ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂກໂລຊາຍ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມໂກໂລຊາຍ

      • ຄຳ​ແນະນຳ​ສຳລັບ​ຄົນ​ທີ່​ເປັນ​ນາຍ (1)

      • “ໃຫ້​ອະທິດຖານ​ເລື້ອຍ⁠​ໆ​” (2-4)

      • ໃຊ້​ສະຕິ​ປັນຍາ​ເມື່ອ​ຕິດຕໍ່​ພົວພັນ​ກັບ​ຄົນ​ນອກ​ປະຊາຄົມ (5, 6)

      • ຄຳ​ລົງ​ທ້າຍ (7-18)

ໂກໂລຊາຍ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 6:9

ໂກໂລຊາຍ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 18:1; ຣມ 12:12; ອຟຊ 6:18
  • +ກລຊ 3:15; 1ທຊ 5:18

ໂກໂລຊາຍ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 15:30
  • +ອຟຊ 6:19, 20; ຟລປ 1:7

ໂກໂລຊາຍ 4:5

ໄຂເງື່ອນ

  • *

    ຫຼື “ຊື້​ເວລາ​ມາ​ໃຊ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 5:15, 16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2023, ໜ້າ 18-19

ໂກໂລຊາຍ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:13; ມຣກ 9:50
  • +1ປຕ 3:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 22

    ຄອບຄົວ ໜ້າ 36, 186

ໂກໂລຊາຍ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 6:21, 22

ໂກໂລຊາຍ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລມ 10

ໂກໂລຊາຍ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 19:29; 20:4; 27:2
  • +ກຈກ 12:12; 15:37; ຟລມ 23, 24
  • +ຣມ 15:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 118

ໂກໂລຊາຍ 4:11

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ໂກໂລຊາຍ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 1:7, 8

ໂກໂລຊາຍ 4:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 1:3; ກຈກ 1:1
  • +ຟລມ 23, 24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 25-26

ໂກໂລຊາຍ 4:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 16:5; 1ກຣ 16:19

ໂກໂລຊາຍ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 5:27

ໂກໂລຊາຍ 4:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລມ 1, 2

ໂກໂລຊາຍ 4:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ທຊ 3:17
  • +ຟລປ 1:7; ຟລມ 9

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກລຊ. 4:1ອຟຊ 6:9
ກລຊ. 4:2ລກ 18:1; ຣມ 12:12; ອຟຊ 6:18
ກລຊ. 4:2ກລຊ 3:15; 1ທຊ 5:18
ກລຊ. 4:3ຣມ 15:30
ກລຊ. 4:3ອຟຊ 6:19, 20; ຟລປ 1:7
ກລຊ. 4:5ອຟຊ 5:15, 16
ກລຊ. 4:6ມທ 5:13; ມຣກ 9:50
ກລຊ. 4:61ປຕ 3:15
ກລຊ. 4:7ອຟຊ 6:21, 22
ກລຊ. 4:9ຟລມ 10
ກລຊ. 4:10ກຈກ 19:29; 20:4; 27:2
ກລຊ. 4:10ກຈກ 12:12; 15:37; ຟລມ 23, 24
ກລຊ. 4:10ຣມ 15:7
ກລຊ. 4:12ກລຊ 1:7, 8
ກລຊ. 4:14ລກ 1:3; ກຈກ 1:1
ກລຊ. 4:14ຟລມ 23, 24
ກລຊ. 4:15ຣມ 16:5; 1ກຣ 16:19
ກລຊ. 4:161ທຊ 5:27
ກລຊ. 4:17ຟລມ 1, 2
ກລຊ. 4:182ທຊ 3:17
ກລຊ. 4:18ຟລປ 1:7; ຟລມ 9
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
ໂກໂລຊາຍ 4:1-18

ຈົດໝາຍເຖິງຄລິດສະຕຽນໃນເມືອງໂກໂລຊາຍ

4 ຄົນ​ທີ່​ເປັນ​ນາຍ ໃຫ້​ປະຕິບັດ​ຕໍ່​ທາດ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ​ສະເໝີ. ໃຫ້​ຈື່​ໄວ້​ວ່າ​ພວກ​ເຈົ້າ​ກໍ​ມີ​ນາຍ​ໃນ​ສະຫວັນ​ຄື​ກັນ.+

