ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 38
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ໂຄກ​ໂຈມຕີ​ອິດສະຣາເອນ (1-​16)

      • ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ໂຄກ (17-​23)

        • ‘ທຸກ​ຊາດ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ’ (23)

ເອເຊກຽນ 38:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 38:15
  • +ອຊຢ 66:19; ອຊກ 27:13; 32:26
  • +ອຊກ 39:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2020, ໜ້າ 15

    ຫໍສັງເກດການ (ສຶກສາ)

    9/2019, ໜ້າ 11

ເອເຊກຽນ 38:4

ໄຂເງື່ອນ

  • *

    ສ່ວນ​ຫຼາຍ​ແລ້ວ​ແມ່ນ​ທະຫານ​ຍິງ​ທະນູ​ມັກ​ໃຊ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 19:20, 28; ອຊກ 29:3, 4; 39:2
  • +ອຊກ 38:15

ເອເຊກຽນ 38:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 1:8

ເອເຊກຽນ 38:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:2, 3; ອຊກ 27:14
  • +ອຊກ 39:2

ເອເຊກຽນ 38:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:5, 6; ອຊກ 28:25, 26; 34:25

ເອເຊກຽນ 38:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/5/2015, ໜ້າ 27

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 227

ເອເຊກຽນ 38:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 33:12
  • +ຊຄຢ 10:8
  • +ອຊຢ 60:5; 61:6

ເອເຊກຽນ 38:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 27:22
  • +ອຊກ 27:15
  • +ອຊກ 27:25

ເອເຊກຽນ 38:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 38:8

ເອເຊກຽນ 38:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 39:2
  • +ຊຟຢ 3:8

ເອເຊກຽນ 38:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 3:2
  • +ອພຍ 14:4; 2ກສ 19:17-19; ພສ 83:17, 18; ອຊກ 39:21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/7/2015, ໜ້າ 14-15

ເອເຊກຽນ 38:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 3:16; ນຮ 1:2; ຊຄຢ 2:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 227

ເອເຊກຽນ 38:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮ 1:5

ເອເຊກຽນ 38:21

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ດາບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 20:23; ຮກ 2:22; ຊຄຢ 14:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 227

ເອເຊກຽນ 38:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 14:12
  • +ອພຍ 9:22; ຢຊ 10:11
  • +ອຊຢ 30:30
  • +ປຖກ 19:24
  • +ຢຣມ 25:31

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 38:2ອຊກ 38:15
ອຊກ. 38:2ອຊຢ 66:19; ອຊກ 27:13; 32:26
ອຊກ. 38:2ອຊກ 39:1
ອຊກ. 38:42ກສ 19:20, 28; ອຊກ 29:3, 4; 39:2
ອຊກ. 38:4ອຊກ 38:15
ອຊກ. 38:51ຂຄ 1:8
ອຊກ. 38:6ປຖກ 10:2, 3; ອຊກ 27:14
ອຊກ. 38:6ອຊກ 39:2
ອຊກ. 38:8ຢຣມ 23:5, 6; ອຊກ 28:25, 26; 34:25
ອຊກ. 38:11ອພຍ 15:9
ອຊກ. 38:12ຢຣມ 33:12
ອຊກ. 38:12ຊຄຢ 10:8
ອຊກ. 38:12ອຊຢ 60:5; 61:6
ອຊກ. 38:13ອຊກ 27:22
ອຊກ. 38:13ອຊກ 27:15
ອຊກ. 38:13ອຊກ 27:25
ອຊກ. 38:14ອຊກ 38:8
ອຊກ. 38:15ອຊກ 39:2
ອຊກ. 38:15ຊຟຢ 3:8
ອຊກ. 38:16ຢອ 3:2
ອຊກ. 38:16ອພຍ 14:4; 2ກສ 19:17-19; ພສ 83:17, 18; ອຊກ 39:21
ອຊກ. 38:18ຢອ 3:16; ນຮ 1:2; ຊຄຢ 2:8
ອຊກ. 38:20ນຮ 1:5
ອຊກ. 38:212ຂຄ 20:23; ຮກ 2:22; ຊຄຢ 14:13
ອຊກ. 38:22ຊຄຢ 14:12
ອຊກ. 38:22ອພຍ 9:22; ຢຊ 10:11
ອຊກ. 38:22ອຊຢ 30:30
ອຊກ. 38:22ປຖກ 19:24
ອຊກ. 38:22ຢຣມ 25:31
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 38:1-23

