ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ຄວາມ​ຜິດ​ຕ່າງ​ໆ​ແລະ​ເຄື່ອງ​ບູຊາ​ທີ່​ຕ້ອງ​ເອົາ​ໃຫ້ (1-6)

        • ລາຍງານ​ເລື່ອງ​ຄວາມ​ຜິດ​ຂອງ​ຄົນ​ອື່ນ (1)

      • ເຄື່ອງ​ບູຊາ​ຂອງ​ຄົນ​ທຸກ​ຍາກ (7-13)

      • ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ຂອງ​ຄົນ​ທີ່​ເຮັດ​ຜິດ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ (14-19)

ລະບຽບພວກເລວີ 5:1

ໄຂເງື່ອນ

  • *

    ຫຼື “ໄດ້​ຍິນ​ຄຳ​ສາບແຊ່ງ.” ຄຳ​ສາບແຊ່ງ​ນີ້​ອາດ​ໝາຍເຖິງ​ຄຳ​ສາບແຊ່ງ​ຕໍ່​ຜູ້​ເຮັດ​ຜິດ ຫຼື​ຜູ້​ຮູ້​ເຫັນ​ເຫດການ​ແຕ່​ບໍ່​ໄດ້​ໄປ​ລາຍງານ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 29:24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 58

ລະບຽບພວກເລວີ 5:2

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ສັດ​ໂຕ​ນ້ອຍ​ໆ​ທີ່​ຢູ່​ນຳ​ກັນ​ເປັນ​ຝູງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:21-24; 17:15; ພບຍ 14:8

ລະບຽບພວກເລວີ 5:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 12:2; 13:3; 15:3; ຈຊບ 19:11

ລະບຽບພວກເລວີ 5:4

ໄຂເງື່ອນ

  • *

    ໝາຍເຖິງ​ກໍລະນີ​ທີ່​ລາວ​ບໍ່​ເຮັດ​ຕາມ​ສັນຍາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:33

ລະບຽບພວກເລວີ 5:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 5:7; ພສ 32:5; ສພສ 28:13; 1ຢຮ 1:9

ລະບຽບພວກເລວີ 5:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 7:1; 14:2, 12; 19:20, 21; ຈຊບ 6:12

ລະບຽບພວກເລວີ 5:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 2:24
  • +ລລວ 12:7, 8; 14:21, 22; 15:13-15

ລະບຽບພວກເລວີ 5:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:4, 5; 7:2; ຮຣ 9:22

ລະບຽບພວກເລວີ 5:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:15-17
  • +ລລວ 6:7

ລະບຽບພວກເລວີ 5:11

ໄຂເງື່ອນ

  • *

    2,2 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 16:36

ລະບຽບພວກເລວີ 5:12

ໄຂເງື່ອນ

  • *

    ຫຼື “ເປັນ​ສ່ວນ​ທີ່​ເຮັດ​ໃຫ້​ຈື່​ເຄື່ອງ​ບູຊາ​ນັ້ນ”

ລະບຽບພວກເລວີ 5:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 4:26
  • +ລລວ 2:10; 7:1, 6
  • +ລລວ 6:14-16; 1ກຣ 9:13

ລະບຽບພວກເລວີ 5:15

ໄຂເງື່ອນ

  • *

    ໝາຍເຖິງ​ສິ່ງ​ທີ່​ໄດ້​ບູຊາ​ຫຼື​ແຍກ​ໄວ້​ໃຫ້​ພະ​ເຢໂຫວາ​ແລ້ວ

  • *

    ຫຼື “ຕາມ​ເຊເກນ​ບໍລິສຸດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 10:17, 18
  • +ລລວ 6:6
  • +ອພຍ 30:13; ລລວ 27:25

ລະບຽບພວກເລວີ 5:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:4, 5; 22:14; ຈຊບ 5:6, 7
  • +ອພຍ 32:30
  • +ລລວ 6:7; 19:22

