ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ
6 ເມື່ອພວກເຈົ້າມີເລື່ອງກັນ+ ເປັນຫຍັງຈຶ່ງກ້າໄປຟ້ອງຮ້ອງກັນໃນສານຕໍ່ໜ້າຄົນບໍ່ມີຄວາມເຊື່ອ ແທນທີ່ຈະໄປໃຫ້ພວກຜູ້ບໍລິສຸດຂອງພະເຈົ້າຕັດສິນ? 2 ພວກເຈົ້າບໍ່ຮູ້ບໍວ່າພວກຜູ້ບໍລິສຸດຈະຕັດສິນໂລກ?+ ຖ້າພວກເຈົ້າຈະຕັດສິນໂລກ ແລ້ວເລື່ອງເລັກໆນ້ອຍໆສ່ຳນີ້ຕັດສິນກັນເອງບໍ່ໄດ້ບໍ? 3 ພວກເຈົ້າບໍ່ຮູ້ບໍວ່າພວກເຮົາຈະຕັດສິນຮອດທູດສະຫວັນພຸ້ນ?+ ຖ້າເປັນແນວນັ້ນ ເປັນຫຍັງຈຶ່ງບໍ່ຕັດສິນເລື່ອງທຳມະດາໃນຕອນນີ້? 4 ເວລາພວກເຈົ້າມີເລື່ອງແບບນີ້ທີ່ຕ້ອງຕັດສິນກັນ+ ພວກເຈົ້າຈະໃຫ້ຄົນທີ່ປະຊາຄົມບໍ່ນັບຖືມາຕັດສິນໃຫ້ບໍ? 5 ຂ້ອຍເວົ້າແບບນີ້ກໍເພື່ອເຮັດໃຫ້ພວກເຈົ້າຮູ້ສຶກອາຍ. ໃນພວກເຈົ້າບໍ່ມີຈັກຄົນທີ່ມີປັນຍາຈະຕັດສິນຄະດີລະຫວ່າງພີ່ນ້ອງເລີຍບໍ? 6 ແຕ່ນີ້ແມ່ນຫຍັງ ພີ່ນ້ອງກັບພີ່ນ້ອງໄປສູ້ຄະດີກັນໃນສານ ແລະຍັງໃຫ້ຄົນບໍ່ມີຄວາມເຊື່ອມາຕັດສິນໃຫ້ອີກ!
7 ທີ່ຈິງ ເມື່ອພວກເຈົ້າຟ້ອງຮ້ອງກັນໃນສານ ພວກເຈົ້າກໍມີແຕ່ເສຍກັບເສຍ. ເປັນຫຍັງບໍ່ຍອມເປັນຝ່າຍເສຍປຽບສະ?+ ເປັນຫຍັງຄືບໍ່ຍອມຖືກໂກງລະກະແລ້ວ? 8 ແທນທີ່ຈະເຮັດແນວນັ້ນ ພວກເຈົ້າພັດເອົາປຽບກັນແລະໂກງກັນທັງໆທີ່ເປັນພີ່ນ້ອງກັນ.
9 ພວກເຈົ້າຮູ້ແລ້ວແມ່ນບໍວ່າຄົນເຮັດຊົ່ວຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ?*+ ຢ່າຕົວະໂຕເອງ. ຄົນເຮັດຜິດສິນລະທຳທາງເພດ*+ ຄົນຂາບໄຫວ້ຮູບບູຊາ+ ຄົນຫຼິ້ນຊູ້+ ຜູ້ຊາຍທີ່ນອນນຳຜູ້ຊາຍ*+ 10 ຄົນຂີ້ລັກ ຄົນໂລບ+ ຄົນຂີ້ເຫຼົ້າ+ ຄົນປາກຮ້າຍ ແລະຄົນມັກຂູດຮີດ ຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ.+ 11 ພວກເຈົ້າບາງຄົນເຄີຍເປັນແບບນັ້ນ ແຕ່ພະເຈົ້າເຮັດໃຫ້ພວກເຈົ້າສະອາດແລ້ວ.+ ເພິ່ນເຮັດໃຫ້ພວກເຈົ້າບໍລິສຸດແລ້ວ+ ແລະເພິ່ນຍອມຮັບພວກເຈົ້າແລ້ວ+ໃນນາມພະເຢຊູຄລິດຜູ້ເປັນນາຍແລະດ້ວຍພະລັງຂອງພະເຈົ້າ.
