ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 43
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ​ເຕັມ​ວິຫານ (1-​12)

      • ແທ່ນ​ບູຊາ (13-​27)

ເອເຊກຽນ 43:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:6; 42:15; 44:1

ເອເຊກຽນ 43:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 9:3; 11:23
  • +ອຊຢ 6:3; ອຊກ 10:4
  • +ອຊກ 1:24; ຢຮ 12:28, 29

ເອເຊກຽນ 43:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕອນ​ທີ່​ຂ້ອຍ​ມາ​ທຳລາຍ​ເມືອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 1:3, 4; 3:23

ເອເຊກຽນ 43:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 10:19; 44:1, 2

ເອເຊກຽນ 43:5

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ໝາຍເຖິງ​ພະລັງ​ຂອງ​ພະເຈົ້າ​ຫຼື​ທູດສະຫວັນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 40:34; 1ກສ 8:10; ອຊກ 44:4

ເອເຊກຽນ 43:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:3

ເອເຊກຽນ 43:7

ໄຂເງື່ອນ

  • *

    ເບິ່ງ​ຄື​ວ່າ​ຄຳເວົ້າ​ຂອງ​ລາ​ວ​ມາ​ຈາກ​ພະເຈົ້າ

  • *

    ແປ​ຕາມ​ໂຕ​ວ່າ “ໂດຍ​ຊາກ​ສົບ​ຂອງ​ພວກ​ກະສັດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 6:1; ຢຣມ 3:17; ອຊກ 1:26
  • +1ຂຄ 28:2
  • +ອພຍ 29:45; ພສ 68:16; 132:14; ຢອ 3:17
  • +ອຊກ 39:7; ຊຄຢ 13:2

ເອເຊກຽນ 43:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 8:3
  • +ດນອ 9:12

ເອເຊກຽນ 43:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 37:23, 26; 2ກຣ 6:16

ເອເຊກຽນ 43:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:4
  • +ອຊກ 16:63

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    9/2017, ໜ້າ 2

ເອເຊກຽນ 43:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 44:5
  • +ອຊກ 11:19, 20; 36:27

ເອເຊກຽນ 43:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 93:5; ອຊກ 40:2; 42:20

ເອເຊກຽນ 43:13

ໄຂເງື່ອນ

  • *

    ໝາຍເຖິງ​ສອກ​ຍາວ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    51,8 ຊັງຕີແມັດ

  • *

    22,2 ຊັງຕີແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 27:1; 2ຂຄ 4:1

ເອເຊກຽນ 43:14

ໄຂເງື່ອນ

  • *

    1 ແມັດ

  • *

    51,8 ຊັງຕີແມັດ

  • *

    2 ແມັດ

ເອເຊກຽນ 43:15

ໄຂເງື່ອນ

  • *

    2 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 27:2; ພນມ 9:13

ເອເຊກຽນ 43:16

ໄຂເງື່ອນ

  • *

    6,2 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 38:1; 2ຂຄ 4:1

ເອເຊກຽນ 43:17

ໄຂເງື່ອນ

  • *

    7,2 ແມັດ

  • *

    25,9 ຊັງຕີແມັດ

  • *

    51,8 ຊັງຕີແມັດ

ເອເຊກຽນ 43:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 40:29; ລລວ 1:5; 8:18-21; ອຊກ 45:19

ເອເຊກຽນ 43:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:10; ລລວ 8:14
  • +ອຊກ 40:46; 44:15; 48:11

ເອເຊກຽນ 43:20

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບໍລິສຸດ​ແລະ​ບໍ່​ມີ​ບາບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:36, 37; ລລວ 8:15; ຮຣ 9:23

ເອເຊກຽນ 43:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:14; ລລວ 8:17; ຮຣ 13:11

