ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຊຟານີຢາ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຊຟານີຢາ

      • ວັນ​ຕັດສິນ​ຂອງ​ພະ​ເຢໂຫວາ​ໃກ້​ມາ​ຮອດ​ແລ້ວ (1-​18)

        • ວັນ​ຂອງ​ພະ​ເຢໂຫວາ​ກຳລັງ​ມາ​ບັກ​ໄວ​ໆ​ (14)

        • ເງິນ​ແລະ​ຄຳ​ຊ່ວຍ​ຊີວິດ​ບໍ່​ໄດ້ (18)

ເຊຟານີຢາ 1:1

ໄຂເງື່ອນ

  • *

    ແປ​ວ່າ “ພະ​ເຢໂຫວາ​ເຊື່ອງ​ໄວ້ (ມ້ຽນ​ໄວ້)”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:1, 2; ຢຣມ 1:2
  • +2ກສ 21:18-20

ເຊຟານີຢາ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:16; ອຊຢ 6:11; ຢຣມ 6:8

ເຊຟານີຢາ 1:3

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ສິ່ງ​ຂອງ​ຫຼື​ພິທີກຳ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຂາບ​ໄຫວ້​ຮູບ​ບູຊາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:25
  • +ອຊກ 14:3

ເຊຟານີຢາ 1:4

ໄຂເງື່ອນ

  • *

    ຫຼື “ຮ່ອງ​ຮອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 25:3; ຜຕສ 2:11, 13; 2ຂຄ 28:1, 2; ຢຣມ 11:17
  • +2ກສ 23:5

ເຊຟານີຢາ 1:5

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ກອງທັບ​ໃນ​ສະຫວັນ.” ອາດ​ໝາຍເຖິງ​ຕາເວັນ ເດືອນ ແລະ​ດາວ​ຕ່າງ​ໆ​.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 33:1, 3; ຢຣມ 19:13
  • +ອຊຢ 48:1
  • +ຢຊ 23:6, 7; 1ກສ 11:33; ຢຣມ 49:1

ເຊຟານີຢາ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:4; ຢຣມ 2:13
  • +ອຊຢ 43:22

ເຊຟານີຢາ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:1; 2ປຕ 3:10

ເຊຟານີຢາ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:7; ຢຣມ 39:6

ເຊຟານີຢາ 1:9

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ແທ່ນ​ທີ່​ມີ​ບັນລັງ​ຂອງ​ກະສັດ​ຕັ້ງ​ຢູ່

ເຊຟານີຢາ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 33:1, 14; ນຮຢ 3:3; 12:38, 39
  • +2ຂຄ 34:22

ເຊຟານີຢາ 1:11

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ສ່ວນ​ໜຶ່ງ​ຂອງ​ເມືອງ​ເຢຣູຊາເລັມ​ທີ່​ຢູ່​ໃກ້​ປະຕູ​ປາ

  • *

    ແປ​ຕາມ​ໂຕ​ວ່າ “ມິດ​ງຽບ”

ເຊຟານີຢາ 1:12

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຄົນ​ທີ່​ເປັນ​ຂີ້​ຕະກອນ.” ໝາຍເຖິງ​ຂີ້​ຕະກອນ​ທີ່​ຢູ່​ໃນ​ຖັງ​ເຫຼົ້າແວງ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 10:13; 14:1

ເຊຟານີຢາ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 6:11
  • +ພບຍ 28:30; ຢຣມ 5:17

ເຊຟານີຢາ 1:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:1
  • +ຮບກ 2:3
  • +ອຊຢ 66:6
  • +ອຊຢ 33:7; ຢອ 1:15

ເຊຟານີຢາ 1:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 6:17
  • +ຢຣມ 30:7
  • +ອມ 5:18, 20; ກຈກ 2:20
  • +ຢອ 2:2

ເຊຟານີຢາ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:19
  • +ອຊຢ 2:12, 15

ເຊຟານີຢາ 1:17

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລຳໄສ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:28, 29; ອຊຢ 59:9, 10
  • +ອຊຢ 24:5; ດນອ 9:5, 8
  • +ພສ 79:2, 3; ຢຣມ 9:22; 16:4

ເຊຟານີຢາ 1:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 11:4; ອຊຢ 2:20; ອຊກ 7:19
  • +ພບຍ 32:22; ຢຣມ 7:20
  • +ຢຣມ 4:27

