ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 16
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ແຊມ​ຊັນ​ໄປ​ເມືອງ​ຄາຊາ (1-​3)

      • ແຊມ​ຊັນ​ກັບ​ເດລີລາ (4-​22)

      • ການ​ແກ້ແຄ້ນ​ແລະ​ການ​ຕາຍ​ຂອງ​ແຊມ​ຊັນ (23-​31)

ພວກຜູ້ຕັດສິນ 16:3

ໄຂເງື່ອນ

  • *

    ກອນ​ໃຫຍ່​ທີ່​ໃຊ້​ຄັດ​ປະຕູ​ເມືອງ ອາດຈະ​ເປັນ​ໄມ້​ຫຼື​ເຫຼັກ​ກໍ​ໄດ້

ພວກຜູ້ຕັດສິນ 16:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:18

ພວກຜູ້ຕັດສິນ 16:5

ໄຂເງື່ອນ

  • *

    12,5 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:15

ພວກຜູ້ຕັດສິນ 16:7

ໄຂເງື່ອນ

  • *

    ຫຼື “ເສັ້ນ​ເອັນ​ສັດ”

ພວກຜູ້ຕັດສິນ 16:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 15:14

ພວກຜູ້ຕັດສິນ 16:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:9

ພວກຜູ້ຕັດສິນ 16:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:7, 11

ພວກຜູ້ຕັດສິນ 16:14

ໄຂເງື່ອນ

  • *

    ອຸປະກອນ​ສຳລັບ​ຕ່ຳຫູກ

ພວກຜູ້ຕັດສິນ 16:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:16
  • +ຜຕສ 16:7, 11, 13

ພວກຜູ້ຕັດສິນ 16:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:17

ພວກຜູ້ຕັດສິນ 16:17

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຈາກ​ມົດ​ລູກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 6:5; ຜຕສ 13:5, 7

ພວກຜູ້ຕັດສິນ 16:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:5

ພວກຜູ້ຕັດສິນ 16:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:9, 12, 14

ພວກຜູ້ຕັດສິນ 16:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:5

ພວກຜູ້ຕັດສິນ 16:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 5:4

ພວກຜູ້ຕັດສິນ 16:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 15:4, 5
  • +ຜຕສ 15:7, 8, 15, 16

ພວກຜູ້ຕັດສິນ 16:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:32
  • +ຜຕສ 14:5, 6, 19; 15:14
  • +ຜຕສ 16:21

ພວກຜູ້ຕັດສິນ 16:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:27
  • +ຜຕສ 14:19; 15:7, 8, 15, 16

ພວກຜູ້ຕັດສິນ 16:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:8
  • +ຜຕສ 13:2
  • +ຜຕສ 2:16; 15:20

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 16:4ຜຕສ 16:18
ຜຕສ. 16:5ຜຕສ 14:15
ຜຕສ. 16:9ຜຕສ 15:14
ຜຕສ. 16:12ຜຕສ 16:9
ຜຕສ. 16:13ຜຕສ 16:7, 11
ຜຕສ. 16:15ຜຕສ 14:16
ຜຕສ. 16:15ຜຕສ 16:7, 11, 13
ຜຕສ. 16:16ຜຕສ 14:17
ຜຕສ. 16:17ຈຊບ 6:5; ຜຕສ 13:5, 7
ຜຕສ. 16:18ຜຕສ 16:5
ຜຕສ. 16:20ຜຕສ 16:9, 12, 14
ຜຕສ. 16:22ຜຕສ 13:5
ຜຕສ. 16:231ຊມ 5:4
ຜຕສ. 16:24ຜຕສ 15:4, 5
ຜຕສ. 16:24ຜຕສ 15:7, 8, 15, 16
ຜຕສ. 16:28ຮຣ 11:32
ຜຕສ. 16:28ຜຕສ 14:5, 6, 19; 15:14
ຜຕສ. 16:28ຜຕສ 16:21
ຜຕສ. 16:30ຜຕສ 16:27
ຜຕສ. 16:30ຜຕສ 14:19; 15:7, 8, 15, 16
ຜຕສ. 16:31ຜຕສ 13:8
ຜຕສ. 16:31ຜຕສ 13:2
ຜຕສ. 16:31ຜຕສ 2:16; 15:20
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 16:1-31

