ເອເຊກຽນ
40 ໃນປີທີ 25 ທີ່ພວກເຮົາໄປເປັນຊະເລີຍ+ ເຊິ່ງແມ່ນປີທີ 14 ຫຼັງຈາກເມືອງເຢຣູຊາເລັມຖືກທຳລາຍ+ ໃນວັນທີ 10 ຂອງເດືອນທີ 1 ພະລັງ*ຂອງພະເຢໂຫວາກໍໄດ້ມາຢູ່ນຳຂ້ອຍ ແລະເພິ່ນໄດ້ພາຂ້ອຍໄປເມືອງເຢຣູຊາເລັມ.+ 2 ພະເຈົ້າໃຫ້ຂ້ອຍເຫັນນິມິດ. ເພິ່ນພາຂ້ອຍໄປເທິງພູສູງໆໃນແຜ່ນດິນອິດສະຣາເອນ.+ ຢູ່ທາງທິດໃຕ້ຂອງພູໜ່ວຍນັ້ນ ຂ້ອຍເຫັນບາງຢ່າງທີ່ຄ້າຍຄືກັບເມືອງ.
3 ເມື່ອເພິ່ນພາຂ້ອຍໄປບ່ອນນັ້ນ ຂ້ອຍເຫັນຜູ້ຊາຍຄົນໜຶ່ງ. ໂຕລາວເຫຼື້ອມຄືກັບທອງແດງ.+ ລາວຖືເຊືອກປ່ານກັບໄມ້ແທກ+ແລະຢືນຢູ່ທາງເຂົ້າວິຫານ. 4 ລາວເວົ້າກັບຂ້ອຍວ່າ: “ລູກມະນຸດ ໃຫ້ເຈົ້າເບິ່ງຄັກໆ ຟັງດີໆ ແລະຈື່ທຸກສິ່ງທີ່ຂ້ອຍໃຫ້ເຈົ້າເບິ່ງ ຍ້ອນພະເຈົ້າເປັນຜູ້ພາເຈົ້າມານີ້. ເຈົ້າຈະຕ້ອງບອກທຸກສິ່ງທີ່ເຈົ້າເຫັນໃຫ້ພວກອິດສະຣາເອນຟັງ.”+
5 ຂ້ອຍເຫັນກຳແພງອ້ອມວິຫານ. ຜູ້ຊາຍຄົນນັ້ນຖືໄມ້ແທກຍາວ 6 ສອກ.* (ແຕ່ລະສອກຍາວເທົ່າກັບ 1 ສອກບວກ 1 ຝາມື.*) ແລ້ວລາວກໍເລີ່ມແທກກຳແພງ. ມັນໜາ 1 ໄມ້ແທກ* ແລະສູງ 1 ໄມ້ແທກ.
6 ຈາກນັ້ນ ລາວກໍໄປປະຕູທາງເຂົ້າທີ່ຢູ່ທິດຕາເວັນອອກ+ແລະຍ່າງຂຶ້ນຂັ້ນໄດ. ລາວແທກຕີນປະຕູທາງເຂົ້າ. ມັນກວ້າງ 1 ໄມ້ແທກ* ແລະຕີນປະຕູທາງເຂົ້າອີກເບື້ອງໜຶ່ງກໍກວ້າງ 1 ໄມ້ແທກຄືກັນ. 7 ຫ້ອງຍາມແຕ່ລະຫ້ອງຍາວ 1 ໄມ້ແທກ* ແລະກວ້າງ 1 ໄມ້ແທກ. ແຕ່ລະຫ້ອງຫ່າງກັນ 5 ສອກ.*+ ຕີນປະຕູຂອງທາງເຂົ້າທີ່ຕິດກັບຫ້ອງໃຫຍ່ກ່ອນທີ່ຈະເຂົ້າໄປທາງໃນກວ້າງ 1 ໄມ້ແທກ.
8 ລາວໄດ້ແທກຫ້ອງໃຫຍ່ກ່ອນເຂົ້າໄປທາງໃນ. ມັນກວ້າງ 1 ໄມ້ແທກ.* 9 ຈາກນັ້ນ ລາວກໍແທກຫ້ອງໃຫຍ່. ມັນຍາວ 8 ສອກ.* ລາວແທກເສົາທີ່ຢູ່ທາງຂ້າງຫ້ອງນັ້ນ. ມັນກວ້າງ 2 ສອກ.* ຫ້ອງໃຫຍ່ນີ້ໃກ້ກັບທາງໃນຂອງວິຫານ.