ເອເຊກຽນ 43:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 2:13

ເອເຊກຽນ 43:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:35

ເອເຊກຽນ 43:27

ໄຂເງື່ອນ

  • *

    ໝາຍເຖິງ​ປະຊາຊົນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 9:1
  • +ອຊກ 20:40

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 43:1ອຊກ 40:6; 42:15; 44:1
ອຊກ. 43:2ອຊກ 9:3; 11:23
ອຊກ. 43:2ອຊຢ 6:3; ອຊກ 10:4
ອຊກ. 43:2ອຊກ 1:24; ຢຮ 12:28, 29
ອຊກ. 43:3ອຊກ 1:3, 4; 3:23
ອຊກ. 43:4ອຊກ 10:19; 44:1, 2
ອຊກ. 43:5ອພຍ 40:34; 1ກສ 8:10; ອຊກ 44:4
ອຊກ. 43:6ອຊກ 40:3
ອຊກ. 43:7ອຊຢ 6:1; ຢຣມ 3:17; ອຊກ 1:26
ອຊກ. 43:71ຂຄ 28:2
ອຊກ. 43:7ອພຍ 29:45; ພສ 68:16; 132:14; ຢອ 3:17
ອຊກ. 43:7ອຊກ 39:7; ຊຄຢ 13:2
ອຊກ. 43:8ອຊກ 8:3
ອຊກ. 43:8ດນອ 9:12
ອຊກ. 43:9ອຊກ 37:23, 26; 2ກຣ 6:16
ອຊກ. 43:10ອຊກ 40:4
ອຊກ. 43:10ອຊກ 16:63
ອຊກ. 43:11ອຊກ 44:5
ອຊກ. 43:11ອຊກ 11:19, 20; 36:27
ອຊກ. 43:12ພສ 93:5; ອຊກ 40:2; 42:20
ອຊກ. 43:13ອພຍ 27:1; 2ຂຄ 4:1
ອຊກ. 43:15ອພຍ 27:2; ພນມ 9:13
ອຊກ. 43:16ອພຍ 38:1; 2ຂຄ 4:1
ອຊກ. 43:18ອພຍ 40:29; ລລວ 1:5; 8:18-21; ອຊກ 45:19
ອຊກ. 43:19ອພຍ 29:10; ລລວ 8:14
ອຊກ. 43:19ອຊກ 40:46; 44:15; 48:11
ອຊກ. 43:20ອພຍ 29:36, 37; ລລວ 8:15; ຮຣ 9:23
ອຊກ. 43:21ອພຍ 29:14; ລລວ 8:17; ຮຣ 13:11
ອຊກ. 43:24ລລວ 2:13
ອຊກ. 43:25ອພຍ 29:35
ອຊກ. 43:27ລລວ 9:1
ອຊກ. 43:27ອຊກ 20:40
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 43:1-27

ເອເຊກຽນ

43 ຈາກ​ນັ້ນ ລາວ​ກໍ​ພາ​ຂ້ອຍ​ໄປ​ປະຕູ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ.+ 2 ຢູ່​ຫັ້ນ ຂ້ອຍ​ເຫັນ​ແສງ​ລັດ​ສະໝີ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ​ມາ​ຈາກ​ທິດ​ຕາເວັນ​ອອກ.+ ແສງ​ລັດ​ສະໝີ​ນັ້ນ​ເຮັດ​ໃຫ້​ໂລກ​ແຈ້ງ​ສະຫວ່າງ+ ແລະ​ສຽງ​ຂອງ​ເພິ່ນ​ກໍ​ຄື​ກັບ​ສຽງ​ນ້ຳ​ທີ່​ໄຫຼ​ແຮງ​ໆ​.+ 3 ສິ່ງ​ທີ່​ຂ້ອຍ​ເຫັນ​ຄື​ກັບ​ນິມິດ​ທີ່​ຂ້ອຍ​ເຄີຍ​ເຫັນ​ຕອນ​ມາ​ເຕືອນ​ເລື່ອງ​ການ​ທຳລາຍ​ເມືອງ​ເຢຣູຊາເລັມ* ແລະ​ຄື​ກັບ​ນິມິດ​ທີ່​ຂ້ອຍ​ເຄີຍ​ເຫັນ​ໃກ້​ກັບ​ແມ່​ນ້ຳ​ເກບາ.+ ແລ້ວ​ຂ້ອຍ​ກໍ​ໝູບ​ໜ້າ​ລົງ​ພື້ນ.