ເອເຊກຽນ

38 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ລູກ​ມະນຸດ ໃຫ້​ເຈົ້າ​ປິ່ນ​ໜ້າ​ໄປ​ທາງ​ໂຄກ​ຂອງ​ແຜ່ນດິນ​ມາໂຄກ.+ ລາວ​ເປັນ​ຫົວໜ້າ​ຂອງ​ພວກ​ຫົວໜ້າ​ເມເຊກ​ກັບ​ຕູບານ.+ ໃຫ້​ເຈົ້າ​ພະຍາກອນ​ກ່ຽວກັບ​ລາວ.+ 3 ໃຫ້​ເຈົ້າ​ເວົ້າ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ໂຄກ ເຈົ້າ​ທີ່​ເປັນ​ຫົວໜ້າ​ຂອງ​ຫົວໜ້າ​ເມເຊກ​ກັບ​ຕູບານ ເຮົາ​ຈະ​ເປັນ​ສັດຕູ​ກັບ​ເຈົ້າ. 4 ເຮົາ​ຈະ​ເອົາ​ຂໍ​ເກາະ​ເກາະ​ຄາງກະໄຕ​ເຈົ້າ​ແລະ​ພາ​ເຈົ້າ​ໄປ​ອີກ​ທາງ​ໜຶ່ງ+​. ເຮົາ​ຈະ​ລາກ​ເຈົ້າ​ອອກ​ໄປ​ພ້ອມ​ກັບ​ກອງທັບ​ທັງໝົດ​ຂອງ​ເຈົ້າ+ ພ້ອມ​ກັບ​ມ້າ​ແລະ​ທະຫານ​ມ້າ​ຂອງ​ເຈົ້າ. ເຂົາເຈົ້າ​ທຸກ​ຄົນ​ນຸ່ງ​ເຄື່ອງ​ທີ່​ງາມ​ໆ​. ເຂົາເຈົ້າ​ເປັນ​ກອງທັບ​ໃຫຍ່​ທີ່​ມີ​ໂລ້​ໃຫຍ່​ກັບ​ໂລ້​ນ້ອຍ* ແລະ​ທຸກ​ຄົນ​ຖື​ດາບ. 5 ກອງທັບ​ຂອງ​ເປີເຊຍ ເອທິໂອເປຍ ແລະ​ພຸດ+​ກໍ​ຈະ​ຢູ່​ນຳ​ກອງທັບ​ຂອງ​ເຈົ້າ. ທຸກ​ຄົນ​ຖື​ໂລ້​ນ້ອຍ​ແລະ​ໃສ່​ໝວກ​ເກາະ. 6 ຄົນ​ໂກເມ​ກັບ​ທະຫານ​ທັງໝົດ ແລະ​ຄົນ​ໂຕກາມາ+​ທີ່​ມາ​ແຕ່​ທາງ​ເໜືອ​ສຸດ​ກັບ​ທະຫານ​ທັງໝົດ​ກໍ​ຢູ່​ຫັ້ນ ຈະ​ມີ​ຫຼາຍ​ຊາດ​ຢູ່​ນຳ​ເຈົ້າ.+

7 ໃຫ້​ເຈົ້າ​ກັບ​ກອງທັບ​ທັງໝົດ​ທີ່​ຢູ່​ນຳ​ເຈົ້າ​ກຽມ​ໂຕ​ໃຫ້​ພ້ອມ​ທີ່​ຈະ​ຕໍ່ສູ້ ແລະ​ເຈົ້າ​ຈະ​ເປັນ​ຫົວໜ້າ​ຂອງ​ເຂົາເຈົ້າ.

