ອົບພະຍົບ
40 ຈາກນັ້ນ ພະເຢໂຫວາເວົ້າກັບໂມເຊວ່າ: 2 “ໃນວັນທີ 1 ເດືອນທີ 1 ໃຫ້ເຈົ້າຕັ້ງເຕັ້ນສັກສິດ.*+ 3 ໃຫ້ເອົາຫີບສັນຍາໄປໄວ້ໃນເຕັ້ນ+ ແລ້ວເອົາຜ້າກັ້ງມາໃສ່ເພື່ອບັງຫີບໄວ້.+ 4 ໃຫ້ເອົາໂຕະ+ໄປວາງ ແລະຈັດເຄື່ອງຂອງທີ່ຢູ່ເທິງໂຕະໃຫ້ຮຽບຮ້ອຍ ແລ້ວເອົາຂາຕະກຽງ+ເຂົ້າໄປແລະໄຕ້ຕະກຽງໄວ້.+ 5 ໃຫ້ເອົາແທ່ນເຜົາເຄື່ອງຫອມ+ທີ່ເຮັດດ້ວຍຄຳໄປໄວ້ຕໍ່ໜ້າຫີບສັນຍາ ແລ້ວໃສ່ຜ້າກັ້ງຢູ່ທາງເຂົ້າເຕັ້ນສັກສິດ.+
6 ໃຫ້ເອົາແທ່ນທີ່ໃຊ້ສຳລັບເຄື່ອງບູຊາເຜົາ+ໄປວາງໄວ້ຕໍ່ໜ້າທາງເຂົ້າເຕັ້ນສັກສິດ. 7 ໃຫ້ເອົາອ່າງນ້ຳໄປຕັ້ງໄວ້ຢູ່ລະຫວ່າງເຕັ້ນສັກສິດກັບແທ່ນບູຊານັ້ນ ແລະເອົານ້ຳໃສ່ໃນອ່າງໄວ້.+ 8 ໃຫ້ກັ້ນຂອບເຂດເພື່ອເຮັດເດີ່ນຂອງເຕັ້ນສັກສິດ+ ແລ້ວເອົາຜ້າກັ້ງ+ມາໃສ່ທາງເຂົ້າເດີ່ນ. 9 ຈາກນັ້ນ ໃຫ້ເອົານ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ+ມາຊິດໃສ່ເຕັ້ນສັກສິດແລະເຄື່ອງຂອງທຸກຢ່າງທີ່ຢູ່ໃນເຕັ້ນ+ ແລະເຮັດໃຫ້ເຕັ້ນກັບເຄື່ອງທຸກຢ່າງບໍລິສຸດ. 10 ໃຫ້ຊິດນ້ຳມັນໃສ່ແທ່ນທີ່ໃຊ້ສຳລັບເຄື່ອງບູຊາເຜົາກັບເຄື່ອງໃຊ້ທຸກຢ່າງສຳລັບແທ່ນນັ້ນ ແລະເຮັດໃຫ້ແທ່ນບູຊານັ້ນບໍລິສຸດແທ້ໆ.+ 11 ໃຫ້ເອົານ້ຳມັນຊິດໃສ່ອ່າງກັບຂາຕັ້ງຂອງອ່າງ ແລະເຮັດໃຫ້ທັງສອງຢ່າງເປັນສິ່ງບໍລິສຸດ.
