ກິດຈະການຂອງອັກຄະສາວົກ
15 ບາງຄົນມາຈາກແຂວງຢູດາຍແລະສອນພີ່ນ້ອງຢູ່ເມືອງອັນຕີໂອເຂຍວ່າ: “ຖ້າພວກເຈົ້າບໍ່ຮັບສິນຕັດ*ຕາມທຳນຽມຂອງໂມເຊ+ ພວກເຈົ້າຈະບໍ່ລອດ.” 2 ແຕ່ໂປໂລກັບບາຣະນາບາບໍ່ເຫັນດີນຳເຂົາເຈົ້າຈຶ່ງມີການຖຽງກັນຢ່າງຮຸນແຮງ. ແລ້ວໂປໂລກັບບາຣະນາບາ ແລະພີ່ນ້ອງບາງຄົນກໍຖືກມອບໝາຍໃຫ້ໄປຖາມພວກອັກຄະສາວົກ*ກັບພວກຜູ້ເບິ່ງແຍງຢູ່ເມືອງເຢຣູຊາເລັມ+ກ່ຽວກັບເລື່ອງນີ້.
3 ຫຼັງຈາກພີ່ນ້ອງໃນປະຊາຄົມເດີນທາງໄປສົ່ງເຂົາເຈົ້າໄດ້ໄລຍະໜຶ່ງແລ້ວ ເຂົາເຈົ້າກໍເດີນທາງຕໍ່ໄປຜ່ານຟອຍນີເກກັບແຂວງຊາມາເຣຍ. ຕອນທີ່ເດີນທາງ ເຂົາເຈົ້າໄດ້ເລົ່າເລື່ອງທີ່ຄົນຕ່າງຊາດໄດ້ປ່ຽນມາເຊື່ອພະເຈົ້າໃຫ້ພວກພີ່ນ້ອງຟັງຢ່າງລະອຽດ ແລະເຮັດໃຫ້ທຸກຄົນດີໃຈຫຼາຍ. 4 ເມື່ອມາຮອດເມືອງເຢຣູຊາເລັມ ພີ່ນ້ອງໃນປະຊາຄົມທີ່ຢູ່ຫັ້ນກັບພວກອັກຄະສາວົກແລະພວກຜູ້ເບິ່ງແຍງກໍຕ້ອນຮັບເຂົາເຈົ້າຢ່າງອົບອຸ່ນ. ແລ້ວໂປໂລກັບບາຣະນາບາກໍເລົ່າເລື່ອງທັງໝົດທີ່ພະເຈົ້າໄດ້ໃຊ້ເຂົາເຈົ້າໃຫ້ເຮັດ. 5 ແຕ່ລູກສິດບາງຄົນທີ່ເຄີຍນັບຖືນິກາຍຟາຣີຊາຍໄດ້ລຸກຂຶ້ນແລະເວົ້າວ່າ: “ຕ້ອງໃຫ້ຄົນຕ່າງຊາດເຫຼົ່ານັ້ນຮັບສິນຕັດ ແລະສັ່ງເຂົາເຈົ້າໃຫ້ເຮັດຕາມກົດໝາຍຂອງໂມເຊນຳ.”+
6 ພວກອັກຄະສາວົກກັບພວກຜູ້ເບິ່ງແຍງປະຊຸມເພື່ອປຶກສາກັນກ່ຽວກັບເລື່ອງນີ້. 7 ຫຼັງຈາກທີ່ລົມກັນຫຼາຍແລ້ວ ເປໂຕລຸກຂຶ້ນແລະເວົ້າກັບເຂົາເຈົ້າວ່າ: “ພີ່ນ້ອງເອີ້ຍ ພວກເຈົ້າກໍຮູ້ວ່າໃນພວກເຮົາ ພະເຈົ້າໄດ້ເລືອກຂ້ອຍເປັນຄົນທຳອິດໃຫ້ປະກາດຂ່າວດີກັບຄົນຕ່າງຊາດແລະຊ່ວຍເຂົາເຈົ້າໃຫ້ເຂົ້າມາເຊື່ອ.+ 8 ພະເຈົ້າຜູ້ທີ່ຮູ້ຈັກຫົວໃຈທຸກຄົນ+ໄດ້ໃຫ້ຫຼັກຖານວ່າເພິ່ນຍອມຮັບຄົນຕ່າງຊາດໂດຍໃຫ້ພະລັງບໍລິສຸດກັບເຂົາເຈົ້າ+ຄືກັບທີ່ໃຫ້ພວກເຮົາ. 9 ເພິ່ນບໍ່ໄດ້ຖືວ່າເຂົາເຈົ້າຕ່າງຈາກພວກເຮົາເລີຍ.