ລະບຽບພວກເລວີ
16 ພະເຢໂຫວາເວົ້າກັບໂມເຊຫຼັງຈາກທີ່ລູກຊາຍ 2 ຄົນຂອງອາໂຣນຕາຍ ຍ້ອນເຂົາເຈົ້າເຂົ້າໄປຫາພະເຢໂຫວາໃນແບບທີ່ເພິ່ນບໍ່ພໍໃຈ.+ 2 ພະເຢໂຫວາບອກໂມເຊວ່າ: “ໃຫ້ບອກອາໂຣນອ້າຍຂອງເຈົ້າວ່າ ຫ້າມລາວເຂົ້າໄປໃນຫ້ອງບໍລິສຸດທີ່ສຸດ*+ ຫຼືຫ້າມໄປຢູ່ຕໍ່ໜ້າຝາຫີບສັນຍາຍາມໃດກໍໄດ້ຕາມໃຈມັກ ເພື່ອລາວຈະບໍ່ຕາຍ+ ເພາະເຮົາຈະມາໃຫ້ພວກເຈົ້າເຫັນ.+
3 ເມື່ອອາໂຣນເຂົ້າມາໃນບ່ອນບໍລິສຸດ ລາວຕ້ອງເອົາສິ່ງເຫຼົ່ານີ້ມາຄື: ງົວໂຕຜູ້ໂຕໜຶ່ງເພື່ອໃຊ້ເປັນເຄື່ອງບູຊາໄຖ່ບາບ+ ແລະແກະໂຕຜູ້ໂຕໜຶ່ງເພື່ອໃຊ້ເປັນເຄື່ອງບູຊາເຜົາ.+ 4 ລາວຕ້ອງນຸ່ງຊຸດຍາວທີ່ເຮັດຈາກຜ້າລີນິນ+ ນຸ່ງໂສ້ງຊ້ອນທີ່ເຮັດຈາກຜ້າລີນິນ+ ເອົາຜ້າມັດແອວທີ່ຕ່ຳຈາກເສັ້ນປ່ານມາມັດ+ ແລະເອົາຜ້າທີ່ຕ່ຳຈາກເສັ້ນປ່ານມາຄຽນຫົວ.+ ເຄື່ອງນຸ່ງເຫຼົ່ານີ້ເປັນສິ່ງທີ່ບໍລິສຸດ.+ ລາວຕ້ອງອາບນ້ຳກ່ອນ+ແລ້ວຈຶ່ງໃສ່ເຄື່ອງເຫຼົ່ານີ້.
5 ລາວຕ້ອງເອົາສັດເຫຼົ່ານີ້ຈາກພວກອິດສະຣາເອນ+ຄື: ແບ້ໂຕຜູ້ 2 ໂຕເພື່ອເປັນເຄື່ອງບູຊາໄຖ່ບາບ ແລະແກະໂຕຜູ້ໂຕໜຶ່ງເພື່ອເປັນເຄື່ອງບູຊາເຜົາ.
6 ອາໂຣນຕ້ອງເອົາງົວໂຕຜູ້ທີ່ຈະໃຊ້ເປັນເຄື່ອງບູຊາໄຖ່ບາບສຳລັບໂຕເອງມາ ແລະລາວຈະໄຖ່ຄວາມຜິດໃຫ້ໂຕເອງ+ກັບຄອບຄົວ.
7 ແລ້ວລາວຈະເອົາແບ້ 2 ໂຕໄປຢືນຢູ່ທາງເຂົ້າເຕັ້ນສັກສິດ*ຕໍ່ໜ້າພະເຢໂຫວາ. 8 ອາໂຣນຈະຈົກສະຫຼາກສຳລັບແບ້ 2 ໂຕນັ້ນ. ແບ້ໂຕໜຶ່ງຈະເປັນຂອງພະເຢໂຫວາ ແລະແບ້ອີກໂຕໜຶ່ງຈະເປັນຂອງອາຊາເຊນ.* 9 ອາໂຣນຈະເອົາແບ້ໂຕທີ່ຖືກເລືອກ+ເປັນຂອງພະເຢໂຫວາໄປໃຊ້ເປັນເຄື່ອງບູຊາໄຖ່ບາບ. 10 ແຕ່ແບ້ໂຕທີ່ຖືກເລືອກເປັນຂອງອາຊາເຊນ ລາວຕ້ອງພາມັນມາຢືນຢູ່ຕໍ່ໜ້າພະເຢໂຫວາ ເພື່ອຈະປ່ອຍມັນໄປໃນບ່ອນກັນດານ+ສຳລັບອາຊາເຊນ. ເມື່ອເຮັດແນວນີ້ ປະຊາຊົນຈະໄດ້ຮັບການຍົກໂທດ.
