ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ຜູ້ຕັດສິນ​ແຊມ​ຊັນ​ຊອກ​ເອົາ​ຜູ້​ຍິງ​ຟີລິດສະຕີນ​ມາ​ເປັນ​ເມຍ (1-​4)

      • ພະ​ເຢໂຫວາ​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ແຊມ​ຊັນ​ເພື່ອ​ຂ້າ​ໂຕ​ສິງ (5-​9)

      • ຄຳ​ທວາຍ​ຂອງ​ແຊມ​ຊັນ​ໃນ​ມື້​ແຕ່ງດອງ (10-​19)

      • ເມຍ​ຂອງ​ແຊມ​ຊັນ​ຖືກ​ຍົກ​ໃຫ້​ຄົນ​ອື່ນ (20)

ພວກຜູ້ຕັດສິນ 14:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບໍ່​ໄດ້​ຮັບ​ສິນຕັດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:3

ພວກຜູ້ຕັດສິນ 14:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:1

ພວກຜູ້ຕັດສິນ 14:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:24, 25

ພວກຜູ້ຕັດສິນ 14:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:2

ພວກຜູ້ຕັດສິນ 14:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 24:67; ມທ 1:24

ພວກຜູ້ຕັດສິນ 14:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:8, 9

ພວກຜູ້ຕັດສິນ 14:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:5

ພວກຜູ້ຕັດສິນ 14:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:15

ພວກຜູ້ຕັດສິນ 14:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:16, 18

ພວກຜູ້ຕັດສິນ 14:18

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ກ່ອນ​ທີ່​ລາວ​ຈະ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ເມຍ”

  • *

    ແປ​ຕາມ​ໂຕ​ວ່າ “ຖ້າ​ພວກເຈົ້າ​ບໍ່​ໄດ້​ເອົາ​ງົວ​ໂຕ​ແມ່​ຂອງ​ຂ້ອຍ​ໄປ​ໄຖ​ນາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:14
  • +ຜຕສ 14:15

ພວກຜູ້ຕັດສິນ 14:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:24, 25; 14:6; 15:14
  • +ຢຊ 13:2, 3; ຜຕສ 1:18
  • +ຜຕສ 14:12

ພວກຜູ້ຕັດສິນ 14:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:2
  • +ຜຕສ 14:11; 15:1, 2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 14:3ພບຍ 7:3
ຜຕສ. 14:4ຜຕສ 13:1
ຜຕສ. 14:6ຜຕສ 13:24, 25
ຜຕສ. 14:7ຜຕສ 14:2
ຜຕສ. 14:8ປຖກ 24:67; ມທ 1:24
ຜຕສ. 14:14ຜຕສ 14:8, 9
ຜຕສ. 14:15ຜຕສ 16:5
ຜຕສ. 14:16ຜຕສ 16:15
ຜຕສ. 14:17ຜຕສ 16:16, 18
ຜຕສ. 14:18ຜຕສ 14:14
ຜຕສ. 14:18ຜຕສ 14:15
ຜຕສ. 14:19ຜຕສ 13:24, 25; 14:6; 15:14
ຜຕສ. 14:19ຢຊ 13:2, 3; ຜຕສ 1:18
ຜຕສ. 14:19ຜຕສ 14:12
ຜຕສ. 14:20ຜຕສ 14:2
ຜຕສ. 14:20ຜຕສ 14:11; 15:1, 2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 14:1-20

