ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ
2 ດັ່ງນັ້ນ ພວກເຮົາຕ້ອງເອົາໃຈໃສ່ສິ່ງທີ່ໄດ້ຍິນໃຫ້ຫຼາຍກວ່າເກົ່າ+ ເພື່ອພວກເຮົາຈະບໍ່ລອຍຫ່າງອອກໄປ.+ 2 ຖ້າຂ່າວສານທີ່ເຄີຍເວົ້າຜ່ານທາງພວກທູດສະຫວັນ+ເປັນເລື່ອງແນ່ນອນ ແລະເຮັດໃຫ້ທຸກຄົນທີ່ເຮັດຜິດແລະບໍ່ເຊື່ອຟັງຕ້ອງຖືກລົງໂທດຕາມຄວາມຍຸຕິທຳ+ 3 ແລ້ວພວກເຮົາຈະພົ້ນໂທດໄດ້ແນວໃດຖ້າພວກເຮົາບໍ່ສົນໃຈຂ່າວສານກ່ຽວກັບຄວາມລອດທີ່ຍິ່ງໃຫຍ່?+ ຍ້ອນຜູ້ເປັນນາຍຂອງພວກເຮົາໄດ້ເວົ້າເລື່ອງນີ້ເປັນຄົນທຳອິດ+ ແລະຄົນທີ່ໄດ້ຍິນກໍຢືນຢັນເລື່ອງນີ້ກັບພວກເຮົາ. 4 ພະເຈົ້າກໍຢືນຢັນເລື່ອງນີ້ນຳໂດຍເຮັດການອັດສະຈັນ ສະແດງປາຕິຫານ ແລະເຮັດສິ່ງທີ່ເປັນຕາງຶດຫຼາຍຢ່າງ+ ລວມທັງໃຫ້ພະລັງບໍລິສຸດກັບພວກຜູ້ຮັບໃຊ້ຂອງເພິ່ນຕາມທີ່ເພິ່ນຕ້ອງການ.+
5 ພະເຈົ້າບໍ່ໄດ້ໃຫ້ພວກທູດສະຫວັນປົກຄອງໂລກທີ່ຈະມາໃນອະນາຄົດ+ເຊິ່ງເປັນໂລກທີ່ພວກເຮົາກຳລັງເວົ້າເຖິງ. 6 ແຕ່ມີຜູ້ໜຶ່ງຢືນຢັນເລື່ອງນີ້ໄວ້ວ່າ: “ເປັນຫຍັງພະອົງຈຶ່ງສົນໃຈມະນຸດທີ່ບໍ່ມີຄ່າ ຫຼືເປັນຫຍັງພະອົງຈຶ່ງຢາກເບິ່ງແຍງມະນຸດ?+ 7 ພະອົງໃຫ້ລາວມີຕຳແໜ່ງຕ່ຳກວ່າທູດສະຫວັນແຕ່ໜ້ອຍດຽວ ແລະພະອົງໃຫ້ລາວມີກຽດແລະໄດ້ຮັບຄວາມນັບຖື. ພະອົງໃຫ້ລາວເບິ່ງແຍງທຸກສິ່ງທີ່ພະອົງສ້າງ. 8 ພະອົງໃຫ້ລາວຄຸ້ມຄອງສິ່ງເຫຼົ່ານັ້ນ.”+ ນີ້ໝາຍຄວາມວ່າ ເມື່ອພະເຈົ້າເຮັດໃຫ້ທຸກສິ່ງຢູ່ໃຕ້ພະເຢຊູ+ກໍບໍ່ມີຫຍັງເລີຍທີ່ບໍ່ຢູ່ໃຕ້ອຳນາດເພິ່ນ+ ເຖິງວ່າພວກເຮົາຍັງບໍ່ໄດ້ເຫັນທຸກສິ່ງຢູ່ໃຕ້ອຳນາດເພິ່ນກໍຕາມ.+ 9 ແຕ່ພວກເຮົາເຫັນວ່າຕອນນີ້ພະເຢຊູໄດ້ຮັບກຽດແລະຄວາມນັບຖືແລ້ວຍ້ອນເພິ່ນຍອມສະລະຊີວິດຂອງໂຕເອງ.+ ເພິ່ນຖືກເຮັດໃຫ້ຕ່ຳກວ່າທູດສະຫວັນໜ້ອຍໜຶ່ງ+ເພື່ອມາຕາຍແທນທຸກຄົນ ເຊິ່ງເປັນການສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ.+
