ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ໂກຣິນໂທ 12
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ໂກຣິນໂທ

      • ນິມິດ​ທີ່​ໂປໂລ​ເຫັນ (1-7​ກ)

      • “ໜາມ​ຢູ່​ໃນ​ຮ່າງກາຍ” ຂອງ​ໂປໂລ (7​ຂ-10)

      • ບໍ່​ໄດ້​ດ້ອຍ​ກວ່າ​ພວກ​ອັກຄະສາວົກ​ທີ່​ເຮັດ​ຄື​ກັບ​ວ່າ​ໂຕເອງ​ດີ​ເລີດ (11-13)

      • ໂປໂລ​ເປັນ​ຫ່ວງ​ພີ່ນ້ອງ​ຢູ່​ເມືອງ​ໂກຣິນໂທ (14-21)

2 ໂກຣິນໂທ 12:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 2:17
  • +ກຈກ 22:17, 18

2 ໂກຣິນໂທ 12:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 12

2 ໂກຣິນໂທ 12:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/7/2015, ໜ້າ 4-5

2 ໂກຣິນໂທ 12:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 4:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2019, ໜ້າ 9

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    5/2019, ໜ້າ 4

2 ໂກຣິນໂທ 12:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2019, ໜ້າ 9

2 ໂກຣິນໂທ 12:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 40:29

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2020, ໜ້າ 14-19

    ຫໍສັງເກດການ (ສຶກສາ)

    11/2019, ໜ້າ 9

    ຫໍສັງເກດການ (ສຶກສາ)

    1/2018, ໜ້າ 5

2 ໂກຣິນໂທ 12:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 4:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2020, ໜ້າ 14-19

    ຫໍສັງເກດການ (ສຶກສາ)

    1/2018, ໜ້າ 5

2 ໂກຣິນໂທ 12:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:23

2 ໂກຣິນໂທ 12:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 6:4
  • +ກຈກ 14:3; 15:12; ຣມ 15:18, 19

2 ໂກຣິນໂທ 12:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:11, 12; 2ກຣ 11:9

2 ໂກຣິນໂທ 12:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:33
  • +1ກຣ 4:14

2 ໂກຣິນໂທ 12:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:6; ກລຊ 1:24; 1ທຊ 2:8; ຮຣ 13:17

2 ໂກຣິນໂທ 12:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:9

2 ໂກຣິນໂທ 12:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 8:6

2 ໂກຣິນໂທ 12:21

ໄຂເງື່ອນ

  • *

    ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກຣ. 12:1ກຈກ 2:17
2ກຣ. 12:1ກຈກ 22:17, 18
2ກຣ. 12:7ຄລຕ 4:13
2ກຣ. 12:9ອຊຢ 40:29
2ກຣ. 12:10ຟລປ 4:13
2ກຣ. 12:112ກຣ 11:23
2ກຣ. 12:122ກຣ 6:4
2ກຣ. 12:12ກຈກ 14:3; 15:12; ຣມ 15:18, 19
2ກຣ. 12:131ກຣ 9:11, 12; 2ກຣ 11:9
2ກຣ. 12:14ກຈກ 20:33
2ກຣ. 12:141ກຣ 4:14
2ກຣ. 12:152ກຣ 1:6; ກລຊ 1:24; 1ທຊ 2:8; ຮຣ 13:17
2ກຣ. 12:162ກຣ 11:9
2ກຣ. 12:182ກຣ 8:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
2 ໂກຣິນໂທ 12:1-21

ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ

12 ຂ້ອຍ​ຕ້ອງ​ອວດ. ຂ້ອຍ​ຈະ​ເວົ້າ​ເລື່ອງ​ນິມິດ​ທີ່​ຜູ້​ເປັນ​ນາຍ​ໃຫ້​ຂ້ອຍ​ເຫັນ+​ແລະ​ເລື່ອງ​ທີ່​ເພິ່ນ​ເປີດເຜີຍ​ໃຫ້​ຂ້ອຍ​ຮູ້+ ເຖິງ​ວ່າ​ການ​ອວດ​ແບບ​ນີ້​ຈະ​ບໍ່​ມີ​ປະໂຫຍດ​ຫຍັງ. 2 ຂ້ອຍ​ຮູ້ຈັກ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ລູກສິດ​ຂອງ​ພະຄລິດ. 14 ປີ​ກ່ອນລາວ​ຖືກ​ພາ​ໄປ​ສະຫວັນ​ຊັ້ນ​ທີ 3. ຂ້ອຍ​ບໍ່​ຮູ້​ວ່າ​ລາວ​ໄປ​ໃນ​ສະພາບ​ມະນຸດ​ຫຼື​ບໍ່ ແຕ່​ພະເຈົ້າ​ຮູ້. 3 ແມ່ນ​ແລ້ວ ຂ້ອຍ​ຮູ້ຈັກ​ຜູ້​ຊາຍ​ຄົນ​ນັ້ນ. ລາວ​ຖືກ​ພາ​ໄປ​ອຸທິຍານ ຂ້ອຍ​ບໍ່​ຮູ້​ວ່າ​ລາວ​ໄປ​ໃນ​ສະພາບ​ມະນຸດ​ຫຼື​ບໍ່ ແຕ່​ພະເຈົ້າ​ຮູ້. 4 ຕອນ​ຢູ່​ອຸທິຍານ ລາວ​ໄດ້​ຍິນ​ຄຳເວົ້າ​ທີ່​ມະນຸດ​ເວົ້າ​ອອກ​ມາ​ບໍ່​ໄດ້​ແລະ​ບໍ່​ມີ​ສິດ​ຈະ​ເວົ້າ. 5 ຂ້ອຍ​ຈະ​ອວດ​ເລື່ອງ​ຜູ້​ຊາຍ​ຄົນ​ນັ້ນ ແຕ່​ຂ້ອຍ​ຈະ​ບໍ່​ອວດ​ເລື່ອງ​ໂຕເອງ ຍົກເວັ້ນ​ເລື່ອງ​ຄວາມ​ອ່ອນແອ​ຂອງ​ຂ້ອຍ. 6 ເຖິງ​ວ່າ​ຂ້ອຍ​ຢາກ​ຈະ​ອວດ ຂ້ອຍ​ກໍ​ມີ​ເຫດຜົນ​ຍ້ອນ​ຂ້ອຍ​ເວົ້າ​ຄວາມຈິງ. ແຕ່​ຂ້ອຍ​ຈະ​ບໍ່​ເຮັດ​ແບບນັ້ນ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຍົກຍ້ອງ​ຂ້ອຍ​ຫຼາຍ​ກວ່າ​ສິ່ງ​ທີ່​ເຫັນ​ແລະ​ໄດ້​ຍິນ​ຈາກ​ຂ້ອຍ. 7 ບໍ່​ຄວນ​ມີ​ຜູ້​ໃດ​ຍົກຍ້ອງ​ຂ້ອຍ​ຍ້ອນ​ຂ້ອຍ​ໄດ້​ເຫັນ​ເລື່ອງ​ທີ່​ເປີດເຜີຍ​ກັບ​ຂ້ອຍ​ເປັນ​ພິເສດ.

ເພື່ອ​ຈະ​ບໍ່​ໃຫ້​ຂ້ອຍ​ຫຼົງ​ໂຕເອງ ຂ້ອຍ​ຈຶ່ງ​ມີ​ບາງ​ສິ່ງ​ທີ່​ເປັນ​ຄື​ໜາມ​ຢູ່​ໃນ​ຮ່າງກາຍ.+ ມັນ​ເປັນ​ທູດ​ຂອງ​ຊາຕານ​ທີ່​ສ້າງ​ຄວາມ​ເຈັບ​ປວດ​ເລື້ອຍ​ໆ​ເພື່ອ​ບໍ່​ໃຫ້​ຂ້ອຍ​ຫຼົງ​ໂຕເອງ. 8 ຂ້ອຍ​ໄດ້​ອ້ອນວອນ​ຜູ້​ເປັນ​ນາຍ​ຮອດ 3 ເທື່ອ​ໃຫ້​ຊ່ວຍ​ເອົາ​ໜາມ​ນັ້ນ​ອອກ​ຈາກ​ໂຕ​ຂ້ອຍ 9 ແຕ່​ຜູ້​ເປັນ​ນາຍ​ບອກ​ຂ້ອຍ​ວ່າ: “ເຮົາ​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຕໍ່​ເຈົ້າ​ຫຼາຍ​ພໍ​ແລ້ວ ເພາະ​ເມື່ອ​ເຈົ້າ​ອ່ອນແອ ລິດເດດ​ຂອງ​ເຮົາ​ກໍ​ສະແດງ​ໄດ້​ຢ່າງ​ເຕັມທີ.”+ ຂ້ອຍ​ຈຶ່ງ​ດີໃຈ​ແທ້​ໆ​ທີ່​ຈະ​ອວດ​ເລື່ອງ​ຄວາມ​ອ່ອນແອ​ຂອງ​ຂ້ອຍ ເພື່ອ​ລິດເດດ​ຂອງ​ພະຄລິດ​ຈະ​ເປັນ​ຄື​ກັບ​ເຕັ້ນ​ທີ່​ແຜ່​ປົກປ້ອງ​ຂ້ອຍ​ໄວ້. 10 ດັ່ງນັ້ນ ເມື່ອ​ຂ້ອຍ​ອ່ອນແອ ຖືກ​ດູຖູກ ຂາດເຂີນ ຖືກ​ຂົ່ມເຫງ ແລະ​ເຈິ​ຄວາມ​ລຳບາກເພື່ອ​ພະຄລິດ ຂ້ອຍ​ຈຶ່ງ​ຍິນດີ. ຕອນ​ໃດ​ທີ່​ຂ້ອຍ​ອ່ອນແອ ຂ້ອຍ​ກໍ​ແຮ່ງ​ເຂັ້ມແຂງ​ຂຶ້ນ.+

