ໂຢນາ
4 ແຕ່ເລື່ອງນີ້ເຮັດໃຫ້ໂຢນາບໍ່ພໍໃຈຫຼາຍແລະໃຈຮ້າຍແຮງ. 2 ລາວຈຶ່ງອະທິດຖານເຖິງພະເຢໂຫວາວ່າ: “ພະເຢໂຫວາເອີ້ຍ ຕອນທີ່ລູກຢູ່ແຜ່ນດິນຂອງລູກ ລູກຄິດໄວ້ແລ້ວລະນ້າວ່າມັນຈະເປັນແນວນີ້ ຍ້ອນແນວນີ້ແຫຼະລູກຈຶ່ງໜີໄປຕາຊິດ+ກ່ອນ. ລູກຮູ້ວ່າພະອົງເປັນພະເຈົ້າທີ່ໃຈດີ* ມີຄວາມເມດຕາ ບໍ່ໃຈຮ້າຍງ່າຍ ມີຄວາມຮັກທີ່ໝັ້ນຄົງຫຼາຍທີ່ສຸດ+ ແລະບໍ່ຢາກທຳລາຍຜູ້ໃດ. 3 ພະເຢໂຫວາເອີ້ຍ ຄັນຊັ້ນ ໃຫ້ພະອົງເອົາຊີວິດຂອງລູກໄປໂລດ ໃຫ້ລູກຕາຍກໍຍັງຊິດີກວ່າ.”+
4 ພະເຢໂຫວາຖາມໂຢນາວ່າ: “ມັນຖືກແລ້ວບໍທີ່ເຈົ້າໃຈຮ້າຍຫຼາຍປານນີ້?”
5 ແລ້ວໂຢນາກໍອອກໄປນອກເມືອງແລະນັ່ງຢູ່ທາງທິດຕາເວັນອອກຂອງເມືອງ. ລາວປຸກຕູບແລະນັ່ງຢູ່ໃນຕູບນັ້ນ ແລ້ວລໍຖ້າເບິ່ງວ່າຈະເກີດຫຍັງຂຶ້ນກັບເມືອງນີເນເວ.+ 6 ພະເຢໂຫວາຈຶ່ງເຮັດໃຫ້ຕົ້ນໝາກນ້ຳເຕົ້າ*ເຄືອໜຶ່ງປົ່ງຂຶ້ນເພື່ອເປັນຮົ່ມໃຫ້ໂຢນາ. ລາວກໍຮູ້ສຶກເຢັນສະບາຍ. ໂຢນາດີໃຈຫຼາຍທີ່ມີຕົ້ນໝາກນ້ຳເຕົ້ານັ້ນ.
7 ມື້ຕໍ່ມາ ພະເຈົ້າທ່ຽງແທ້ກໍໃຫ້ບົ້ງໂຕໜຶ່ງມາກິນຕົ້ນໝາກນ້ຳເຕົ້ານັ້ນ ແລະເຮັດໃຫ້ຕົ້ນໝາກນ້ຳເຕົ້າຫ່ຽວແຕັບແຊບ. 8 ເມື່ອແດດອອກ ພະເຈົ້າກໍໃຫ້ມີລົມຮ້ອນພັດມາຈາກທາງທິດຕາເວັນອອກ ແດດຮ້ອນຫຼາຍຈົນເຮັດໃຫ້ໂຢນາເກືອບເປັນລົມ. ໂຢນາມີແຕ່ຈົ່ມຢາກຕາຍ ລາວເວົ້າຕະຫຼອດວ່າ: “ໃຫ້ລູກຕາຍກໍຍັງຊິດີກວ່າ.”+
9 ພະເຈົ້າຖາມໂຢນາວ່າ: “ມັນຖືກແລ້ວບໍທີ່ເຈົ້າໃຈຮ້າຍຫຼາຍເລື່ອງຕົ້ນໝາກນ້ຳເຕົ້ານີ້?”+
ໂຢນາຕອບວ່າ: “ມັນຖືກແລ້ວທີ່ລູກໃຈຮ້າຍ. ລູກໃຈຮ້າຍຫຼາຍຈົນຢາກຕາຍ.” 10 ແຕ່ພະເຢໂຫວາເວົ້າວ່າ: “ຂະໜາດເຈົ້າຍັງຮູ້ສຶກເສຍດາຍຕົ້ນໝາກນ້ຳເຕົ້າທີ່ເຈົ້າບໍ່ໄດ້ປູກແລະບໍ່ໄດ້ເຮັດໃຫ້ມັນໃຫຍ່. ມັນໃຫຍ່ພາຍໃນຄືນດຽວແລະຄືນຕໍ່ມາມັນກໍຕາຍ. 11 ຄັນຊັ້ນ ເມືອງນີເນເວທີ່ມີຄົນຫຼາຍ+ກວ່າ 120.000 ຄົນ ເຊິ່ງບໍ່ຮູ້ຖືກບໍ່ຮູ້ຜິດອີ່ຫຍັງ* ແລະຍັງມີສັດອີກບັກຫຼາຍໆໂຕນີ້ເດ້ ເຈົ້າຄິດວ່າເຮົາຈະບໍ່ຮູ້ສຶກເສຍດາຍເມືອງໃຫຍ່ນີ້ບໍ?”+