ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປັນຍາຈານ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມປັນຍາຈານ

      • ທຸກຄົນ​ມີ​ຈຸດຈົບ​ຄື​ກັນ (1-3)

      • ໃຫ້​ມີ​ຄວາມສຸກ​ກັບ​ຊີວິດ​ເຖິງ​ວ່າ​ຈະ​ຕ້ອງ​ຕາຍ (4-12)

        • ຄົນ​ຕາຍ​ແລ້ວ​ບໍ່​ຮູ້​ຫຍັງ (5)

        • ບໍ່​ມີ​ວຽກ​ໃນ​ຂຸມ​ຝັງ​ສົບ (10)

        • ເວລາ​ແລະ​ເຫດການ​ທີ່​ບໍ່​ຄາດ​ຄິດ (11)

      • ຜູ້ຄົນ​ບໍ່​ເຫັນ​ຄ່າ​ສະຕິປັນຍາ (13-18)

ປັນຍາຈານ 9:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 33:3; 1ຊມ 2:9; ພສ 37:5

ປັນຍາຈານ 9:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 5:15
  • +ປຍຈ 8:10

ປັນຍາຈານ 9:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 3:17-19; ປຍຈ 2:15

ປັນຍາຈານ 9:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 38:19

ປັນຍາຈານ 9:5

ໄຂເງື່ອນ

  • *

    ຫຼື “ຄ່າ​ຈ້າງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:19; ຣມ 5:12
  • +ພສ 88:10; 115:17; 146:4; ອຊຢ 38:18; ຢຮ 11:11
  • +ໂຢບ 7:9, 10; ປຍຈ 2:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 29

ປັນຍາຈານ 9:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 9:10

ປັນຍາຈານ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:7; ພສ 104:15; ປຍຈ 2:24
  • +ພບຍ 16:15; ກຈກ 14:17

ປັນຍາຈານ 9:8

ໄຂເງື່ອນ

  • *

    ໝາຍເຖິງ​ເຄື່ອງນຸ່ງ​ສີ​ແຈ້ງ​ໆ​ທີ່​ສະທ້ອນ​ໃຫ້​ເຫັນ​ອາລົມ​ດີ ບໍ່​ແມ່ນ​ເຄື່ອງນຸ່ງ​ສຳລັບ​ໄວ້ທຸກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 10:2, 3

ປັນຍາຈານ 9:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 5:18
  • +ປຍຈ 5:18

ປັນຍາຈານ 9:10

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 115:17; 146:3, 4; ອຊຢ 38:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 29

    ຫໍສັງເກດການ

    15/12/2015, ໜ້າ 11-12

ປັນຍາຈານ 9:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:50; ພສ 33:16
  • +ປຍຈ 2:15
  • +2ຊມ 17:23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2017, ໜ້າ 31

ປັນຍາຈານ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 8:8; ຢກບ 4:13, 14

ປັນຍາຈານ 9:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 9:11

ປັນຍາຈານ 9:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 21:22; 24:5; ປຍຈ 7:12, 19; 9:18
  • +ມຣກ 6:3; 1ກຣ 2:8

ປັນຍາຈານ 9:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 22:20; 1ກຣ 5:6; ຮຣ 12:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ

    1/2024, ໜ້າ 15

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຍຈ. 9:1ພບຍ 33:3; 1ຊມ 2:9; ພສ 37:5
ປຍຈ. 9:2ປຍຈ 5:15
ປຍຈ. 9:2ປຍຈ 8:10
ປຍຈ. 9:3ໂຢບ 3:17-19; ປຍຈ 2:15
ປຍຈ. 9:4ອຊຢ 38:19
ປຍຈ. 9:5ປຖກ 3:19; ຣມ 5:12
ປຍຈ. 9:5ພສ 88:10; 115:17; 146:4; ອຊຢ 38:18; ຢຮ 11:11
ປຍຈ. 9:5ໂຢບ 7:9, 10; ປຍຈ 2:16
ປຍຈ. 9:6ປຍຈ 9:10
ປຍຈ. 9:7ພບຍ 12:7; ພສ 104:15; ປຍຈ 2:24
ປຍຈ. 9:7ພບຍ 16:15; ກຈກ 14:17
ປຍຈ. 9:8ດນອ 10:2, 3
ປຍຈ. 9:9ສພສ 5:18
ປຍຈ. 9:9ປຍຈ 5:18
ປຍຈ. 9:10ພສ 115:17; 146:3, 4; ອຊຢ 38:18
ປຍຈ. 9:111ຊມ 17:50; ພສ 33:16
ປຍຈ. 9:11ປຍຈ 2:15
ປຍຈ. 9:112ຊມ 17:23
ປຍຈ. 9:12ປຍຈ 8:8; ຢກບ 4:13, 14
ປຍຈ. 9:15ປຍຈ 9:11
ປຍຈ. 9:16ສພສ 21:22; 24:5; ປຍຈ 7:12, 19; 9:18
ປຍຈ. 9:16ມຣກ 6:3; 1ກຣ 2:8
ປຍຈ. 9:18ຢຊ 22:20; 1ກຣ 5:6; ຮຣ 12:15
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
ປັນຍາຈານ 9:1-18

