ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ຢາ​ບິນ​ກະສັດ​ຂອງ​ພວກ​ການາອານ​ກົດ​ຂີ່​ພວກ​ອິດສະຣາເອນ (1-​3)

      • ຜູ້ພະຍາກອນ​ເດໂບຣາ​ແລະ​ຜູ້ຕັດສິນ​ບາຣາກ (4-​16)

      • ຢາເອນ​ຂ້າ​ຊີເຊຣາ​ຫົວ​ໜ້າ​ກອງ​ທັບ​ຂອງ​ຢາ​ບິນ (17-​24)

ພວກຜູ້ຕັດສິນ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:19

ພວກຜູ້ຕັດສິນ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:14; 3:8; 10:7
  • +ຜຕສ 4:16

ພວກຜູ້ຕັດສິນ 4:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລົດ​ຮົບ​ເຫຼັກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:18; 3:9; ພສ 107:19
  • +ຢຊ 17:16; ຜຕສ 1:19
  • +ພບຍ 28:48

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 29

ພວກຜູ້ຕັດສິນ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:20; 2ກສ 22:14; ລກ 2:36; ກຈກ 21:8, 9

ພວກຜູ້ຕັດສິນ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 18:21, 25
  • +ປຖກ 28:17, 19

ພວກຜູ້ຕັດສິນ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:32
  • +ຢຊ 21:32

ພວກຜູ້ຕັດສິນ 4:7

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 18:40; ພສ 83:9
  • +ພບຍ 20:1

ພວກຜູ້ຕັດສິນ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 4:21, 22; 5:24, 26
  • +ຢຊ 20:7, 9; 21:32

ພວກຜູ້ຕັດສິນ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 5:18

ພວກຜູ້ຕັດສິນ 4:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 24:21; ຜຕສ 1:16; 1ຊມ 15:6
  • +ຈຊບ 10:29

ພວກຜູ້ຕັດສິນ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 4:6

ພວກຜູ້ຕັດສິນ 4:13

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 5:20, 21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 29

ພວກຜູ້ຕັດສິນ 4:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:24; ຢຊ 10:10

ພວກຜູ້ຕັດສິນ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:7

ພວກຜູ້ຕັດສິນ 4:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 5:24
  • +ຜຕສ 4:11
  • +ຜຕສ 4:1, 2

ພວກຜູ້ຕັດສິນ 4:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 5:25

ພວກຜູ້ຕັດສິນ 4:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 4:9; 5:26, 27

ພວກຜູ້ຕັດສິນ 4:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:32, 33

ພວກຜູ້ຕັດສິນ 4:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:25
  • +ພບຍ 7:24

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 4:1ຜຕສ 2:19
ຜຕສ. 4:2ຜຕສ 2:14; 3:8; 10:7
ຜຕສ. 4:2ຜຕສ 4:16
ຜຕສ. 4:3ຜຕສ 2:18; 3:9; ພສ 107:19
ຜຕສ. 4:3ຢຊ 17:16; ຜຕສ 1:19
ຜຕສ. 4:3ພບຍ 28:48
ຜຕສ. 4:4ອພຍ 15:20; 2ກສ 22:14; ລກ 2:36; ກຈກ 21:8, 9
ຜຕສ. 4:5ຢຊ 18:21, 25
ຜຕສ. 4:5ປຖກ 28:17, 19
ຜຕສ. 4:6ຮຣ 11:32
ຜຕສ. 4:6ຢຊ 21:32
ຜຕສ. 4:71ກສ 18:40; ພສ 83:9
ຜຕສ. 4:7ພບຍ 20:1
ຜຕສ. 4:9ຜຕສ 4:21, 22; 5:24, 26
ຜຕສ. 4:9ຢຊ 20:7, 9; 21:32
ຜຕສ. 4:10ຜຕສ 5:18
ຜຕສ. 4:11ຈຊບ 24:21; ຜຕສ 1:16; 1ຊມ 15:6
ຜຕສ. 4:11ຈຊບ 10:29
ຜຕສ. 4:12ຜຕສ 4:6
ຜຕສ. 4:13ຜຕສ 5:20, 21
ຜຕສ. 4:15ອພຍ 14:24; ຢຊ 10:10
ຜຕສ. 4:16ລລວ 26:7
ຜຕສ. 4:17ຜຕສ 5:24
ຜຕສ. 4:17ຜຕສ 4:11
ຜຕສ. 4:17ຜຕສ 4:1, 2
ຜຕສ. 4:19ຜຕສ 5:25
ຜຕສ. 4:21ຜຕສ 4:9; 5:26, 27
ຜຕສ. 4:23ຮຣ 11:32, 33
ຜຕສ. 4:24ປຖກ 9:25
ຜຕສ. 4:24ພບຍ 7:24
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 4:1-24