ລະບຽບພວກເລວີ 5:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 5:2

ລະບຽບພວກເລວີ 5:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:6

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 5:1ສພສ 29:24
ລລວ. 5:2ລລວ 11:21-24; 17:15; ພບຍ 14:8
ລລວ. 5:3ລລວ 12:2; 13:3; 15:3; ຈຊບ 19:11
ລລວ. 5:4ມທ 5:33
ລລວ. 5:5ຈຊບ 5:7; ພສ 32:5; ສພສ 28:13; 1ຢຮ 1:9
ລລວ. 5:6ລລວ 7:1; 14:2, 12; 19:20, 21; ຈຊບ 6:12
ລລວ. 5:7ລກ 2:24
ລລວ. 5:7ລລວ 12:7, 8; 14:21, 22; 15:13-15
ລລວ. 5:9ລລວ 1:4, 5; 7:2; ຮຣ 9:22
ລລວ. 5:10ລລວ 1:15-17
ລລວ. 5:10ລລວ 6:7
ລລວ. 5:11ອພຍ 16:36
ລລວ. 5:13ລລວ 4:26
ລລວ. 5:13ລລວ 2:10; 7:1, 6
ລລວ. 5:13ລລວ 6:14-16; 1ກຣ 9:13
ລລວ. 5:15ລລວ 10:17, 18
ລລວ. 5:15ລລວ 6:6
ລລວ. 5:15ອພຍ 30:13; ລລວ 27:25
ລລວ. 5:16ລລວ 6:4, 5; 22:14; ຈຊບ 5:6, 7
ລລວ. 5:16ອພຍ 32:30
ລລວ. 5:16ລລວ 6:7; 19:22
ລລວ. 5:17ລລວ 5:2
ລລວ. 5:18ລລວ 6:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 5:1-19

ລະບຽບພວກເລວີ

5 “‘ຖ້າ​ຜູ້​ໃດ​ຮູ້​ຫຼື​ເຫັນ​ວ່າ​ຜູ້​ໜຶ່ງ​ເຮັດ​ຜິດ ແລະໄດ້​ຍິນ​ຄຳ​ປະກາດ*ໃຫ້​ໄປ​ລາຍງານ​ເລື່ອງ​ທີ່​ຮູ້​ເຫັນ+ ແຕ່​ລາວ​ບໍ່​ໄປ ລາວຈະ​ມີ​ຄວາມ​ຜິດ​ແລະ​ຖືກ​ລົງໂທດ.

2 ຖ້າ​ຜູ້​ໃດ​ໄປຖືກ​ຫຼື​ໄປ​ບາຍສິ່ງ​ທີ່​ພະເຈົ້າ​ຖື​ວ່າ​ບໍ່​ສະອາດ ບໍ່​ວ່າ​ຈະ​ເປັນ​ຊາກ​ສັດ​ປ່າ ຊາກ​ສັດ​ບ້ານ ຫຼື​ຊາກ​ສັດ​ໂຕ​ນ້ອຍ​ໆ​*ຊະນິດ​ອື່ນ​ໆ​+ ພະເຈົ້າ​ຈະ​ຖື​ວ່າລາວ​ບໍ່​ສະອາດ​ແລະ​ມີ​ຄວາມ​ຜິດ ເຖິງ​ວ່າ​ລາວ​ຈະ​ບໍ່​ຮູ້​ໂຕ​ກໍ​ຕາມ. 3 ຖ້າ​ຜູ້​ໃດ​ໄປຖືກ​ຫຼື​ໄປ​ບາຍສິ່ງ​ທີ່ເຮັດ​ໃຫ້​ລາວ​ບໍ່​ສະອາດ+ ແລະລາວ​ມາ​ຮູ້​ນຳ​ຫຼັງ ລາວ​ຈະ​ມີ​ຄວາມ​ຜິດ.

4 ຖ້າ​ຜູ້​ໃດ​ສັນຍາ​ໂດຍ​ບໍ່​ໄດ້​ຄິດ​ຄັກ​ໆ​ ແລະ​ລາວ​ບໍ່​ຮູ້​ໂຕ ບໍ່​ວ່າ​ຈະ​ເປັນ​ສັນຍາ​ເຮັດ​ແນວ​ດີ​ຫຼື​ແນວ​ຊົ່ວ ເມື່ອ​ລາວ​ມາ​ຮູ້​ນຳ​ຫຼັງ​ວ່າ​ລາວ​ບໍ່​ໄດ້​ຄິດ​ຄັກ​ໆ​ ລາວ​ຈະ​ມີ​ຄວາມຜິດ.*+

