ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄາລາເຕຍ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມຄາລາເຕຍ

      • ເປັນ​ລູກ ບໍ່​ແມ່ນ​ທາດ (1-7)

      • ໂປໂລ​ເປັນ​ຫ່ວງ​ພີ່ນ້ອງ​ໃນ​ຄາລາເຕຍ (8-20)

      • ຮາກາ​ກັບ​ຊາຣາ​ໝາຍເຖິງ​ຄຳ​ສັນຍາ 2 ເລື່ອງ (21-31)

        • ເຢຣູຊາເລັມ​ທີ່​ຢູ່​ທາງ​ເທິງ ມີ​ອິດສະຫຼະ​ແລະ​ເປັນ​ແມ່​ຂອງ​ພວກ​ເຮົາ (26)

ຄາລາເຕຍ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 2:8, 20-22

ຄາລາເຕຍ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 1:14; ຮຣ 2:14
  • +ມທ 5:17

ຄາລາເຕຍ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 7:23; ຄລຕ 3:13
  • +ຢຮ 1:12; ຣມ 8:23

ຄາລາເຕຍ 4:6

ໄຂເງື່ອນ

  • *

    ເປັນ​ຄຳ​ພາສາ​ເຮັບເຣີ​ຫຼື​ພາສາ​ອາຣາເມອິກ​ທີ່​ເດັກນ້ອຍ​ໃຊ້​ເອີ້ນ​ພໍ່​ແບບ​ສະໜິດ​ສະໜົມ​ແຕ່​ກໍ​ຍັງ​ນັບຖື

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 14:26
  • +ຣມ 5:5
  • +ຣມ 8:15

ຄາລາເຕຍ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:17; ຄລຕ 3:29; ອຟຊ 1:13, 14

ຄາລາເຕຍ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:3; ຮຣ 7:18, 19
  • +ກລຊ 2:20-22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2018, ໜ້າ 4-5

ຄາລາເຕຍ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 2:16

ຄາລາເຕຍ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 1:14

ຄາລາເຕຍ 4:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 89

ຄາລາເຕຍ 4:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:5; ຄລຕ 6:11

ຄາລາເຕຍ 4:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 4:15; 1ທຊ 2:11; ຟລມ 10

ຄາລາເຕຍ 4:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 16:15
  • +ປຖກ 21:2, 3

ຄາລາເຕຍ 4:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 16:1, 2
  • +ປຖກ 17:15, 16

ຄາລາເຕຍ 4:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:20; 24:12

ຄາລາເຕຍ 4:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:18

ຄາລາເຕຍ 4:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຕະຫຼອດໄປ ໜ້າ 117

ຄາລາເຕຍ 4:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 54:1

ຄາລາເຕຍ 4:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 9:8; ຄລຕ 3:29

ຄາລາເຕຍ 4:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:9
  • +ຄລຕ 5:11; 2ຕມ 3:12

ຄາລາເຕຍ 4:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຄລຕ. 4:3ກລຊ 2:8, 20-22
ຄລຕ. 4:4ຢຮ 1:14; ຮຣ 2:14
ຄລຕ. 4:4ມທ 5:17
ຄລຕ. 4:51ກຣ 7:23; ຄລຕ 3:13
ຄລຕ. 4:5ຢຮ 1:12; ຣມ 8:23
ຄລຕ. 4:6ຣມ 8:15
ຄລຕ. 4:6ຢຮ 14:26
ຄລຕ. 4:6ຣມ 5:5
ຄລຕ. 4:7ຣມ 8:17; ຄລຕ 3:29; ອຟຊ 1:13, 14
ຄລຕ. 4:9ຣມ 8:3; ຮຣ 7:18, 19
ຄລຕ. 4:9ກລຊ 2:20-22
ຄລຕ. 4:10ກລຊ 2:16
ຄລຕ. 4:12ຄລຕ 1:14
ຄລຕ. 4:15ກຈກ 23:5; ຄລຕ 6:11
ຄລຕ. 4:191ກຣ 4:15; 1ທຊ 2:11; ຟລມ 10
ຄລຕ. 4:22ປຖກ 16:15
ຄລຕ. 4:22ປຖກ 21:2, 3
ຄລຕ. 4:23ປຖກ 16:1, 2
ຄລຕ. 4:23ປຖກ 17:15, 16
ຄລຕ. 4:24ອພຍ 19:20; 24:12
ຄລຕ. 4:25ອພຍ 19:18
ຄລຕ. 4:27ອຊຢ 54:1
ຄລຕ. 4:28ຣມ 9:8; ຄລຕ 3:29
ຄລຕ. 4:29ປຖກ 21:9
ຄລຕ. 4:29ຄລຕ 5:11; 2ຕມ 3:12
ຄລຕ. 4:30ປຖກ 21:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
ຄຳພີໄບເບິນສະບັບແປໂລກໃໝ່
ຄາລາເຕຍ 4:1-31

