ຈົດໝາຍສະບັບທຳອິດເຖິງຕີໂມທຽວ
3 ຄຳເວົ້າຕໍ່ໄປນີ້ເປັນຄວາມຈິງແລະເຊື່ອຖືໄດ້. ຖ້າຜູ້ຊາຍຄົນໃດພະຍາຍາມທີ່ຈະໄດ້ເປັນຜູ້ເບິ່ງແຍງ+ກໍສະແດງວ່າລາວຢາກເຮັດວຽກທີ່ດີ. 2 ຜູ້ເບິ່ງແຍງຕ້ອງເປັນຄົນທີ່ບໍ່ມີບ່ອນຕິ ມີເມຍຄົນດຽວ ຄວບຄຸມໂຕເອງໄດ້ໃນທຸກດ້ານ ມີສະຕິຮອບຄອບ*+ ມີລະບຽບ ມີນ້ຳໃຈຕ້ອນຮັບແຂກ+ ມີຄວາມສາມາດໃນການສອນ+ 3 ບໍ່ເປັນຄົນຂີ້ເຫຼົ້າ+ ບໍ່ເປັນຄົນໃຊ້ຄວາມຮຸນແຮງ* ແຕ່ເປັນຄົນມີເຫດຜົນ+ ບໍ່ເປັນຄົນມັກຜິດຖຽງ+ ບໍ່ເປັນຄົນເຫັນແກ່ເງິນ+ 4 ນຳໜ້າ*ຄອບຄົວຂອງໂຕເອງຢ່າງດີ ມີລູກທີ່ເຊື່ອຟັງແລະປະພຶດໂຕດີ+ 5 (ຖ້າຜູ້ຊາຍຄົນໃດບໍ່ຮູ້ຈັກນຳໜ້າຄອບຄົວຂອງໂຕເອງ ລາວຈະເບິ່ງແຍງປະຊາຄົມຂອງພະເຈົ້າໄດ້ແນວໃດ?) 6 ບໍ່ແມ່ນຄົນທີ່ຫາກໍເຂົ້າມາເຊື່ອ+ ຢ້ານວ່າລາວຈະຈອງຫອງແລະຖືກຕັດສິນລົງໂທດຄືກັບມານຮ້າຍ. 7 ຄົນທີ່ຢູ່ນອກປະຊາຄົມຄວນເຫັນວ່າລາວມີຊື່ສຽງທີ່ດີ+ ເພື່ອລາວຈະບໍ່ຖືກຕຳໜິແລະຕິດກັບດັກຂອງມານຮ້າຍ.
8 ຜູ້ຊ່ວຍວຽກຮັບໃຊ້ກໍຄືກັນ ຕ້ອງເປັນຄົນເອົາຈິງເອົາຈັງ ບໍ່ເປັນຄົນເວົ້າຫຼົບລີ້ນປີ້ນຄວາມ* ບໍ່ກິນເຫຼົ້າຫຼາຍ ແລະບໍ່ໂລບຊອກຫາຜົນປະໂຫຍດໃຫ້ໂຕເອງ.+ 9 ລາວຕ້ອງຍຶດໝັ້ນກັບຄວາມເຊື່ອເລື່ອງຄວາມລັບສັກສິດໂດຍບໍ່ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກ.+
10 ໃຫ້ທົດລອງເບິ່ງຄວາມເໝາະສົມຂອງລາວກ່ອນ.* ເມື່ອເຫັນວ່າບໍ່ມີບ່ອນຕິ+ກໍໃຫ້ລາວເຮັດໜ້າທີ່ຜູ້ຊ່ວຍວຽກຮັບໃຊ້.
11 ສ່ວນຜູ້ຍິງກໍຄວນເປັນຄົນເອົາຈິງເອົາຈັງ ບໍ່ໃສ່ຮ້າຍຄົນອື່ນ+ ຄວບຄຸມໂຕເອງໄດ້ໃນທຸກດ້ານ ແລະສັດຊື່ໃນທຸກສິ່ງ.+
12 ໃຫ້ຜູ້ຊ່ວຍວຽກຮັບໃຊ້ມີເມຍຄົນດຽວ ໃຫ້ນຳໜ້າຄອບຄົວແລະສັ່ງສອນລູກຂອງໂຕເອງຢ່າງດີ. 13 ຜູ້ຊາຍທີ່ຮັບໃຊ້ຢ່າງດີກໍສ້າງຊື່ສຽງທີ່ດີແລະເວົ້າໄດ້ເຕັມປາກກ່ຽວກັບຄວາມເຊື່ອໃນພະຄລິດເຢຊູ.
14 ຂ້ອຍຕັ້ງໃຈວ່າຈະໄປຫາເຈົ້າໄວໆນີ້ ແຕ່ຂ້ອຍກໍຍັງຢາກຂຽນເລື່ອງເຫຼົ່ານີ້ຫາເຈົ້າ 15 ເພື່ອວ່າຖ້າຂ້ອຍໄປຊ້າ ເຈົ້າຊິໄດ້ຮູ້ວ່າຄວນປະພຶດໂຕແນວໃດໃນຄອບຄົວຂອງພະເຈົ້າ.+ ຄອບຄົວນັ້ນແມ່ນປະຊາຄົມຂອງພະເຈົ້າຜູ້ມີຊີວິດຢູ່ ເຊິ່ງເປັນຄືກັບເສົາຫຼັກແລະຮາກຖານຂອງຄວາມຈິງ. 16 ຄວາມລັບສັກສິດທີ່ວ່າ ມະນຸດເຊື່ອຟັງພະເຈົ້າສຸດຫົວໃຈໄດ້ນັ້ນສຳຄັນຫຼາຍແທ້ໆ. ຄົນມັກເວົ້າວ່າ “ພະເຢຊູມາເກີດເປັນມະນຸດ.+ ພະເຈົ້າຍອມຮັບເພິ່ນ*ໂດຍໃຫ້ເພິ່ນມີຮ່າງກາຍສຳລັບສະຫວັນ+ ແລະເພິ່ນໄປຢູ່ນຳພວກທູດສະຫວັນ.+ ມີການປະກາດເລື່ອງຂອງພະເຢຊູໃນຊາດຕ່າງໆ+ ແລະຄົນໃນໂລກກໍເຊື່ອໃນເພິ່ນ.+ ພະເຈົ້າເອົາເພິ່ນຂຶ້ນໄປສະຫວັນແລະເພິ່ນໄດ້ຮັບກຽດ.”