ພວກ​ຜູ້ຕັດສິນ

16 ມີ​ເທື່ອ​ໜຶ່ງ​ແຊມຊັນ​ໄປ​ເມືອງ​ຄາຊາ ລາວ​ເຫັນ​ໂສເພນີ​ຄົນ​ໜຶ່ງ​ຢູ່​ຫັ້ນ​ແລະ​ລາວ​ໄດ້ເຂົ້າ​ໄປ​ໃນ​ເຮືອນຂອງ​ຜູ້​ຍິງ​ຄົນ​ນັ້ນ. 2 ຄົນ​ໃນ​ເມືອງ​ຄາຊາ​ໄດ້​ຍິນ​ວ່າ​ແຊມຊັນ​ຢູ່​ໃນ​ເມືອງ​ແລ້ວ. ພວກ​ເຂົາ​ຈຶ່ງມາ​ລ້ອມ​ເມືອງ​ແລະ​ຊຸ້ມ​ຖ້າ​ຢູ່​ປະຕູ​ເມືອງ​ໝົດ​ຄືນ. ພວກ​ເຂົາ​ຊຸ້ມ​ຢູ່​ງຽບ​ໆ​ແລະ​ລົມ​ກັນ​ວ່າ: “ຖ້າ​ໃຫ້​ແຈ້ງ​ກ່ອນ​ພວກ​ເຮົາ​ຈຶ່ງ​ຊິ​ຂ້າ​ມັນ.”

3 ແຕ່​ແຊມຊັນ​ນອນ​ຢູ່​ຫັ້ນ​ຮອດ​ແຕ່​ທ່ຽງ​ຄືນ​ເທົ່າ​ນັ້ນ. ລາວ​ລຸກ​ຂຶ້ນ​ແລະ​ດຶງ​ປະຕູ​ເມືອງ ພ້ອມ​ກັບ​ເສົາ 2 ຕົ້ນ​ແລະ​ກອນ*ຂອງ​ປະຕູ​ນັ້ນ​ອອກ ແລ້ວ​ລາວ​ກໍ​ຍົກ​ທັງ​ໝົດ​ນັ້ນ​ໃສ່​ບ່າ​ແບກ​ຂຶ້ນ​ໄປ​ເທິງ​ຈອມ​ພູ​ທີ່​ຢູ່​ຕໍ່​ໜ້າ​ເມືອງ​ເຮັບໂຣນ.

4 ຕໍ່ມາ ລາວ​ຫຼົງ​ຮັກ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ຮ່ອມ​ພູ​ໂສເຣັກ. ຜູ້​ຍິງ​ຄົນ​ນັ້ນ​ຊື່​ເດລີລາ.+ 5 ພວກ​ເຈົ້າ​ເມືອງ​ຂອງ​ຄົນ​ຟີລິດສະຕີນ​ຈຶ່ງ​ມາ​ຫາ​ຜູ້​ຍິງ​ຄົນ​ນັ້ນ​ແລະ​ເວົ້າ​ວ່າ: “ໃຫ້​ເຈົ້າ​ລໍ້​ຖາມ​ແຊມຊັນ​+ດຸ​ວ່າ ລາວ​ມີ​ເຫື່ອ​ມີ​ແຮງ​ຫຼາຍ​ປານ​ນັ້ນ​ໄດ້​ແນວ​ໃດ? ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ຈຶ່ງ​ຊິ​ມັດ​ລາວ​ຢູ່​ແລະ​ເອົາ​ຊະນະ​ລາວ​ໄດ້? ຖ້າ​ເຈົ້າ​ບອກ​ພວກ​ເຮົາ​ໄດ້ ພວກ​ເຮົາ​ແຕ່​ລະ​ຄົນ​ຊິ​ເອົາ​ເງິນ​ໜັກ 1.100 ເຊເກນ*ໃຫ້​ເຈົ້າ.”