ຈົດໝາຍເຖິງຄລິດສະຕຽນໃນແຂວງຄາລາເຕຍ

4 ຂ້ອຍ​ຂໍ​ບອກ​ວ່າ ຕອນ​ທີ່​ຜູ້​ຮັບ​ມໍລະດົກ​ຍັງ​ນ້ອຍ​ຢູ່ ເຖິງ​ລາວ​ຈະ​ເປັນ​ເຈົ້າ​ຂອງ​ທຸກ​ສິ່ງ ແຕ່​ລາວ​ກໍ​ບໍ່​ຕ່າງ​ຫຍັງ​ກັບ​ທາດ. 2 ລາວ​ຕ້ອງ​ຢູ່​ໃນ​ການ​ປົກຄອງ​ຂອງ​ຜູ້​ເບິ່ງແຍງ​ແລະ​ຜູ້​ຈັດການ​ຊັບສິນ​ຈົນ​ຮອດ​ເວລາ​ທີ່​ພໍ່​ກຳນົດ​ໄວ້. 3 ຄ້າຍຄື​ກັນ ຕອນ​ທີ່​ພວກ​ເຮົາ​ຍັງ​ເປັນ​ຄື​ເດັກນ້ອຍ ພວກ​ເຮົາ​ຕົກ​ເປັນ​ທາດ​ຂອງ​ແນວ​ຄິດ​ຕ່າງ​ໆ​ຂອງ​ໂລກ.+ 4 ແຕ່​ເມື່ອ​ຮອດ​ເວລາ ພະເຈົ້າ​ກໍ​ໃຊ້​ລູກ​ຂອງ​ໂຕເອງ​ມາ. ເພິ່ນ​ເກີດ​ຈາກ​ຜູ້​ຍິງ+​ແລະ​ຢູ່​ໃຕ້​ກົດໝາຍ​ຂອງ​ໂມເຊ+ 5 ເພື່ອເພິ່ນ​ຈະ​ໄດ້​ຊື້​ຄົນ​ທີ່​ຢູ່​ໃຕ້​ກົດໝາຍ​ນັ້ນ​ແລະ​ປົດປ່ອຍ​ເຂົາ​ເຈົ້າ​ໃຫ້​ເປັນ​ອິດສະຫຼະ.+ ເມື່ອ​ເພິ່ນ​ເຮັດ​ແນວ​ນັ້ນ ພະເຈົ້າຈຶ່ງ​ຮັບ​ພວກ​ເຮົາ​ເປັນ​ລູກ​ໄດ້.+

6 ຕອນນີ້ ພວກ​ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ​ແລ້ວ ເພິ່ນ​ຈຶ່ງ​ໃສ່​ພະລັງ​ບໍລິສຸດ+​ໄວ້​ໃນ​ໃຈ​ພວກ​ເຮົາ​ເຊິ່ງ​ເປັນ​ພະລັງ​ທີ່​ຢູ່​ໃນ​ໂຕ​ຜູ້​ເປັນ​ລູກ​ຂອງ​ເພິ່ນ.+ ພະລັງ​ນັ້ນ​ເຮັດ​ໃຫ້​ພວກ​ເຮົາ​ເອີ້ນ​ພະເຈົ້າ​ວ່າ: “ອັບບາ!”* ເຊິ່ງ​ແປ​ວ່າ “ພໍ່.”+ 7 ຕອນ​ນີ້ ພວກ​ເຈົ້າ​ຈຶ່ງ​ບໍ່​ເປັນ​ທາດ​ອີກ​ຕໍ່​ໄປ ແຕ່​ເປັນ​ລູກ​ຂອງ​ພະເຈົ້າ. ຖ້າ​ພວກ​ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ ເພິ່ນ​ກໍ​ໃຫ້​ພວກ​ເຈົ້າ​ເປັນ​ຜູ້​ຮັບ​ມໍລະດົກ​ຄື​ກັນ.+