10 ຢູ່ທາງເຂົ້າທາງທິດຕາເວັນອອກ ແຕ່ລະເບື້ອງມີຫ້ອງຍາມ 3 ຫ້ອງ. ທຸກຫ້ອງມີຂະໜາດສ່ຳກັນ ແລະເສົາທີ່ຢູ່ທັງສອງເບື້ອງກໍມີຂະໜາດສ່ຳກັນ.
11 ຈາກນັ້ນ ລາວກໍແທກປະຕູຂອງທາງເຂົ້າ. ມັນກວ້າງ 10 ສອກ* ແລະຍາວ 13 ສອກ.*
12 ຢູ່ທາງໜ້າຫ້ອງຍາມແຕ່ລະຫ້ອງ ມີສ່ວນທີ່ກັ້ນຍາວອອກມາ 1 ສອກ.* ຫ້ອງຍາມທຸກຫ້ອງທີ່ຢູ່ທັງສອງເບື້ອງ ກວ້າງ 6 ສອກ.*
13 ແລ້ວລາວກໍແທກຄວາມກວ້າງຂອງທາງເຂົ້າ ຈາກຫຼັງຄາຂອງຫ້ອງຍາມທີ່ຢູ່ເບື້ອງນີ້ໄປຫາຫຼັງຄາຂອງຫ້ອງຍາມ*ທີ່ຢູ່ເບື້ອງກົງກັນຂ້າມ ກວ້າງ 25 ສອກ.* ທາງເຂົ້າຂອງຫ້ອງຍາມທັງສອງເບື້ອງຢູ່ຊື່ກັນ.+ 14 ຈາກນັ້ນ ລາວແທກເສົາທີ່ຢູ່ທາງຂ້າງ. ມັນສູງ 60 ສອກ.* ລາວຍັງໄດ້ແທກເສົາທີ່ຢູ່ທາງຂ້າງທາງເຂົ້າອື່ນໆທີ່ຢູ່ອ້ອມເດີ່ນ. 15 ຕັ້ງແຕ່ທາງເຂົ້າຈົນຮອດທາງໃນຫ້ອງໃຫຍ່ ຍາວ 50 ສອກ.*
16 ມີປ່ອງຢ້ຽມຢູ່ຫ້ອງຍາມກັບຢູ່ເສົາທີ່ຢູ່ທາງຂ້າງ ແລະຫ້ອງໃຫຍ່ກໍມີປ່ອງຢ້ຽມທັງສອງເບື້ອງ. ປ່ອງຢ້ຽມນັ້ນມີຂອບນ້ອຍລົງໆ.*+ ເສົາແຕ່ລະຕົ້ນທີ່ຢູ່ທາງຂ້າງມີຮູບຕົ້ນປາມ.+
17 ຈາກນັ້ນ ລາວກໍພາຂ້ອຍໄປເດີ່ນທາງນອກ. ຢູ່ເດີ່ນນັ້ນມີທາງຍ່າງອ້ອມແລະມີຫ້ອງກິນເຂົ້າ.+ ຫ້ອງກິນເຂົ້າທັງໝົດມີ 30 ຫ້ອງ. 18 ຄວາມກວ້າງຂອງທາງຍ່າງສ່ຳກັບຄວາມຍາວຂອງທາງເຂົ້າ. ທາງຍ່າງນີ້ຕ່ຳກວ່າເດີ່ນທາງໃນ.
19 ແລ້ວລາວກໍແທກໄລຍະຫ່າງຕັ້ງແຕ່ທາງເຂົ້າຈົນຮອດເດີ່ນທາງໃນ ທິດຕາເວັນອອກຍາວ 100 ສອກ* ແລະທິດເໜືອກໍຍາວ 100 ສອກຄືກັນ.
20 ຢູ່ທາງທິດເໜືອຂອງເດີ່ນທາງນອກກໍມີທາງເຂົ້າຄືກັນ. ລາວແທກລວງຍາວກັບລວງກວ້າງຂອງທາງເຂົ້ານີ້. 21 ມັນມີຫ້ອງຍາມເບື້ອງລະ 3 ຫ້ອງ. ເສົາທີ່ຢູ່ທາງຂ້າງແລະຫ້ອງໃຫຍ່ມີຂະໜາດສ່ຳກັບອັນທີ່ຢູ່ທາງເຂົ້າທຳອິດ. ທາງເຂົ້ານີ້ຍາວ 50 ສອກ* ແລະກວ້າງ 25 ສອກ.* 22 ປ່ອງຢ້ຽມ ຫ້ອງໃຫຍ່ ແລະຮູບຕົ້ນປາມ+ມີຂະໜາດສ່ຳກັບອັນທີ່ຢູ່ທາງເຂົ້າທາງທິດຕາເວັນອອກ. ທາງເຂົ້ານີ້ມີຂັ້ນໄດ 7 ຂັ້ນ ແລະເມື່ອຍ່າງໄປອີກກໍຈະເຫັນຫ້ອງໃຫຍ່.