5 ຖ້າ​ຜູ້​ໃດ​ເຮັດ​ຜິດ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ທີ່​ເວົ້າ​ມາ​ນັ້ນ ລາວ​ຕ້ອງ​ສາລະພາບ+​ຄວາມ​ຜິດ​ຂອງ​ລາວ. 6 ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ມາ​ໃຫ້​ພະ​ເຢໂຫວາ​ສຳລັບ​ຄວາມ​ຜິດ​ຂອງ​ລາວ+​ຄື ແກະ​ໂຕ​ແມ່​ໂຕ​ໜຶ່ງ​ຈາກ​ຝູງ ຫຼື​ຈະ​ເປັນ​ແບ້​ໂຕ​ແມ່​ໂຕ​ໜຶ່ງ​ກໍ​ໄດ້. ນີ້​ຈະ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ຂອງ​ລາວ ແລ້ວ​ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ລາວ ແລ້ວ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ.

7 ແຕ່​ຖ້າ​ລາວ​ບໍ່​ມີ​ເງິນ​ຈະ​ຊື້​ແກະ ລາວ​ຕ້ອງ​ເອົາ​ນົກ​ເຂົາ 2 ໂຕ​ຫຼື​ນົກ​ກາງແກ 2 ໂຕ+​ມາ​ໃຫ້​ພະ​ເຢໂຫວາ ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ຂອງ​ລາວ. ນົກ​ໂຕ​ໜຶ່ງ​ຈະ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ອີກ​ໂຕ​ໜຶ່ງ​ຈະ​ເປັນ​ເຄື່ອງ​ບູຊາ​ເຜົາ.+ 8 ລາວ​ຕ້ອງ​ເອົາ​ນົກ 2 ໂຕ​ນັ້ນ​ມາ​ໃຫ້​ປະໂລຫິດ. ປະໂລຫິດ​ຈະ​ເອົາ​ນົກ​ໂຕ​ທຳອິດ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ປາດ​ຄໍ​ມັນ. 9 ລາວ​ຈະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ຂອງ​ເຄື່ອງ​ບູຊາ​ໄຖ່​ບາບ​ໄປ​ຊິດ​ໃສ່​ທາງ​ຂ້າງ​ຂອງ​ແທ່ນ ແຕ່​ເລືອດ​ສ່ວນ​ທີ່​ເຫຼືອ​ທັງ​ໝົດ ລາວ​ຈະ​ເອົາ​ໄປ​ເທ​ໃສ່​ທາງ​ລຸ່ມ​ຂອງ​ແທ່ນ​ບູຊາ.+ ນີ້​ແມ່ນ​ເຄື່ອງ​ບູຊາ​ໄຖ່​ບາບ. 10 ສ່ວນ​ນົກ​ອີກ​ໂຕ​ໜຶ່ງ ລາວ​ຈະ​ເອົາ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ ແລະ​ເຮັດ​ຕາມ​ຂັ້ນ​ຕອນ​ປົກກະຕິ.+ ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ຄົນ​ທີ່​ເຮັດ​ຜິດ ແລ້ວ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ.+