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຊຟຢ. 1:12ກສ 22:1, 2; ຢຣມ 1:2
ຊຟຢ. 1:12ກສ 21:18-20
ຊຟຢ. 1:22ກສ 22:16; ອຊຢ 6:11; ຢຣມ 6:8
ຊຟຢ. 1:3ຢຣມ 4:25
ຊຟຢ. 1:3ອຊກ 14:3
ຊຟຢ. 1:4ຈຊບ 25:3; ຜຕສ 2:11, 13; 2ຂຄ 28:1, 2; ຢຣມ 11:17
ຊຟຢ. 1:42ກສ 23:5
ຊຟຢ. 1:52ຂຄ 33:1, 3; ຢຣມ 19:13
ຊຟຢ. 1:5ອຊຢ 48:1
ຊຟຢ. 1:5ຢຊ 23:6, 7; 1ກສ 11:33; ຢຣມ 49:1
ຊຟຢ. 1:6ອຊຢ 1:4; ຢຣມ 2:13
ຊຟຢ. 1:6ອຊຢ 43:22
ຊຟຢ. 1:7ຢອ 2:1; 2ປຕ 3:10
ຊຟຢ. 1:82ກສ 25:7; ຢຣມ 39:6
ຊຟຢ. 1:102ຂຄ 33:1, 14; ນຮຢ 3:3; 12:38, 39
ຊຟຢ. 1:102ຂຄ 34:22
ຊຟຢ. 1:12ພສ 10:13; 14:1
ຊຟຢ. 1:13ອຊຢ 6:11
ຊຟຢ. 1:13ພບຍ 28:30; ຢຣມ 5:17
ຊຟຢ. 1:14ຢອ 2:1
ຊຟຢ. 1:14ຮບກ 2:3
ຊຟຢ. 1:14ອຊຢ 66:6
ຊຟຢ. 1:14ອຊຢ 33:7; ຢອ 1:15
ຊຟຢ. 1:15ພນມ 6:17
ຊຟຢ. 1:15ຢຣມ 30:7
ຊຟຢ. 1:15ອມ 5:18, 20; ກຈກ 2:20
ຊຟຢ. 1:15ຢອ 2:2
ຊຟຢ. 1:16ຢຣມ 4:19
ຊຟຢ. 1:16ອຊຢ 2:12, 15
ຊຟຢ. 1:17ພບຍ 28:28, 29; ອຊຢ 59:9, 10
ຊຟຢ. 1:17ອຊຢ 24:5; ດນອ 9:5, 8
ຊຟຢ. 1:17ພສ 79:2, 3; ຢຣມ 9:22; 16:4
ຊຟຢ. 1:18ສພສ 11:4; ອຊຢ 2:20; ອຊກ 7:19
ຊຟຢ. 1:18ພບຍ 32:22; ຢຣມ 7:20
ຊຟຢ. 1:18ຢຣມ 4:27
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
ເຊຟານີຢາ 1:1-18

ເຊຟານີຢາ

1 ໃນ​ສະໄໝ​ທີ່​ໂຢສີຢາ+​ລູກ​ຊາຍ​ຂອງ​ອາໂມນ+​ເປັນ​ກະສັດ​ປົກຄອງ​ຢູດາ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ເຊຟານີຢາ*​ລູກ​ຊາຍ​ຂອງ​ກູຊີ. ກູຊີ​ເປັນ​ລູກ​ຊາຍ​ຂອງ​ເກດາລີຢາ ເກດາລີຢາ​ເປັນ​ລູກ​ຊາຍ​ຂອງ​ອາມາຣີຢາ ອາມາຣີຢາ​ເປັນ​ລູກ​ຊາຍ​ຂອງ​ເຮເຊກີຢາ.

 2 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຈະ​ທຳລາຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ແຜ່ນດິນ​ບໍ່​ໃຫ້​ເຫຼືອ.”+

 3 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຈະ​ທຳລາຍ​ຄົນ​ແລະ​ສັດ.

ເຮົາ​ຈະ​ທຳລາຍ​ນົກ​ຢູ່​ເທິງ​ຟ້າ​ແລະ​ປາ​ຢູ່​ທະເລ.+

ເຮົາ​ຈະ​ທຳລາຍ​ທຸກ​ສິ່ງ​ທີ່​ພາ​ໃຫ້​ເຮັດ​ຜິດ*+ ລວມ​ທັງ​ພວກ​ຄົນ​ຊົ່ວ​ນຳ

ແລະ​ເຮົາ​ຈະ​ກຳຈັດ​ມະນຸດ​ໃນ​ແຜ່ນດິນ​ບໍ່​ໃຫ້​ເຫຼືອ​ຈັກ​ຄົນ.

 4 ເຮົາ​ຈະ​ລົງໂທດ​ຢູດາ

ແລະ​ທຸກ​ຄົນ​ໃນ​ເຢຣູຊາເລັມ.