11 ຂ້ອຍ​ເຮັດ​ຄື​ຄົນ​ບໍ່​ມີ​ເຫດຜົນ​ແບບ​ນີ້​ກໍ​ຍ້ອນ​ພວກ​ເຈົ້າ​ຫັ້ນ​ແຫຼະ. ພວກ​ເຈົ້າ​ບໍ່​ໄດ້​ຊ່ວຍ​ເວົ້າ​ປົກປ້ອງ​ຂ້ອຍ. ຂ້ອຍ​ບໍ່​ມີ​ຫຍັງ​ດ້ອຍ​ກວ່າ​ພວກ​ອັກຄະ​ສາວົກ​ຂອງ​ພວກ​ເຈົ້າ​ທີ່​ເຮັດ​ຄື​ກັບ​ວ່າ​ໂຕເອງ​ດີ​ເລີດ ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ມີຄ່າ​ໃນ​ສາຍ​ຕາ​ຂອງ​ພວກ​ເຈົ້າ.+ 12 ທີ່ຈິງ ຂ້ອຍ​ສະແດງ​ໃຫ້​ພວກ​ເຈົ້າ​ເຫັນ​ແລ້ວ​ວ່າ​ຂ້ອຍ​ເປັນ​ອັກຄະສາວົກ​ແທ້​ໆ​. ຂ້ອຍ​ອົດທົນ​ຫຼາຍ​ສິ່ງ+ ເຮັດ​ການອັດສະຈັນ​ຕ່າງ​ໆ​ ສະແດງ​ປາຕິຫານ ແລະ​ເຮັດ​ສິ່ງ​ທີ່​ໜ້າ​ງຶດງໍ້​ຫຼາຍ​ຢ່າງ.+ 13 ຂ້ອຍ​ບໍ່​ໄດ້​ເປັນ​ພາລະ​ຂອງ​ພວກ​ເຈົ້າ ແລະ​ມີ​ແຕ່​ເລື່ອງ​ນີ້​ເທົ່າ​ນັ້ນ​ທີ່​ພວກ​ເຈົ້າ​ບໍ່​ຄື​ກັບ​ປະຊາຄົມ​ອື່ນ. ຂ້ອຍ​ເຮັດ​ຜິດ​ບໍ?+ ຖ້າ​ຂ້ອຍ​ເຮັດ​ຜິດ​ກໍ​ຂໍ​ຍົກ​ໂທດ​ໃຫ້​ຂ້ອຍ.

14 ເປັນ​ເທື່ອ​ທີ 3 ແລ້ວ​ທີ່​ຂ້ອຍ​ພ້ອມ​ຈະ​ໄປ​ຫາ​ພວກ​ເຈົ້າ ແລະ​ຂ້ອຍ​ກໍ​ຈະ​ບໍ່​ເປັນ​ພາລະ​ຂອງ​ພວກ​ເຈົ້າ. ຂ້ອຍ​ສົນໃຈ​ພວກ​ເຈົ້າ ບໍ່​ແມ່ນ​ຊັບສິນ​ເງິນ​ຄຳ​ຂອງ​ພວກ​ເຈົ້າ+ ຍ້ອນ​ວ່າ​ລູກ+​ບໍ່​ຄວນ​ທ້ອນ​ເງິນ​ໄວ້​ໃຫ້​ພໍ່​ແມ່ ແຕ່​ແມ່ນ​ພໍ່​ແມ່​ທີ່​ຄວນ​ທ້ອນ​ໄວ້​ໃຫ້​ລູກ. 15 ຂ້ອຍ​ເຕັມໃຈ​ເສຍ​ສະລະ​ທຸກ​ຢ່າງ​ແລະ​ທຸ່ມເທ​ໂຕເອງ​ເພື່ອ​ພວກ​ເຈົ້າ.+ ຂ້ອຍ​ຮັກ​ພວກ​ເຈົ້າ​ຫຼາຍ​ປານ​ນີ້ ພວກ​ເຈົ້າ​ຊິ​ຮັກ​ຂ້ອຍ​ໜ້ອຍ​ກວ່າ​ບໍ? 16 ບໍ່​ວ່າ​ຈະ​ເປັນ​ແນວ​ໃດ ຂ້ອຍ​ກໍ​ບໍ່​ໄດ້​ເປັນ​ພາລະ​ຂອງ​ພວກ​ເຈົ້າ+ ແຕ່​ພວກ​ເຈົ້າ​ພັດ​ບອກ​ວ່າ​ຂ້ອຍ​ເປັນ​ຄົນ “ມີ​ເລ່ລ່ຽມ” ແລະ “ຫຼອກລວງ” ພວກ​ເຈົ້າ. 17 ຂ້ອຍ​ເຄີຍ​ໃຊ້​ຄົນ​ໄປຊອກຫາ​ຜົນ​ປະໂຫຍດ​ຈາກ​ພວກ​ເຈົ້າ​ບໍ? 18 ຂ້ອຍ​ບອກ​ຕີໂຕ​ໃຫ້​ໄປ​ຫາ​ພວກ​ເຈົ້າ​ແລະ​ໃຫ້​ພີ່ນ້ອງ​ອີກ​ຄົນ​ໜຶ່ງ​ໄປ​ນຳ​ລາວ. ຕີໂຕ​ບໍ່​ເຄີຍ​ຊອກຫາ​ຜົນ​ປະໂຫຍດ​ຈາກ​ພວກ​ເຈົ້າ​ເລີຍ​ບໍ່​ແມ່ນ​ບໍ?+ ພວກ​ເຮົາ​ຄິດ​ຄື​ກັນ​ບໍ່​ແມ່ນ​ບໍ? ພວກ​ເຮົາ​ເຮັດ​ຕາມ​ແນວ​ທາງ​ອັນ​ດຽວ​ກັນ​ບໍ່​ແມ່ນ​ບໍ?