ປັນຍາຈານ

9 ຂ້ອຍ​ຄິດ​ກ່ຽວ​ກັບ​ສິ່ງ​ທັງໝົດ​ນີ້​ແລະ​ສະຫຼຸບ​ໄດ້​ວ່າ ທັງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຄົນ​ສະຫຼາດ​ລວມ​ທັງ​ຜົນ​ງານ​ທັງໝົດ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ມື​ຂອງ​ພະເຈົ້າ​ທ່ຽງແທ້.+ ມະນຸດ​ບໍ່​ຮູ້​ວ່າ​ຄົນ​ທີ່​ຢູ່​ກ່ອນ​ໜ້າ​ເຂົາ​ເຈົ້າ​ຮັກ​ຫຼື​ຊັງ​ກັນ​ຫຼາຍ​ສ່ຳ​ໃດ. 2 ມະນຸດ​ທຸກ​ຄົນ​ມີ​ຈຸດຈົບ​ຄື​ກັນ+ ທັງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຄົນ​ຊົ່ວ+ ຄົນ​ດີ​ກັບ​ຄົນ​ສະອາດ​ແລະ​ຄົນ​ທີ່​ບໍ່​ສະອາດ ຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແລະ​ຄົນ​ທີ່​ບໍ່​ໄດ້​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້ ຄົນ​ທີ່​ເຮັດ​ດີ​ແລະ​ຄົນ​ທີ່​ເຮັດ​ຜິດ ຄົນ​ທີ່​ສາບານ​ແບບ​ບໍ່​ຄິດ​ແລະ​ຄົນ​ທີ່​ຢ້ານ​ບໍ່​ກ້າ​ສາບານ. 3 ມີ​ອີກ​ເລື່ອງ​ໜຶ່ງ​ທີ່​ເປັນ​ເລື່ອງ​ໜ້າ​ເສົ້າ​ທີ່​ເກີດ​ຂຶ້ນ​ໃຕ້​ດວງ​ຕາເວັນ ຍ້ອນ​ມະນຸດ​ທຸກ​ຄົນ​ມີ​ຈຸດຈົບ​ແບບ​ດຽວ​ກັນ+ ໃຈ​ຂອງ​ມະນຸດ​ຈຶ່ງ​ເຕັມ​ແຕ່​ສິ່ງ​ຊົ່ວ. ໃນ​ຊ່ວງ​ຊີວິດ​ຂອງ​ເຂົາ​ເຈົ້າ ເຂົາ​ເຈົ້າ​ຄິດ​ແຕ່​ແນວ​ໂງ່​ໆ​ແລ້ວ​ເຂົາ​ເຈົ້າ​ກໍ​ຕາຍ​ໄປ.

4 ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍ​ຍັງ​ມີ​ຄວາມ​ຫວັງ ຍ້ອນ​ໂຕ​ໝາ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍ​ດີ​ກວ່າ​ໂຕ​ສິງ​ທີ່​ຕາຍ​ແລ້ວ.+ 5 ຄົນ​ເປັນ​ຮູ້​ວ່າ​ໂຕເອງ​ຈະ​ຕາຍ+ ແຕ່​ຄົນ​ຕາຍ​ແລ້ວ​ບໍ່​ຮູ້​ຫຍັງ​ເລີຍ.+ ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ລາງວັນ*​ອີກ​ຕໍ່​ໄປ​ຍ້ອນ​ຄົນ​ອື່ນ​ໆ​ພາກັນ​ລືມ​ເຂົາ​ເຈົ້າ​ໄປ​ໝົດ​ແລ້ວ.+ 6 ນອກ​ຈາກ​ນັ້ນ ຄວາມ​ຮັກ ຄວາມ​ກຽດຊັງ ແລະ​ຄວາມ​ອິດສາ​ຂອງ​ເຂົາ​ເຈົ້າ​ກໍ​ໝົດ​ໄປ. ເຂົາ​ເຈົ້າ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ​ໃຕ້​ດວງ​ຕາເວັນ​ອີກ​ຕໍ່​ໄປ.+