23 ຢູ່ເດີ່ນທາງໃນກໍມີທາງເຂົ້າຄືກັນ. ທາງເຂົ້າໜຶ່ງຢູ່ກົງກັນຂ້າມກັບທາງເຂົ້າທາງນອກທີ່ຢູ່ທິດເໜືອ ແລະອີກທາງເຂົ້າໜຶ່ງຢູ່ກົງກັນຂ້າມກັບທາງເຂົ້າທາງນອກທີ່ຢູ່ທິດຕາເວັນອອກ. ລາວແທກຕັ້ງແຕ່ທາງເຂົ້າທາງນອກຫາທາງເຂົ້າທາງໃນ. ມັນຍາວ 100 ສອກ.*
24 ຈາກນັ້ນ ລາວກໍພາຂ້ອຍໄປທາງທິດໃຕ້ ແລະຂ້ອຍກໍເຫັນອີກທາງເຂົ້າໜຶ່ງ.+ ລາວແທກເສົາທີ່ຢູ່ທາງຂ້າງແລະຫ້ອງໃຫຍ່. ມັນມີຂະໜາດສ່ຳກັບອັນທີ່ຢູ່ທາງເຂົ້າອື່ນໆ. 25 ມີປ່ອງຢ້ຽມຢູ່ 2 ຂ້າງຂອງທາງເຂົ້ານີ້ແລະຢູ່ຫ້ອງໃຫຍ່. ປ່ອງຢ້ຽມນີ້ຄືກັບປ່ອງຢ້ຽມທີ່ຢູ່ທາງເຂົ້າອື່ນໆ. ທາງເຂົ້ານີ້ຍາວ 50 ສອກ* ແລະກວ້າງ 25 ສອກ.* 26 ທາງເຂົ້ານີ້ມີຂັ້ນໄດ 7 ຂັ້ນ+ ແລະທາງໃນກໍມີຫ້ອງໃຫຍ່. ເສົາແຕ່ລະຕົ້ນທີ່ຢູ່ທາງຂ້າງມີຮູບຕົ້ນປາມ.
27 ຢູ່ເດີ່ນທາງໃນມີທາງເຂົ້າທີ່ປິ່ນໄປທາງທິດໃຕ້. ລາວແທກຕັ້ງແຕ່ທາງເຂົ້າທາງນອກຫາທາງເຂົ້າທາງໃນ. ມັນຍາວ 100 ສອກ.* 28 ແລ້ວລາວກໍພາຂ້ອຍເຂົ້າໄປເດີ່ນທາງໃນທາງທາງເຂົ້າທີ່ຢູ່ທິດໃຕ້. ລາວແທກທາງເຂົ້ານີ້ ແລະມັນມີຂະໜາດສ່ຳກັບທາງເຂົ້າອື່ນໆ. 29 ຫ້ອງຍາມ ເສົາທີ່ຢູ່ທາງຂ້າງ ແລະຫ້ອງໃຫຍ່ກໍມີຂະໜາດສ່ຳກັບອັນທີ່ຢູ່ທາງເຂົ້າອື່ນໆ. ມີປ່ອງຢ້ຽມຢູ່ທັງສອງເບື້ອງຂອງທາງເຂົ້ານີ້ແລະຢູ່ຫ້ອງໃຫຍ່. ທາງເຂົ້ານີ້ຍາວ 50 ສອກ* ແລະກວ້າງ 25 ສອກ.*+ 30 ທາງເຂົ້າທຸກບ່ອນທີ່ເຂົ້າໄປເດີ່ນທາງໃນມີຫ້ອງໃຫຍ່. ຫ້ອງໃຫຍ່ນີ້ຍາວ 25 ສອກ* ແລະກວ້າງ 5 ສອກ.* 31 ຫ້ອງໃຫຍ່ຂອງທາງເຂົ້ານີ້ປິ່ນໄປທາງເດີ່ນທີ່ຢູ່ທາງນອກ ແລະເສົາແຕ່ລະຕົ້ນທີ່ຢູ່ທາງຂ້າງກໍມີຮູບຕົ້ນປາມ.+ ທາງເຂົ້ານີ້ມີຂັ້ນໄດ 8 ຂັ້ນ.+
