ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮາບາກຸກ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມຮາບາກຸກ

      • ຜູ້ພະຍາກອນ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ຫຍັງ​ບາງ​ຢ່າງ (1-19)

        • ພະເຈົ້າ​ຈະ​ຊ່ວຍ​ຄົນ​ທີ່​ເພິ່ນ​ແຕ່ງຕັ້ງ (13)

        • ຍົກຍ້ອງ​ພະ​ເຢໂຫວາ​ເຖິງ​ວ່າ​ຈະ​ມີ​ຄວາມທຸກ​ລຳບາກ (17, 18)

ຮາບາກຸກ 3:2

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ໃນ​ສະໄໝ​ຂອງ​ເຮົາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 3:32

ຮາບາກຸກ 3:3

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 33:2; ຜຕສ 5:4; ພສ 68:7, 8
  • +ອພຍ 19:16

ຮາບາກຸກ 3:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:21

ຮາບາກຸກ 3:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:11, 12; 16:46; 25:1, 9

ຮາບາກຸກ 3:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 13:13; ຮກ 2:21
  • +ອພຍ 14:25; 23:27
  • +ພສ 114:1, 4; ນຮ 1:5

ຮາບາກຸກ 3:7

ໄຂເງື່ອນ

  • *

    ຄົນ​ກູຊານ​ອາດ​ໝາຍເຖິງ​ລູກ​ຫຼານ​ຂອງ​ກູເຊ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:14, 15; ຈຊບ 22:3, 4

ຮາບາກຸກ 3:8

ໄຂເງື່ອນ

  • *

    ຫຼື “ຄວາມ​ລອດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 114:1, 3; ອຊຢ 50:2; ນຮ 1:4
  • +ພບຍ 33:26
  • +ພສ 68:17

ຮາບາກຸກ 3:9

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ລູກ​ທະນູ”

ຮາບາກຸກ 3:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:18; ພສ 114:1, 4
  • +ພສ 77:16

ຮາບາກຸກ 3:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 10:12
  • +ພສ 77:17, 18

ຮາບາກຸກ 3:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 119:120; ຢຣມ 23:9; ດນອ 8:27
  • +ພສ 42:5; ອຊຢ 26:20; ສສ 3:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 20

ຮາບາກຸກ 3:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:2; 1ຊມ 2:1; ພສ 18:2; 27:1; ອຊຢ 61:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 20

ຮາບາກຸກ 3:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 12:2; ຟລປ 4:13
  • +2ຊມ 22:34

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮບກ. 3:2ສສ 3:32
ຮບກ. 3:3ພບຍ 33:2; ຜຕສ 5:4; ພສ 68:7, 8
ຮບກ. 3:3ອພຍ 19:16
ຮບກ. 3:4ອພຍ 13:21
ຮບກ. 3:5ຈຊບ 14:11, 12; 16:46; 25:1, 9
ຮບກ. 3:6ອຊຢ 13:13; ຮກ 2:21
ຮບກ. 3:6ອພຍ 14:25; 23:27
ຮບກ. 3:6ພສ 114:1, 4; ນຮ 1:5
ຮບກ. 3:7ອພຍ 15:14, 15; ຈຊບ 22:3, 4
ຮບກ. 3:8ພສ 114:1, 3; ອຊຢ 50:2; ນຮ 1:4
ຮບກ. 3:8ພບຍ 33:26
ຮບກ. 3:8ພສ 68:17
ຮບກ. 3:10ອພຍ 19:18; ພສ 114:1, 4
ຮບກ. 3:10ພສ 77:16
ຮບກ. 3:11ຢຊ 10:12
ຮບກ. 3:11ພສ 77:17, 18
ຮບກ. 3:16ພສ 119:120; ຢຣມ 23:9; ດນອ 8:27
ຮບກ. 3:16ພສ 42:5; ອຊຢ 26:20; ສສ 3:26
ຮບກ. 3:18ອພຍ 15:2; 1ຊມ 2:1; ພສ 18:2; 27:1; ອຊຢ 61:10
ຮບກ. 3:19ອຊຢ 12:2; ຟລປ 4:13
ຮບກ. 3:192ຊມ 22:34
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
ຄຳພີໄບເບິນສະບັບແປໂລກໃໝ່
ຮາບາກຸກ 3:1-19

ຮາບາກຸກ

3 ຕໍ່ໄປ​ນີ້​ແມ່ນ​ຄຳ​ອະທິດຖານ​ຂອງ​ຜູ້ພະຍາກອນ​ຮາບາກຸກ​ທີ່​ເປັນ​ເພງ​ໂສກ​ເສົ້າ.