6 ເດລີລາ​ກໍ​ເວົ້າ​ກັບ​ແຊມຊັນ​ວ່າ: “ບອກ​ນ້ອງ​ເບິ່ງ​ດຸ​ວ່າ​ເຫື່ອ​ແຮງ​ຫຼາຍ​ໆ​ຂອງ​ອ້າຍ​ນັ້ນ​ມາ​ແຕ່​ໃສ? ຕ້ອງ​ເອົາ​ອີ່ຫຍັງ​ມາ​ມັດ​ອ້າຍ​ຈຶ່ງ​ຢູ່​ແລະ​ຈຶ່ງ​ຊິ​ຊະນະ​ອ້າຍ​ໄດ້.” 7 ແຊມຊັນ​ກໍ​ຕອບ​ລາວ​ວ່າ: “ຖ້າ​ມີ​ຄົນ​ເອົາສາຍ​ທະນູ*ໃໝ່​ໆ​ 7 ເສັ້ນ​ທີ່​ຍັງ​ບໍ່​ທັນ​ແຫ້ງ​ເທື່ອ​ມາ​ມັດ​ອ້າຍ​ໄວ້ ອ້າຍ​ກະ​ຊິ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ​ແລະ​ກະ​ຊິ​ເປັນ​ຄື​ກັບ​ຄົນ​ທຳມະດາ.” 8 ພວກ​ເຈົ້າ​ເມືອງ​ຂອງ​ຄົນ​ຟີລິດສະຕີນ​ຈຶ່ງ​ເອົາ​ສາຍ​ທະນູ 7 ເສັ້ນ​ທີ່​ຍັງ​ບໍ່​ທັນ​ແຫ້ງ​ເທື່ອ​ມາ​ໃຫ້​ເດລີລາ. ແລ້ວ​ເດລີລາ​ກໍ​ເອົາ​ສາຍ​ທະນູ​ເຫຼົ່າ​ນັ້ນ​ມັດ​ແຊມຊັນ. 9 ພວກ​ເຈົ້າ​ເມືອງ​ລີ້​ຢູ່​ອີກ​ຫ້ອງ​ໜຶ່ງ ແລ້ວ​ເດລີລາ​ກໍ​ຮ້ອງ​ບອກ​ແຊມຊັນ​ວ່າ: “ອ້າຍ​ແຊມຊັນ! ພວກ​ຟີລິດສະຕີນ​ມາ​ຈັບ​ອ້າຍ​ແລ້ວ.” ແຕ່​ແຊມຊັນ​ດຶງ​ສາຍ​ທະນູ​ເຫຼົ່າ​ນັ້ນ​ອອກ ແລະ​ພວກ​ມັນ​ກໍ​ຂາດ​ງ່າຍ​ໆ​ຄື​ກັບ​ດ້າຍ​ທີ່​ຖືກ​ໄຟ​ໄໝ້.+ ຄວາມ​ລັບ​ກ່ຽວກັບ​ເຫື່ອ​ແຮງ​ຂອງ​ລາວ​ຈຶ່ງ​ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ຮູ້​ເທື່ອ.