7 ໃຫ້​ເຈົ້າ​ໄປ​ກິນ​ອາຫານ​ຢ່າງ​ມີ​ຄວາມ​ສຸກ​ແລະ​ກິນ​ເຫຼົ້າແວງ​ດ້ວຍ​ໃຈ​ທີ່​ເບີກບານ+ ຍ້ອນ​ພະເຈົ້າ​ທ່ຽງແທ້​ພໍໃຈ​ກັບ​ສິ່ງ​ທີ່​ເຈົ້າ​ເຮັດ.+ 8 ຂໍ​ໃຫ້​ເຈົ້າ​ນຸ່ງ​ເຄື່ອງນຸ່ງ​ສີ​ຂາວ*​ສະເໝີ​ແລະ​ຢ່າ​ລືມ​ເອົາ​ນ້ຳມັນ​ໃສ່​ຫົວ​ຂອງ​ເຈົ້າ​ນຳ.+ 9 ໃຫ້​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ​ກັບ​ເມຍ​ທີ່​ເຈົ້າ​ຮັກ+​ຕະຫຼອດ​ຊ່ວງ​ຊີວິດ​ສັ້ນ​ໆ​ຂອງ​ເຈົ້າ​ທີ່​ພະເຈົ້າ​ໄດ້​ເອົາ​ໃຫ້​ໃຕ້​ດວງ​ຕາເວັນ ຍ້ອນ​ນີ້​ແມ່ນ​ສ່ວນ​ແບ່ງ​ຂອງ​ເຈົ້າ​ໃນ​ຊ່ວງ​ຊີວິດ​ສັ້ນ​ໆ​ແລະ​ນີ້​ແມ່ນ​ລາງວັນ​ຂອງ​ເຈົ້າ​ສຳລັບ​ວຽກ​ໜັກ​ທີ່​ເຈົ້າ​ເຮັດ​ຢ່າງ​ຍາກ​ລຳບາກ​ໃຕ້​ດວງ​ຕາເວັນ.+ 10 ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍ​ໃຫ້​ເຮັດ​ສຸດ​ກຳລັງ ຍ້ອນ​ບໍ່​ມີ​ວຽກ ບໍ່​ມີ​ໂຄງ​ການ ບໍ່​ມີ​ຄວາມ​ຮູ້ ແລະ​ບໍ່​ມີ​ສະຕິ​ປັນຍາ​ໃນ​ຂຸມ​ຝັງ​ສົບ*+​ທີ່​ເຈົ້າ​ຈະ​ໄປ​ນັ້ນ.

11 ຂ້ອຍ​ໄດ້​ເຫັນ​ບາງ​ຢ່າງ​ອີກ​ໃຕ້​ດວງ​ຕາເວັນ. ຂ້ອຍ​ເຫັນ​ວ່າ​ຄົນ​ທີ່​ວ່ອງໄວ​ບໍ່​ໄດ້​ຊະນະ​ການ​ແຂ່ງ​ຂັນ​ສະເໝີ​ໄປ ຄົນ​ທີ່​ແຂງແຮງ​ບໍ່​ໄດ້​ຊະນະ​ສົງຄາມ​ທຸກ​ເທື່ອ+ ຄົນ​ສະຫຼາດ​ບໍ່​ໄດ້​ມີ​ອາຫານ​ກິນ​ຕະຫຼອດ ຄົນ​ທີ່​ມີ​ສະຕິ​ປັນຍາ​ບໍ່​ໄດ້​ມີ​ຊັບ​ສົມບັດ​ຫຼາຍ​ຕະຫຼອດ+ ແລະ​ຄົນ​ທີ່​ມີ​ຄວາມ​ຮູ້​ບໍ່​ໄດ້​ປະສົບ​ຄວາມ​ສຳເລັດ​ສະເໝີ​ໄປ+ ຍ້ອນ​ເວລາ​ແລະ​ເຫດການ​ທີ່​ບໍ່​ຄາດ​ຄິດ​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ​ທຸກ​ຄົນ. 12 ມະນຸດ​ບໍ່​ຮູ້​ຊ້ຳ​ວ່າ​ຕອນ​ໃດ​ແນວ​ບໍ່​ດີ​ຈະ​ເກີດ​ຂຶ້ນ​ກັບ​ໂຕເອງ.+ ລາວ​ອາດຈະ​ເຈິ​ກັບ​ຄວາມ​ຈິບຫາຍ​ແບບ​ບໍ່​ຮູ້​ໂຕ​ຄື​ກັບ​ປາ​ທີ່​ຕິດ​ດາງ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ແລະ​ຄື​ກັບ​ນົກ​ທີ່​ຕິດ​ແຮ້ວ.