8 ຕອນ​ທີ່​ພວກ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ພະເຈົ້າ ພວກ​ເຈົ້າ​ກໍ​ເປັນ​ທາດ​ຂອງ​ພະເຈົ້າ​ປອມ. 9 ແຕ່​ຕອນ​ນີ້ ພວກ​ເຈົ້າ​ຮູ້ຈັກ​ພະເຈົ້າ​ແລ້ວ ຫຼື​ຈະ​ເວົ້າ​ວ່າ​ພະເຈົ້າ​ຮູ້ຈັກ​ພວກ​ເຈົ້າ​ແລ້ວ​ກໍ​ໄດ້. ຄັນຊັ້ນ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢາກ​ກັບ​ໄປ​ຫາ​ສິ່ງ​ຕ່າງ​ໆ​ຂອງ​ໂລກ​ນີ້+​ທີ່​ບໍ່​ມີ​ປະໂຫຍດ​ຫຍັງ​ແລະ​ຢາກ​ເປັນ​ທາດ​ສິ່ງ​ເຫຼົ່າ​ນັ້ນ​ອີກ?+ 10 ພວກ​ເຈົ້າ​ຖື​ມື້ ຖື​ເດືອນ+ ຖື​ຍາມ ແລະ​ຖື​ປີ​ຢ່າງ​ເຄັ່ງຄັດ. 11 ຂ້ອຍ​ເປັນ​ຫ່ວງ​ພວກ​ເຈົ້າ ຢ້ານ​ວ່າ​ວຽກ​ໜັກ​ທີ່​ຂ້ອຍ​ທຸ່ມເທ​ເຮັດ​ເພື່ອ​ພວກ​ເຈົ້າ​ນັ້ນ​ອາດຈະ​ເສຍ​ໄປ​ລ້າ​ໆ​.