10 ເດລີລາ​ກໍ​ເວົ້າ​ກັບ​ແຊມຊັນ​ວ່າ: “ອ້າຍ​ຄື​ຕົວະ​ແລະ​ຫຼອກ​ລວງ​ນ້ອງ. ບອກ​ນ້ອງ​ແທ້​ໆ​ແມ້​ວ່າ​ຕ້ອງ​ເອົາ​ອີ່ຫຍັງ​ມາ​ມັດ​ອ້າຍ​ຈຶ່ງ​ຊິ​ຢູ່.” 11 ແຊມຊັນ​ຈຶ່ງ​ບອກ​ເດລີລາ​ວ່າ: “ຖ້າ​ພວກ​ເຂົາ​ເອົາ​ເຊືອກ​ໃໝ່​ໆ​ທີ່​ຍັງ​ບໍ່​ທັນ​ໃຊ້​ເທື່ອ​ມາ​ມັດ​ອ້າຍ ອ້າຍ​ກໍ​ຊິ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ​ແລະ​ກໍ​ຊິ​ເປັນ​ຄື​ກັບ​ຄົນ​ທຳມະດາ.” 12 ແລ້ວ​ເດລີລາ​ກໍ​ເອົາ​ເຊືອກ​ໃໝ່​ໆ​ມາ​ມັດ​ແຊມຊັນ​ແລະ​ຮ້ອງ​ວ່າ: “ອ້າຍ​ແຊມຊັນ! ພວກ​ຟີລິດສະຕີນ​ມາ​ຈັບ​ອ້າຍ​ແລ້ວ.” (ຕອນ​ນັ້ນ​ມີ​ຄົນ​ຊຸ້ມ​ຢູ່​ອີກ​ຫ້ອງ​ໜຶ່ງ.) ແຕ່​ແຊມຊັນ​ດຶງ​ເຊືອກ​ຢູ່​ແຂນ​ອອກ ແລະ​ມັນ​ກໍ​ຂາດ​ງ່າຍ​ໆ​ຄື​ກັບ​ດ້າຍ.+

13 ຈາກ​ນັ້ນ ເດລີລາ​ກໍ​ເວົ້າ​ກັບ​ແຊມຊັນ​ວ່າ: “ຈົນ​ຮອດ​ປານ​ນີ້ ອ້າຍ​ກະ​ຍັງ​ຕົວະ ຍັງ​ຫຼອກ​ລວງ​ນ້ອງ​ຢູ່​ບໍ?+ ບອກ​ນ້ອງ​ແທ້​ໆ​ດຸ​ວ່າ​ຕ້ອງ​ໃຊ້​ອີ່ຫຍັງ​ມັດ​ອ້າຍ​ຈຶ່ງ​ຊິ​ຢູ່.” ແຊມຊັນ​ບອກ​ລາວ​ວ່າ: “ນ້ອງ​ຕ້ອງ​ເອົາ​ດ້າຍ​ທີ່​ໃຊ້​ເປັນ​ເຄືອ​ຫູກ​ມາ​ເປຍ​ເຂົ້າ​ກັບ​ຜົມ 7 ເປຍ​ຂອງ​ອ້າຍ ແລະ​ອ້າຍ​ກໍ​ຊິ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ.” 14 ແລ້ວ​ເດລີລາ​ກໍ​ເອົາຟືມ*ມາ​ຕ່ຳ​ຜົມ​ແຊມຊັນ​ແລະ​ຮ້ອງ​ວ່າ: “ອ້າຍ​ແຊມຊັນ! ພວກ​ຟີລິດສະຕີນ​ມາ​ຈັບ​ອ້າຍ​ແລ້ວ.” ແຊມຊັນ​ກໍ​ຕື່ນ​ຈາກ​ນອນ ແລ້ວ​ດຶງ​ຟືມ​ກັບ​ດ້າຍ​ອອກ​ຈາກ​ຜົມ.

15 ເທື່ອ​ນີ້​ເດລີລາ​ເວົ້າ​ກັບ​ແຊມຊັນ​ວ່າ: “ອ້າຍ​ບອກ​ວ່າ ‘ຮັກ​ນ້ອງ’+ ແຕ່​ອ້າຍ​ຄື​ບໍ່​ໄວ້ໃຈ​ນ້ອງ? ອ້າຍ​ຫຼອກ​ລວງ​ແລະ​ຕົວະ​ນ້ອງ 3 ເທື່ອ​ແລ້ວ. ເປັນ​ຫຍັງ​ອ້າຍ​ຄື​ບໍ່​ບອກ​ນ້ອງ​ວ່າ​ເຫື່ອ​ແຮງ​ຫຼາຍ​ໆ​ຂອງ​ອ້າຍ​ມາ​ແຕ່​ໃສ?”+ 16 ເດລີລາ​ຊູຊີ​ແລະ​ຖາມ​ສໍ້​ແຊມຊັນ​ທຸກ​ມື້​ຈົນ​ລາວ​ລຳຄານ​ຊິ​ຕາຍ.+ 17 ໃນ​ທີ່​ສຸດ ແຊມຊັນ​ກໍ​ຍອມ​ບອກ​ເດລີລາ​ທຸກ​ຢ່າງ​ວ່າ: “ອ້າຍ​ບໍ່​ເຄີຍ​ຕັດ​ຜົມ​ຈັກ​ເທື່ອ ເພາະ​ອ້າຍ​ເປັນ​ນາຊີຣີ​ຂອງ​ພະເຈົ້າ​ມາ​ຕັ້ງ​ແຕ່​ເກີດ.*+ ຖ້າ​ອ້າຍ​ຖືກ​ແຖ​ຫົວ ເຫື່ອ​ແຮງ​ຂອງ​ອ້າຍ​ຊິ​ໝົດ​ໄປ. ອ້າຍ​ຊິ​ເປັນ​ຄື​ກັບ​ຜູ້​ຊາຍ​ຄົນ​ອື່ນ​ໆ​.”