13 ຂ້ອຍ​ໄດ້​ສັງເກດ​ອີກ​ຕົວຢ່າງ​ໜຶ່ງ​ຂອງ​ການໃຊ້​ສະຕິ​ປັນຍາ​ໃຕ້​ດວງ​ຕາເວັນ​ແລະ​ມັນ​ເຮັດ​ໃຫ້​ຂ້ອຍ​ປະທັບໃຈ. 14 ມີ​ເມືອງ​ນ້ອຍ​ໆ​ເມືອງ​ໜຶ່ງ​ທີ່​ມີ​ຄົນ​ບໍ່​ຫຼາຍ​ແລະ​ມີ​ກະສັດ​ອົງ​ໜຶ່ງ​ທີ່​ມີ​ກຳລັງ​ຫຼາຍ​ມາ​ໂຈມຕີ​ເມືອງ​ນີ້. ລາວ​ໄດ້​ເອົາ​ດິນ​ມາ​ກອງ​ເປັນ​ໂນນ​ຈຸ​ກຳແພງ​ເພື່ອ​ລ້ອມ​ເມືອງ​ໄວ້. 15 ໃນ​ເມືອງ​ນັ້ນ​ມີ​ຄົນ​ທຸກ​ຄົນ​ໜຶ່ງ​ທີ່​ເປັນ​ຄົນ​ສະຫຼາດ​ແລະ​ລາວ​ປົກປ້ອງ​ເມືອງ​ໄວ້​ໄດ້​ດ້ວຍ​ສະຕິ​ປັນຍາ​ຂອງ​ລາວ ແຕ່​ບໍ່​ມີ​ໃຜ​ຈື່​ຄົນ​ທຸກ​ຄົນ​ນັ້ນ​ໄດ້​ເລີຍ.+ 16 ແລ້ວ​ຂ້ອຍ​ກໍ​ເວົ້າ​ກັບ​ໂຕເອງ​ວ່າ: “ເປັນ​ຄົນ​ສະຫຼາດ​ກໍ​ດີ​ກວ່າ​ເປັນ​ຄົນ​ທີ່​ມີ​ກຳລັງ​ຫຼາຍ+ ແຕ່​ຜູ້​ຄົນ​ພັດ​ບໍ່​ເຫັນຄ່າ​ສະຕິ​ປັນຍາ​ຂອງ​ຄົນ​ທຸກ​ຄົນ​ນັ້ນ​ແລະ​ບໍ່​ສົນໃຈ​ຄຳ​ເວົ້າ​ຂອງ​ລາວ.”+

17 ການ​ໃສ່​ໃຈ​ຟັງ​ຄຳ​ແນະນຳ​ທີ່​ອ່ອນໂຍນ​ຂອງ​ຄົນ​ສະຫຼາດ​ດີ​ກວ່າ​ການ​ຟັງ​ສຽງ​ຮ້ອງ​ດັງ​ໆ​ຂອງ​ຜູ້​ນຳ​ທີ່​ປົກຄອງ​ພວກ​ຄົນ​ໂງ່.

18 ສະຕິ​ປັນຍາ​ດີ​ກວ່າ​ອາວຸດ​ສົງຄາມ ແຕ່​ຄົນ​ທີ່​ເຮັດ​ຜິດ​ຄົນ​ດຽວ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ໄດ້​ຫຼາຍ​ອີ່ຫຼີ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