11 ແຕ່​ຖ້າ​ລາວ​ບໍ່​ມີ​ເງິນ​ຊື້​ນົກ​ເຂົາ 2 ໂຕ ຫຼື​ນົກ​ກາງແກ 2 ໂຕ ໃຫ້​ລາວ​ເອົາ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*+ ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ຂອງ​ລາວ. ແຕ່​ລາວ​ບໍ່​ຄວນ​ເອົາ​ນ້ຳມັນ​ຫຼື​ກຳຍານ*ໃສ່​ແປ້ງ​ນັ້ນ ເພາະ​ນີ້​ແມ່ນ​ເຄື່ອງ​ບູຊາ​ໄຖ່​ບາບ. 12 ລາວ​ຕ້ອງ​ເອົາ​ແປ້ງ​ໃຫ້​ປະໂລຫິດ. ປະໂລຫິດ​ຈະ​ເອົາ​ແປ້ງ​ນັ້ນ 1 ກຳ​ມື​ໄປ​ເປັນ​ເຄື່ອງ​ບູຊາ​ເພື່ອ​ລະນຶກ​ເຖິງ* ແລະ​ເອົາ​ໄປ​ເຜົາ​ຢູ່​ແທ່ນ​ເທິງ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ. ນີ້​ແມ່ນ​ເຄື່ອງ​ບູຊາ​ໄຖ່​ບາບ. 13 ຖ້າ​ຜູ້​ໃດ​ເຮັດ​ຜິດ​ອັນ​ໃດ​ອັນ​ໜຶ່ງ​ຕາມ​ທີ່​ເວົ້າ​ມາ​ນັ້ນ ປະໂລຫິດ​ກໍ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ຜູ້​ນັ້ນ ແລ້ວ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ.+ ສ່ວນ​ທີ່​ເຫຼືອ​ຂອງ​ເຄື່ອງ​ບູຊາ​ນັ້ນ​ຈະ​ເປັນ​ຂອງ​ປະໂລຫິດ+ ຄື​ກັບ​ສ່ວນ​ທີ່​ເຫຼືອຂອງເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ.’”+

14 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 15 “ຖ້າ​ຜູ້​ໃດ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ​ແບບ​ບໍ່​ໄດ້​ຕັ້ງ​ໃຈ ໂດຍ​ເຮັດ​ຜິດ​ກົດ​ໝາຍ​ກ່ຽວ​ກັບ​ສິ່ງ​ບໍລິສຸດ​ຂອງ​ເພິ່ນ*+ ລາວ​ຕ້ອງ​ເອົາ​ແກະ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ມາ​ໃຫ້​ພະ​ເຢໂຫວາ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ຂອງ​ລາວ.+ ປະໂລຫິດ​ຈະ​ເປັນ​ຄົນບອກ​ວ່າ​ແກະ​ໂຕ​ນັ້ນ​ມີ​ລາຄາ​ເທົ່າ​ໃດ​ເຊເກນ ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ.*+ 16 ຍ້ອນ​ລາວເຮັດ​ຜິດ​ຕໍ່​ສິ່ງ​ບໍລິສຸດ ລາວ​ຕ້ອງ​ໄດ້​ຈ່າຍ​ຄ່າ​ຊົດ​ໄຊ້​ສຳລັບ​ຄວາມ​ຜິດ​ຂອງ​ລາວ ແລະ​ລາວ​ຕ້ອງ​ເອົາ 1 ສ່ວນ 5 ຂອງ​ມູນຄ່າ​ເຄື່ອງ​ບູຊາ​ມາ​ຕື່ມ​ໃຫ້​ອີກ.+ ລາວ​ຕ້ອງ​ເອົາທັງ​ໝົດ​ນີ້​ພ້ອມ​ກັບ​ແກະ​ໂຕຜູ້​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ມາ​ໃຫ້​ປະໂລຫິດ. ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ+ໃຫ້​ລາວ ແລ້ວ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ.+

17 ຖ້າ​ຜູ້​ໃດ​ເຮັດ​ຜິດ​ໂດຍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຫ້າມ ເຖິງ​ວ່າ​ຈະ​ບໍ່​ຮູ້​ໂຕ ແຕ່​ລາວ​ກໍ​ມີ​ຄວາມ​ຜິດ​ແລະ​ຈະ​ຖືກ​ລົງໂທດ.+ 18 ລາວ​ຕ້ອງ​ເອົາ​ແກະ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ຈາກ​ຝູງ​ມາ​ໃຫ້​ປະໂລຫິດ ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ.+ ແກະ​ໂຕ​ນັ້ນ​ຕ້ອງ​ເໝາະສົມ​ກັບ​ລາຄາມາດຕະຖານທີ່​ກຳນົດ​ໄວ້. ຫຼັງ​ຈາກ​ນັ້ນ ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ຜູ້​ນັ້ນ​ທີ່​ເຮັດ​ຜິດ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ແລະ​ບໍ່​ຮູ້​ໂຕ ແລ້ວ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ. 19 ຍ້ອນ​ລາວ​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ ລາວ​ຈຶ່ງຕ້ອງ​ເອົາ​ເຄື່ອງ​ບູຊາໄຖ່​ຄວາມ​ຜິດ​ມາ​ໃຫ້.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