18 ເມື່ອ​ແຊມຊັນ​ບອກ​ທຸກ​ຢ່າງ​ກັບ​ເດລີລາ​ແລ້ວ ເດລີລາ​ກໍ​ຟ້າວ​ໄປ​ບອກ​ພວກ​ເຈົ້າ​ເມືອງ​ຂອງ​ພວກ​ຟີລິດສະຕີນ+ວ່າ: “ຂຶ້ນ​ມາ​ໂລດ ເທື່ອ​ນີ້​ບໍ່​ເສຍ​ແຮງ​ດອກ ເພາະ​ວ່າ​ລາວ​ບອກ​ຂ້ອຍ​ທຸກ​ຢ່າງ​ແລ້ວ. ແລ້ວ​ພວກ​ເຈົ້າ​ເມືອງ​ຂອງ​ພວກ​ຟີລິດສະຕີນ​ກໍ​ຂຶ້ນ​ມາ​ຫາ​ລາວ ພ້ອມ​ກັບ​ເອົາ​ເງິນ​ມາ​ນຳ.” 19 ເດລີລາ​ໃຫ້​ແຊມຊັນ​ນອນ​ຫຼັບ​ຢູ່​ຕັກ​ຂອງ​ລາວ. ຈາກ​ນັ້ນ ລາວ​ກໍ​ເອີ້ນ​ຄົນ​ມາ​ຕັດ​ຜົມ​ເປຍ​ຂອງ​ແຊມຊັນ​ອອກ​ທັງ 7 ເປຍ. ເດລີລາ​ກໍ​ເລີ່ມ​ຄວບຄຸມ​ແຊມຊັນ​ໄດ້​ເພາະ​ລາວ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ​ແລ້ວ. 20 ແລ້ວ​ເດລີລາ​ກໍ​ຮ້ອງ​ຂຶ້ນ​ວ່າ: “ອ້າຍ​ແຊມຊັນ! ພວກ​ຟີລິດສະຕີນ​ມາ​ຈັບ​ອ້າຍ​ແລ້ວ.” ແຊມຊັນ​ກໍ​ຕື່ນ​ຂຶ້ນ​ແລະ​ເວົ້າກັບ​ໂຕເອງ​ວ່າ: “ຂ້ອຍ​ຊິ​ອອກ​ໄປ​ແລະ​ກະຊິ​ໜີ​ໄດ້ຄື​ກັບ​ເທື່ອ​ກ່ອນ​ໆ​.”+ ແຕ່​ແຊມຊັນ​ບໍ່​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຢູ່​ກັບ​ລາວ​ແລ້ວ. 21 ພວກ​ຟີລິດສະຕີນ​ຈັບ​ເອົາ​ລາວ​ໄປ ແລະ​ເຈາະ​ຕາ​ຂອງ​ລາວ​ອອກ​ທັງ 2 ໜ່ວຍ. ຈາກ​ນັ້ນ ພວກ​ເຂົາ​ພາ​ແຊມຊັນ​ໄປ​ເມືອງ​ຄາຊາ ແລະ​ເອົາ​ໂສ້​ທອງແດງ 2 ເສັ້ນ​ລ່າມ​ລາວ​ໄວ້. ແລ້ວ​ໃຫ້​ລາວ​ເປັນ​ຄົນ​ໝູນ​ເຄື່ອງ​ໂມ້​ຢູ່​ໃນ​ຄຸກ. 22 ແຕ່​ໃນ​ໄລຍະ​ນັ້ນ ຜົມ​ຂອງ​ລາວ​ກໍ​ເລີ່ມ​ຍາວ​ຂຶ້ນ​ມາ​ອີກ.+