+ ເພິ່ນເຮັດໃຫ້ໃຈເຂົາເຈົ້າສະອາດຍ້ອນເຂົາເຈົ້າມີຄວາມເຊື່ອ.+ 10 ຖ້າເປັນແນວນັ້ນ ເປັນຫຍັງພວກເຈົ້າຈຶ່ງທ້າທາຍພະເຈົ້າໂດຍເອົາພາລະໜັກໃຫ້ພວກລູກສິດແບກໄວ້+ ເຊິ່ງເປັນພາລະທີ່ພວກເຮົາຫຼືປູ່ຍ່າຕານາຍຂອງພວກເຮົາກໍແບກບໍ່ໄຫວ?+ 11 ແຕ່ພວກເຮົາເຊື່ອວ່າພວກເຮົາລອດໄດ້ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢຊູຜູ້ເປັນນາຍ+ ແລະເຂົາເຈົ້າກໍຈະລອດແບບນັ້ນຄືກັນ.”+
12 ເມື່ອໄດ້ຍິນແບບນັ້ນທຸກຄົນກໍມິດແລະຕັ້ງໃຈຟັງບາຣະນາບາກັບໂປໂລເລົ່າເລື່ອງທີ່ພະເຈົ້າໃຊ້ເຂົາເຈົ້າໃຫ້ເຮັດການອັດສະຈັນແລະສະແດງປາຕິຫານຫຼາຍຢ່າງໃຫ້ຄົນຕ່າງຊາດເຫັນ. 13 ເມື່ອທັງສອງຄົນເວົ້າຈົບແລ້ວ ຢາໂກໂບກໍເວົ້າຂຶ້ນວ່າ: “ພີ່ນ້ອງເອີ້ຍ ຂໍໃຫ້ຟັງຂ້ອຍ. 14 ຊີເມໂອນ*+ໄດ້ເລົ່າຢ່າງລະອຽດວ່າ ຕອນນີ້ພະເຈົ້າໄດ້ສົນໃຈຄົນຕ່າງຊາດແລ້ວ ແລະເພິ່ນລວບລວມປະຊາຊົນກຸ່ມໜຶ່ງໃນເຂົາເຈົ້າໃຫ້ໃຊ້ຊື່ຂອງເພິ່ນ.+ 15 ເລື່ອງນີ້ກົງກັບສິ່ງທີ່ພວກຜູ້ພະຍາກອນຂຽນໄວ້ວ່າ 16 ‘ຫຼັງຈາກເຫດການເຫຼົ່ານີ້ ເຮົາຈະປຸກເຕັ້ນ*ຂອງດາວິດທີ່ເພແລ້ວຄືນໃໝ່. ເຕັ້ນນັ້ນທີ່ເປ່ເພແລ້ວ ເຮົາຈະປຸກອີກແລະຟື້ນຟູຄືນໃໝ່ 17 ເພື່ອຄົນທີ່ເຫຼືອຢູ່ຈະຊອກຫາເຮົາເຢໂຫວາ*ຢ່າງຈິງຈັງນຳກັນກັບປະຊາຊົນຈາກຊາດຕ່າງໆ ເຊິ່ງແມ່ນປະຊາຊົນທີ່ຖືກເອີ້ນຕາມຊື່ຂອງເຮົາ. ເຮົາເຢໂຫວາ*ໄດ້ເວົ້າໄວ້ແລະເຮົາເປັນຜູ້ເຮັດສິ່ງນີ້+ 18 ຕາມທີ່ເຮົາຕັ້ງໃຈຈະເຮັດແຕ່ດົນແລ້ວ.’+ 19 ດັ່ງນັ້ນ ຂ້ອຍເຫັນວ່າ*ບໍ່ຄວນໃຫ້ຄົນຕ່າງຊາດທີ່ຢາກຮັບໃຊ້ພະເຈົ້າຕ້ອງຫຍຸ້ງຍາກລຳບາກໃຈ.+ 20 ແຕ່ໃຫ້ຂຽນບອກເຂົາເຈົ້າວ່າ ໃຫ້ງົດເວັ້ນຈາກການກິນເຄື່ອງບູຊາທີ່ເອົາໃຫ້ຮູບບູຊາ+ ຈາກການເຮັດຜິດສິນລະທຳທາງເພດ*+ ຈາກການກິນສັດທີ່ຖືກຮັດຄໍຕາຍ* ແລະຈາກເລືອດ.+ 21 ຕັ້ງແຕ່ສະໄໝບູຮານ ຢູ່ຕາມເມືອງຕ່າງໆໄດ້ມີຄົນສອນຈາກປຶ້ມທີ່ໂມເຊຂຽນໄວ້ເຊິ່ງມີຄຳສັ່ງເຫຼົ່ານີ້ ແລະເຂົາເຈົ້າໄດ້ອ່ານປຶ້ມເຫຼົ່ານັ້ນໃນບ່ອນປະຊຸມຂອງຄົນຢິວທຸກໆວັນຊະບາໂຕ.”+