11 ອາໂຣນຈະເອົາງົວໂຕຜູ້ທີ່ຈະໃຊ້ເປັນເຄື່ອງບູຊາໄຖ່ບາບສຳລັບໂຕເອງມາ ແລະລາວຈະໄຖ່ຄວາມຜິດໃຫ້ໂຕເອງກັບຄອບຄົວ. ຫຼັງຈາກນັ້ນ ລາວຈະຂ້າງົວໂຕທີ່ໃຊ້ເປັນເຄື່ອງບູຊາໄຖ່ບາບສຳລັບໂຕເອງ.+
12 ລາວຈະເອົາຖາດ+ໃສ່ຖ່ານຮ້ອນໆຈາກແທ່ນບູຊາ+ຕໍ່ໜ້າພະເຢໂຫວາກັບເຄື່ອງຫອມຢ່າງດີ+ 2 ກຳມືເຂົ້າໄປໃນຫ້ອງບໍລິສຸດທີ່ສຸດ.+ 13 ລາວຈະເອົາເຄື່ອງຫອມເຜົາຕໍ່ໜ້າພະເຢໂຫວາ+ ເພື່ອໃຫ້ຄວັນຈາກເຄື່ອງຫອມນັ້ນກຸ້ມຢູ່ເທິງຝາຫີບສັນຍາ+ເຊິ່ງມີແຜ່ນຫີນທີ່ມີຂໍ້ກົດໝາຍ*+ ເພື່ອລາວຈະບໍ່ຕາຍ.
14 ລາວຈະເອົາເລືອດ+ສ່ວນໜຶ່ງຂອງງົວໂຕຜູ້ມາ ແລ້ວເອົານິ້ວມືຈຸ່ມເລືອດ ແລະຊິດເລືອດນັ້ນທາງໜ້າຝາຫີບທາງທິດຕາເວັນອອກ. ລາວຈະເອົານິ້ວມືຈຸ່ມເລືອດ ແລ້ວຊິດຕໍ່ໜ້າຝາຫີບ+ 7 ເທື່ອ.
15 ແລ້ວລາວຈະຂ້າແບ້ໂຕທີ່ໃຊ້ເປັນເຄື່ອງບູຊາໄຖ່ບາບເຊິ່ງເປັນຂອງປະຊາຊົນ.+ ລາວຈະເອົາເລືອດແບ້ເຂົ້າໄປໃນຫ້ອງບໍລິສຸດທີ່ສຸດ+ແລະຊິດເລືອດນັ້ນ+ຄືກັບຊິດເລືອດງົວໂຕຜູ້. ລາວຈະຊິດເລືອດໄປທາງຝາຫີບແລະຊິດເລືອດຕໍ່ໜ້າຝາຫີບ.
16 ລາວຕ້ອງໄຖ່ຄວາມຜິດໃຫ້ບ່ອນບໍລິສຸດກ່ຽວກັບສິ່ງທີ່ບໍ່ສະອາດທີ່ພວກອິດສະຣາເອນໄດ້ເຮັດ ແລະກ່ຽວກັບການເຮັດຜິດແລະບາບຂອງເຂົາເຈົ້າ.+ ລາວຕ້ອງໄຖ່ຄວາມຜິດໃຫ້ເຕັ້ນສັກສິດຄືກັນ. ເຕັ້ນນີ້ຢູ່ນຳພວກອິດສະຣາເອນເຊິ່ງເປັນຜູ້ເຮັດສິ່ງທີ່ບໍ່ສະອາດ.
