ເພງສັນລະເສີນ
148 ໃຫ້ສັນລະເສີນພະເຢໂຫວາ.*
ໃຫ້ສັນລະເສີນພະເຢໂຫວາຈາກສະຫວັນ.+
ໃຫ້ສັນລະເສີນເພິ່ນຢູ່ບ່ອນທີ່ສູງໆ.
2 ທູດສະຫວັນທັງໝົດຂອງເພິ່ນ ໃຫ້ສັນລະເສີນເພິ່ນ.+
ກອງທັບທັງໝົດຂອງເພິ່ນ ໃຫ້ສັນລະເສີນເພິ່ນ.+
3 ດວງຕາເວັນແລະດວງເດືອນ ໃຫ້ສັນລະເສີນເພິ່ນ.
ດວງດາວທຸກດວງທີ່ສ່ອງແສງ ໃຫ້ສັນລະເສີນເພິ່ນ.+
4 ສະຫວັນທີ່ສູງທີ່ສຸດ
ແລະນ້ຳທີ່ຢູ່ເທິງຟ້າ ໃຫ້ສັນລະເສີນເພິ່ນ.
5 ໃຫ້ທຸກສິ່ງສັນລະເສີນຊື່ຂອງພະເຢໂຫວາ
ຍ້ອນເມື່ອເພິ່ນສັ່ງ ທຸກສິ່ງກໍຖືກສ້າງຂຶ້ນ.+
7 ສັດໃຫຍ່ໃນທະເລແລະນ້ຳເລິກທັງໝົດ
ໃຫ້ສັນລະເສີນພະເຢໂຫວາຈາກໂລກນີ້.
8 ຟ້າແມບຟ້າຜ່າແລະໝາກເຫັບ ຫິມະແລະຂີ້ເຝື້ອທີ່ຕຶບໜາ
ລົມພາຍຸທີ່ເຮັດຕາມຄຳສັ່ງຂອງເພິ່ນ+ ໃຫ້ສັນລະເສີນເພິ່ນ.
9 ພູແລະໂນນພູທັງໝົດ+
ຕົ້ນໄມ້ກິນໝາກແລະຕົ້ນຊີດ້າ*ທັງໝົດ+ ໃຫ້ສັນລະເສີນເພິ່ນ.
10 ສັດປ່າ+ແລະສັດບ້ານ
ສັດເລືອຄານແລະນົກ ໃຫ້ສັນລະເສີນເພິ່ນ.
11 ພວກກະສັດໃນໂລກນີ້ແລະຊາດທັງໝົດ
ພວກເຈົ້ານາຍແລະພວກຜູ້ຕັດສິນທັງໝົດໃນໂລກນີ້+ ໃຫ້ສັນລະເສີນເພິ່ນ.
12 ຄົນທີ່ຍັງໜຸ່ມທັງຜູ້ຊາຍແລະຜູ້ຍິງ
ຜູ້ເຖົ້າແລະເດັກນ້ອຍ ໃຫ້ສັນລະເສີນເພິ່ນນຳກັນ.
ຄວາມຍິ່ງໃຫຍ່ຂອງເພິ່ນສູງກວ່າໂລກແລະສະຫວັນ.+
14 ເພິ່ນຈະໃຫ້ປະຊາຊົນຂອງເພິ່ນມີເຫື່ອແຮງຫຼາຍຂຶ້ນ.*
ເພິ່ນຈະເຮັດໃຫ້ຄົນທີ່ສັດຊື່ຕໍ່ເພິ່ນໄດ້ຮັບການຍ້ອງຍໍ
ເຊິ່ງກໍຄືລູກຫຼານຂອງອິດສະຣາເອນທີ່ໃກ້ຊິດກັບເພິ່ນ.
ໃຫ້ສັນລະເສີນພະເຢໂຫວາ.*