ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ
8 ໃນເລື່ອງຂອງກິນທີ່ເອົາໄປບູຊາຮູບບູຊານັ້ນ+ ພວກເຮົາທຸກຄົນມີຄວາມຮູ້.+ ຄວາມຮູ້ເຮັດໃຫ້ອວດດີ ແຕ່ຄວາມຮັກເສີມສ້າງກັນຂຶ້ນ.+ 2 ຖ້າຜູ້ໃດຄິດວ່າໂຕເອງຮູ້ດີໃນເລື່ອງໜຶ່ງ ລາວກໍຍັງບໍ່ຮູ້ແທ້ໆໃນເລື່ອງນັ້ນ. 3 ແຕ່ຖ້າຜູ້ໃດຮັກພະເຈົ້າ ເພິ່ນກໍຮູ້ຈັກຜູ້ນັ້ນ.
4 ໃນເລື່ອງກິນຂອງກິນທີ່ເອົາໄປບູຊາຮູບບູຊານັ້ນ ພວກເຮົາຮູ້ວ່າຮູບບູຊາບໍ່ມີປະໂຫຍດຫຍັງເລີຍ+ ແລະຮູ້ວ່າມີພະເຈົ້າແຕ່ອົງດຽວເທົ່ານັ້ນ.+ 5 ມີຫຼາຍສິ່ງທັງໃນສະຫວັນແລະໃນໂລກທີ່ຄົນຖືກັນວ່າເປັນ “ພະເຈົ້າ”+ ຄືກັບທີ່ຄົນພາກັນເວົ້າວ່າມີ “ພະ” ຫຼາຍອົງແລະມີ “ເຈົ້ານາຍ” ຫຼາຍຄົນ 6 ແຕ່ສຳລັບພວກເຮົາແລ້ວ ມີພະເຈົ້າແຕ່ອົງດຽວ.+ ຜູ້ນັ້ນແມ່ນພະເຈົ້າຜູ້ເປັນພໍ່.+ ທຸກສິ່ງມາຈາກເພິ່ນແລະພວກເຮົາຢູ່ເພື່ອເພິ່ນ+ ແລະມີຜູ້ເປັນນາຍແຕ່ຜູ້ດຽວ ຜູ້ນັ້ນແມ່ນພະເຢຊູຄລິດ. ພະເຈົ້າໃຊ້ເພິ່ນສ້າງທຸກສິ່ງ+ແລະເຮັດໃຫ້ພວກເຮົາມີຊີວິດຢູ່.
7 ແຕ່ບໍ່ແມ່ນທຸກຄົນຮູ້ຄືກັບທີ່ພວກເຮົາຮູ້.+ ບາງຄົນເຄີຍຂາບໄຫວ້ຮູບບູຊາມາກ່ອນ ເມື່ອກິນອາຫານທີ່ເອົາໄປບູຊາຮູບບູຊາເຫຼົ່ານັ້ນ+ ເຂົາເຈົ້າກໍຄິດວ່າກຳລັງຂາບໄຫວ້ຮູບນັ້ນ ແລະໃຈຮູ້ຜິດຮູ້ຖືກຂອງເຂົາເຈົ້າທີ່ຍັງບໍ່ທັນຖືກຝຶກຢ່າງເຕັມທີກໍເຮັດໃຫ້ເຂົາເຈົ້າຮູ້ສຶກຜິດ.+ 8 ອາຫານບໍ່ໄດ້ເຮັດໃຫ້ພະເຈົ້າພໍໃຈພວກເຮົາ.+ ຖ້າບໍ່ກິນກໍບໍ່ມີຫຍັງເສຍຫາຍ ຫຼືຖ້າກິນກໍບໍ່ໄດ້ມີຫຍັງດີຂຶ້ນ.+ 9 ແຕ່ລະວັງໃຫ້ດີ ຢ່າໃຊ້ສິດຂອງເຈົ້າເຮັດສິ່ງທີ່ເຮັດໃຫ້ຄົນອ່ອນແອຖິ້ມຄວາມເຊື່ອ.+ 10 ສົມມຸດວ່າມີຄົນອ່ອນແອເຫັນເຈົ້າທີ່ເປັນຄົນທີ່ມີຄວາມຮູ້ນັ່ງກິນອາຫານຢູ່ວິຫານທີ່ມີຮູບບູຊາ ໃຈຮູ້ຜິດຮູ້ຖືກຂອງລາວອາດຈະບອກລາວໃຫ້ກ້າກິນອາຫານທີ່ເປັນເຄື່ອງບູຊາກໍໄດ້. 11 ຖ້າເປັນແນວນັ້ນ ຄວາມຮູ້ຂອງເຈົ້າກໍທຳລາຍຄວາມເຊື່ອຂອງພີ່ນ້ອງທີ່ອ່ອນແອເຊິ່ງພະຄລິດຍອມຕາຍເພື່ອລາວ.+ 12 ເມື່ອເຈົ້າເຮັດຜິດຕໍ່ພີ່ນ້ອງແບບນັ້ນແລະທຳຮ້າຍໃຈຮູ້ຜິດຮູ້ຖືກຂອງເຂົາເຈົ້າທີ່ຍັງບໍ່ທັນຖືກຝຶກຢ່າງເຕັມທີ+ ເຈົ້າກໍເຮັດຜິດຕໍ່ພະຄລິດຄືກັນ. 13 ດັ່ງນັ້ນ ຖ້າອາຫານເຮັດໃຫ້ພີ່ນ້ອງຂອງຂ້ອຍບໍ່ສະບາຍໃຈ ຂ້ອຍຈະບໍ່ກິນຊີ້ນສັດອີກເລີຍ ເພື່ອຂ້ອຍຈະບໍ່ເຮັດໃຫ້ພີ່ນ້ອງຖິ້ມຄວາມເຊື່ອ.+