ອົບພະຍົບ
25 ພະເຢໂຫວາເວົ້າກັບໂມເຊວ່າ: 2 “ໄປບອກພວກອິດສະຣາເອນໃຫ້ບໍລິຈາກເຄື່ອງໃຫ້ເຮົາ. ໃຫ້ທຸກຄົນບໍລິຈາກຈາກໃຈ ແລະໃຫ້ເຈົ້າເປັນຄົນລວບລວມເຄື່ອງເຫຼົ່ານັ້ນໄວ້.+ 3 ໃຫ້ເຂົາເຈົ້າບໍລິຈາກເຄື່ອງຕໍ່ໄປນີ້: ຄຳ+ ເງິນ+ ທອງແດງ+ 4 ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍ*ສີແດງສົດ ຜ້າລີນິນຢ່າງດີ ຂົນແບ້ 5 ໜັງແກະໂຕຜູ້ທີ່ຍ້ອມສີແດງ ໜັງແມວນ້ຳ ໄມ້ອະຄາເຊຍ+ 6 ນ້ຳມັນໃສ່ຕະກຽງ+ ນ້ຳມັນຫອມທີ່ສະກັດຈາກພືດທີ່ເປັນສ່ວນປະສົມຂອງນ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ+ແລະທີ່ໃຊ້ປະສົມເພື່ອເຮັດເຄື່ອງຫອມ+ 7 ຫີນໂອນິກກັບຫີນແກ້ວຕ່າງໆສຳລັບໃສ່ເອໂຟດ*+ແລະໃສ່ແຜ່ນປົກເອິກ.+ 8 ໃຫ້ເຂົາເຈົ້າສ້າງບ່ອນນະມັດສະການເຮົາ ແລະເຮົາຊິຢູ່ນຳເຂົາເຈົ້າ.+ 9 ໃຫ້ພວກເຈົ້າສ້າງເຕັ້ນສັກສິດ ແລະເຮັດເຄື່ອງຕົກແຕ່ງກັບເຄື່ອງໃຊ້ຂອງສອຍ. ໃຫ້ເຮັດທຸກສິ່ງຕາມທີ່ເຮົາບອກຢ່າງເຄັ່ງຄັດ.+
10 ໃຫ້ເຂົາເຈົ້າເຮັດຫີບຈາກໄມ້ອະຄາເຊຍ ຍາວ 2 ສອກເຄິ່ງ* ກວ້າງ 1 ສອກເຄິ່ງ* ແລະສູງ 1 ສອກເຄິ່ງ.+ 11 ຈາກນັ້ນ ໃຫ້ເອົາແຜ່ນຄຳແທ້ມາໂອບ+ທາງໃນແລະທາງນອກຂອງຫີບ ແລະເຮັດຂອບບົວດ້ວຍຄຳຕິດອ້ອມຫີບ.+ 12 ໃຫ້ເຮັດບ້ວງຄຳ 4 ບ້ວງ ແລະຕິດຢູ່ທາງຂ້າງຂອງຫີບ ຂ້າງລະ 2 ບ້ວງກາຍຕີນຫີບຂຶ້ນໄປໜ້ອຍໜຶ່ງ. 13 ໃຫ້ເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍ ແລະເອົາແຜ່ນຄຳມາໂອບໄມ້ຫາມນັ້ນ.+ 14 ໃຫ້ເອົາໄມ້ຫາມມາສອດໃສ່ບ້ວງທັງ 2 ຂ້າງຂອງຫີບນັ້ນ ເພື່ອເອົາໄວ້ຫາມ. 15 ໃຫ້ເອົາໄມ້ຫາມສອດໃສ່ບ້ວງໄວ້ເລີຍບໍ່ໃຫ້ເອົາອອກ.+ 16 ເຮົາຊິເອົາແຜ່ນຫີນທີ່ມີຂໍ້ກົດໝາຍຂອງເຮົາ*ໃຫ້ເຈົ້າ ແລະໃຫ້ເຈົ້າເອົາໄປໃສ່ໃນຫີບນັ້ນ.+
17 ໃຫ້ເຮັດຝາຫີບດ້ວຍຄຳແທ້ ຍາວ 2 ສອກເຄິ່ງ* ແລະກວ້າງ 1 ສອກເຄິ່ງ.*+ 18 ໃຫ້ໃຊ້ຄ້ອນຕີຕີຄຳໃຫ້ເປັນຮູບເຄຣູບ 2 ອົງຢູ່ຄົນລະສົ້ນເທິງຝາຫີບ.+ 19 ໃຫ້ເອົາເຄຣູບ 2 ອົງນັ້ນມາໄວ້ຄົນລະສົ້ນເທິງຝາຫີບ. 20 ໃຫ້ເຮັດປີກຂອງເຄຣູບພືອອກແລະຊີ້ຂຶ້ນໄປທາງເທິງ. ເຄຣູບຈະປິ່ນເຂົ້າຫາກັນແລະກົ້ມໜ້າລົງເທິງຝາຫີບ. ປີກຂອງພວກເຄຣູບກໍຈະກວມຝາຫີບນັ້ນ.+ 21 ໃຫ້ເຈົ້າເອົາແຜ່ນຫີນທີ່ມີກົດໝາຍຂອງເຮົາທີ່ເຮົາຈະໃຫ້ເຈົ້າໃສ່ໃນຫີບ ແລ້ວເອົາຝາມາປິດຫີບນັ້ນ.+ 22 ເຮົາຈະມາຫາເຈົ້າຢູ່ແຖວເທິງຝາຫີບ+ ຢູ່ລະຫວ່າງເຄຣູບ 2 ອົງທີ່ຢູ່ເທິງຫີບສັນຍາ. ເຮົາຈະບອກໃຫ້ເຈົ້າຮູ້ຄຳສັ່ງທັງໝົດທີ່ເຈົ້າຕ້ອງໄປບອກພວກອິດສະຣາເອນຈາກບ່ອນນັ້ນ.