23 ຕໍ່ມາ ພວກ​ເຈົ້າ​ເມືອງ​ຂອງ​ພວກ​ຟີລິດສະຕີນ​ໄດ້​ມາ​ລວມ​ໂຕ​ກັນ ເພື່ອ​ຈະ​ເອົາ​ເຄື່ອງ​ບູຊາ​ຈຳນວນ​ຫຼາຍ​ໃຫ້​ພະ​ດາໂກນ+ທີ່​ເປັນ​ພະເຈົ້າ​ຂອງ​ພວກ​ເຂົາ ແລະ​ເພື່ອ​ຈັດ​ງານ​ລ້ຽງ​ກັນ. ພວກ​ເຂົາ​ເວົ້າ​ວ່າ: “ພະເຈົ້າ​ຂອງ​ພວກ​ເຮົາ​ຊ່ວຍ​ໃຫ້​ຈັບ​ແຊມຊັນ​ສັດຕູ​ຂອງ​ພວກ​ເຮົາ​ໄດ້​ແລ້ວ.” 24 ເມື່ອ​ປະຊາຊົນ​ເຫັນ​ຮູບ​ບູຊາ​ນັ້ນ ພວກ​ເຂົາ​ກໍ​ພາກັນ​ສັນລະເສີນ​ພະເຈົ້າ​ຂອງ​ພວກ​ເຂົາ​ວ່າ: “ພະເຈົ້າ​ຂອງ​ພວກ​ເຮົາ​ໄດ້​ຊ່ວຍ​ໃຫ້​ຈັບ​ແຊມຊັນ​ສັດຕູ​ຂອງ​ພວກ​ເຮົາ​ໄດ້​ແລ້ວ. ມັນ​ທຳລາຍ​ແຜ່ນດິນ​ຂອງ​ພວກ​ເຮົາ+ ແລະ​ຂ້າ​ຄົນ​ຂອງ​ພວກ​ເຮົາ​ຕາຍ​ໄປ​ບັກ​ຫຼາຍ​ໆ​.”+

25 ຕອນ​ທີ່​ພວກ​ເຂົາ​ພາກັນ​ມ່ວນ​ຊື່ນ​ຢູ່​ນັ້ນ ພວກ​ເຂົາ​ກໍ​ເວົ້າ​ວ່າ: “ເອົາ​ແຊມຊັນ​ອອກ​ມາ. ພວກ​ເຮົາ​ຊິ​ໄດ້​ເຍາະເຍີ້ຍ​ມັນ.” ພວກ​ເຂົາ​ຈຶ່ງ​ພາ​ແຊມຊັນ​ອອກ​ມາ​ຈາກ​ຄຸກ ເພື່ອ​ເຍາະເຍີ້ຍ​ລາວ. ພວກ​ເຂົາ​ໃຫ້​ລາວ​ຢືນ​ຢູ່​ລະຫວ່າງ​ເສົາ. 26 ແລ້ວ​ແຊມຊັນ​ກໍ​ບອກ​ຄົນ​ທີ່​ຈູງ​ລາວ​ມາ​ວ່າ: “ພາ​ຂ້ອຍ​ໄປ​ຄຳ​ເບິ່ງ​ເສົາ​ວິຫານ​ນີ້​ແດ່ ຂ້ອຍ​ຢາກ​ອີງ​ເສົາ.” 27 (ໃນ​ຕອນ​ນັ້ນ ຢູ່​ວິຫານ​ນັ້ນມີ​ຄົນ​ຫຼາຍ​ແທ້​ຫຼາຍ​ວ່າ. ມີ​ພວກ​ເຈົ້າ​ເມືອງ​ຂອງ​ພວກ​ຟີລິດສະຕີນ ແລະ​ຢູ່​ເທິງ​ດາດ​ຟ້າ​ມີ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ປະມານ 3.000 ຄົນ​ທີ່​ກຳລັງ​ເບິ່ງ​ພວກ​ເຈົ້າ​ເມືອງ​ເຍາະເຍີ້ຍ​ແຊມຊັນ​ຢູ່.)