2 ໃຫ້​ອະທິດຖານ​ເລື້ອຍ​ໆ​+ ແລະ​ຕື່ນ​ໂຕ​ໃນ​ເລື່ອງ​ນີ້​ສະເໝີ​ພ້ອມ​ກັບ​ຂອບໃຈ​ພະເຈົ້າ.+ 3 ຂໍ​ໃຫ້​ອະທິດຖານ​ເພື່ອ​ພວກ​ເຮົາ​ນຳ+ ເພື່ອ​ພະເຈົ້າ​ຈະ​ໄດ້ເປີດ​ໂອກາດໃຫ້​ພວກ​ເຮົາ​ປະກາດ​ຄຳສອນ​ຂອງ​ເພິ່ນ​ແລະ​ເວົ້າ​ເຖິງ​ຄວາມລັບ​ສັກສິດ​ເລື່ອງ​ພະຄລິດ. ທີ່ຈິງ ຂ້ອຍ​ຖືກ​ຂັງ​ກໍ​ຍ້ອນ​ຄວາມລັບ​ສັກສິດ​ນີ້.+ 4 ຂໍ​ໃຫ້​ອະທິດຖານ​ເພື່ອ​ຂ້ອຍ​ຈະ​ໄດ້​ປະກາດ​ຄວາມລັບ​ນີ້​ໃຫ້ຄົນ​ເຂົ້າໃຈ​ແຈ້ງ​ໃນ​ແບບ​ທີ່​ຂ້ອຍ​ຄວນ​ຈະ​ເຮັດ.

5 ໃຫ້​ພວກ​ເຈົ້າ​ໃຊ້​ສະຕິ​ປັນຍາ​ເມື່ອ​ຕິດຕໍ່​ພົວພັນ​ກັບ​ຄົນ​ນອກ​ປະຊາຄົມ​ຄລິດສະຕຽນ ແລະ​ໃຫ້​ພວກ​ເຈົ້າ​ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ.*+ 6 ໃຫ້​ຄຳເວົ້າ​ຂອງ​ພວກ​ເຈົ້າ​ເປັນ​ຄຳເວົ້າ​ທີ່​ກະລຸນາ​ສະເໝີ​ຄື​ກັບ​ອາຫານ​ທີ່​ປຸງ​ດ້ວຍ​ເກືອ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ຄວນ​ຕອບ​ແຕ່​ລະ​ຄົນ​ແນວ​ໃດ.+

7 ຕີຂີໂກ+​ພີ່ນ້ອງ​ທີ່​ຂ້ອຍ​ຮັກ​ຈະ​ເລົ່າ​ເລື່ອງ​ທັງໝົດ​ຂອງ​ຂ້ອຍ​ໃຫ້​ພວກ​ເຈົ້າ​ຟັງ. ລາວ​ເປັນ​ຜູ້​ຮັບໃຊ້​ທີ່​ສັດຊື່​ແລະ​ເປັນ​ທາດ​ຂອງ​ຜູ້​ເປັນ​ນາຍ​ຮ່ວມ​ກັບ​ຂ້ອຍ. 8 ຂ້ອຍ​ສົ່ງ​ລາວ​ໄປ​ເພື່ອ​ບອກ​ໃຫ້​ຮູ້​ວ່າ​ພວກ​ເຮົາ​ເປັນ​ແນວ​ໃດ​ແດ່​ແລະ​ເພື່ອ​ໃຫ້​ກຳລັງ​ໃຈ​ພວກ​ເຈົ້າ​ນຳ. 9 ລາວ​ຈະ​ໄປ​ກັບ​ໂອເນຊີໂມ+​ພີ່ນ້ອງ​ທີ່​ຮັກ​ແລະ​ສັດຊື່​ຂອງ​ຂ້ອຍ​ເຊິ່ງ​ເຄີຍ​ຢູ່​ກັບ​ພວກ​ເຈົ້າ. ສອງ​ຄົນ​ນີ້​ຈະ​ເລົ່າ​ເລື່ອງ​ທັງໝົດ​ທີ່​ເກີດຂຶ້ນ​ຢູ່​ນີ້​ໃຫ້​ພວກ​ເຈົ້າ​ຟັງ.