4 ຂ້ອຍ​ເຫັນ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ເຂົ້າ​ໄປ​ໃນ​ວິຫານ​ທາງ​ທາງເຂົ້າ​ທີ່​ຢູ່​ທິດ​ຕາເວັນ​ອອກ.+ 5 ພະລັງ​ຂອງ​ພະເຈົ້າ*​ໄດ້​ພາ​ຂ້ອຍ​ເຂົ້າ​ໄປ​ເດີ່ນ​ທາງ​ໃນ​ຂອງ​ວິຫານ ແລະ​ຂ້ອຍ​ເຫັນ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ເຕັມ​ວິຫານ.+ 6 ຂ້ອຍ​ໄດ້​ຍິນ​ສຽງ​ຄົນ​ເວົ້າ​ກັບ​ຂ້ອຍ​ອອກ​ມາ​ຈາກ​ວິຫານ ແລ້ວ​ລາວ​ກໍ​ມາ​ຢືນ​ຢູ່​ທາງ​ຂ້າງ​ຂ້ອຍ.+ 7 ລາວ​ເວົ້າ​ກັບ​ຂ້ອຍ​ວ່າ:*

“ລູກ​ມະນຸດ ນີ້​ແມ່ນ​ບ່ອນ​ຕັ້ງ​ບັນລັງ​ຂອງ​ເຮົາ+​ແລະ​ບ່ອນ​ວາງ​ຕີນ​ຂອງ​ເຮົາ.+ ຢູ່​ນີ້ ເຮົາ​ຈະ​ຢູ່​ກັບ​ພວກ​ອິດສະຣາເອນ​ຕະຫຼອດ​ໄປ.+ ພວກ​ອິດສະຣາເອນ​ແລະ​ກະສັດ​ຂອງ​ເຂົາເຈົ້າ​ໄດ້​ດູຖູກ​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ​ໂດຍ​ການ​ຂາຍ​ໂຕ​ໃຫ້​ພະເຈົ້າ​ອື່ນ* ແລະ​ໂດຍ​ການ​ຖື​ວ່າ​ຮູບ​ບູຊາ​ເປັນ​ຄື​ກັບ​ກະສັດ​ທີ່​ເຂົາເຈົ້າ​ຕ້ອງ​ຮັບໃຊ້ ແຕ່​ເຂົາເຈົ້າ​ຈະ​ບໍ່​ໄດ້​ເຮັດ​ແບບນັ້ນ​ອີກ​ຕໍ່ໄປ.+ 8 ເຂົາເຈົ້າ​ໄດ້​ເອົາ​ຕີນ​ປະຕູ​ຂອງ​ເຂົາເຈົ້າ​ວາງ​ໄວ້​ຂ້າງ​ຕີນ​ປະຕູ​ຂອງ​ເຮົາ ແລະ​ເອົາ​ເສົາ​ປະຕູ​ຂອງ​ເຂົາເຈົ້າ​ວາງ​ໄວ້​ຂ້າງ​ເສົາ​ປະຕູ​ຂອງ​ເຮົາ. ມີ​ແຕ່​ກຳແພງ​ເທົ່າ​ນັ້ນ​ທີ່​ຂັ້ນ​ລະຫວ່າງ​ເຮົາ​ກັບ​ເຂົາເຈົ້າ.+ ເຂົາເຈົ້າ​ດູຖູກ​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ​ໂດຍ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ. ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ໃຈຮ້າຍ​ຫຼາຍ​ແລະ​ທຳລາຍ​ເຂົາເຈົ້າ.+ 9 ຕອນນີ້ ໃຫ້​ເຂົາເຈົ້າ​ເຊົາ​ຂາຍ​ໂຕ​ໃຫ້​ພະເຈົ້າ​ອື່ນ ແລະ​ໃຫ້​ເອົາ​ຮູບ​ບູຊາ​ທີ່​ເຂົາເຈົ້າ​ຖື​ວ່າ​ເປັນ​ຄື​ກັບ​ກະສັດ​ໜີ​ໄປ​ໄກ​ໆ​ຈາກ​ເຮົາ ແລ້ວ​ເຮົາ​ຈະ​ຢູ່​ກັບ​ເຂົາເຈົ້າ​ຕະຫຼອດ​ໄປ.+