 2 ພະ​ເຢໂຫວາ​ເອີ້ຍ ລູກ​ໄດ້​ຍິນ​ເລື່ອງ​ຂອງ​ພະອົງ​ແລ້ວ.

ພະ​ເຢໂຫວາ​ເອີ້ຍ ລູກ​ຮູ້ສຶກ​ງຶດ​ໃນ​ສິ່ງ​ທີ່​ພະອົງ​ເຮັດ.

ຂໍ​ໃຫ້​ພະອົງ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ອີກ​ຕາມ​ເວລາ​ທີ່​ພະອົງ​ກຳນົດ​ໄວ້.*

ຂໍ​ໃຫ້​ທຸກ​ຄົນ​ຮູ້​ກ່ຽວກັບ​ສິ່ງ​ທີ່​ພະອົງ​ເຮັດ​ຕາມ​ເວລາ​ທີ່​ກຳນົດ​ໄວ້.

ຂໍ​ໃຫ້​ພະອົງ​ອີ່ຕົນ​ພວກ​ເຮົາ​ໃນ​ຍາມ​ທີ່​ພວກ​ເຮົາ​ຍາກ​ລຳບາກ.+

 3 ພະເຈົ້າ​ມາ​ຈາກ​ເຕມານ.

ພະເຈົ້າ​ຜູ້​ບໍລິສຸດ​ມາ​ຈາກ​ພູ​ປາຣານ.+ (ເຊລາ)*

ລິດເດດ​ຂອງ​ພະອົງ​ແຜ່​ອອກ​ໄປ​ທົ່ວ​ສະຫວັນ.+

ທົ່ວ​ໂລກ​ຈະ​ສັນລະເສີນ​ພະອົງ.

 4 ແສງ​ລັດ​ສະໝີ​ຂອງ​ພະອົງ​ເປັນ​ຄື​ກັບ​ແສງ​ສະຫວ່າງ​ຂອງ​ກາງເວັນ.+

ມີ​ເລົາ​ແສງ​ສອງ​ອັນ​ອອກ​ມາ​ຈາກ​ມື​ຂອງ​ພະອົງ

ເຊິ່ງ​ເປັນ​ບ່ອນ​ທີ່​ເຊື່ອງ​ພະລັງ​ໄວ້.

 5 ຢູ່​ທາງ​ໜ້າ​ບ່ອນ​ທີ່​ພະອົງ​ໄປ​ມີ​ໂລກລະບາດ+

ແລະ​ຢູ່​ທາງ​ຫຼັງ​ຂອງ​ພະອົງ​ກໍ​ມີໄຂ້​ແຮງ.

 6 ພະອົງ​ຢືນ​ຢູ່​ແລະ​ກໍ​ສັ່ນ​ໂລກ.+

ຂະໜາດ​ພະອົງ​ແນມ​ເບິ່ງ​ຊື່​ໆ​ ຊາດ​ຕ່າງ​ໆ​ກໍ​ພາກັນ​ຢ້ານ​ຈົນ​ຫົວ​ຫົດ.+

ພະອົງ​ທຳລາຍ​ພູ​ທີ່​ມີ​ມາ​ດົນ​ແລ້ວ

ແລະ​ເນີນ​ພູ​ເກົ່າ​ແກ່​ກໍ​ພັງ​ທະລາຍ​ລົງ.+

ພະອົງ​ເຮັດ​ແບບ​ນີ້​ມາ​ແຕ່​ດົນ​ແລ້ວ.