8 ເມື່ອ​ເວລາ​ຜ່ານ​ໄປ​ດົນ​ແລ້ວ ເຮົາ​ຈະ​ສົນໃຈ​ເຈົ້າ. ຫຼັງ​ຈາກ​ຫຼາຍ​ປີ​ຜ່ານ​ໄປ ເຈົ້າ​ຈະ​ບຸກ​ໂຈມຕີ​ແຜ່ນດິນ​ຂອງ​ຊາດ​ໜຶ່ງ​ທີ່​ເຄີຍ​ຖືກ​ທຳລາຍ​ດ້ວຍ​ດາບ​ແຕ່​ຟື້ນ​ໂຕ​ໄດ້​ແລ້ວ. ເຂົາເຈົ້າ​ຖືກ​ລວບລວມ​ອອກ​ມາ​ຈາກ​ຊາດ​ຕ່າງ​ໆ​ ແລະ​ເຂົາເຈົ້າ​ຂຶ້ນ​ໄປ​ເທິງ​ພູ​ໃນ​ອິດສະຣາເອນ​ທີ່​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ​ແຕ່​ດົນ​ແລ້ວ. ຄົນ​ທີ່​ອາໄສ​ຢູ່​ແຜ່ນດິນ​ນັ້ນ​ຖືກ​ພາ​ມາ​ຈາກ​ຊາດ​ຕ່າງ​ໆ​ ແລະ​ເຂົາເຈົ້າ​ກໍ​ຢູ່​ຫັ້ນ​ຢ່າງ​ປອດ​ໄພ.+ 9 ເຈົ້າ​ຈະ​ໄປ​ໂຈມຕີ​ເຂົາເຈົ້າ​ຄື​ກັບ​ພາຍຸ. ເຈົ້າ​ກັບ​ກອງ​ທະຫານ​ທັງໝົດ​ຂອງ​ເຈົ້າ​ແລະ​ຫຼາຍ​ໆ​ຊາດ​ທີ່​ຢູ່​ນຳ​ເຈົ້າ​ຈະ​ປົກ​ຄຸມ​ແຜ່ນດິນ​ນີ້​ຄື​ກັບ​ຂີ້ເຝື້ອ.”’

10 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ໃນ​ມື້​ນັ້ນ ເຈົ້າ​ຈະ​ມີ​ຄວາມຄິດ​ບາງ​ຢ່າງ​ເກີດ​ຂຶ້ນ​ໃນ​ໃຈ ແລະ​ເຈົ້າ​ຈະ​ວາງ​ແຜນ​ຊົ່ວ. 11 ເຈົ້າ​ຈະ​ເວົ້າ​ວ່າ “ຂ້ອຍ​ຈະ​ໂຈມຕີ​ແຜ່ນດິນ​ທີ່​ບໍ່​ມີ​ຫຍັງ​ປົກປ້ອງ​ເລີຍ.+ ຂ້ອຍ​ຈະ​ໂຈມຕີ​ຄົນ​ຢູ່​ຫັ້ນ​ທີ່​ຢູ່​ຢ່າງ​ປອດ​ໄພ​ແລະ​ບໍ່​ມີ​ຫຍັງ​ລົບກວນ. ຄົນ​ທີ່​ບ້ານ​ບໍ່​ມີ​ກຳແພງ​ອ້ອມ ບໍ່​ມີ​ປະຕູ ແລະ​ບໍ່​ມີ​ລ໋ອກ​ບໍ່​ມີ​ກອນ ຂ້ອຍ​ຈະ​ໂຈມຕີ​ເຂົາເຈົ້າ.” 12 ເຈົ້າ​ຈະ​ເຮັດ​ແນວ​ນີ້​ກໍ​ເພື່ອ​ຍຶດ​ແລະ​ປຸ້ນ​ເອົາ​ເຄື່ອງ​ຂອງ​ຫຼາຍ​ໆ​. ເຈົ້າ​ຈະ​ໂຈມຕີ​ບ່ອນ​ທີ່​ເຄີຍ​ຮ້າງ​ເປົ່າ​ທີ່​ຕອນນີ້​ມີ​ຄົນ​ອາໄສ​ຢູ່.+ ຄົນ​ເຫຼົ່າ​ນັ້ນ​ຖືກ​ລວບລວມ​ມາ​ຈາກ​ຊາດ​ຕ່າງ​ໆ​.+ ເຂົາເຈົ້າ​ລວຍ​ແລະ​ມີ​ຊັບ​ສົມບັດ​ຫຼາຍ​ຂຶ້ນ+ ແລະ​ອາໄສ​ຢູ່​ໃຈ​ກາງ​ຂອງ​ໂລກ.