32 ເມື່ອລາວພາຂ້ອຍເຂົ້າໄປເດີ່ນທາງໃນຈາກທິດຕາເວັນອອກ ລາວໄດ້ແທກທາງເຂົ້ານີ້ ແລະມັນມີຂະໜາດສ່ຳກັບທາງເຂົ້າອື່ນໆ. 33 ຫ້ອງຍາມ ເສົາທີ່ຢູ່ທາງຂ້າງ ແລະຫ້ອງໃຫຍ່ມີຂະໜາດສ່ຳກັບອັນທີ່ຢູ່ທາງເຂົ້າອື່ນໆ. ມີປ່ອງຢ້ຽມຢູ່ທັງສອງເບື້ອງຂອງທາງເຂົ້ານີ້ແລະຢູ່ຫ້ອງໃຫຍ່. ທາງເຂົ້ານີ້ຍາວ 50 ສອກ* ແລະກວ້າງ 25 ສອກ.* 34 ຫ້ອງໃຫຍ່ຂອງທາງເຂົ້ານີ້ປິ່ນໄປທາງເດີ່ນທີ່ຢູ່ທາງນອກ ແລະເສົາທີ່ຢູ່ທາງຂ້າງທັງສອງເບື້ອງມີຮູບຕົ້ນປາມ. ທາງເຂົ້ານີ້ມີຂັ້ນໄດ 8 ຂັ້ນ.
35 ຈາກນັ້ນ ລາວກໍພາຂ້ອຍໄປທາງເຂົ້າເດີ່ນທາງໃນທີ່ຢູ່ທິດເໜືອ.+ ລາວແທກທາງເຂົ້ານີ້ ແລະມັນມີຂະໜາດສ່ຳກັບທາງເຂົ້າອື່ນໆ. 36 ຫ້ອງຍາມ ເສົາທີ່ຢູ່ທາງຂ້າງ ແລະຫ້ອງໃຫຍ່ມີຂະໜາດສ່ຳກັບອັນທີ່ຢູ່ທາງເຂົ້າອື່ນໆ. ມີປ່ອງຢ້ຽມຢູ່ທັງສອງຂ້າງຂອງທາງເຂົ້ານີ້ແລະຢູ່ຫ້ອງໃຫຍ່. ທາງເຂົ້ານີ້ຍາວ 50 ສອກ* ແລະກວ້າງ 25 ສອກ.* 37 ຫ້ອງໃຫຍ່ທີ່ຢູ່ທາງເຂົ້ານີ້ປິ່ນໄປທາງເດີ່ນທີ່ຢູ່ທາງນອກ ແລະເສົາທີ່ຢູ່ທາງຂ້າງທັງສອງເບື້ອງກໍມີຮູບຕົ້ນປາມ. ທາງເຂົ້ານີ້ມີຂັ້ນໄດ 8 ຂັ້ນ.
38 ມີຫ້ອງກິນເຂົ້າຫ້ອງໜຶ່ງທີ່ມີປະຕູຢູ່ໃກ້ກັບເສົາທີ່ຢູ່ທາງຂ້າງຂອງທາງເຂົ້າ ເຊິ່ງເປັນບ່ອນລ້າງເຄື່ອງບູຊາເຜົາ.+
39 ຢູ່ຫ້ອງໃຫຍ່ຂອງທາງເຂົ້ານີ້ມີໂຕະເບື້ອງລະ 2 ໜ່ວຍເພື່ອໃຊ້ເປັນບ່ອນຂ້າສັດສຳລັບເປັນເຄື່ອງບູຊາເຜົາ+ ເຄື່ອງບູຊາໄຖ່ບາບ+ ແລະເຄື່ອງບູຊາໄຖ່ຄວາມຜິດ.+ 40 ຢູ່ທາງນອກທາງເຂົ້າທາງທິດເໜືອມີໂຕະເບື້ອງລະ 2 ໜ່ວຍ ແລະຢູ່ຫ້ອງໃຫຍ່ກໍມີໂຕະເບື້ອງລະ 2 ໜ່ວຍຄືກັນ. 41 ຢູ່ທາງເຂົ້ານີ້ມີໂຕະເບື້ອງລະ 4 ໜ່ວຍ. ລວມທັງໝົດມີ 8 ໜ່ວຍທີ່ໃຊ້ເປັນບ່ອນຂ້າສັດສຳລັບເປັນເຄື່ອງບູຊາ. 42 ໂຕະ 4 ໜ່ວຍທີ່ໃຊ້ເປັນບ່ອນຂ້າສັດສຳລັບເປັນເຄື່ອງບູຊາເປັນຫີນທີ່ຕັດເປັນກ້ອນ. ໂຕະເຫຼົ່ານີ້ຍາວ 1 ສອກເຄິ່ງ* ກວ້າງ 1 ສອກເຄິ່ງ ແລະສູງ 1 ສອກ.* ຢູ່ເທິງໂຕະມີມີດກັບເຄື່ອງໃຊ້ອື່ນໆເພື່ອໃຊ້ຂ້າສັດເປັນເຄື່ອງບູຊາເຜົາແລະເຄື່ອງບູຊາອື່ນໆ. 43 ຢູ່ອ້ອມຝາທາງໃນມີຊັ້ນວາງເຄື່ອງທີ່ກວ້າງ 1 ຝາມື.* ໂຕະທີ່ຢູ່ນີ້ເປັນບ່ອນວາງຊີ້ນຂອງເຄື່ອງບູຊາ.