 7 ລູກ​ເຫັນ​ເຕັ້ນ​ຂອງ​ຄົນ​ກູ​ຊານ*​ມີ​ບັນຫາ​ໜັກ.

ຜ້າ​ເຕັ້ນ​ໃນ​ແຜ່ນດິນ​ມີດີອານ​ກໍ​ສັ່ນ​ສະເທືອນ.+

 8 ພະ​ເຢໂຫວາ​ເອີ້ຍ ພະອົງ​ໃຈຮ້າຍ​ໃຫ້​ແມ່​ນ້ຳ​ບໍ?

ພະອົງ​ໃຈຮ້າຍ​ແຮງ​ໃຫ້​ນ້ຳ​ຫ້ວຍ​ບໍ?

ພະອົງສູນ​ແຮງໃຫ້​ທະເລ​ບໍ?+

ພະອົງ​ຂີ່​ມ້າ​ອອກ​ໄປ+

ແລະ​ລົດ​ຮົບ​ຂອງ​ພະອົງ​ກໍ​ໄດ້​ໄຊ​ຊະນະ.*+

 9 ພະອົງ​ເອົາ​ຄັນ​ທະນູ​ອອກ​ມາ​ກຽມ​ໄວ້​ແລ້ວ.

ອາວຸດ*​ຂອງ​ພະອົງ​ກໍ​ພ້ອມ​ທີ່​ຈະ​ເຮັດ​ຕາມ​ຄຳ​ສາບານ. (ເຊລາ)

ພະອົງ​ໃຊ້​ແມ່​ນ້ຳ​ແຍກ​ແຜ່ນດິນ.

10 ພູ​ດີ້ນ​ດ້ວຍ​ຄວາມ​ເຈັບ​ປວດ​ຢູ່​ຕໍ່​ໜ້າ​ພະອົງ.+

ຝົນ​ກໍ​ເທ​ລົງ​ມາ​ໃສ່​ແຜ່ນດິນ​ບັກ​ແຮງ​ໆ​.

ນ້ຳ​ເລິກ​ກໍ​ສົ່ງ​ສຽງ​ຮ້ອງ​ອອກ​ມາ​ບັກ​ດັງ​ໆ​+

ແລະ​ຟົ້ງ​ຂຶ້ນ​ບັກ​ສູງ​ໆ​.

11 ຕາເວັນ​ກັບ​ເດືອນ​ຢຸດ​ຈຶ້ງ​ຢູ່​ກາງ​ຟ້າ.+

ພະອົງ​ຍິງ​ລູກທະນູ​ເຫຼື້ອມ​ໆ​ອອກ​ໄປ+

ແລະ​ຫອກ​ຂອງ​ພະອົງ​ກໍ​ເຫຼື້ອມ​ຄື​ກັບ​ສາຍ​ຟ້າ.

12 ພະອົງ​ຍ່າງ​ໄປ​ທົ່ວ​ໂລກ​ດ້ວຍ​ຄວາມ​ຄຽດແຄ້ນ.

ພະອົງ​ຢຽບ​ຊາດ​ຕ່າງ​ໆ​ດ້ວຍ​ຄວາມ​ໃຈຮ້າຍ.

13 ພະອົງ​ອອກ​ໄປ​ເພື່ອ​ຊ່ວຍ​ຄົນ​ຂອງ​ພະອົງ​ໃຫ້​ລອດ​ແລະ​ຊ່ວຍ​ຜູ້​ທີ່​ພະອົງ​ແຕ່ງຕັ້ງ.

ພະອົງ​ທຳລາຍ​ຫົວໜ້າ​ຂອງ​ພວກ​ຄົນ​ຊົ່ວ.

ພະອົງ​ມ້າງ​ເຮືອນ​ຂອງ​ພວກ​ຄົນ​ຊົ່ວ​ຕັ້ງແຕ່​ຖານ​ຈົນ​ຮອດ​ຫຼັງ​ຄາ. (ເຊລາ)

14 ພະອົງ​ແທງ​ຫົວ​ຂອງ​ພວກ​ທະຫານ​ດ້ວຍ​ອາວຸດ​ຂອງ​ເຂົາ​ເຈົ້າ​ເອງ

ຕອນ​ທີ່​ເຂົາ​ເຈົ້າ​ມາ​ລຸ​ມ​ຕໍ່ສູ້​ລູກ.