ພວກ​ຜູ້ຕັດສິນ

4 ຫຼັງ​ຈາກ​ທີ່​ເອຮຸດ​ຕາຍ ພວກ​ອິດສະຣາເອນ​ກໍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ​ອີກ.+ 2 ພະ​ເຢໂຫວາ​ກໍ​ເລີຍ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ຢາບິນ​ກະສັດ​ຂອງ​ພວກ​ການາອານ+ທີ່​ປົກຄອງ​ຢູ່​ເມືອງ​ຮາໂສ. ຫົວ​ໜ້າ​ກອງ​ທັບ​ຂອງ​ຢາບິນ​ຊື່​ຊີເຊຣາ. ລາວ​ອາໄສ​ຢູ່​ຮາໂຣເຊັດຮາໂກອິມ.+ 3 ພວກ​ອິດສະຣາເອນ​ໄດ້​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ+ ຍ້ອນ​ຢາບິນ​ມີລົດ​ຮົບ​ທີ່​ມີ​ມີດ​ເຫຼັກ​ຍາວ​ຕິດ​ຢູ່​ກົງ​ລໍ້*+ 900 ຄັນ. ລາວ​ກົດ​ຂີ່​ພວກ​ອິດສະຣາເອນ​ຢ່າງ​ໜັກ+ຢູ່ 20 ປີ.

4 ໃນ​ສະໄໝ​ນັ້ນ ເດໂບຣາ​ຜູ້ພະຍາກອນ​ຍິງ+ທີ່​ເປັນ​ເມຍ​ຂອງ​ລັບປີໂດດ​ເປັນ​ຄົນ​ເອົາ​ຄຳ​ຕັດສິນຂອງ​ພະເຈົ້າ​ມາ​ບອກ​ໃຫ້​ພວກ​ອິດສະຣາເອນ​ຮູ້. 5 ລາວ​ມັກ​ນັ່ງ​ຢູ່​ກ້ອງ​ຕົ້ນປາມ​ຂອງ​ເດໂບຣາ ເຊິ່ງ​ຢູ່​ລະຫວ່າງ​ເມືອງ​ຣາມາ+ກັບ​ເມືອງ​ເບເທນ+ໃນ​ເຂດ​ພູ​ຂອງ​ເອຟຣາຢິມ. ພວກ​ອິດສະຣາເອນ​ມັກ​ຂຶ້ນ​ໄປ​ຫາ​ລາວ​ຢູ່​ຫັ້ນ​ເພື່ອ​ຈະຮູ້​ຄຳ​ຕັດສິນ​ຂອງ​ພະເຈົ້າ. 6 ລາວ​ສົ່ງ​ຄົນ​ໄປ​ຫາ​ບາຣາກ+ລູກ​ຊາຍ​ຂອງ​ອາບີໂນອາມ​ທີ່​ຢູ່​ເມືອງ​ເກເດັດນັບທາລີ+ ແລະ​ບອກ​ບາຣາກ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ສັ່ງ​ເຈົ້າວ່າ ‘ໃຫ້​ເຈົ້າ​ຂຶ້ນ​ໄປ​ພູ​ຕາໂບ ແລ້ວ​ພາ​ທະຫານ​ຈາກ​ຕະກູນ​ນັບທາລີ​ແລະ​ຕະກູນ​ເຊບູລູນ​ໄປ​ກັບ​ເຈົ້າ 10.000 ຄົນ. 7 ເຮົາ​ຈະ​ເຮັດ​ໃຫ້​ຊີເຊຣາ​ຫົວ​ໜ້າ​ກອງ​ທັບ​ຂອງ​ຢາບິນ​ກັບ​ລົດ​ຮົບ​ແລະ​ກອງ​ທະຫານ​ຂອງ​ລາວ​ໄປທີ່​ຫ້ວຍ*​ກີໂຊນ+ ແລ້ວ​ເຮົາ​ຈະ​ມອບ​ລາວ​ໄວ້​ໃນ​ມື​ຂອງ​ເຈົ້າ.’”+