ເຮົາ​ຈະ​ທຳລາຍ​ທຸກ​ສິ່ງ​ທີ່​ເຫຼືອ​ຢູ່*​ຂອງ​ພະ​ບາອານ​ໃຫ້​ໝົດ​ໄປ​ຈາກ​ບ່ອນ​ນີ້.+

ເຮົາ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ບໍ່​ຈື່​ຊື່​ພວກ​ປະໂລຫິດ​ຂອງ​ພະເຈົ້າ​ປອມ​ກັບ​ພວກ​ປະໂລຫິດ​ທີ່​ນະ​ມັດ​ສະການ​ຮູບ​ບູຊາ.+

 5 ເຮົາ​ຈະ​ທຳລາຍ​ຄົນ​ທີ່​ຂາບ​ໄຫວ້​ດາວ​ຕ່າງ​ໆ​ທີ່​ຢູ່​ໃນ​ທ້ອງຟ້າ.*+

ເຮົາ​ຈະ​ທຳລາຍ​ຄົນ​ທີ່​ນະ​ມັດ​ສະການ​ພະເຢໂຫວາ​ແລະ​ສາບານ​ວ່າ​ຈະ​ພັກດີ​ຕໍ່​ເຮົາ+

ແຕ່​ກໍ​ໄປ​ສາບານ​ວ່າ​ຈະ​ພັກດີ​ຕໍ່ພະ​ມັນກາມ​ນຳ.+

 6 ເຮົາ​ຈະ​ທຳລາຍ​ຄົນ​ທີ່​ເຊົາ​ຕິດຕາມ​ພະ​ເຢໂຫວາ+

ແລະ​ຄົນ​ທີ່​ເຊົາ​ຊອກຫາ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ຫຼື​ເຊົາ​ຂໍ​ຄຳແນະນຳ​ຈາກ​ເຮົາ.”+

 7 ໃຫ້​ມິດ​ຢູ່​ຊື່​ໆ​ຕອນ​ທີ່​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະ​ເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ ຍ້ອນ​ວັນ​ຂອງ​ພະ​ເຢໂຫວາ​ໃກ້​ມາ​ຮອດ​ແລ້ວ.+

ພະ​ເຢໂຫວາ​ໄດ້​ກຽມ​ເຄື່ອງ​ບູຊາ​ແລະ​ເຮັດ​ໃຫ້​ຄົນ​ທີ່​ເພິ່ນ​ເຊີນ​ບໍລິສຸດ​ແລ້ວ.

 8 “ເຮົາ​ເຢໂຫວາ​ຈະ​ລົງໂທດ​ພວກເຈົ້າ​ນາຍ

ພວກ​ລູກ​ຊາຍ​ຂອງ​ກະສັດ+ ແລະ​ພວກ​ທີ່​ນຸ່ງ​ເຄື່ອງ​ຂອງ​ຄົນ​ຕ່າງ​ຊາດ​ໃນ​ມື້​ທີ່​ເຮົາ​ເຜົາ​ເຄື່ອງ​ບູຊາ​ທີ່​ເຮົາ​ໄດ້​ກຽມ​ໄວ້.

 9 ໃນ​ມື້​ນັ້ນ ເຮົາ​ຈະ​ລົງໂທດ​ທຸກ​ຄົນ​ທີ່​ປີນ​ຂຶ້ນ​ໄປ​ເທິງ​ແທ່ນ*

ແລະ​ລົງໂທດ​ຄົນ​ທີ່​ໃຊ້​ຄວາມ​ຮຸນແຮງ​ແລະ​ຫຼອກ​ລວງ​ຄົນອື່ນ​ໃນ​ເຮືອນ​ເຈົ້າ​ນາຍ​ຂອງ​ໂຕເອງ.”

10 ພະ​ເຢໂຫວາ​ເວົ້າ​ວ່າ:

“ໃນ​ມື້​ນັ້ນ​ຈະ+​ມີ​ສຽງ​ຮ້ອງໄຫ້​ມາ​ຈາກ​ປະຕູ​ປາ

ຈະ​ມີ​ສຽງ​ຮ້ອງ​ຄາງ​ມາ​ຈາກ​ເຂດ​ເມືອງ​ໃໝ່+

ແລະ​ຈະ​ມີ​ສຽງ​ຟົດ​ແຊວ​ມາ​ຈາກ​ໂນນ​ພູ.

11 ຄົນ​ທີ່​ຢູ່​ມາກເຕດ*​ເອີ້ຍ ໃຫ້​ຮ້ອງໄຫ້​ໂລດ

ຍ້ອນ​ພວກ​ພໍ່​ຄ້າ​ຖືກ​ກຳຈັດ*​ໝົດ​ແລ້ວ

ແລະ​ຄົນ​ທີ່​ຊັ່ງ​ເງິນ​ກໍ​ຖືກ​ທຳລາຍ​ໝົດ​ແລ້ວ.