ເຂົາ​ເຈົ້າ​ດີໃຈ​ຫຼາຍ​ທີ່​ໄດ້ຊຸ້ມທຳ​ຮ້າຍ​ຄົນ​ທຸກ.

15 ແຕ່​ພະອົງ​ຜ່ານ​ທະເລ​ດ້ວຍ​ກອງ​ທັບ​ມ້າ​ຂອງ​ພະອົງ

ແລະ​ຜ່ານ​ຄື້ນ​ໃຫຍ່​ໃນ​ມະຫາ​ສະໝຸດ.

16 ເມື່ອ​ໄດ້​ຍິນ​ແນວ​ນັ້ນ​ໃຈ​ຂອງ​ລູກ​ກໍ​ເຕັ້ນ​ແຮງ.

ຂ່າວ​ສານ​ນັ້ນ​ເຮັດ​ໃຫ້​ປາກ​ຂອງ​ລູກ​ສັ່ນ.

ກະດູກ​ຂອງ​ລູກ​ກໍ​ຜ່ອຍ+

ແລະ​ຂາ​ຂອງ​ລູກ​ກໍ​ສັ່ນ​ທົດ​ໆ​.

ແຕ່​ລູກ​ຈະ​ລໍ​ຖ້າ​ຢູ່​ມິດ​ໆ​ຈົນ​ຮອດ​ມື້​ຂອງ​ພະອົງ.+

ມື້​ນັ້ນ​ຈະ​ມາ​ຖືກ​ຄົນ​ທີ່​ມາ​ຕໍ່ສູ້​ພວກ​ເຮົາ.

17 ເຖິງ​ວ່າ​ຕົ້ນ​ໝາກເດື່ອ​ຈະ​ບໍ່​ມີ​ດອກ

ແລະ​ເຄືອ​ໝາກ​ລະແຊັງ​ຈະ​ບໍ່​ມີ​ໝາກ

ເຖິງ​ວ່າ​ຕົ້ນ​ໝາກກອກ​ຈະ​ບໍ່​ມີ​ໜ່ວຍ

ແລະ​ໄຮ່​ນາ​ຈະ​ບໍ່​ມີ​ຜົນລະປູກ

ເຖິງ​ວ່າ​ຈະ​ບໍ່​ເຫຼືອ​ແກະ​ຈັກ​ໂຕ​ຢູ່​ໃນ​ຄອກ

ແລະ​ບໍ່​ເຫຼືອ​ງົວ​ຈັກ​ໂຕ​ຢູ່​ໃນ​ຄັງ

18 ແຕ່​ສຳລັບ​ລູກ​ແລ້ວ ລູກ​ຈະ​ມີ​ຄວາມສຸກ​ຍ້ອນ​ພະ​ເຢໂຫວາ

ແລະ​ລູກ​ຈະ​ຍິນດີ​ທີ່​ມີ​ພະເຈົ້າ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ.+

19 ພະ​ເຢໂຫວາ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເປັນ​ເຫື່ອ​ແຮງ​ຂອງ​ຂ້ອຍ.+

ເພິ່ນ​ຈະ​ເຮັດ​ໃຫ້​ຕີນ​ຂອງ​ຂ້ອຍ​ໄວ​ຄື​ກັບ​ຕີນ​ຂອງ​ກວາງ

ແລະ​ເຮັດ​ໃຫ້​ຂ້ອຍ​ຍ່າງ​ຢູ່​ບ່ອນ​ສູງ​ໆ​ໄດ້.+

ເຖິງ​ຜູ້​ຄວບຄຸມ​ດົນຕີ ເພງ​ນີ້​ສຳລັບ​ຮ້ອງ​ກັບ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ​ຂອງ​ຂ້ອຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