12 ໃຫ້ອາໂຣນກັບພວກລູກຊາຍຂອງລາວມາຢູ່ໃກ້ທາງເຂົ້າຂອງເຕັ້ນສັກສິດ ແລະເອົານ້ຳມາລ້າງໂຕໃຫ້ເຂົາເຈົ້າ.+ 13 ໃຫ້ເອົາເຄື່ອງນຸ່ງບໍລິສຸດ+ໃສ່ໃຫ້ອາໂຣນ ແຕ່ງຕັ້ງລາວ+ ແລະແຍກລາວໄວ້ຕ່າງຫາກ ເພື່ອລາວຈະເປັນປະໂລຫິດຂອງເຮົາ. 14 ຫຼັງຈາກນັ້ນ ໃຫ້ພວກລູກຊາຍຂອງອາໂຣນມາ ແລະເອົາຊຸດຍາວໃສ່ໃຫ້ເຂົາເຈົ້າ.+ 15 ໃຫ້ແຕ່ງຕັ້ງເຂົາເຈົ້າຄືກັບທີ່ໄດ້ແຕ່ງຕັ້ງພໍ່ຂອງເຂົາເຈົ້າ+ ເພື່ອເຂົາເຈົ້າຈະເຮັດວຽກປະໂລຫິດຮັບໃຊ້ເຮົາ. ຄອບຄົວຂອງເຂົາເຈົ້າຈະເຮັດວຽກປະໂລຫິດໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ.”+
16 ແລ້ວໂມເຊກໍເຮັດຕາມທີ່ພະເຢໂຫວາສັ່ງ.+ ລາວໄດ້ເຮັດຕາມທຸກຢ່າງ.
17 ໃນວັນທີ 1 ເດືອນທີ 1 ຂອງປີທີ 2* ເຂົາເຈົ້າໄດ້ຕັ້ງເຕັ້ນສັກສິດ.+ 18 ຕອນທີ່ໂມເຊຕັ້ງເຕັ້ນສັກສິດ ລາວກໍເອົາຖານທີ່ມີຮູ+ມາວາງໄວ້ ເອົາໂຄງຝາ+ມາສຸບໃສ່ຖານນັ້ນ ສອດໄມ້ຮາວ+ໃສ່ ແລະຕັ້ງເສົາຂຶ້ນ. 19 ຈາກນັ້ນ ລາວພືຜ້າເຕັ້ນ+ອອກ ແລະປົກໂຄງເຕັ້ນສັກສິດ ແລ້ວກໍເອົາຜ້າປົກເຕັ້ນຜືນອື່ນໆປົກທັບ+ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
20 ລາວເອົາແຜ່ນຫີນທີ່ມີຂໍ້ກົດໝາຍຂອງພະເຈົ້າ*+ໃສ່ໃນຫີບສັນຍາ.+ ຈາກນັ້ນ ລາວເອົາໄມ້ຫາມ+ມາສອດໃສ່ ແລະເອົາຝາ+ມາອັດຫີບ+ໄວ້. 21 ແລ້ວລາວກໍເອົາຫີບສັນຍາໄປໄວ້ໃນເຕັ້ນສັກສິດ ແລະເອົາຜ້າກັ້ງ+ມາໃສ່ເພື່ອບັງຫີບໄວ້+ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
22 ຈາກນັ້ນ ລາວກໍເອົາໂຕະ+ໄປໄວ້ໃນຫ້ອງບໍລິສຸດຂອງເຕັ້ນ.* ໂຕະນັ້ນຕັ້ງຢູ່ທາງຂວາຂອງເຕັ້ນ. 23 ລາວເອົາເຂົ້າຈີ່+ມາວາງໄວ້ຢູ່ເທິງໂຕະຢູ່ບ່ອນຂອງມັນຕໍ່ໜ້າພະເຢໂຫວາ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
24 ລາວເອົາຂາຕະກຽງ+ໄປຕັ້ງໄວ້ໃນເຕັ້ນສັກສິດໃຫ້ຢູ່ທາງຊ້າຍຂອງເຕັ້ນ. 25 ລາວໄຕ້ຕະກຽງ+ໄວ້ຕໍ່ໜ້າພະເຢໂຫວາ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
26 ຈາກນັ້ນ ລາວກໍເອົາແທ່ນທີ່ເຮັດດ້ວຍຄຳ+ໄປໄວ້ໃນເຕັ້ນສັກສິດຢູ່ຕໍ່ໜ້າຜ້າກັ້ງ 27 ເພື່ອຈະເຜົາເຄື່ອງຫອມ+ຢູ່ເທິງແທ່ນນັ້ນ+ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
28 ແລ້ວລາວກໍເອົາຜ້າກັ້ງ+ໄປໃສ່ທາງເຂົ້າເຕັ້ນສັກສິດ.