10 ພະເຈົ້າສ້າງທຸກສິ່ງແລະທຸກສິ່ງກໍສ້າງຂຶ້ນມາເພື່ອເພິ່ນເອງ. ເພິ່ນຢາກໃຫ້ພວກລູກຂອງເພິ່ນໄດ້ຮັບກຽດ+ ຈຶ່ງເໝາະສົມແລ້ວທີ່ເພິ່ນຈະຍອມໃຫ້ຜູ້ນຳຄົນສຳຄັນຕ້ອງທົນທຸກທໍລະມານ+ ເພື່ອລາວຈະມີຄຸນສົມບັດຄົບຖ້ວນທີ່ຈະຊ່ວຍເຂົາເຈົ້າໃຫ້ລອດໄດ້.+ 11 ທັງພະເຢຊູແລະຄົນເຫຼົ່ານັ້ນທີ່ພະເຈົ້າເຮັດໃຫ້ບໍລິສຸດ*+ມີພໍ່ອົງດຽວກັນ.+ ພະເຢຊູຈຶ່ງບໍ່ອາຍທີ່ຈະເອີ້ນເຂົາເຈົ້າວ່າ “ພີ່ນ້ອງ.”*+ 12 ພະເຢຊູເວົ້າວ່າ: “ລູກຈະປະກາດຊື່ຂອງພະອົງໃຫ້ອ້າຍນ້ອງຂອງລູກຮູ້. ລູກຈະຮ້ອງເພງສັນລະເສີນພະອົງໃນບ່ອນທີ່ມີຜູ້ຮັບໃຊ້ຂອງພະອົງຫຼາຍໆ.”+ 13 ເພິ່ນເວົ້າອີກວ່າ: “ຂ້ອຍຈະໄວ້ວາງໃຈພະເຈົ້າ.”+ ເພິ່ນຍັງເວົ້າອີກວ່າ: “ເບິ່ງແມ້! ຂ້ອຍກັບພວກລູກນ້ອຍໆຂອງຂ້ອຍທີ່ພະເຢໂຫວາ*ເອົາໃຫ້ຂ້ອຍ.”+
14 ເມື່ອ “ພວກລູກນ້ອຍໆ” ເຫຼົ່ານີ້ເປັນມະນຸດທີ່ມີເລືອດແລະເນື້ອໜັງ ພະເຢຊູຈຶ່ງມາເປັນມະນຸດທີ່ມີເລືອດແລະເນື້ອໜັງຄືກັນ+ ເພື່ອເພິ່ນຈະໄດ້ຕາຍແລ້ວມີອຳນາດທີ່ຈະທຳລາຍມານຮ້າຍ+ທີ່ສາມາດເຮັດໃຫ້ຄົນຕາຍໄດ້+ 15 ແລະເພື່ອເພິ່ນຈະປົດປ່ອຍທຸກຄົນທີ່ຕົກເປັນທາດຂອງການຢ້ານຄວາມຕາຍມາຕະຫຼອດຊີວິດ.+ 16 ທີ່ຈິງ ພະເຢຊູບໍ່ໄດ້ຊ່ວຍພວກທູດສະຫວັນ ແຕ່ເພິ່ນຊ່ວຍລູກຫຼານຂອງອັບຣາຮາມ.+ 17 ຍ້ອນແນວນີ້ ເພິ່ນຈຶ່ງຕ້ອງມາເປັນຄືກັບ “ພວກພີ່ນ້ອງ” ຂອງເພິ່ນໃນທຸກດ້ານ+ ເພື່ອເພິ່ນຈະໄດ້ເປັນປະໂລຫິດໃຫຍ່ທີ່ເມດຕາແລະສັດຊື່ໃນການຮັບໃຊ້ພະເຈົ້າ ແລະເພື່ອມອບເຄື່ອງບູຊາໄຖ່ບາບຂອງປະຊາຊົນໃນການຄືນດີກັບພະເຈົ້າ.+ 18 ເພິ່ນສາມາດຊ່ວຍຄົນທີ່ຖືກທົດສອບໄດ້+ ຍ້ອນເພິ່ນເຄີຍທຸກທໍລະມານມາແລ້ວຕອນທີ່ຖືກທົດສອບ.+