13 ເຊບາ+​ກັບ​ເດດານ+​ທີ່​ເປັນ​ພໍ່​ຄ້າ​ຈາກ​ຕາຊິດ+ ແລະ​ພວກ​ທະຫານ​ທີ່​ເກັ່ງ​ໆ​ຈະ​ເວົ້າ​ກັບ​ເຈົ້າ​ວ່າ “ເຈົ້າ​ໄປ​ໂຈມຕີ​ແຜ່ນດິນ​ນັ້ນ​ເພື່ອ​ຍຶດ​ເອົາ​ເຄື່ອງ​ຂອງ​ໃຫ້​ໄດ້​ຫຼາຍ​ໆ​ຫັ້ນ​ບໍ? ເຈົ້າ​ໄດ້​ລວບລວມ​ພວກ​ທະຫານ​ເພື່ອ​ປຸ້ນ​ແລະ​ຂົນ​ເອົາ​ເງິນ​ເອົາ​ຄຳ​ກັບ​ຊັບ​ສົມບັດ​ທີ່​ຫຼາຍ​ໆ​ຂອງ​ເຂົາເຈົ້າ​ຫັ້ນ​ບໍ?”’

14 ລູກ​ມະນຸດ ເຈົ້າ​ຕ້ອງ​ພະຍາກອນ​ແລະ​ບອກ​ໂຄກ​ແບບ​ນີ້ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ໃນ​ມື້​ນັ້ນ ເຈົ້າ​ຈະ​ຮູ້​ແນ່ນອນ​ວ່າ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ໄດ້​ຢູ່​ຢ່າງ​ປອດ​ໄພ.+ 15 ເຈົ້າ​ຈະ​ມາ​ຈາກ​ບ່ອນ​ຂອງ​ເຈົ້າ​ທີ່​ຢູ່​ທາງ​ເໜືອ​ສຸດ+ ແລະ​ຈະ​ມີ​ຫຼາຍ​ຊາດ​ມາ​ນຳ​ເຈົ້າ. ເຂົາເຈົ້າ​ຈະ​ເປັນ​ກອງທັບ​ໃຫຍ່​ແລະ​ຂີ່​ມ້າ​ມາ.+ 16 ໂຄກ​ເອີ້ຍ ເຈົ້າ​ຈະ​ໄປ​ໂຈມຕີ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ຄື​ກັບ​ຂີ້ເຝື້ອ​ປົກ​ຄຸມ​ແຜ່ນດິນ. ໃນ​ສະໄໝ​ສຸດທ້າຍ ເຮົາ​ຈະ​ພາ​ເຈົ້າ​ໄປ​ໂຈມຕີ​ແຜ່ນດິນ​ຂອງ​ເຮົາ.+ ແລ້ວ​ຊາດ​ຕ່າງ​ໆ​ຈະ​ຮູ້​ວ່າ​ເຮົາ​ເປັນ​ພະເຈົ້າ​ອົງ​ບໍລິສຸດ ເມື່ອ​ເຂົາເຈົ້າ​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ​ກັບ​ເຈົ້າ.”’+