44 ຢູ່ໃກ້ກັບທາງເຂົ້າທາງໃນມີຫ້ອງກິນເຂົ້າສຳລັບພວກນັກຮ້ອງ.+ ຫ້ອງເຫຼົ່ານີ້ຢູ່ເດີ່ນທາງໃນໃກ້ກັບທາງເຂົ້າທີ່ຢູ່ທິດເໜືອ ແລະປະຕູທາງເຂົ້າຂອງຫ້ອງເຫຼົ່ານີ້ຢູ່ທິດໃຕ້. ມີຫ້ອງກິນເຂົ້າອີກຫ້ອງໜຶ່ງຢູ່ໃກ້ກັບທາງເຂົ້າທີ່ຢູ່ທິດຕາເວັນອອກ. ທາງເຂົ້າຂອງຫ້ອງນີ້ຢູ່ທິດເໜືອ.
45 ລາວບອກຂ້ອຍວ່າ: “ຫ້ອງກິນເຂົ້າຫ້ອງນີ້ທີ່ມີປະຕູທາງເຂົ້າຢູ່ທິດໃຕ້ເປັນຫ້ອງສຳລັບພວກປະໂລຫິດທີ່ມີໜ້າທີ່ເຮັດວຽກຮັບໃຊ້ໃນວິຫານ.+ 46 ຫ້ອງກິນເຂົ້າທີ່ມີປະຕູທາງເຂົ້າຢູ່ທິດເໜືອເປັນຫ້ອງສຳລັບພວກປະໂລຫິດທີ່ມີໜ້າທີ່ເຮັດວຽກຮັບໃຊ້ຢູ່ແທ່ນບູຊາ.+ ເຂົາເຈົ້າເປັນລູກຫຼານຂອງຊາໂດກ+ ແລະເປັນຄົນໃນຕະກູນເລວີທີ່ຖືກມອບໝາຍໃຫ້ຮັບໃຊ້ຢູ່ຕໍ່ໜ້າພະເຢໂຫວາ.”+
47 ຈາກນັ້ນ ລາວກໍແທກເດີ່ນທາງໃນ. ມັນຍາວ 100 ສອກ* ແລະກວ້າງ 100 ສອກ. ເດີ່ນນີ້ເປັນຮູບສີ່ລ່ຽມທີ່ແຕ່ລະຂ້າງເທົ່າກັນ ແລະມີແທ່ນບູຊາຢູ່ທາງໜ້າວິຫານ.
48 ແລ້ວລາວກໍພາຂ້ອຍເຂົ້າໄປໃນຫ້ອງທາງເຂົ້າຂອງວິຫານ.+ ລາວແທກເສົາທີ່ຢູ່ທາງຂ້າງຫ້ອງທາງເຂົ້າ. ເສົາແຕ່ລະຕົ້ນເບື້ອງໜຶ່ງກວ້າງ 5 ສອກ* ແລະອີກເບື້ອງໜຶ່ງກວ້າງ 3 ສອກ.* ເສົາຕົ້ນໜຶ່ງຢູ່ເບື້ອງຊ້າຍ ແລະອີກຕົ້ນໜຶ່ງຢູ່ເບື້ອງຂວາ.
49 ຫ້ອງທາງເຂົ້ານີ້ຍາວ 20 ສອກ* ແລະກວ້າງ 11 ສອກ.* ມີຂັ້ນໄດຢູ່ທາງເຂົ້າຫ້ອງນີ້ ແລະມີເສົາຢູ່ທາງຂ້າງເບື້ອງລະຕົ້ນ.+