10 ລູກ​ມະນຸດ ໃຫ້​ເຈົ້າ​ບອກ​ລາຍລະອຽດ​ຂອງ​ວິຫານ​ໃຫ້​ພວກ​ອິດສະຣາເອນ​ຟັງ+ ເພື່ອ​ເຂົາເຈົ້າ​ຈະ​ຮູ້ສຶກ​ອາຍ​ຍ້ອນ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ໄດ້​ເຮັດ.+ ເຂົາເຈົ້າ​ຄວນ​ສຶກສາ​ແບບ​ຂອງ​ວິຫານ​ນີ້. 11 ຖ້າ​ເຂົາເຈົ້າ​ຮູ້ສຶກ​ອາຍ​ໃນ​ທຸກ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ເຮັດ ເຈົ້າ​ຄວນ​ບອກ​ເຂົາເຈົ້າ​ໃຫ້​ຮູ້ຈັກ​ແບບ​ຂອງ​ວິຫານ ການ​ຈັດ​ກຽມ​ຕ່າງ​ໆ​ ແລະ​ທາງເຂົ້າ​ກັບ​ທາງ​ອອກ​ຂອງ​ວິຫານ.+ ໃຫ້​ເຂົາເຈົ້າ​ເບິ່ງ​ແບບ​ທັງໝົດ​ຂອງ​ວິຫານ ແລະ​ອະທິບາຍ​ກົດ​ແລະ​ຄຳສັ່ງ​ໃຫ້​ເຂົາເຈົ້າ​ຮູ້ ແລ້ວ​ຂຽນ​ສິ່ງ​ເຫຼົ່ານີ້​ຕໍ່​ໜ້າ​ເຂົາເຈົ້າ ເພື່ອ​ເຂົາເຈົ້າ​ຈະ​ສຶກສາ​ແບບ​ຂອງ​ວິຫານ​ແລະ​ເຮັດ​ຕາມ​ກົດ​ຂອງ​ວິຫານ.+ 12 ກົດ​ຂອງ​ວິຫານ​ແມ່ນ​ເຂດ​ທີ່​ຢູ່​ອ້ອມແອ້ມ​ຈອມພູ​ເປັນ​ບ່ອນ​ທີ່​ບໍລິສຸດ​ທີ່ສຸດ.+ ນີ້​ແມ່ນ​ກົດ​ຂອງ​ວິຫານ.