8 ບາຣາກ​ເວົ້າ​ກັບ​ເດໂບຣາ​ວ່າ: “ຖ້າ​ເຈົ້າ​ໄປ​ກັບ​ຂ້ອຍ ຂ້ອຍ​ກໍ​ຊິ​ໄປ. ແຕ່​ຖ້າ​ເຈົ້າ​ບໍ່​ໄປ​ກັບ​ຂ້ອຍ ຂ້ອຍ​ກໍ​ຊິ​ບໍ່​ໄປ.” 9 ລາວ​ຕອບ​ວ່າ: “ຂ້ອຍ​ຊິ​ໄປ​ກັບ​ເຈົ້າ​ແທ້ ແຕ່​ການ​ສູ້ຮົບ​ເທື່ອ​ນີ້​ເຈົ້າ​ຊິ​ບໍ່​ໄດ້​ຮັບ​ກຽດ ເພາະ​ພະ​ເຢໂຫວາ​ຊິ​ມອບ​ຊີເຊຣາ​ໄວ້​ໃນ​ມື​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ.”+ ແລ້ວ​ເດໂບຣາ​ກໍ​ໄປ​ເມືອງ​ເກເດັດ+ກັບບາຣາກ. 10 ບາຣາກ​ຈຶ່ງ​ໄດ້​ລວບລວມ​ເອົາ​ທະຫານ 10.000 ຄົນ ຈາກ​ຕະກູນ​ເຊບູລູນ​ກັບ​ຕະກູນ​ນັບທາລີ+ໄປ​ເມືອງ​ເກເດັດ​ກັບ​ລາວ ແລະ​ເດໂບຣາ​ກໍ​ໄປ​ນຳ.

11 ຕອນ​ນັ້ນ ເຮເບ​ຄົນ​ເກນີ​ໄດ້​ແຍກ​ອອກ​ມາ​ຢູ່​ຕ່າງ​ຫາກ​ຈາກ​ພວກ​ເກນີ​+ທີ່​ເປັນ​ລູກ​ຫຼານ​ຂອງ​ໂຮບັບ​ທີ່​ເປັນ​ພໍ່​ເຖົ້າ​ໂມເຊ.+ ເຮເບ​ຕັ້ງ​ເຕັ້ນ​ຢູ່​ໃກ້​ຕົ້ນ​ໄມ້​ໃຫຍ່​ໃນ​ຊາອັນອັນນີມ​ເຊິ່ງ​ຢູ່​ໃນ​ເມືອງ​ເກເດັດ.