10 ອາຣິດຕາໂຂ+​ທີ່​ຖືກ​ຂັງ​ກັບ​ຂ້ອຍ​ຝາກ​ຄວາມ​ຄິດຮອດ​ໄປ​ຫາ​ພວກ​ເຈົ້າ. ມາຣະໂກ​ເຊິ່ງ​ເປັນ​ລູກ​ອ້າຍ​ລູກ​ນ້ອງ​ຂອງ​ບາຣະນາບາ​ກໍ​ຝາກ​ຄວາມ​ຄິດຮອດ​ມາ​ຄື​ກັນ+ (ພວກ​ເຈົ້າ​ເຄີຍ​ໄດ້​ຮັບ​ຄຳ​ແນະນຳ​ໃຫ້​ຕ້ອນຮັບ​ມາຣະໂກ+​ຕອນ​ທີ່​ລາວ​ໄປ​ຫາ.) 11 ແລະ​ເຢຊູ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າຢູສະໂຕ​ກໍ​ຝາກ​ຄວາມ​ຄິດຮອດ​ມາ​ນຳ. ເຂົາເຈົ້າ​ເປັນ​ຄົນ​ທີ່​ໄດ້​ຮັບ​ສິນຕັດ*​ແລ້ວ. ມີ​ແຕ່​ເຂົາເຈົ້າ​ເທົ່າ​ນັ້ນ​ທີ່​ເປັນ​ໝູ່​ເຮັດ​ວຽກກັບຂ້ອຍ​ເພື່ອ​ການ​ປົກຄອງ​ຂອງ​ພະເຈົ້າ. ເຂົາເຈົ້າ​ນິແຫຼະ​ທີ່​ໃຫ້​ກຳລັງ​ໃຈ​ຂ້ອຍ​ຫຼາຍ. 12 ເອປາຟາ+​ທີ່​ເຄີຍ​ຢູ່​ກັບ​ພວກ​ເຈົ້າ​ແລະ​ເປັນ​ທາດ​ຄົນ​ໜຶ່ງ​ຂອງ​ພະຄລິດ​ເຢຊູ​ກໍ​ຝາກ​ຄວາມ​ຄິດຮອດ​ມານຳ. ລາວ​ອະທິດຖານ​ຢ່າງ​ຈິງຈັງ​ເພື່ອ​ພວກ​ເຈົ້າ​ສະເໝີ ເພື່ອ​ໃນ​ທີ່​ສຸດ​ພວກ​ເຈົ້າ​ຈະ​ເປັນ​ຜູ້​ໃຫຍ່​ໃນ​ທຸກ​ດ້ານ​ແລະ​ຈະ​ໝັ້ນໃຈ​ວ່າ​ພະເຈົ້າ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ເພິ່ນ​ຕ້ອງການ. 13 ຂ້ອຍ​ເປັນ​ພະຍານ​ຢືນຢັນ​ໄດ້​ວ່າ​ລາວ​ພະຍາຍາມ​ເຮັດ​ວຽກ​ໜັກ​ເພື່ອ​ພວກ​ເຈົ້າ​ແລະ​ເພື່ອ​ຄົນ​ທີ່​ຢູ່​ໃນ​ເມືອງ​ລາວດີເກອາ​ກັບ​ເມືອງ​ເຮຍຣາໂປລີ.

14 ລູກາ+​ເຊິ່ງ​ເປັນ​ທ່ານ​ໝໍ​ທີ່​ພີ່ນ້ອງ​ຮັກ​ກໍ​ຝາກ​ຄວາມ​ຄິດຮອດ​ໄປ​ຫາ​ພວກ​ເຈົ້າ. ເດມາ​ກໍ​ຝາກ​ຄວາມ​ຄິດຮອດ​ໄປ​ຫາ​ຄື​ກັນ.+ 15 ຂ້ອຍ​ຂໍ​ຝາກ​ຄວາມ​ຄິດຮອດ​ໄປ​ຫາ​ພີ່ນ້ອງ​ໃນ​ເມືອງ​ລາວດີເກອາ ແລະ​ໄປ​ຫາ​ນິມຟາ​ກັບ​ປະຊາຄົມ​ທີ່​ປະຊຸມ​ກັນ​ໃນ​ເຮືອນ​ຂອງ​ລາວ.+ 16 ເມື່ອ​ອ່ານ​ຈົດໝາຍ​ສະບັບ​ນີ້​ແລ້ວ ຂໍ​ສົ່ງ​ຕໍ່​ໃຫ້​ປະຊາຄົມ​ຢູ່​ເມືອງ​ລາວດີເກອາ​ເພື່ອ​ເຂົາເຈົ້າ​ຈະ​ໄດ້​ອ່ານ+ ແລະ​ໃຫ້​ພວກ​ເຈົ້າ​ອ່ານ​ຈົດໝາຍ​ທີ່​ຂ້ອຍ​ສົ່ງ​ໄປ​ເມືອງ​ລາວດີເກອາ​ນຳ. 17 ອີກ​ເລື່ອງ​ໜຶ່ງ ຂໍ​ບອກ​ອາຂີໂປ​ວ່າ:+ “ໃຫ້​ຕັ້ງໃຈ​ເຮັດ​ວຽກ​ຮັບໃຊ້​ທີ່​ຜູ້​ເປັນ​ນາຍ​ມອບໝາຍ​ໃຫ້​ນັ້ນ​ໃຫ້​ສຳເລັດ.”

18 ຂ້ອຍ​ໂປໂລ​ຂຽນ​ຄຳ​ທັກທາຍ​ສ່ວນ​ນີ້​ດ້ວຍ​ໂຕເອງ.+ ຂໍ​ຢ່າ​ລືມ​ວ່າ​ຂ້ອຍ​ຖືກ​ຂັງ​ຢູ່.+ ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