13 ຕໍ່ໄປ​ນີ້​ແມ່ນ​ຂະໜາດ​ຂອງ​ແທ່ນ​ບູຊາ​ທີ່​ແທກ​ເປັນ​ສອກ.+ (ແຕ່​ລະ​ສອກ​ຍາວ​ເທົ່າ​ກັບ 1 ຄືບ​ບວກ 1 ຝາ​ມື.*​) ຊັ້ນ​ທີ​ໜຶ່ງ​ທີ່​ເປັນ​ຕີນ​ຂອງ​ແທ່ນ​ບູຊາ​ສູງ 1 ສອກ* ແລະ​ກວ້າງ​ກວ່າ​ຊັ້ນ​ທີ​ສອງ 1 ສອກ. ຕີນ​ນີ້​ມີ​ຂອບ​ອ້ອມ​ສູງ​ຂຶ້ນ​ອີກ 1 ຄືບ.* ນີ້​ແມ່ນ​ຕີນ​ຂອງ​ແທ່ນ​ບູຊາ. 14 ຊັ້ນ​ທີ​ສອງ​ທີ່​ຢູ່​ເທິງ​ຕີນ​ແທ່ນ​ບູຊາ​ສູງ 2 ສອກ* ກວ້າງ​ກວ່າ​ຊັ້ນ​ທີ​ສາມ 1 ສອກ.* ຊັ້ນ​ທີ​ສາມ​ສູງ 4 ສອກ* ແລະ​ກວ້າງ​ກວ່າ​ໂຕ​ແທ່ນ​ບູຊາ 1 ສອກ. 15 ໂຕ​ແທ່ນ​ບູຊາ​ສູງ 4 ສອກ* ແລະ​ມີ​ເຂົາ​ຢູ່ 4 ແຈ.+ 16 ແທ່ນ​ບູຊາ​ເປັນ​ສີ່​ລ່ຽມ ຍາວ 12 ສອກ* ແລະ​ກວ້າງ 12 ສອກ.+ 17 ຊັ້ນ​ທີ​ສາມ​ກວ້າງ 14 ສອກ* ແລະ​ຍາວ 14 ສອກ ແລະ​ມີ​ຂອບ​ສູງ​ຂຶ້ນ​ໄປ​ເຄິ່ງ​ສອກ.* ຊັ້ນ​ທີ່​ເປັນ​ຕີນ​ຂອງ​ແທ່ນ​ບູຊາ​ກວ້າງ​ອອກ​ມາ 1 ສອກ*​ທຸກ​ດ້ານ.

ຂັ້ນໄດ​ຂຶ້ນ​ໄປ​ແທ່ນ​ບູຊາ​ຢູ່​ທາງ​ທິດ​ຕາເວັນ​ອອກ.”

18 ແລ້ວ​ລາວ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຕໍ່ໄປ​ນີ້​ເປັນ​ຄຳສັ່ງ​ທີ່​ຕ້ອງ​ເຮັດ​ເມື່ອ​ສ້າງ​ແທ່ນ​ບູຊາ​ແລ້ວ​ໆ​ ເພື່ອ​ຈະ​ເອົາ​ເຄື່ອງ​ບູຊາ​ເຜົາ​ມາ​ເຜົາ​ແລະ​ເອົາ​ເລືອດ​ມາ​ຊິດ​ໃສ່​ແທ່ນ​ບູຊາ​ນີ້.’+