17 ເມື່ອອາໂຣນເຂົ້າໄປໄຖ່ຄວາມຜິດຢູ່ໃນບ່ອນບໍລິສຸດ ຢ່າໃຫ້ມີຜູ້ໃດຢູ່ໃນເຕັ້ນສັກສິດນັ້ນຈົນກວ່າລາວຈະອອກມາ. ລາວຈະໄຖ່ຄວາມຜິດໃຫ້ໂຕເອງ ຄອບຄົວຂອງລາວ+ ແລະພວກອິດສະຣາເອນທັງໝົດ.+
18 ຈາກນັ້ນ ລາວຈະໄປທີ່ແທ່ນບູຊາ+ເຊິ່ງຢູ່ຕໍ່ໜ້າພະເຢໂຫວາ ແລະໄຖ່ຄວາມຜິດໃຫ້ແທ່ນນັ້ນ. ລາວຈະເອົາເລືອດສ່ວນໜຶ່ງຂອງງົວໂຕຜູ້ກັບເລືອດສ່ວນໜຶ່ງຂອງແບ້ໄປຕ້ວຍໃສ່ເຂົາທີ່ຢູ່ 4 ແຈຂອງແທ່ນບູຊາ. 19 ລາວຈະເອົານິ້ວມືຈຸ່ມເລືອດ ແລ້ວຊິດໃສ່ແທ່ນນັ້ນ 7 ເທື່ອ ເພື່ອເຮັດໃຫ້ແທ່ນສະອາດແລະບໍລິສຸດຈາກສິ່ງທີ່ບໍ່ສະອາດທີ່ພວກອິດສະຣາເອນໄດ້ເຮັດ.
20 ເມື່ອລາວໄຖ່ຄວາມຜິດ+ໃຫ້ບ່ອນບໍລິສຸດ ໃຫ້ເຕັ້ນສັກສິດ ແລະໃຫ້ແທ່ນບູຊາ+ແລ້ວໆ ລາວກໍຈະເອົາແບ້ໂຕທີ່ຍັງມີຊີວິດ+ມາຕໍ່ໜ້າພະເຈົ້າ. 21 ອາໂຣນຈະເອົາມືທັງສອງເບື້ອງວາງເທິງຫົວຂອງແບ້ໂຕທີ່ຍັງມີຊີວິດຢູ່ນັ້ນ ແລະສາລະພາບບາບກັບຄວາມຜິດທັງໝົດຂອງພວກອິດສະຣາເອນ ຄືກັບວ່າລາວໄດ້ເອົາສິ່ງເຫຼົ່ານັ້ນໃສ່ເທິງຫົວແບ້ໂຕນັ້ນ.+ ລາວຈະເອົາແບ້ໂຕນັ້ນໃຫ້ຄົນທີ່ເຮັດໜ້າທີ່ປ່ອຍແບ້* ແລ້ວຄົນນັ້ນຈະປ່ອຍມັນໄປໃນບ່ອນກັນດານ. 22 ແບ້ໂຕນັ້ນຈະແບກຄວາມຜິດທັງໝົດ+ຂອງເຂົາເຈົ້າໄປທະເລຊາຍ+ ແລະລາວຈະປ່ອຍແບ້ໂຕນັ້ນເຂົ້າໄປໃນບ່ອນກັນດານ.+
23 ຈາກນັ້ນ ອາໂຣນຈະເຂົ້າໄປໃນເຕັ້ນສັກສິດ ແລ້ວແກ້ເຄື່ອງນຸ່ງທີ່ເຮັດຈາກຜ້າລີນິນອອກ ເຊິ່ງເປັນເຄື່ອງນຸ່ງທີ່ລາວໃສ່ຕອນທີ່ລາວເຂົ້າໄປໃນບ່ອນບໍລິສຸດນັ້ນ ແລະລາວຈະວາງເຄື່ອງນຸ່ງໄວ້ຢູ່ຫັ້ນ. 24 ລາວຕ້ອງອາບນ້ຳ+ໃນບ່ອນບໍລິສຸດ ແລະນຸ່ງເຄື່ອງຂອງລາວ.+ ຫຼັງຈາກນັ້ນ ລາວຈະອອກມາແລະເຜົາເຄື່ອງບູຊາເຜົາຂອງລາວ+ກັບເຄື່ອງບູຊາເຜົາຂອງປະຊາຊົນ.+ ລາວຈະໄຖ່ຄວາມຜິດໃຫ້ໂຕເອງແລະໃຫ້ປະຊາຊົນ.+ 25 ລາວຈະເຜົານ້ຳມັນຂອງສັດທີ່ໃຊ້ເປັນເຄື່ອງບູຊາໄຖ່ບາບເທິງແທ່ນບູຊາ.
