ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ
9 ໃນສັນຍາເກົ່ານັ້ນ ມີຂໍ້ກຳນົດທາງກົດໝາຍກ່ຽວກັບວຽກຮັບໃຊ້ທີ່ສັກສິດແລະບ່ອນບໍລິສຸດໃນໂລກ.+ 2 ບ່ອນບໍລິສຸດທີ່ເປັນເຕັ້ນນັ້ນຖືກສ້າງເປັນ 2 ຫ້ອງ. ຫ້ອງທຳອິດມີຂາຕະກຽງ+ ໂຕະ ແລະເຂົ້າຈີ່ທີ່ຕັ້ງໄວ້.*+ ຫ້ອງນີ້ເອີ້ນວ່າ “ຫ້ອງບໍລິສຸດ.”+ 3 ແຕ່ຫ້ອງທີ່ຢູ່ທາງຫຼັງຜ້າກັ້ງຊັ້ນທີ 2+ ເອີ້ນວ່າ “ຫ້ອງບໍລິສຸດທີ່ສຸດ.”+ 4 ໃນຫ້ອງນີ້ມີແນວເຜົາເຄື່ອງຫອມທີ່ເປັນຄຳ+ແລະຫີບສັນຍາ+ທີ່ໂອບດ້ວຍຄຳ.+ ໃນຫີບນັ້ນມີໂອຄຳທີ່ໃສ່ມານາ+ ມີໄມ້ຄ້ອນເທົ້າຂອງອາໂຣນທີ່ອອກດອກຈູມ+ ແລະມີແຜ່ນຫີນ+ທີ່ຂຽນຄຳສັນຍາໄວ້. 5 ເທິງຫີບນັ້ນມີເຄຣູບຄຳທີ່ງາມໆຄູ່ໜຶ່ງເຊິ່ງເງົາຂອງເຄຣູບຄູ່ນັ້ນກໍຢູ່ເທິງຝາຫີບ.*+ ແຕ່ຕອນນີ້ບໍ່ແມ່ນເວລາທີ່ຈະເວົ້າເຖິງສິ່ງເຫຼົ່ານີ້ຢ່າງລະອຽດ.
6 ຫຼັງຈາກສິ່ງເຫຼົ່ານີ້ຖືກສ້າງແລ້ວໆ ພວກປະໂລຫິດກໍເຂົ້າໄປໃນຫ້ອງທຳອິດເປັນປະຈຳເພື່ອເຮັດວຽກຮັບໃຊ້ທີ່ສັກສິດ.+ 7 ສ່ວນຫ້ອງທີ 2 ນັ້ນ ມີແຕ່ປະໂລຫິດໃຫຍ່ທີ່ຈະເຂົ້າໄປປີລະເທື່ອ.+ ລາວຈະເອົາເລືອດ+ເຂົ້າໄປນຳເພື່ອມອບໃຫ້ພະເຈົ້າສຳລັບໂຕເອງ+ແລະສຳລັບຄວາມຜິດທີ່ປະຊາຊົນ+ເຮັດໂດຍບໍ່ຮູ້ໂຕ. 8 ໂດຍວິທີນີ້ ພະລັງບໍລິສຸດເຮັດໃຫ້ເຫັນວ່າຕອນທີ່ຍັງມີເຕັ້ນຫຼັງທຳອິດ ບໍ່ມີຜູ້ໃດຮູ້ທາງເຂົ້າບ່ອນບໍລິສຸດ.*+ 9 ເຕັ້ນນີ້ເປັນພາບສະແດງເຖິງສິ່ງທີ່ເຮັດຢູ່ຕອນນີ້+ເຊິ່ງມີການເຜົາເຄື່ອງບູຊາຕ່າງໆແລະເຄື່ອງບູຊາເຜົາໃຫ້ພະເຈົ້າ.+ ແຕ່ສິ່ງເຫຼົ່ານີ້ກໍກຳຈັດຄວາມຮູ້ສຶກຜິດຂອງຄົນທີ່ເອົາເຄື່ອງບູຊາມາໃຫ້*ໄດ້ບໍ່ໝົດ.+ 10 ສິ່ງເຫຼົ່ານີ້ເປັນພຽງເລື່ອງອາຫານ ເຄື່ອງດື່ມ ແລະການເຮັດໃຫ້ໂຕເອງສະອາດຕາມພິທີກຳແບບຕ່າງໆ.+ ເປັນຂໍ້ກຳນົດທາງກົດໝາຍທີ່ກ່ຽວກັບຮ່າງກາຍ+ ແລະມີຜົນບັງຄັບໃຊ້ຈົນກວ່າຈະຮອດເວລາທີ່ຈະແກ້ໄຂເລື່ອງຕ່າງໆໃຫ້ຮຽບຮ້ອຍ.