19 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ໃຫ້​ເຈົ້າ​ເອົາ​ງົວ​ໂຕ​ໜຶ່ງ​ໄປ​ໃຫ້​ປະໂລຫິດ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.+ ໃຫ້​ເອົາ​ງົວ​ໂຕ​ນັ້ນ​ໄປ​ໃຫ້​ພວກ​ປະໂລຫິດ​ຄົນ​ເລວີ​ທີ່​ເປັນ​ລູກ​ຫຼານ​ຂອງ​ຊາໂດກ+​ທີ່​ຮັບໃຊ້​ຢູ່​ຕໍ່​ໜ້າ​ເຮົາ. 20 ເຈົ້າ​ຕ້ອງ​ເອົາ​ເລືອດ​ສ່ວນ​ໜຶ່ງ​ຂອງ​ງົວ​ໂຕ​ນັ້ນ​ໄປ​ຕ້ວຍ​ໃສ່​ເຂົາ 4 ອັນ​ທີ່​ຢູ່ 4 ແຈ​ຂອງ​ແທ່ນ​ບູຊາ ແລະ​ຕ້ວຍ​ໃສ່​ຂອບ​ທີ່​ຢູ່​ອ້ອມ​ແທ່ນ​ບູຊາ ເພື່ອ​ເຮັດ​ໃຫ້​ແທ່ນ​ບູຊາ​ນັ້ນ​ເປັນ​ສິ່ງ​ທີ່​ຖື​ວ່າ​ບໍລິສຸດ.*+ 21 ໃຫ້​ເຈົ້າ​ເອົາ​ງົວ​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ໄປ​ເຜົາ​ຢູ່​ທາງ​ນອກ​ວິຫານ​ໃນ​ບ່ອນ​ທີ່​ກຳນົດ​ໄວ້.+ 22 ໃນ​ມື້​ທີ 2 ໃຫ້​ເຈົ້າ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ທີ່​ຕຸ້ຍ​ພີ​ດີ​ງາມ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ພວກ​ປະໂລຫິດ​ຈະ​ເຮັດ​ໃຫ້​ແທ່ນ​ບູຊາ​ເປັນ​ສິ່ງ​ທີ່​ຖື​ວ່າ​ບໍລິສຸດ​ຄື​ກັບ​ທີ່​ເຂົາເຈົ້າ​ເຮັດ​ໃຫ້​ມັນ​ບໍລິສຸດ​ໂດຍ​ໃຊ້​ງົວ.’

23 ເມື່ອ​ເຈົ້າ​ເຮັດ​ໃຫ້​ແທ່ນ​ບູຊາ​ເປັນ​ສິ່ງ​ທີ່​ຖື​ວ່າ​ບໍລິສຸດ​ແລ້ວ ໃຫ້​ເຈົ້າ​ເອົາ​ງົວ​ໂຕ​ໜຶ່ງ​ກັບ​ແກະ​ໂຕ​ໜຶ່ງ​ທີ່​ຕຸ້ຍ​ພີ​ດີ​ງາມ​ມາ​ເປັນ​ເຄື່ອງ​ບູຊາ. 24 ໃຫ້​ເຈົ້າ​ເອົາ​ສັດ 2 ໂຕ​ນີ້​ມອບ​ໃຫ້​ພະ​ເຢໂຫວາ ແລະ​ພວກ​ປະໂລຫິດ​ຈະ​ເອົາ​ເກືອ​ໂຮຍ​ໃສ່+​ແລະ​ເຜົາ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ. 25 ໃຫ້​ເຈົ້າ​ເອົາ​ແບ້​ໂຕ​ຜູ້ ງົວ ແລະ​ແກະ​ໂຕ​ຜູ້​ແນວ​ລະ​ໂຕ​ມາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ທຸກ​ໆ​ມື້ ເປັນ​ເວລາ 7 ມື້.+ ສັດ​ທີ່​ເຈົ້າ​ເອົາ​ມາ​ຕ້ອງ​ເປັນ​ໂຕ​ທີ່​ສົມບູນ​ດີ. 26 ພວກ​ປະໂລຫິດ​ຕ້ອງ​ເຮັດ​ໃຫ້​ແທ່ນ​ບູຊາ​ເປັນ​ສິ່ງ​ທີ່​ຖື​ວ່າ​ບໍລິສຸດ 7 ມື້ ແລະ​ຕ້ອງ​ກຽມ​ແທ່ນ​ນັ້ນ​ໃຫ້​ພ້ອມ​ທີ່​ຈະ​ໃຊ້​ໄດ້. 27 ຫຼັງ​ຈາກ​ຄົບ 7 ມື້​ແລ້ວ ຕັ້ງແຕ່​ມື້​ທີ 8+ ເປັນ​ຕົ້ນ​ໄປ ພວກ​ປະໂລຫິດ​ຈະ​ເຜົາ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ​ຂອງ​ເຈົ້າ*​ຢູ່ແທ່ນ​ບູຊາ ແລ້ວ​ເຮົາ​ຈະ​ພໍໃຈ​ເຈົ້າ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