12 ພີ່ນ້ອງ​ເອີ້ຍ ຂ້ອຍ​ເອງ​ກໍ​ເຄີຍ​ເປັນ​ຄື​ກັບ​ພວກ​ເຈົ້າ. ແຕ່​ຕອນ​ນີ້​ຂ້ອຍ​ປ່ຽນ​ແລ້ວ ແລະ​ຂ້ອຍ​ຢາກ​ໃຫ້​ພວກ​ເຈົ້າ​ເປັນ​ຄື​ກັບ​ຂ້ອຍ.+ ກ່ອນ​ໜ້າ​ນີ້ ພວກ​ເຈົ້າ​ເຮັດ​ດີ​ຕໍ່​ຂ້ອຍ​ຫຼາຍ. 13 ຈື່​ໄດ້​ບໍ ເທື່ອ​ທຳອິດ​ທີ່​ຂ້ອຍ​ໄດ້​ປະກາດ​ຂ່າວດີ​ກັບ​ພວກ​ເຈົ້າ​ກໍ​ຍ້ອນ​ຂ້ອຍ​ບໍ່​ສະບາຍ? 14 ເຖິງ​ວ່າ​ຄວາມ​ເຈັບປ່ວຍ​ຂອງ​ຂ້ອຍ​ເປັນ​ພາລະ​ໜັກ​ໃຫ້​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ກໍ​ບໍ່​ໄດ້​ດູຖູກ​ຫຼື​ລັງກຽດ​ຂ້ອຍ​ເລີຍ. ພວກ​ເຈົ້າ​ພັດ​ຕ້ອນຮັບ​ຂ້ອຍ​ຄື​ກັບ​ທູດສະຫວັນ​ຂອງ​ພະເຈົ້າ​ຫຼື​ຄື​ກັບ​ພະຄລິດ​ເຢຊູ. 15 ຄວາມ​ຮູ້ສຶກ​ດີ​ໆ​ແບບ​ນັ້ນ​ໄປ​ໃສ​ໝົດ​ແລ້ວ? ຂ້ອຍ​ໝັ້ນ​ໃຈ​ວ່າ​ຕອນ​ນັ້ນ ຖ້າ​ພວກ​ເຈົ້າ​ຈົກ​ຕາ​ໂຕເອງ​ໃຫ້​ຂ້ອຍ​ໄດ້ ພວກ​ເຈົ້າ​ກໍ​ຄື​ຊິ​ເຮັດ​ແລ້ວ.+ 16 ຕອນນີ້ ຂ້ອຍ​ກາຍ​ເປັນ​ສັດຕູ​ຂອງ​ພວກ​ເຈົ້າ​ຍ້ອນ​ຂ້ອຍ​ບອກ​ຄວາມຈິງ​ກັບ​ພວກ​ເຈົ້າ​ບໍ? 17 ຄົນ​ພວກ​ນັ້ນ​ທີ່​ພະຍາຍາມ​ຊັກຈູງ​ພວກ​ເຈົ້າ ທີ່ຈິງ​ແລ້ວ​ບໍ່​ໄດ້​ຫວັງ​ດີ​ຕໍ່​ພວກ​ເຈົ້າ. ເຂົາ​ເຈົ້າ​ຢາກ​ຈະ​ດຶງ​ພວກ​ເຈົ້າ​ໄປ​ຈາກ​ຂ້ອຍ​ເພື່ອ​ໃຫ້​ພວກ​ເຈົ້າ​ໄປ​ເປັນ​ພວກ​ຂອງ​ເຂົາ​ເຈົ້າ. 18 ຄື​ຊິ​ດີ​ແທ້​ໆ​ຖ້າ​ມີ​ຄົນ​ພະຍາຍາມ​ຊັກຈູງ​ພວກ​ເຈົ້າ​ໄປ​ໃນ​ທາງ​ທີ່​ດີ​ຕະຫຼອດ ບໍ່​ແມ່ນ​ແຕ່​ຕອນ​ທີ່​ຂ້ອຍ​ຢູ່​ນຳ​ເທົ່າ​ນັ້ນ. 19 ພວກ​ລູກ​ທີ່​ຮັກ​ເອີ້ຍ+ ຍ້ອນ​ພວກ​ເຈົ້າ ຂ້ອຍ​ຈຶ່ງ​ຕ້ອງ​ເຈັບ​ປວດ​ອີກ​ແລ້ວ​ຄື​ກັບ​ຜູ້​ຍິງ​ທີ່​ເຈັບ​ທ້ອງ​ເກີດ​ລູກ ແລະ​ຄື​ຊິ​ເປັນ​ແບບ​ນີ້​ຕໍ່​ໄປ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ມີ​ນິດໄສ​ແບບ​ພະຄລິດ. 20 ຂ້ອຍ​ຢາກ​ຢູ່​ນຳ​ພວກ​ເຈົ້າ​ຕອນ​ນີ້ ຈຶ່ງ​ຊິ​ໄດ້​ເວົ້າ​ກັບ​ພວກ​ເຈົ້າ​ໃຫ້​ນຸ້ມນວນ​ກວ່າ​ນີ້ ຍ້ອນ​ຂ້ອຍ​ງົງ​ແທ້​ໆ​ວ່າ​ພວກ​ເຈົ້າ​ເປັນ​ແບບ​ນີ້​ໄດ້​ຈັ່ງ​ໃດ.