22 ແລ້ວພວກອັກຄະສາວົກແລະພວກຜູ້ເບິ່ງແຍງພ້ອມກັບທຸກຄົນໃນປະຊາຄົມກໍຕັດສິນໃຈວ່າຈະສົ່ງບາງຄົນໃນເຂົາເຈົ້າໄປເມືອງອັນຕີໂອເຂຍພ້ອມກັບໂປໂລແລະບາຣະນາບາ. ຄົນທີ່ຖືກເລືອກແມ່ນຢູດາທີ່ມີອີກຊື່ໜຶ່ງວ່າບາຣະຊາບາ ແລະອີກຜູ້ໜຶ່ງແມ່ນຊີລາ.+ ທັງສອງຄົນນີ້ເປັນຜູ້ທີ່ນຳໜ້າໃນພວກພີ່ນ້ອງ. 23 ພວກອັກຄະສາວົກແລະພວກຜູ້ເບິ່ງແຍງຍັງໄດ້ຂຽນຈົດໝາຍເພື່ອຈະຝາກໄປນຳເຂົາເຈົ້າ. ເນື້ອໃນຈົດໝາຍຂຽນວ່າ:
“ຈາກອັກຄະສາວົກແລະຜູ້ເບິ່ງແຍງທີ່ເປັນພີ່ນ້ອງຂອງພວກເຈົ້າ ເຖິງພີ່ນ້ອງຕ່າງຊາດໃນເມືອງອັນຕີໂອເຂຍ+ ໃນແຂວງຊີເຣຍ ແລະໃນແຂວງກີລີເກຍ. ສະບາຍດີພີ່ນ້ອງທຸກຄົນ. 24 ພວກເຮົາໄດ້ຍິນວ່າມີບາງຄົນໃນພວກເຮົາໄປຫາພວກເຈົ້າ. ເຂົາເຈົ້າເວົ້າບາງຢ່າງທີ່ເຮັດໃຫ້ພວກເຈົ້າບໍ່ສະບາຍໃຈ+ ແລະພະຍາຍາມຈະທຳລາຍຄວາມເຊື່ອຂອງພວກເຈົ້າ. ແຕ່ທີ່ຈິງ ພວກເຮົາບໍ່ໄດ້ສົ່ງເຂົາເຈົ້າໄປ. 25 ພວກເຮົາເຫັນດີນຳກັນວ່າຈະເລືອກບາງຄົນໃຫ້ໄປຫາພວກເຈົ້າເຊິ່ງແມ່ນບາຣະນາບາກັບໂປໂລທີ່ເປັນພີ່ນ້ອງທີ່ທຸກຄົນຮັກ 26 ແລະຍອມສ່ຽງຊີວິດເພື່ອຊື່ຂອງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.+ 27 ພວກເຮົາໄດ້ສົ່ງຢູດາກັບຊີລາໄປນຳ ເພື່ອເຂົາເຈົ້າຈະຢືນຢັນເລື່ອງໃນຈົດໝາຍສະບັບນີ້ກັບພວກເຈົ້າດ້ວຍປາກຂອງເຂົາເຈົ້າເອງ.+ 28 ພະລັງບໍລິສຸດ+ຊ່ວຍພວກເຮົາໃຫ້ໄດ້ຂໍ້ສະຫຼຸບວ່າຈະບໍ່ເພີ່ມພາລະໃຫ້ພວກເຈົ້ານອກຈາກສິ່ງຈຳເປັນຕໍ່ໄປນີ້: 29 ໃຫ້ງົດເວັ້ນຈາກການກິນເຄື່ອງບູຊາທີ່ເອົາໃຫ້ຮູບບູຊາ+ ຈາກເລືອດ+ ຈາກການກິນສັດທີ່ຖືກຮັດຄໍຕາຍ+ ແລະຈາກການເຮັດຜິດສິນລະທຳ+ທາງເພດ. ຖ້າພວກເຈົ້າງົດເວັ້ນສິ່ງເຫຼົ່ານີ້ ພວກເຈົ້າຈະມີຄວາມຈະເລີນຮຸ່ງເຮືອງ. ຂໍໃຫ້ມີສຸຂະພາບແຂງແຮງ.”