ພວກ​ຜູ້ຕັດສິນ

14 ແຊມຊັນ​ໄປ​ເມືອງ​ຕິມນາ ແລະ​ລາວ​ເຫັນ​ຜູ້​ຍິງ​ຟີລິດສະຕີນ​ຄົນ​ໜຶ່ງ​ຢູ່​ຫັ້ນ. 2 ລາວ​ກັບ​ໄປ​ບອກ​ພໍ່​ແມ່​ວ່າ: “ຜູ້​ຍິງ​ຟີລິດສະຕີນ​ຄົນ​ໜຶ່ງ​ຢູ່​ເມືອງ​ຕິມນາ​ຖືກ​ໃຈ​ລູກ​ຫຼາຍ. ລູກ​ຢາກ​ໃຫ້​ພໍ່​ແມ່​ໄປ​ຂໍ​ລາວ​ມາ​ເປັນ​ເມຍ​ລູກ​ແດ່.” 3 ແຕ່​ພໍ່​ແມ່​ເວົ້າ​ກັບ​ລາວ​ວ່າ: “ບໍ່​ມີ​ຜູ້​ຍິງ​ຄົນ​ໃດ​ໃນ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ຫຼື​ໃນ​ທົ່ວ​ອິດສະຣາເອນ​ທັງ​ໝົດ​ຖືກ​ໃຈ​ລູກ​ແດ່​ບໍ+ ລູກ​ຈຶ່ງ​ຊິ​ເອົາ​ຜູ້​ຍິງ​ຈາກ​ພວກ​ຟີລິດສະຕີນ​ທີ່ບໍ່​ໄດ້​ນະມັດສະການ​ພະເຈົ້າ*ມາ​ເປັນ​ເມຍ?” ແຊມຊັນ​ເວົ້າ​ກັບ​ພໍ່​ວ່າ: “ຈັ່ງ​ໃດ​ກໍ​ໄປ​ຂໍ​ລາວ​ມາ​ໃຫ້​ລູກ​ແດ່ ເພາະ​ຜູ້​ຍິງ​ຄົນ​ນັ້ນ​ເໝາະສົມ​ກັບ​ລູກ.” 4 ພໍ່​ແມ່​ຂອງ​ລາວ​ບໍ່​ຮູ້​ວ່າ​ເລື່ອງ​ນີ້​ມາ​ຈາກ​ພະ​ເຢໂຫວາ. ເພິ່ນ​ຫາ​ໂອກາດ​ຈັດ​ການ​ພວກ​ຟີລິດສະຕີນ ເພາະ​ຕອນ​ນັ້ນ​ພວກ​ຟີລິດສະຕີນ​ປົກຄອງ​ພວກ​ອິດສະຣາເອນ​ຢູ່.+

5 ແລ້ວ​ແຊມຊັນ​ກໍ​ລົງ​ໄປ​ເມືອງ​ຕິມນາ​ກັບ​ພໍ່​ແມ່. ເມື່ອ​ລາວ​ໄປ​ຮອດ​ສວນ​ໝາກ​ລະແຊັງ​ຢູ່​ຕິມນາ ກໍ​ມີ​ສິງໂຕ​ໜຶ່ງ​ມາ​ແຜດ​ສຽງ​ໃສ່​ລາວ. 6 ພະ​ເຢໂຫວາ​ໄດ້​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ແຊມຊັນ.+ ລາວ​ຈຶ່ງ​ເອົາ​ມື​ຈີກ​ສິງໂຕ​ນັ້ນ​ຂາດ​ເຄິ່ງ​ຄື​ກັບ​ຈີກ​ໂຕ​ແບ້​ນ້ອຍ. ແຕ່​ລາວ​ບໍ່​ໄດ້​ບອກ​ເລື່ອງ​ນີ້​ກັບ​ພໍ່​ແມ່. 7 ລາວ​ໄປ​ຫາຜູ້​ຍິງ​ຟີລິດສະຕີນ​ຄົນ​ນັ້ນ​ແລະ​ລົມ​ກັນ. ລາວ​ຍັງ​ຄິດ​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ເໝາະສົມ​ກັບ​ລາວ​ຢູ່.+

8 ຕໍ່ມາ ຕອນ​ທີ່​ແຊມຊັນ​ໄປ​ຮັບ​ຜູ້​ຍິງ​ຄົນ​ນັ້ນ​ເພື່ອ​ເອົາ​ມາ​ເປັນ​ເມຍ+ ລາວ​ກໍ​ໄປ​ເບິ່ງ​ຊາກ​ຂອງ​ສິງໂຕ​ນັ້ນ. ລາວ​ເຫັນ​ຮັງ​ເຜີ້ງ​ຢູ່​ໃນ​ຊາກ​ຂອງ​ໂຕ​ສິງ​ແລະ​ມີ​ນ້ຳ​ເຜີ້ງ​ຢູ່​ຫັ້ນ​ນຳ. 9 ລາວ​ກໍ​ເອົາ​ມື​ຈົກ​ເອົາ​ນ້ຳ​ເຜີ້ງ ແລ້ວ​ກໍ​ກິນ​ໄປ​ນຳ​ຍ່າງ​ໄປ​ນຳ. ເມື່ອ​ຍ່າງ​ໄປ​ຮອດ​ພໍ່​ແມ່ ລາວ​ກໍ​ເອົາ​ໃຫ້​ພໍ່​ແມ່​ກິນ​ນຳ. ແຕ່​ລາວ​ບໍ່​ໄດ້​ບອກ​ພໍ່​ແມ່​ວ່າ​ລາວ​ເອົາ​ນ້ຳ​ເຜີ້ງ​ມາ​ຈາກ​ຊາກ​ຂອງ​ໂຕ​ສິງ.