12 ມີ​ຄົນ​ມາ​ບອກ​ຊີເຊຣາ​ວ່າ​ບາຣາກ​ລູກ​ຊາຍ​ຂອງ​ອາບີໂນອາມ​ໄດ້​ຂຶ້ນ​ໄປ​ພູ​ຕາໂບ​ແລ້ວ.+ 13 ຊີເຊຣາ​ຈຶ່ງ​ຟ້າວ​ເອົາ​ລົດ​ຮົບ​ທີ່​ມີ​ມີດ​ເຫຼັກ​ຍາວ​ຕິດ​ຢູ່​ກົງ​ລໍ້ 900 ຄັນ ພ້ອມ​ກັບ​ກອງ​ທະຫານ​ຂອງ​ລາວ​ອອກ​ໄປ​ຮາໂຣເຊັດຮາໂກອິມ​ເພື່ອ​ໄປ​ທີ່​ຫ້ວຍ*​ກີໂຊນ.+ 14 ເດໂບຣາ​ຈຶ່ງ​ເວົ້າ​ກັບ​ບາຣາກ​ວ່າ: “ໄປ​ໂລດ ມື້​ນີ້​ພະ​ເຢໂຫວາ​ຊິ​ມອບ​ຊີເຊຣາ​ໄວ້​ໃນ​ມື​ຂອງ​ເຈົ້າ. ພະ​ເຢໂຫວາ​ຊິ​ອອກ​ໜ້າ​ໄປ​ກ່ອນ​ເຈົ້າ.” ແລ້ວ​ບາຣາກ​ກໍ​ພາ​ທະຫານ​ທັງ 10.000 ຄົນ​ລົງ​ມາ​ຈາກ​ພູ​ຕາໂບ. 15 ແລ້ວ​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ຊີເຊຣາ ລົດ​ຮົບ​ກັບ​ທະຫານ​ຂອງ​ລາວ​ສັບສົນ​ວຸ່ນວາຍ+ຕໍ່​ໜ້າ​ບາຣາກ. ຊີເຊຣາ​ໄດ້​ຖິ້ມ​ລົດ​ຮົບ​ຂອງ​ໂຕ​ເອງ​ແລ້ວ​ແລ່ນ​ໜີ​ໄປ. 16 ບາຣາກ​ໄດ້​ໄລ່​ນຳ​ລົດ​ຮົບ​ແລະ​ພວກ​ທະຫານ​ຂອງ​ຊີເຊຣາ​ໄປ​ຈົນ​ຮອດ​ຮາໂຣເຊັດຮາໂກອິມ. ທະຫານ​ຂອງ​ຊີເຊຣາ​ຖືກ​ຂ້າ​ຕາຍ​ໝົດ​ບໍ່​ເຫຼືອ​ຈັກ​ຄົນ.+

17 ແຕ່​ຊີເຊຣາ​ແລ່ນ​ໄປ​ເຕັ້ນ​ຂອງ​ຢາເອນ+ເມຍ​ຂອງ​ເຮເບ​+ຄົນ​ເກນີ ຍ້ອນ​ຕອນ​ນັ້ນ​ຢາບິນ+ກະສັດ​ຂອງ​ຄົນ​ຮາໂສ​ບໍ່​ໄດ້​ເປັນ​ສັດຕູ​ກັບ​ຄອບຄົວ​ຂອງ​ເຮເບ​ຄົນ​ເກນີ. 18 ແລ້ວ​ຢາເອນ​ກໍ​ອອກ​ມາ​ຫາ​ຊີເຊຣາ​ແລະ​ເວົ້າ​ວ່າ: “ນາຍ​ເອີ້ຍ ເຂົ້າ​ມາ​ທາງ​ໃນ​ກ່ອນ. ບໍ່​ຕ້ອງ​ຢ້ານ​ເດີ້.” ຊີເຊຣາ​ກໍ​ເຂົ້າ​ໄປ​ໃນ​ເຕັ້ນ​ຂອງ​ຢາເອນ. ແລ້ວ​ຢາເອນ​ກໍ​ເອົາ​ຜ້າ​ຫົ່ມ​ມາ​ຕຸ້ມ​ໃຫ້​ລາວ. 19 ຊີເຊຣາ​ເວົ້າ​ກັບ​ຢາເອນ​ວ່າ: “ຂ້ອຍ​ຫິວ​ນ້ຳ. ຂໍ​ກິນ​ນ້ຳ​ແດ່!” ແລ້ວ​ຢາເອນ​ກໍ​ເອົາ​ນົມ​ຢູ່​ໃນ​ຖົງ​ໜັງ​ມາ​ຖອກ​ໃຫ້​ລາວ​ກິນ+ ແລະ​ຫົ່ມ​ຜ້າ​ໃຫ້​ລາວ​ອີກ. 20 ຊີເຊຣາ​ບອກ​ຢາເອນ​ວ່າ: “ໃຫ້​ເຈົ້າ​ຢືນ​ເຝົ້າ​ຢູ່​ທາງ​ເຂົ້າ​ເຕັ້ນ ຖ້າ​ມີ​ຄົນ​ມາ​ຖາມ​ວ່າ​ມີ​ຜູ້​ຊາຍ​ຢູ່​ໃນ​ເຕັ້ນ​ນີ້​ບໍ ໃຫ້​ເຈົ້າ​ບອກ​ວ່າ​ບໍ່​ມີ​ເດີ້.”