17 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຕັ້ງແຕ່​ດົນ​ແລ້ວ ເຮົາ​ໄດ້​ໃຊ້​ພວກ​ຜູ້ພະຍາກອນ​ຂອງ​ອິດສະຣາເອນ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ເຮົາ​ໃຫ້​ພະຍາກອນ​ວ່າ​ຈະ​ມີ​ຜູ້​ໜຶ່ງ​ທີ່​ຖືກ​ພາ​ມາ​ໂຈມຕີ​ພວກ​ອິດສະຣາເອນ. ຜູ້​ນັ້ນ​ກໍ​ແມ່ນ​ເຈົ້າ​ນິ​ແຫຼະ.’

18 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ໃນ​ມື້​ທີ່​ໂຄກ​ມາ​ໂຈມຕີ​ແຜ່ນດິນ​ອິດສະຣາເອນ ເຮົາ​ຈະ​ໃຈຮ້າຍ​ຫຼາຍ.+ 19 ເມື່ອ​ເຮົາ​ເວົ້າ ຄວາມ​ໃຈຮ້າຍ​ຂອງ​ເຮົາ​ຈະ​ເປັນ​ຄື​ກັບ​ໄຟ​ທີ່​ລຸກ​ໄໝ້. ໃນ​ມື້​ນັ້ນ​ຈະ​ມີ​ແຜ່ນດິນ​ໄຫວ​ໃຫຍ່​ຢູ່​ອິດສະຣາເອນ. 20 ເຮົາ​ຈະ​ເຮັດ​ໃຫ້​ປາ​ໃນ​ທະເລ ນົກ​ໃນ​ທ້ອງຟ້າ ສັດ​ປ່າ​ທີ່​ຢູ່​ທົ່ງ​ຫຍ້າ ສັດ​ເລືອຄານ​ທຸກ​ໂຕ ແລະ​ມະນຸດ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ຢ້ານ​ຈົນ​ໂຕ​ສັ່ນ. ພູ​ກັບ​ໜ້າ​ຜາ​ຈະ​ພັງ​ລົງ​ມາ+ ແລະ​ກຳແພງ​ທຸກ​ບ່ອນ​ກໍ​ຈະ​ພັງ​ລົງ​ມາ​ຄື​ກັນ.’

21 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ສັ່ງ​ໃຫ້​ເຮັດ​ສົງຄາມ*​ກັບ​ໂຄກ​ຢູ່​ພູ​ທຸກ​ໜ່ວຍ​ຂອງ​ເຮົາ. ເຂົາເຈົ້າ​ຈະ​ຂ້າ​ກັນ​ເອງ.+ 22 ເຮົາ​ຈະ​ລົງໂທດ​ລາວ. ເຮົາ​ຈະ​ເຮັດ​ໃຫ້​ມີ​ໂລກລະບາດ+​ແລະ​ມີ​ຄົນ​ຕາຍ​ຫຼາຍ. ເຮົາ​ຈະ​ເຮັດ​ໃຫ້​ຝົນ ໝາກເຫັບ+ ໄຟ+ ແລະ​ມາດ+​ຕົກ​ໃສ່​ກອງທັບ​ຂອງ​ລາວ​ແລະ​ຊາດ​ຕ່າງ​ໆ​ທີ່​ຢູ່​ນຳ​ລາວ.+ 23 ເຮົາ​ຈະ​ເຮັດ​ໃຫ້​ທຸກ​ຊາດ​ຮູ້​ວ່າ ເຮົາ​ເປັນ​ພະເຈົ້າ​ທີ່​ຍິ່ງໃຫຍ່​ແລະ​ເປັນ​ອົງ​ບໍລິສຸດ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