ເພງສັນລະເສີນ
112 ໃຫ້ສັນລະເສີນພະເຢໂຫວາ.*+
א [ອາເລບ]*
ג [ກີເມວ]
ה [ເຮ]
3 ລາວຈະລວຍແລະມີຊັບສົມບັດຫຼາຍ.
ו [ວາວ]
ສິ່ງທີ່ຖືກຕ້ອງທີ່ລາວເຮັດຈະບໍ່ມີວັນຖືກລືມ.
ז [ຊາຢິນ]
4 ລາວເປັນຄືກັບແສງສະຫວ່າງໃນຄວາມມືດໃຫ້ຄົນທີ່ສັດຊື່.+
ח [ເຮດ]
ລາວໃຈດີ* ມີຄວາມເມດຕາ+ ແລະຍຸຕິທຳ.
ט [ເທດ]
5 ຄົນທີ່ໃຫ້ຄົນທຸກຢືມຢ່າງໃຈກວ້າງກໍມີຄວາມສຸກ.+
י [ໂຢດ]
ລາວເຮັດທຸກຢ່າງດ້ວຍຄວາມຍຸຕິທຳ.
כ [ຄາບ]
6 ລາວຈະບໍ່ມີມື້ລົ້ມລົງ.+
ל [ລາເມດ]
ຄົນອື່ນໆຈະຈື່ຄົນທີ່ເຮັດສິ່ງທີ່ຖືກຕ້ອງຕະຫຼອດໄປ.+
מ [ເມັມ]
7 ລາວຈະບໍ່ຢ້ານຂ່າວຮ້າຍ.+
נ [ນູນ]
ລາວຈະມີຈິດໃຈເຂັ້ມແຂງແລະໄວ້ໃຈພະເຢໂຫວາ.+
ס [ຊາເມກ]
8 ລາວມີຈິດໃຈໝັ້ນຄົງແລະບໍ່ຢ້ານຫຍັງ.+
ע [ອາຢິນ]
ໃນທີ່ສຸດລາວຈະໄດ້ເຫັນສັດຕູຂອງລາວຖືກທຳລາຍ.+
פ [ເພ]
9 ລາວແຈກຢາຍສິ່ງທີ່ລາວມີຢ່າງເອື້ອເຟື້ອ. ລາວເອົາສິ່ງຕ່າງໆໃຫ້ຄົນທຸກ.+
צ [ຊາເດ]
ສິ່ງທີ່ຖືກຕ້ອງທີ່ລາວເຮັດຈະບໍ່ມີວັນຖືກລືມ.+
ק [ໂຄບ]
ລາວຈະມີອຳນາດຫຼາຍຂຶ້ນ*ແລະທຸກຄົນຈະໃຫ້ກຽດລາວ.
ר [ເຣດ]
10 ຄົນຊົ່ວຈະເຫັນແລະຈະໃຈຮ້າຍ.
ש [ຊິນ]
ຄົນຊົ່ວຈະໝົດຫວັງ ອ່ອນແອລົງ ແລະກໍຕາຍ.
ת [ເທົາ]
ຄົນຊົ່ວຈະບໍ່ມີທາງໄດ້ສິ່ງທີ່ໂຕເອງຕ້ອງການ.+