28 ແຊມຊັນ​+ອ້ອນວອນ​ພະ​ເຢໂຫວາ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເອີ້ຍ ຂໍ​ພະອົງ​ຈື່​ລູກ. ພະເຈົ້າ​ເອີ້ຍ ຂໍ​ໃຫ້​ລູກ​ມີ​ເຫື່ອ​ມີ​ແຮງ+ອີກເປັນ​ເທື່ອ​ສຸດທ້າຍ. ໃຫ້​ລູກ​ໄດ້​ແກ້ແຄ້ນ​ພວກ​ຟີລິດສະຕີນ ຢ່າງ​ໜ້ອຍ​ກໍ​ສຳລັບ​ຕາ​ເບື້ອງ​ໜຶ່ງ​ຂອງ​ລູກ.”+

29 ແລ້ວ​ແຊມຊັນ​ກໍ​ຢືນ​ຢູ່​ລະຫວ່າງ​ເສົາ 2 ຕົ້ນ​ທີ່​ເປັນ​ເສົາ​ຫຼັກ​ຂອງ​ວິຫານ. ລາວ​ເອົາ​ມື​ເບື້ອງ​ຂວາ​ຈັບ​ເສົາ​ໜຶ່ງ ແລະ​ເອົາ​ມື​ເບື້ອງ​ຊ້າຍ​ຈັບ​ອີກ​ເສົາ​ໜຶ່ງ. 30 ແຊມຊັນ​ຮ້ອງ​ອອກ​ມາ​ວ່າ: “ຂ້ອຍ​ຂໍ​ຕາຍ​ພ້ອມ​ກັບ​ພວກ​ຟີລິດສະຕີນ.” ແລ້ວ​ລາວ​ກໍ​ຍູ້​ເສົາ​ສຸດ​ເຫື່ອ​ສຸດ​ແຮງ​ຂອງ​ລາວ ວິຫານ​ຈຶ່ງ​ພັງ​ລົງ​ທັບ​ພວກ​ເຈົ້າ​ເມືອງ​ກັບ​ທຸກ​ຄົນ​ທີ່​ຢູ່​ຫັ້ນ.+ ເທື່ອ​ນີ້ ລາວ​ຂ້າ​ພວກ​ຟີລິດສະຕີນ​ຕາຍ​ໄປ​ຫຼາຍ​ກວ່າ​ຕອນ​ທີ່​ລາວ​ຍັງ​ມີ​ຊີວິດ​ຊ້ຳ.+

31 ຕໍ່ມາ ພວກ​ອ້າຍ​ນ້ອງ​ຂອງ​ລາວ​ກັບ​ຄົນ​ໃນ​ເຮືອນ​ຂອງ​ພໍ່​ກໍ​ໄດ້​ມາ​ເອົາ​ສົບ​ຂອງ​ແຊມຊັນ​ໄປ. ເຂົາ​ເຈົ້າ​ເອົາ​ສົບ​ຂອງ​ລາວ​ໄປ​ຝັງ​ໄວ້​ຢູ່​ບ່ອນ​ຝັງ​ສົບ​ຂອງ​ມາໂນອາ+​ພໍ່​ຂອງ​ລາວ ເຊິ່ງ​ຢູ່​ລະຫວ່າງ​ເມືອງ​ໂຊຣາ​+ກັບ​ເມືອງ​ເອຊະຕາໂອນ. ແຊມຊັນ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ 20 ປີ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