26 ຜູ້ຊາຍທີ່ເຮັດໜ້າທີ່ປ່ອຍແບ້ສຳລັບອາຊາເຊນ+ຕ້ອງຊັກເຄື່ອງຂອງໂຕເອງແລະອາບນ້ຳກ່ອນ ແລ້ວຈຶ່ງຈະກັບເຂົ້າມາໃນຄ້າຍພັກໄດ້.
27 ສ່ວນງົວໂຕຜູ້ທີ່ເປັນເຄື່ອງບູຊາໄຖ່ບາບກັບແບ້ທີ່ເປັນເຄື່ອງບູຊາໄຖ່ບາບ ເຊິ່ງອາໂຣນໄດ້ເອົາເລືອດຂອງພວກມັນເຂົ້າໄປໃນບ່ອນບໍລິສຸດເພື່ອໄຖ່ຄວາມຜິດ ຈະຕ້ອງເອົາອອກໄປນອກຄ້າຍພັກ. ໃຫ້ຈູດ+ໜັງ ຊີ້ນ ແລະຂີ້ຂອງພວກມັນຖິ້ມໃຫ້ໝົດ. 28 ຄົນທີ່ຈູດສິ່ງເຫຼົ່ານັ້ນຈະຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະອາບນ້ຳກ່ອນ ແລ້ວຈຶ່ງຈະກັບເຂົ້າມາໃນຄ້າຍພັກໄດ້.
29 ນີ້ແມ່ນກົດໝາຍທີ່ພວກເຈົ້າຕ້ອງເຮັດຕາມຕະຫຼອດໄປຄື: ໃນວັນທີ 10 ຂອງເດືອນທີ 7 ພວກເຈົ້າຕ້ອງສະແດງວ່າເສຍໃຈທີ່ໄດ້ເຮັດຜິດ.* ຫ້າມບໍ່ໃຫ້ຜູ້ໃດເຮັດວຽກ+ ບໍ່ວ່າຈະເປັນພວກອິດສະຣາເອນຫຼືຄົນຕ່າງຊາດທີ່ຢູ່ນຳພວກເຈົ້າ. 30 ມື້ນີ້ຈະເປັນມື້ໄຖ່ຄວາມຜິດ+ໃຫ້ພວກເຈົ້າ ແລະຈະຖືວ່າພວກເຈົ້າສະອາດ. ພວກເຈົ້າຈະໄດ້ຮັບການຍົກໂທດ ແລະພະເຢໂຫວາຈະຖືວ່າພວກເຈົ້າສະອາດ.+ 31 ມື້ນີ້ເປັນວັນຊະບາໂຕ* ເປັນວັນພັກຜ່ອນສຳລັບພວກເຈົ້າ. ພວກເຈົ້າຕ້ອງສະແດງໃຫ້ເຫັນວ່າເສຍໃຈທີ່ໄດ້ເຮັດຜິດ.+ ນີ້ແມ່ນກົດໝາຍທີ່ພວກເຈົ້າຕ້ອງເຮັດຕາມຕະຫຼອດໄປ.
32 ປະໂລຫິດທີ່ຖືກເລືອກ+ແລະຖືກແຕ່ງຕັ້ງ*ໃຫ້ເປັນປະໂລຫິດໃຫຍ່+ແທນພໍ່ຂອງລາວ+ຈະເປັນຜູ້ໄຖ່ຄວາມຜິດ. ລາວຕ້ອງນຸ່ງເຄື່ອງທີ່ເຮັດຈາກຜ້າລີນິນ+ເຊິ່ງເປັນເຄື່ອງທີ່ບໍລິສຸດ.+ 33 ລາວຈະໄຖ່ຄວາມຜິດໃຫ້ບ່ອນບໍລິສຸດ+ ໃຫ້ເຕັ້ນສັກສິດ+ ແລະໃຫ້ແທ່ນບູຊາ+ ລວມທັງໄຖ່ຄວາມຜິດໃຫ້ພວກປະໂລຫິດ ແລະພວກອິດສະຣາເອນທັງໝົດ.+ 34 ນີ້ແມ່ນກົດໝາຍທີ່ພວກເຈົ້າຕ້ອງເຮັດຕາມຕະຫຼອດໄປ.+ ເຈົ້າຕ້ອງໄຖ່ຄວາມຜິດໃຫ້ພວກອິດສະຣາເອນປີລະເທື່ອ.”+
ອາໂຣນກໍເຮັດຕາມທີ່ພະເຢໂຫວາສັ່ງໂມເຊໄວ້ທຸກຢ່າງ.