21 ພວກ​ເຈົ້າ​ທີ່​ຢາກ​ຢູ່​ໃຕ້​ກົດໝາຍ​ຂອງ​ໂມເຊ ພວກ​ເຈົ້າ​ຮູ້​ບໍ​ວ່າ​ກົດໝາຍ​ນັ້ນ​ບອກ​ຫຍັງ​ແທ້​ໆ​? 22 ພະຄຳພີ​ບອກ​ວ່າ ອັບຣາຮາມ​ມີ​ລູກ​ຊາຍ 2 ຄົນ. ຜູ້​ໜຶ່ງ​ເກີດ​ຈາກ​ຄົນ​ຮັບໃຊ້+ ແລະ​ອີກ​ຜູ້​ໜຶ່ງ​ເກີດ​ຈາກ​ຜູ້​ຍິງ​ທີ່​ມີ​ອິດສະຫຼະ.+ 23 ລູກ​ທີ່​ເກີດ​ຈາກ​ຄົນ​ຮັບໃຊ້​ນັ້ນ​ເກີດ​ຕາມ​ທຳມະຊາດ+ ສ່ວນ​ລູກ​ທີ່​ເກີດ​ຈາກ​ຜູ້​ຍິງ​ທີ່​ມີ​ອິດສະຫຼະ​ນັ້ນ​ເກີດ​ຕາມ​ຄຳ​ສັນຍາ.+ 24 ເລື່ອງ​ນີ້​ເປັນ​ພາບ​ປຽບທຽບ. ຜູ້​ຍິງ 2 ຄົນ​ນີ້​ໝາຍເຖິງ​ສັນຍາ 2 ເລື່ອງ. ສັນຍາ​ໜຶ່ງ​ເຮັດ​ຢູ່​ພູ​ຊີນາຍ+​ແລະ​ໃຫ້​ກຳເນີດ​ລູກ​ທີ່​ເປັນ​ທາດ. ສັນຍາ​ນີ້​ສົມທຽບ​ໄດ້​ກັບ​ຮາກາ. 25 ຮາກາ​ຜູ້​ນີ້​ໝາຍ​ເຖິງ​ພູ​ຊີນາຍ+​ໃນ​ເຂດ​ອາຣັບ. ລາວ​ເປັນ​ຄື​ກັບ​ເມືອງ​ເຢຣູຊາເລັມ​ໃນ​ຕອນນີ້ ຍ້ອນ​ເມືອງ​ນີ້​ກັບ​ພົນລະເມືອງ​ເປັນ​ທາດ​ຢູ່. 26 ແຕ່​ເມືອງ​ເຢຣູຊາເລັມ​ທີ່​ຢູ່​ທາງ​ເທິງ​ນັ້ນ​ມີ​ອິດສະຫຼະ​ແລະ​ເປັນ​ແມ່​ຂອງ​ພວກ​ເຮົາ.

27 ພະຄຳພີ​ບອກ​ວ່າ: “ຜູ້​ຍິງ​ທີ່​ເປັນ​ໝັນ​ແລະ​ບໍ່​ເຄີຍ​ເກີດ​ລູກເອີ້ຍ ໃຫ້​ຮ້ອງ​ດ້ວຍ​ຄວາມ​ຍິນດີ. ຜູ້​ຍິງ​ທີ່​ບໍ່​ເຄີຍ​ເຈັບ​ທ້ອງ​ເກີດ​ລູກ ໃຫ້​ຮ້ອງ​ດ້ວຍ​ຄວາມ​ດີໃຈ ເພາະ​ວ່າ​ຜູ້​ຍິງ​ທີ່​ຖືກ​ຜົວ​ຖິ້ມ​ກໍ​ມີ​ລູກ​ຫຼາຍ​ກວ່າ​ຜູ້​ຍິງ​ທີ່​ຢູ່​ນຳ​ຜົວ.”+ 28 ພີ່ນ້ອງ​ເອີ້ຍ ພວກ​ເຈົ້າ​ເປັນ​ລູກ​ຕາມ​ຄຳ​ສັນຍາ​ຄື​ກັບ​ອີຊາກ.+ 29 ສະໄໝ​ນັ້ນ ລູກ​ທີ່​ເກີດ​ຕາມ​ທຳມະຊາດ​ຂົ່ມເຫງ​ລູກ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ+ ສະໄໝ​ນີ້​ກໍ​ເປັນ​ແບບ​ນັ້ນ​ຄື​ກັນ.+ 30 ແຕ່​ພະຄຳພີ​ບອກ​ໄວ້​ແນວ​ໃດ? ພະຄຳພີ​ບອກ​ວ່າ “ໃຫ້​ໄລ່​ຄົນ​ຮັບ​ໃຊ້​ກັບ​ລູກ​ຂອງ​ລາວ​ໜີ​ເດີ້. ຍ້ອນ​ລູກ​ຂອງ​ຄົນ​ຮັບ​ໃຊ້​ຜູ້​ນີ້​ຈະ​ບໍ່​ໄດ້​ຮັບ​ມູນ​ຮ່ວມ​ກັບ​ລູກ​ຂອງ​ຜູ້​ຍິງ​ທີ່​ມີ​ອິດສະຫຼະ.”+ 31 ດັ່ງນັ້ນ ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ບໍ່​ແມ່ນ​ລູກ​ຂອງຄົນ​ຮັບ​ໃຊ້ ແຕ່​ເປັນ​ລູກ​ຂອງ​ຜູ້​ຍິງ​ທີ່​ມີ​ອິດສະຫຼະ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