ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງນີ້ຕັ້ງຕາມເພງ “ຢ່າທຳລາຍ.”*
57 ພະເຈົ້າເອີ້ຍ ຂໍພະອົງເມດຕາແລະອີ່ຕົນລູກ
ຍ້ອນລູກໄວ້ໃຈວ່າພະອົງຈະປົກປ້ອງລູກ.+
ລູກຂໍລີ້ໄພຢູ່ກ້ອງປີກ*ຂອງພະອົງຈົນກວ່າບັນຫາຈະໝົດໄປ.+
2 ຂ້ອຍຮ້ອງຫາພະເຈົ້າສູງສຸດ.
ຂ້ອຍຮ້ອງຫາພະເຈົ້າທ່ຽງແທ້ຜູ້ທີ່ເຮັດໃຫ້ບັນຫາຂອງຂ້ອຍໝົດໄປ.
3 ເພິ່ນຈະສົ່ງຄວາມຊ່ວຍເຫຼືອຈາກສະຫວັນມາຊ່ວຍຂ້ອຍໃຫ້ລອດ.+
ເພິ່ນຈະຂັດຂວາງແຜນການຂອງຄົນທີ່ມາໂຈມຕີຂ້ອຍ. (ເຊລາ)*
ພະເຈົ້າຈະສະແດງຄວາມສັດຊື່ແລະຄວາມຮັກທີ່ໝັ້ນຄົງຕໍ່ຂ້ອຍ.+
4 ຂ້ອຍຖືກໂຕສິງອ້ອມຂ້ອຍໄວ້.+
ຂ້ອຍຕ້ອງນອນຢູ່ກັບຄົນທີ່ຢາກກັດກິນຂ້ອຍ.
ແຂ້ວຂອງເຂົາເຈົ້າແຫຼມຄືກັບຫອກແລະລູກທະນູ
ແລະລີ້ນຂອງເຂົາເຈົ້າເປັນຄືກັບດາບທີ່ຄົມໆ.+
5 ພະເຈົ້າເອີ້ຍ ຂໍພະອົງສະແດງໃຫ້ເຫັນວ່າພະອົງຍິ່ງໃຫຍ່ຫຼາຍສ່ຳໃດໃນສະຫວັນ
ແລະຂໍໃຫ້ສະຫງ່າລາສີຂອງພະອົງແຜ່ໄປທົ່ວແຜ່ນດິນໂລກ.+
ເຂົາເຈົ້າຂຸດຂຸມໄວ້ໃນທາງທີ່ລູກຈະໄປ
ແຕ່ເຂົາເຈົ້າພັດຕົກລົງໄປໃນຂຸມນັ້ນເອງ.+ (ເຊລາ)
7 ພະເຈົ້າເອີ້ຍ ໃຈຂອງລູກໝັ້ນຄົງ+
ໃຈຂອງລູກໝັ້ນຄົງ.
ລູກຈະຮ້ອງເພງແລະຫຼິ້ນດົນຕີສັນລະເສີນພະອົງ.
8 ລູກຈະຕື່ນແຕ່ເຊົ້າໆ.
ລູກຈະຕື່ນກ່ອນຕາເວັນຂຶ້ນ.+
ລູກຢາກດີດພິນແລະຫຼິ້ນເຄື່ອງດົນຕີທີ່ມີສາຍ.
9 ພະເຢໂຫວາເອີ້ຍ ລູກຈະສັນລະເສີນພະອົງຕໍ່ໜ້າຄົນໃນຊາດຕ່າງໆ.+
ລູກຈະຮ້ອງເພງ*ສັນລະເສີນພະອົງຕໍ່ໜ້າຄົນໃນປະເທດຕ່າງໆ+
10 ຍ້ອນຄວາມຮັກທີ່ໝັ້ນຄົງຂອງພະອົງຍິ່ງໃຫຍ່ແລະສູງສ່ຳກັບສະຫວັນ+
ແລະຄວາມສັດຊື່ຂອງພະອົງກໍສູງຈຳຟ້າ.
11 ພະເຈົ້າເອີ້ຍ ຂໍພະອົງສະແດງໃຫ້ເຫັນວ່າພະອົງຍິ່ງໃຫຍ່ຫຼາຍສ່ຳໃດໃນສະຫວັນ
ແລະຂໍໃຫ້ສະຫງ່າລາສີຂອງພະອົງແຜ່ໄປທົ່ວແຜ່ນດິນໂລກ.+