12 ຂ້ອຍມີສິດເຮັດຫຍັງກໍໄດ້ ແຕ່ບໍ່ແມ່ນທຸກຢ່າງທີ່ເຮັດແລ້ວຈະມີປະໂຫຍດ.+ ຂ້ອຍມີສິດເຮັດຫຍັງກໍໄດ້ ແຕ່ຂ້ອຍຈະບໍ່ຍອມໃຫ້ສິ່ງໃດມາຄວບຄຸມຂ້ອຍ. 13 ອາຫານມີໄວ້ສຳລັບທ້ອງ ແລະທ້ອງມີໄວ້ສຳລັບອາຫານ ແຕ່ພະເຈົ້າຈະເຮັດໃຫ້ບໍ່ຕ້ອງມີທ້ອງແລະອາຫານກໍໄດ້.+ ຮ່າງກາຍບໍ່ໄດ້ມີໄວ້ສຳລັບການເຮັດຜິດສິນລະທຳທາງເພດ* ແຕ່ມີໄວ້ສຳລັບຜູ້ເປັນນາຍ+ ແລະຜູ້ເປັນນາຍມີໄວ້ສຳລັບຮ່າງກາຍ. 14 ພະເຈົ້າປຸກຜູ້ເປັນນາຍໃຫ້ຄືນມາຈາກຕາຍ+ ແລະຈະປຸກພວກເຮົາໃຫ້ຄືນມາຈາກຕາຍ+ດ້ວຍລິດເດດຂອງເພິ່ນຄືກັນ.+
15 ພວກເຈົ້າບໍ່ຮູ້ບໍວ່າຮ່າງກາຍຂອງພວກເຈົ້າເປັນສ່ວນຕ່າງໆໃນຮ່າງກາຍຂອງພະຄລິດ?+ ແລ້ວສົມຄວນບໍທີ່ຂ້ອຍຈະເອົາສ່ວນຂອງຮ່າງກາຍພະຄລິດໄປຮ່ວມກັບຮ່າງກາຍໂສເພນີ? ບໍ່ສົມຄວນແທ້ໆ! 16 ພວກເຈົ້າບໍ່ຮູ້ບໍວ່າຄົນທີ່ໄປຮ່ວມກັບໂສເພນີກໍເປັນຮ່າງກາຍດຽວກັບລາວ? ຍ້ອນພະເຈົ້າບອກໄວ້ວ່າ “ເຂົາເຈົ້າຈຶ່ງບໍ່ເປັນ 2 ອີກຕໍ່ໄປ ແຕ່ເປັນກາຍອັນດຽວກັນ.”*+ 17 ແຕ່ຄົນທີ່ມີສ່ວນຮ່ວມກັບຜູ້ເປັນນາຍກໍມີຄວາມຄິດເປັນອັນໜຶ່ງອັນດຽວກັບເພິ່ນ.+ 18 ພວກເຈົ້າຕ້ອງໜີໄກໆຈາກການເຮັດຜິດສິນລະທຳທາງເພດ.+ ບາບແນວອື່ນທີ່ຄົນເຮົາເຮັດ ບໍ່ແມ່ນການເຮັດຜິດຕໍ່ຮ່າງກາຍຂອງໂຕເອງ ແຕ່ຄົນທີ່ເຮັດຜິດສິນລະທຳທາງເພດກໍເຮັດຜິດຕໍ່ຮ່າງກາຍຂອງໂຕເອງ.+ 19 ພວກເຈົ້າບໍ່ຮູ້ບໍວ່າພວກເຈົ້າປະກອບກັນເປັນຮ່າງກາຍ ແລະຮ່າງກາຍນັ້ນເປັນວິຫານ+ຂອງພະລັງບໍລິສຸດທີ່ພວກເຈົ້າໄດ້ຮັບຈາກພະເຈົ້າ+ແລະຢູ່ໃນໂຕພວກເຈົ້າ? ທີ່ຈິງ ພວກເຈົ້າບໍ່ແມ່ນເຈົ້າຂອງໂຕເອງ+ 20 ຍ້ອນພະເຈົ້າຊື້ພວກເຈົ້າໄວ້ດ້ວຍລາຄາສູງ.+ ດັ່ງນັ້ນ ຂໍໃຫ້ໃຊ້ຮ່າງກາຍຂອງພວກເຈົ້າ+ເພື່ອຍົກຍ້ອງພະເຈົ້າ.+