30 ທັງສີ່ຄົນກໍເດີນທາງໄປເມືອງອັນຕີໂອເຂຍ. ເຂົາເຈົ້າເອີ້ນພີ່ນ້ອງມາປະຊຸມກັນແລ້ວເອົາຈົດໝາຍໃຫ້. 31 ເມື່ອພີ່ນ້ອງອ່ານຈົດໝາຍແລ້ວກໍດີໃຈຫຼາຍແລະມີກຳລັງໃຈ. 32 ຢູດາກັບຊີລາທີ່ເປັນຜູ້ພະຍາກອນຄືກັນໄດ້ບັນລະຍາຍໃຫ້ພີ່ນ້ອງຟັງຫຼາຍເລື່ອງເຊິ່ງຊ່ວຍພີ່ນ້ອງໃຫ້ໄດ້ກຳລັງໃຈແລະມີຄວາມເຊື່ອເຂັ້ມແຂງຂຶ້ນ.+ 33 ເມື່ອຢູ່ຫັ້ນໄດ້ໄລຍະໜຶ່ງແລ້ວ ກໍຮອດເວລາທີ່ຢູດາກັບຊີລາຈະກັບຄືນໄປຫາພີ່ນ້ອງທີ່ສົ່ງເຂົາເຈົ້າມາ. ພວກພີ່ນ້ອງທີ່ຢູ່ເມືອງອັນຕີໂອເຂຍກໍອວຍພອນໃຫ້ເຂົາເຈົ້າເດີນທາງກັບໄປຢ່າງປອດໄພ. 34*—— 35 ສ່ວນໂປໂລກັບບາຣະນາບາຍັງຢູ່ເມືອງອັນຕີໂອເຂຍຕໍ່ໄປ. ເຂົາເຈົ້າໄດ້ສອນແລະປະກາດຂ່າວດີກ່ຽວກັບຄຳສອນຂອງພະເຢໂຫວາ*ນຳກັນກັບອີກຫຼາຍຄົນທີ່ຢູ່ຫັ້ນ.
36 ຫຼັງຈາກນັ້ນໄລຍະໜຶ່ງ ໂປໂລເວົ້າກັບບາຣະນາບາວ່າ: “ໄປ໋ ໄປຢາມພີ່ນ້ອງໃນທຸກເມືອງທີ່ພວກເຮົາເຄີຍປະກາດຄຳສອນຂອງພະເຢໂຫວາ* ເພື່ອຈະຮູ້ວ່າເຂົາເຈົ້າເປັນແນວໃດແດ່.”+ 37 ບາຣະນາບາຕັ້ງໃຈຈະພາໂຢຮັນທີ່ມີອີກຊື່ໜຶ່ງວ່າມາຣະໂກໄປນຳ.+ 38 ແຕ່ໂປໂລບໍ່ຢາກພາໄປ ຍ້ອນມາຣະໂກເຄີຍໜີປະເຂົາເຈົ້າຢູ່ແຂວງປຳຟີເລຍ ແລະບໍ່ໄດ້ໄປຊ່ວຍເຂົາເຈົ້າປະກາດ.+ 39 ໂປໂລກັບບາຣະນາບາຖຽງກັນແລະໃຈຮ້າຍໃຫ້ກັນຈົນຕ້ອງແຍກໄປຄົນລະທາງ. ແລ້ວບາຣະນາບາ+ກໍພາມາຣະໂກຂີ່ເຮືອໄປເກາະໄຊປຣັດ. 40 ສ່ວນໂປໂລໄດ້ເລືອກຊີລາໃຫ້ໄປນຳ. ເມື່ອພວກພີ່ນ້ອງອະທິດຖານຝາກພະເຢໂຫວາ*ໃຫ້ເບິ່ງແຍງໂປໂລແລ້ວ ໂປໂລກໍອອກເດີນທາງ.+ 41 ລາວໄປທົ່ວແຂວງຊີເຣຍກັບແຂວງກີລີເກຍ ແລະຊ່ວຍປະຊາຄົມຕ່າງໆໃຫ້ເຂັ້ມແຂງຂຶ້ນ.