12 ໃນ​ມື້​ນັ້ນ ເຮົາ​ຈະ​ເອົາ​ຕະກຽງ​ສ່ອງ​ເບິ່ງ​ເຢຣູຊາເລັມ​ຢ່າງ​ລະອຽດ.

ເຮົາ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ສົນໃຈ​ຫຍັງ*​ທີ່​ຄິດ​ໃນ​ໃຈ​ວ່າ

‘ພະ​ເຢໂຫວາ​ຈະ​ບໍ່​ເຮັດ​ດີ​ເຮັດ​ຊົ່ວ​ຫຍັງ​ດອກ.’+

13 ຊັບ​ສົມບັດ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ປຸ້ນ​ແລະ​ເຮືອນ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ທຳລາຍ.+

ເຂົາ​ເຈົ້າ​ຈະ​ປຸກ​ເຮືອນ ແຕ່​ຈະ​ບໍ່​ໄດ້​ຢູ່.

ເຂົາ​ເຈົ້າ​ຈະ​ເຮັດ​ສວນ​ໝາກ​ລະແຊັງ ແຕ່​ຈະ​ບໍ່​ໄດ້​ກິນ​ເຫຼົ້າແວງ.+

14 ວັນ​ໃຫຍ່​ຂອງ​ພະ​ເຢໂຫວາ​ໃກ້​ມາ​ຮອດ​ແລ້ວ.+

ມັນ​ມາ​ໃກ້​ແລ້ວ​ແລະ​ກຳລັງ​ມາ​ບັກ​ໄວ​ໆ​.+

ໃນ​ວັນ​ຂອງ​ພະ​ເຢໂຫວາ​ຈະ​ມີ​ສຽງ​ຮ້ອງ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ.+

ພວກ​ທະຫານ​ກໍ​ຮ້ອງ​ອອກ​ມາ​ແບບ​ໝົດ​ຫວັງ.+

15 ມື້​ນັ້ນຈະ​ເປັນ​ມື້​ທີ່​ພະເຈົ້າ​ໃຈຮ້າຍ​ແຮງ+

ເປັນ​ມື້​ທີ່​ມີ​ຄວາມທຸກ​ແລະ​ເຈັບ​ປວດ​ຫຼາຍ+

ເປັນ​ມື້​ທີ່​ມີ​ພາຍຸ​ແລະ​ຄວາມ​ຮ້າງ​ເປົ່າ

ເປັນ​ມື້​ທີ່​ມີ​ຄວາມ​ມືດ​ຄຶ້ມ+

ເປັນ​ມື້​ທີ່​ມີ​ຂີ້ເຝື້ອ​ດຳ​ໆ​ຕຶບໜາ+

16 ເປັນ​ມື້​ທີ່​ມີ​ສຽງ​ເປົ່າ​ແກ​ແລະ​ສຽງ​ຮ້ອງ​ຕໍ່ສູ້​ກັນ+

ເປັນ​ມື້​ທີ່​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ແລະ​ປ້ອມ​ສູງ​ໆ​ຖືກ​ທຳລາຍ.+

17 ເຮົາ​ຈະ​ເຮັດ​ໃຫ້​ມະນຸດ​ມີ​ຄວາມທຸກ​ລຳບາກ.

ເຂົາ​ເຈົ້າ​ຈະ​ຍ່າງ​ຄື​ກັບ​ຄົນ​ຕາ​ບອດ+

ຍ້ອນ​ເຂົາ​ເຈົ້າ​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ.+

ເລືອດ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ເທ​ຖິ້ມ​ຄື​ກັບ​ຂີ້​ດິນ

ແລະ​ຊີ້ນ*​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ຖິ້ມ​ຄື​ກັບ​ຂີ້​ສັດ.+

18 ໃນ​ວັນ​ທີ່​ພະ​ເຢໂຫວາ​ໃຈຮ້າຍ ເງິນ​ແລະ​ຄຳ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ສາມາດ​ຊ່ວຍ​ຊີວິດ​ເຂົາ​ເຈົ້າ​ໄດ້.+

ຄວາມ​ໃຈຮ້າຍ​ຂອງ​ເຮົາ​ເປັນ​ຄື​ກັບ​ໄຟ​ທີ່​ຈະ​ເຜົາ​ໄໝ້​ໝົດ​ໂລກ+

ຍ້ອນ​ເຮົາ​ຈະ​ທຳລາຍ​ທຸກ​ຄົນ​ໃນ​ແຜ່ນດິນ​ໃນ​ວິທີ​ທີ່​ເປັນ​ຕາ​ຢ້ານ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