10 ແຊມຊັນ​ກັບ​ພໍ່​ກໍ​ໄປ​ຫາ​ຜູ້​ຍິງ​ຄົນ​ນັ້ນ. ແຊມຊັນ​ໄດ້​ຈັດ​ງານ​ລ້ຽງ​ຢູ່​ຫັ້ນ ເພາະ​ມັນ​ເປັນ​ທຳນຽມ​ທີ່​ເຈົ້າ​ບ່າວ​ຕ້ອງ​ເຮັດ. 11 ເມື່ອ​ຄອບຄົວ​ຂອງ​ເຈົ້າ​ສາວ​ເຫັນ​ແຊມຊັນ ເຂົາ​ເຈົ້າ​ກໍ​ຫາ​ຜູ້​ຊາຍ 30 ຄົນ​ມາ​ໃຫ້​ເປັນ​ໝູ່​ເຈົ້າ​ບ່າວ. 12 ແຊມຊັນ​ເວົ້າ​ກັບ​ໝູ່​ເຈົ້າ​ບ່າວ​ວ່າ: “ຂ້ອຍ​ມີ​ແນວ​ທວາຍ​ມາ​ທວາຍ​ພວກ​ເຈົ້າ. ຖ້າ​ຜູ້​ໃດ​ຕອບ​ຖືກ​ໃນ​ໄລຍະ​ງານ​ລ້ຽງ 7 ມື້​ນີ້ ຂ້ອຍ​ຈະ​ເອົາ​ເສື້ອ​ໂຕ​ທາງ​ໃນ​ທີ່​ເຮັດ​ຈາກ​ຜ້າ​ລີນິນ 30 ໂຕ​ກັບ​ເສື້ອ​ໂຕ​ທາງ​ນອກ 30 ໂຕ​ມາ​ໃຫ້​ພວກ​ເຈົ້າ. 13 ແຕ່​ຖ້າ​ພວກ​ເຈົ້າ​ຕອບ​ບໍ່​ໄດ້ ພວກ​ເຈົ້າ​ຕ້ອງ​ເອົາ​ເສື້ອ​ໂຕ​ທາງ​ໃນ​ທີ່​ເຮັດ​ຈາກ​ຜ້າ​ລີນິນ 30 ໂຕ​ກັບ​ເສື້ອ​ໂຕ​ທາງ​ນອກ 30 ໂຕ​ມາ​ໃຫ້​ຂ້ອຍ.” ພວກ​ເຂົາ​ກໍ​ເວົ້າ​ວ່າ: “ທວາຍ​ມາ​ໂລດ. ມັນ​ແມ່ນ​ຫຍັງ?” 14 ແຊມຊັນ​ກໍ​ທວາຍ​ພວກ​ເຂົາ​ວ່າ:

“ຂອງ​ກິນ​ອີ່ຫຍັງ​ທີ່​ມາ​ຈາກ​ຜູ້​ກິນ

ແລະ​ອີ່ຫຍັງ​ທີ່​ຫວານ​ໆ​ມາ​ຈາກ​ຜູ້​ທີ່​ແຂງແຮງ?”+

ສາມ​ມື້​ຜ່ານ​ໄປ​ແລ້ວ ພວກ​ເຂົາ​ກໍ​ຍັງ​ຕອບ​ບໍ່​ໄດ້. 15 ເມື່ອ​ຮອດ​ມື້​ທີ 4 ພວກ​ເຂົາ​ກໍ​ມາ​ຫາ​ເມຍ​ຂອງ​ແຊມຊັນ​ແລະ​ເວົ້າ​ວ່າ: “ເຈົ້າ​ຕ້ອງ​ໄປ​ລໍ້​ເອົາ​ຄຳຕອບ​ຈາກ​ຜົວ​ຂອງ​ເຈົ້າ+ມາ​ບອກ​ພວກ​ເຮົາ. ຄັນ​ບໍ່​ຊັ້ນ ພວກ​ເຮົາ​ຈະ​ເຜົາ​ເຈົ້າ​ກັບ​ຄົນ​ໃນ​ເຮືອນ​ຂອງ​ພໍ່​ເຈົ້າ​ຖິ້ມ​ຈົນ​ໝົດ. ເຈົ້າ​ເຊີນ​ພວກ​ເຮົາ​ມາ​ເພື່ອ​ຫວັງ​ຊິ​ເອົາ​ຊັບ​ສົມບັດ​ຂອງ​ພວກ​ເຮົາ​ນິ​ຫວະ?” 16 ແລ້ວ​ເມຍ​ຂອງ​ແຊມຊັນ​ກໍ​ໄຫ້​ສະອຶກ​ສະອື້ນ​ມາ​ຫາ​ລາວ​ແລະ​ເວົ້າ​ວ່າ: “ອ້າຍ​ຄື​ຊິ​ຊັງ​ນ້ອງ​ແຮງ​ເນາະ. ອ້າຍ​ບໍ່​ຮັກ​ນ້ອງ​ເລີຍ.+ ອ້າຍ​ຕັ້ງ​ຄຳ​ທວາຍ​ກັບ​ຄົນ​ຂອງ​ນ້ອງ ແຕ່ພັດບໍ່​ບອກ​ໃຫ້​ນ້ອງ​ຮູ້.” ແຊມຊັນ​ຕອບ​ເມຍ​ວ່າ: “ຂະໜາດ​ພໍ່​ກັບ​ແມ່ ອ້າຍ​ຍັງ​ບໍ່​ບອກ ເປັນ​ຫຍັງ​ອ້າຍ​ຕ້ອງ​ບອກ​ນ້ອງ?” 17 ເມຍ​ຂອງ​ແຊມຊັນ​ຮ້ອງໄຫ້​ບໍ່​ເຊົາ​ໄປ​ຈົນ​ຮອດ​ມື້​ທີ 7 ຂອງ​ງານ​ລ້ຽງ. ສຸດທ້າຍ ແຊມຊັນ​ກໍ​ບອກ​ຄຳຕອບ​ໃຫ້​ເມຍ​ຮູ້​ໃນ​ມື້​ທີ 7 ຍ້ອນ​ເມຍ​ຊູຊີ​ລາວ​ບໍ່​ເຊົາ. ແລ້ວ​ເມຍ​ຂອງ​ແຊມຊັນ​ກໍ​ເອົາ​ຄຳຕອບ​ໄປ​ບອກ​ໃຫ້​ຄົນ​ຂອງ​ລາວ​ຮູ້.+ 18 ໃນ​ມື້​ທີ 7 ກ່ອນ​ຕາເວັນ​ຕົກ​ດິນ* ພວກ​ຜູ້​ຊາຍ​ໃນ​ເມືອງ​ນັ້ນ​ກໍ​ມາ​ຕອບ​ແຊມຊັນ​ວ່າ:

“ຊິ​ມີ​ຫຍັງ​ຫວານ​ກວ່າ​ນ້ຳ​ເຜີ້ງ

ແລະ​ຊິ​ມີ​ຫຍັງ​ແຂງແຮງ​ກວ່າ​ໂຕ​ສິງ.”+

ແຊມຊັນ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ:

“ຄັນເມຍຂ້ອຍບໍ່​ຊ່ວຍ*+

ພວກ​ເຈົ້າ​ຄື​ຊິ​ຕອບ​ບໍ່​ຖືກ​ດອກ.”

19 ແລ້ວ​ພະ​ເຢໂຫວາ​ໄດ້​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ແຊມຊັນ.+ ລາວ​ໄດ້​ລົງ​ໄປ​ເມືອງ​ອາຊະກາໂລນ+ ແລະ​ຂ້າ​ຄົນ​ໃນ​ເມືອງ​ນັ້ນ 30 ຄົນ​ເພື່ອ​ຊິ​ເອົາ​ເສື້ອ​ຂອງ​ພວກ​ນັ້ນ​ໄປ​ໃຫ້​ຄົນ​ທີ່​ຕອບ​ຄຳ​ທວາຍ​ຖືກ.+ ລາວ​ກັບ​ເມືອ​ເຮືອນ​ພໍ່​ແບບ​ໃຈ​ຮ້າຍ​ແຮງ.

20 ສ່ວນ​ເມຍ​ຂອງ​ແຊມຊັນ+ກໍ​ຖືກ​ຍົກ​ໃຫ້​ເປັນ​ເມຍ​ຂອງ​ໝູ່​ເຈົ້າ​ບ່າວ​ຄົນ​ໜຶ່ງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