11 ແຕ່ເມື່ອພະຄລິດມາໃນຖານະປະໂລຫິດໃຫຍ່ທີ່ເຮັດໃຫ້ສິ່ງດີຕ່າງໆເກີດຂຶ້ນ ເພິ່ນເຂົ້າໄປໃນເຕັ້ນທີ່ຍິ່ງໃຫຍ່ກວ່າແລະສົມບູນກວ່າ. ເປັນເຕັ້ນທີ່ມະນຸດບໍ່ໄດ້ສ້າງແລະບໍ່ແມ່ນສິ່ງທີ່ພະເຈົ້າສ້າງໄວ້ໃນໂລກ. 12 ເພິ່ນເຂົ້າໄປໃນບ່ອນບໍລິສຸດໂດຍເອົາເລືອດຂອງເພິ່ນເອງເຂົ້າໄປນຳ+ ບໍ່ແມ່ນເລືອດແບ້ແລະເລືອດງົວໂຕຜູ້. ເພິ່ນເຂົ້າໄປແຕ່ເທື່ອດຽວແລະຮັບເອົາຄວາມລອດ*ຕະຫຼອດໄປມາໃຫ້ພວກເຮົາ.+ 13 ຖ້າເລືອດແບ້ກັບເລືອດງົວໂຕຜູ້+ ແລະຂີ້ເທົ່າຂອງງົວໂຕແມ່ທີ່ຊິດໃສ່ຄົນທີ່ບໍ່ສະອາດຕາມພິທີກຳນັ້ນເຮັດໃຫ້ລາວບໍລິສຸດໃນສາຍຕາພະເຈົ້າໄດ້+ 14 ເລືອດຂອງພະຄລິດ+ກໍຕ້ອງເຮັດໄດ້ຫຼາຍກວ່ານັ້ນອີກ. ເພິ່ນເຮັດຕາມການຊີ້ນຳຂອງພະລັງບໍລິສຸດທີ່ຢູ່ຕະຫຼອດໄປແລະມອບໂຕເອງໃຫ້ພະເຈົ້າເປັນເຄື່ອງບູຊາທີ່ບໍ່ມີຕຳໜິ. ເລືອດຂອງເພິ່ນຈຶ່ງລົບລ້າງຄວາມຮູ້ສຶກຜິດຂອງພວກເຮົາທີ່ເກີດຈາກການກະທຳທີ່ບໍ່ມີປະໂຫຍດ+ ເພື່ອພວກເຮົາຈະໄດ້ເຮັດວຽກຮັບໃຊ້ທີ່ສັກສິດໃຫ້ພະເຈົ້າຜູ້ມີຊີວິດຢູ່.+
15 ນີ້ເປັນເຫດຜົນທີ່ເພິ່ນເປັນຄົນກາງຂອງສັນຍາໃໝ່+ ເພື່ອຄົນທີ່ພະເຈົ້າເລືອກຈະໄດ້ຮັບຄຳສັນຍາເລື່ອງມໍລະດົກຕະຫຼອດໄປ.+ ເລື່ອງນີ້ເປັນໄປໄດ້ຍ້ອນເພິ່ນຍອມຕາຍເພື່ອໄຖ່+ເຂົາເຈົ້າໃຫ້ພົ້ນໂທດຈາກການເຮັດຜິດພາຍໃຕ້ສັນຍາເກົ່າ. 16 ເມື່ອເຮັດສັນຍາກັບພະເຈົ້າ ກໍຕ້ອງມີການຕາຍຂອງຄົນທີ່ເຮັດສັນຍາ*ເຊິ່ງເປັນມະນຸດ. 17 ຈະຕ້ອງມີການຕາຍກ່ອນ ສັນຍາຈຶ່ງຈະມີຜົນບັງຄັບໃຊ້. ຖ້າຄົນເຮັດສັນຍາທີ່ເປັນມະນຸດຍັງມີຊີວິດຢູ່ ສັນຍານັ້ນກໍບໍ່ມີຜົນບັງຄັບໃຊ້. 