21 ແຕ່​ຢາເອນ​ເມຍ​ຂອງ​ເຮເບ​ໄດ້​ເອົາ​ຫຼັກ​ໄມ້​ທີ່​ຍຶດ​ເຕັ້ນ​ກັບ​ຄ້ອນ​ມາ. ຕອນ​ທີ່​ຊີເຊຣາ​ກຳລັງນອນ​ຫຼັບ​ແຈບ​ຍ້ອນ​ເມື່ອຍ​ແຮງ ຢາເອນ​ກໍ​ຄ່ອຍ​ໆ​ຈອບ​ເຂົ້າ​ໄປ​ຫາ​ລາວ ແລ້ວ​ເອົາ​ຫຼັກ​ໄມ້​ທີ່​ຍຶດ​ເຕັ້ນ​ຕອກ​ໃສ່​ຂະໝັບ​ລາວ​ຊອດ​ຈົນ​ຮອດ​ດິນ. ແລ້ວ​ຊີເຊຣາ​ກໍ​ຕາຍ.+

22 ບາຣາກ​ໄລ່​ນຳ​ຫຼັງ​ຊີເຊຣາ​ມາ ແລ້ວ​ຢາເອນ​ກໍ​ອອກ​ຈາກ​ເຕັ້ນ​ມາ​ຫາ​ລາວ ແລະ​ເວົ້າ​ວ່າ: “ເຂົ້າ​ມາ​ເບິ່ງ​ແມ້ ຄົນ​ທີ່​ເຈົ້າ​ກຳລັງ​ຊອກ​ຫາ​ຢູ່​ນີ້​ເດ້.” ບາຣາກ​ກໍ​ເຂົ້າ​ໄປ​ນຳ​ຢາເອນ ແລ້ວ​ກໍ​ເຫັນ​ຊີເຊຣາ​ນອນ​ຕາຍ​ຢູ່​ພື້ນ. ມີ​ຫຼັກ​ໄມ້​ຍຶດ​ເຕັ້ນ​ສຽບ​ຄາ​ຢູ່​ຂະໝັບ.

23 ໃນ​ມື້​ນັ້ນ ພະເຈົ້າ​ໄດ້​ຊ່ວຍ​ໃຫ້​ພວກ​ອິດສະຣາເອນ​ຊະນະ​ຢາບິນ​ກະສັດ​ຂອງ​ພວກ​ການາອານ.+ 24 ພວກ​ອິດສະຣາເອນ​ໄດ້ຕໍ່ສູ້​ກັບ​ຢາບິນກະສັດ​ຂອງ​ພວກ​ການາອານ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​+ ຈົນ​ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍຂ້າ​ຢາບິນກະສັດ​ຂອງ​ພວກ​ການາອານ​ໄດ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