23 ໃຫ້ເຮັດໂຕະ+ໜ່ວຍໜຶ່ງຈາກໄມ້ອະຄາເຊຍ ຍາວ 2 ສອກ* ກວ້າງ 1 ສອກ* ແລະສູງ 1 ສອກເຄິ່ງ.*+ 24 ໃຫ້ເອົາແຜ່ນຄຳແທ້ມາໂອບໂຕະໜ່ວຍນັ້ນ ແລະເອົາແຜ່ນຄຳທີ່ເຮັດເປັນລວດລາຍມາຕິດອ້ອມຂອບໂຕະນັ້ນ. 25 ໜ້າໂຕະຕ້ອງໜາ 1 ຝາມືແລະເອົາຄຳມາເຮັດເປັນລວດລາຍຕິດໃສ່ອີກຂອບໜຶ່ງ. 26 ໃຫ້ເຮັດບ້ວງຄຳ 4 ບ້ວງແລ້ວເອົາໄປຕິດໃສ່ແຕ່ລະແຈຂອງຂາໂຕະ. 27 ບ້ວງນັ້ນຕ້ອງຢູ່ໃກ້ຂອບໂຕະເພື່ອຈະເອົາໄມ້ຫາມສອດໃສ່ເພື່ອຫາມໄປ. 28 ໃຫ້ເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍແລ້ວເອົາແຜ່ນຄຳມາໂອບໄມ້ຫາມນັ້ນ ເພື່ອໃຊ້ຫາມໂຕະນັ້ນໄປ.
29 ໃຫ້ເອົາຄຳແທ້ມາເຮັດຈານ ຈອກ ໂຖ ແລະຖ້ວຍ ເພື່ອຈະໃຊ້ເທເຄື່ອງບູຊາດື່ມ.+ 30 ໃຫ້ເອົາເຂົ້າຈີ່ທີ່ຕັ້ງໄວ້*ມາວາງໄວ້ຢູ່ໂຕະໃຫ້ເຮົາເປັນປະຈຳ.+
31 ໃຫ້ເອົາຄຳແທ້ກ້ອນໜຶ່ງມາຕີເປັນຂາຕະກຽງ.+ ຂາຕະກຽງນັ້ນຕ້ອງມີຖານ ຂາຕັ້ງ ງ່າ ກີບທີ່ຕິດຂວັ້ນ ດອກຈູມ ແລະດອກບານ.+ 32 ໃຫ້ເຮັດງ່າອອກຈາກຂາຕັ້ງ 6 ງ່າ ເບື້ອງຊ້າຍ 3 ງ່າ ແລະເບື້ອງຂວາ 3 ງ່າ. 33 ແຕ່ລະງ່າຈະມີກີບທີ່ຕິດຂວັ້ນຄືກັບດອກແອວມ້ອນ ດອກຈູມ ແລະດອກບານ ງ່າລະ 3 ຊຸດ. ທັງ 6 ງ່າຕ້ອງເຮັດແບບນີ້ຄືກັນໝົດ. 34 ແຕ່ຂາຕັ້ງຂອງຂາຕະກຽງຈະມີກີບທີ່ຕິດຂວັ້ນຄືກັບດອກແອວມ້ອນ ດອກຈູມ ແລະດອກບານ 4 ຊຸດ. 35 ຈະມີດອກຈູມດອກໜຶ່ງຢູ່ກ້ອງຂອງງ່າຄູ່ທຳອິດ ອີກດອກໜຶ່ງຢູ່ກ້ອງຄູ່ທີ 2 ແລະອີກດອກໜຶ່ງຢູ່ກ້ອງຄູ່ທີ 3. ທັງ 6 ງ່າກໍເດ່ອອກຈາກຂາຕັ້ງແບບນັ້ນ. 36 ທັງດອກຈູມ ທັງງ່າ ແລະສ່ວນອື່ນໆຂອງຕະກຽງທີ່ມີຂານີ້ຕ້ອງຕີຈາກຄຳແທ້ກ້ອນດຽວ.+ 37 ໃຫ້ເຮັດຕະກຽງ 7 ອັນໃສ່ເທິງຂາຕະກຽງນີ້. ເມື່ອໄຕ້ໄຟ ແສງກໍຊິສ່ອງໄປອ້ອມໆຕະກຽງ.+ 38 ໃຫ້ເຮັດແນວໜີບໄສ້ຕະກຽງແລະແນວໃສ່ຂີ້ໄສ້ຕະກຽງດ້ວຍຄຳແທ້.+ 39 ໃຫ້ເຮັດຂາຕະກຽງກັບເຄື່ອງໃຊ້ທັງໝົດທີ່ກ່ຽວກັບຕະກຽງດ້ວຍຄຳແທ້ໜັກ 1 ຕະລັນ.* 40 ໃຫ້ເຈົ້າເຮັດທຸກຢ່າງຕາມແບບທີ່ເຮົາໃຫ້ເຈົ້າເຫັນຢູ່ເທິງພູນີ້.”+