29 ລາວເອົາແທ່ນທີ່ໃຊ້ສຳລັບເຄື່ອງບູຊາເຜົາ+ໄປໄວ້ຕໍ່ໜ້າທາງເຂົ້າເຕັ້ນສັກສິດ ເພື່ອລາວຈະໄດ້ເຜົາເຄື່ອງບູຊາເຜົາ+ກັບເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
30 ລາວເອົາອ່າງມາຕັ້ງໄວ້ຢູ່ລະຫວ່າງເຕັ້ນສັກສິດກັບແທ່ນບູຊາ ແລ້ວເອົານ້ຳມາເທໃສ່ອ່າງ.+ 31 ໂມເຊແລະອາໂຣນກັບພວກລູກຊາຍຂອງລາວຕ້ອງລ້າງຕີນລ້າງມືຢູ່ຫັ້ນ. 32 ທຸກໆເທື່ອທີ່ເຂົາເຈົ້າເຂົ້າໄປໃນເຕັ້ນສັກສິດຫຼືໄປເຮັດວຽກຢູ່ແທ່ນບູຊາ ເຂົາເຈົ້າຈະລ້າງຕີນລ້າງມື+ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
33 ສຸດທ້າຍ ລາວເອົາຜ້າມາກັ້ນເພື່ອເຮັດເດີ່ນ+ອ້ອມເຕັ້ນສັກສິດແລະແທ່ນບູຊາ ແລ້ວລາວກໍເອົາຜ້າກັ້ງມາໃສ່ທາງເຂົ້າເດີ່ນຂອງເຕັ້ນສັກສິດ.+
ວຽກຂອງໂມເຊກໍແລ້ວໝົດທຸກຢ່າງ. 34 ແລ້ວກໍມີຂີ້ເຝື້ອມາປົກຄຸມຢູ່ເທິງເຕັ້ນສັກສິດ ແລະແສງລັດສະໝີຂອງພະເຢໂຫວາກໍແຜ່ກະຈາຍຢູ່ທົ່ວເຕັ້ນນັ້ນ.+ 35 ໂມເຊເຂົ້າໄປໃນເຕັ້ນສັກສິດບໍ່ໄດ້ ຍ້ອນມີຂີ້ເຝື້ອປົກຄຸມ ແລະແສງລັດສະໝີຂອງພະເຢໂຫວາກໍແຜ່ກະຈາຍຢູ່ທົ່ວເຕັ້ນນັ້ນ.+
36 ທຸກເທື່ອທີ່ຂີ້ເຝື້ອລອຍຂຶ້ນໄປຈາກເຕັ້ນສັກສິດ ພວກອິດສະຣາເອນກໍຈະຍ້າຍຄ້າຍພັກແລະອອກເດີນທາງຕໍ່ໄປ.+ 37 ຖ້າຂີ້ເຝື້ອບໍ່ໄດ້ລອຍຂຶ້ນ ເຂົາເຈົ້າກໍຈະບໍ່ຍ້າຍຄ້າຍພັກໄປໃສ.+ 38 ຕອນກາງເວັນພວກອິດສະຣາເອນຈະເຫັນຂີ້ເຝື້ອຂອງພະເຢໂຫວາລອຍຢູ່ເທິງເຕັ້ນສັກສິດ ແລະຕອນກາງຄືນເຂົາເຈົ້າຊິເຫັນໄຟລອຍຢູ່ເທິງເຕັ້ນນັ້ນ. ເຂົາເຈົ້າເຫັນສິ່ງເຫຼົ່ານີ້ໄດ້ຈາກບ່ອນພັກຂອງໂຕເອງຕະຫຼອດການເດີນທາງຂອງເຂົາເຈົ້າ.+