.
15 ພະເຢໂຫວາ ພະອົງເຮັດໃຫ້ຊາດອິດສະຣາເອນໃຫຍ່ຂຶ້ນ.
ພະອົງເຮັດໃຫ້ຊາດນີ້ໃຫຍ່ຂຶ້ນ
ແລະເຮັດໃຫ້ໂຕເອງໄດ້ຮັບກຽດ.+
ພະອົງຂະຫຍາຍເຂດແດນທັງໝົດຂອງແຜ່ນດິນນີ້ໃຫ້ກວ້າງອອກ.+
16 ພະເຢໂຫວາ ຕອນທີ່ເຂົາເຈົ້າລຳບາກ ເຂົາເຈົ້າໄດ້ກັບມາຂໍໃຫ້ພະອົງຊ່ວຍ.
ເຂົາເຈົ້າອະທິດຖານຄ່ອຍໆແລະລະບາຍຄວາມຮູ້ສຶກຂອງໂຕເອງອອກມາຕອນທີ່ພະອົງສັ່ງສອນເຂົາເຈົ້າ.+
17 ພະເຢໂຫວາ ພະອົງເຮັດໃຫ້ພວກເຮົາຮູ້ສຶກຄືກັບ
ຜູ້ຍິງຖືພາທີ່ກຳລັງຈະເກີດລູກ
ທີ່ເຈັບທ້ອງແຮງແລະຮ້ອງຢ່າງເຈັບປວດ.
18 ພວກເຮົາຖືພາແລະເຈັບທ້ອງເກີດລູກ
ແຕ່ມັນເປັນຄືກັບເກີດລົມອອກມາ.
ພວກເຮົາບໍ່ໄດ້ຊ່ວຍແຜ່ນດິນໃຫ້ລອດ
ແລະບໍ່ມີໃຜໄດ້ເກີດມາຢູ່ໃນແຜ່ນດິນນັ້ນ.
19 “ຄົນຂອງພວກເຈົ້າທີ່ຕາຍແລ້ວຈະກັບມາມີຊີວິດອີກ.
ສົບປະຊາຊົນຂອງເຮົາ*ຈະລຸກຂຶ້ນມາ.+
ພວກເຈົ້າທີ່ນອນຕາຍຢູ່ໃນຂີ້ດິນ+
ໃຫ້ຕື່ນຂຶ້ນມາແລະຮ້ອງດ້ວຍຄວາມດີໃຈ.
ນ້ຳຄ້າງທີ່ເຮັດໃຫ້ພວກເຈົ້າສົດຊື່ນເປັນຄືກັບນ້ຳຄ້າງໃນຕອນເຊົ້າ
ແລະໂລກຈະປ່ອຍຄົນຕາຍໃຫ້ກັບມາມີຊີວິດອີກ.
ເຂົ້າໄປລີ້ຢູ່ຫັ້ນບຶດໜຶ່ງ
ຈົນກວ່າເຮົາຈະເຊົາໃຈຮ້າຍ.+
21 ຖ້າເບິ່ງເດີ້! ເຮົາເຢໂຫວາຈະອອກມາຈາກບ່ອນທີ່ເຮົາຢູ່.
ເຮົາຈະເອີ້ນຄົນທີ່ຢູ່ໃນແຜ່ນດິນໃຫ້ມາຮັບຜິດຊອບຄວາມຜິດທີ່ເຂົາເຈົ້າໄດ້ເຮັດ.
ການນອງເລືອດທີ່ເກີດຢູ່ແຜ່ນດິນຈະຖືກເປີດເຜີຍ
ແລະຄົນທີ່ຖືກຂ້າຢູ່ແຜ່ນດິນຈະບໍ່ຖືກເຊື່ອງໄວ້.”