18 ດັ່ງນັ້ນ ສັນຍາເກົ່າຈະບໍ່ມີຜົນບັງຄັບໃຊ້ຖ້າເລືອດບໍ່ໄດ້ໄຫຼອອກ. 19 ເມື່ອໂມເຊບອກກົດໝາຍທຸກຂໍ້ໃຫ້ປະຊາຊົນທຸກຄົນຟັງແລ້ວ ລາວກໍເອົາເລືອດງົວໂຕຜູ້ ເລືອດແບ້ ກັບນ້ຳ ແລະໃຊ້ຂົນແກະທີ່ຍ້ອມສີແດງສົດກັບຕົ້ນຫູສົບຈຸ່ມລົງ ແລ້ວຊິດໃສ່ມ້ວນໜັງສືສັນຍານັ້ນແລະຊິດໃສ່ປະຊາຊົນທຸກຄົນ. 20 ຈາກນັ້ນ ໂມເຊກໍເວົ້າວ່າ: “ການຊິດເລືອດແບບນີ້ໝາຍຄວາມວ່າສັນຍາມີຜົນບັງຄັບໃຊ້. ພະເຈົ້າສັ່ງໃຫ້ພວກເຈົ້າເຮັດຕາມສັນຍານີ້.”+ 21 ແລ້ວໂມເຊກໍເອົາເລືອດໄປຊິດໃສ່ເຕັ້ນແລະເຄື່ອງໃຊ້ທັງໝົດສຳລັບວຽກຮັບໃຊ້ທີ່ບໍລິສຸດ.+ 22 ທີ່ຈິງ ຕາມກົດໝາຍຂອງໂມເຊ ເກືອບທຸກສິ່ງຖືກເຮັດໃຫ້ສະອາດດ້ວຍເລືອດ.+ ຖ້າເລືອດບໍ່ໄດ້ໄຫຼອອກກໍບໍ່ມີການຍົກໂທດ.+
23 ແບບຈຳລອງ+ຂອງສິ່ງທີ່ຢູ່ໃນສະຫວັນຕ້ອງເຮັດໃຫ້ສະອາດດ້ວຍວິທີນີ້+ ແຕ່ຂອງແທ້ໃນສະຫວັນຕ້ອງເຮັດໃຫ້ສະອາດດ້ວຍເຄື່ອງບູຊາທີ່ດີກວ່ານັ້ນຫຼາຍ. 24 ພະຄລິດບໍ່ໄດ້ເຂົ້າໄປໃນບ່ອນບໍລິສຸດທີ່ມະນຸດສ້າງ+ທີ່ເປັນແຕ່ແບບຈຳລອງຈາກຂອງແທ້+ ແຕ່ເພິ່ນເຂົ້າໄປໃນສະຫວັນ+ເພື່ອໄປຢູ່ຕໍ່ໜ້າພະເຈົ້າສຳລັບພວກເຮົາ.+ 25 ເພິ່ນບໍ່ໄດ້ເຂົ້າໄປເພື່ອມອບໂຕເອງເປັນເຄື່ອງບູຊາເລື້ອຍໆຄືກັບທີ່ປະໂລຫິດໃຫຍ່ເຂົ້າໄປໃນບ່ອນບໍລິສຸດທຸກປີ+ພ້ອມກັບເລືອດສັດ ແຕ່ບໍ່ແມ່ນເລືອດຂອງໂຕເອງ. 26 ຖ້າຕ້ອງເຮັດແນວນັ້ນ ເພິ່ນກະຄືຊິຕ້ອງທຸກທໍລະມານເລື້ອຍໆຕັ້ງແຕ່ເລີ່ມມີໂລກນີ້.* ແຕ່ຕອນນີ້ທີ່ເປັນໄລຍະສຸດທ້າຍຂອງຍຸກ* ເພິ່ນມາແຕ່ເທື່ອດຽວເພື່ອກຳຈັດບາບຕະຫຼອດໄປໂດຍມອບໂຕເພິ່ນເອງເປັນເຄື່ອງບູຊາ.+ 27 ມະນຸດທຸກຄົນຕ້ອງຕາຍແຕ່ເທື່ອດຽວ ແລະຫຼັງຈາກນັ້ນຈຶ່ງຈະຖືກຕັດສິນ. 28 ພະຄລິດກໍຄືກັນ ເພິ່ນມອບໂຕເອງເປັນເຄື່ອງບູຊາແຕ່ເທື່ອດຽວເພື່ອຮັບເອົາບາບຂອງຄົນຈຳນວນຫຼາຍໄປ.+ ເມື່ອເພິ່ນມາເປັນເທື່ອທີ 2 ກໍບໍ່ແມ່ນເພື່ອກຳຈັດບາບ ແຕ່ເພື່ອຊ່ວຍຄົນທີ່ຕັ້ງໃຈລໍຖ້າຄວາມລອດຈາກເພິ່ນ.+