19 ຕອນ​ທີ່​ອ່ານ​ຈົດໝາຍ​ສະບັບ​ນີ້ ພວກເຈົ້າ​ຄື​ຊິ​ຄິດ​ວ່າ​ພວກ​ເຮົາ​ກຳລັງ​ແກ້ໂຕ. ແຕ່​ຢ່າ​ລືມ​ວ່າ​ພວກ​ເຮົາ​ເປັນ​ລູກສິດ​ຂອງ​ພະຄລິດ ແລະ​ພະເຈົ້າ​ຮູ້​ວ່າ​ພວກ​ເຮົາ​ເວົ້າ​ຄວາມຈິງ. ພີ່ນ້ອງ​ເອີ້ຍ ທຸກ​ສິ່ງ​ທີ່​ພວກ​ເຮົາ​ເຮັດ​ກໍ​ເພື່ອ​ຊ່ວຍ​ໃຫ້​ພວກ​ເຈົ້າ​ເຂັ້ມແຂງ​ຂຶ້ນ. 20 ຂ້ອຍ​ຢ້ານ​ວ່າ​ຕອນ​ທີ່​ຂ້ອຍ​ໄປ​ຮອດ ພວກ​ເຈົ້າ​ຈະ​ບໍ່​ເປັນ​ແບບ​ທີ່​ຂ້ອຍ​ຢາກ​ໃຫ້​ເປັນ ແລະ​ຂ້ອຍ​ກໍ​ຈະ​ບໍ່​ເປັນ​ແບບ​ທີ່​ພວກ​ເຈົ້າ​ຢາກ​ໃຫ້​ເປັນ​ຄື​ກັນ. ແຕ່​ຂ້ອຍ​ພັດ​ຈະ​ເຫັນ​ພວກ​ເຈົ້າ​ຜິດ​ກັນ ອິດສາ​ກັນ ໃຈຮ້າຍ​ໃສ່​ກັນ ຖຽງ​ກັນ ເວົ້າ​ໃຫ້​ກັນ ເວົ້າຂວັນ​ກັນ ອວດ​ດີ ແລະ​ມີ​ເລື່ອງ​ວຸ່ນວາຍ​ກັນ. 21 ຂ້ອຍ​ຢ້ານ​ວ່າ​ຕອນ​ຂ້ອຍ​ໄປ​ຫາ​ພວກ​ເຈົ້າ ພະເຈົ້າ​ຈະ​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ອັບອາຍ​ຕໍ່​ໜ້າ​ພວກ​ເຈົ້າ ແລະ​ຂ້ອຍ​ຈະ​ເສົ້າໃຈ​ທີ່​ມີ​ຫຼາຍ​ຄົນ​ເຄີຍ​ເຮັດ​ຜິດ ແຕ່​ຍັງ​ບໍ່​ກັບໃຈ​ຈາກ​ການ​ກະທຳ​ທີ່​ບໍ່​ສະອາດ ການ​ເຮັດ​ຜິດສິນລະທຳ​ທາງ​ເພດ* ແລະ​ການ​ເຮັດ​ຊົ່ວແບບ​ບໍ່​ອາຍ*​ທີ່​ເຂົາເຈົ້າ​ພາກັນ​ເຮັດ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