ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ
15 ພີ່ນ້ອງເອີ້ຍ ຂ້ອຍຂໍໃຫ້ພວກເຈົ້າຄິດເຖິງຂ່າວດີທີ່ຂ້ອຍເຄີຍປະກາດໃຫ້ພວກເຈົ້າຟັງ+ ເຊິ່ງພວກເຈົ້າໄດ້ຮັບເອົາແລະຍຶດຖືມາຕະຫຼອດ. 2 ຂ່າວດີນັ້ນເຮັດໃຫ້ພວກເຈົ້າໄດ້ຮັບຄວາມລອດ ແຕ່ພວກເຈົ້າຕ້ອງຍຶດຖືຂ່າວດີນັ້ນຕໍ່ໆໄປ. ຄັນບໍ່ຊັ້ນ ການທີ່ພວກເຈົ້າເຂົ້າມາເປັນລູກສິດກໍບໍ່ມີປະໂຫຍດຫຍັງ.
3 ເລື່ອງສຳຄັນທີ່ສຸດເລື່ອງໜຶ່ງທີ່ຂ້ອຍໄດ້ຮັບມານັ້ນ ຂ້ອຍໄດ້ບອກໃຫ້ພວກເຈົ້າຮູ້ໝົດແລ້ວ. ເລື່ອງນັ້ນແມ່ນເລື່ອງທີ່ພະຄລິດຍອມຕາຍເພື່ອໄຖ່ບາບໃຫ້ພວກເຮົາຕາມທີ່ບອກໄວ້ໃນພະຄຳພີ+ 4 ແລະທີ່ເພິ່ນຖືກຝັງໄວ້+ ແລ້ວໃນມື້ທີ 3+ ເພິ່ນກໍຖືກປຸກໃຫ້ຄືນມາຈາກຕາຍ+ຕາມທີ່ບອກໄວ້ໃນພະຄຳພີ+ 5 ແລະທີ່ເພິ່ນໄດ້ມາໃຫ້ເກຟາ*ເຫັນ+ ແລ້ວກໍໃຫ້ອັກຄະສາວົກ* 12 ຄົນເຫັນ.+ 6 ຫຼັງຈາກນັ້ນ ພະຄລິດໄດ້ໃຫ້ພີ່ນ້ອງຫຼາຍກວ່າ 500 ຄົນເຫັນເພິ່ນໃນເວລາດຽວກັນ.+ ຄົນເຫຼົ່ານັ້ນສ່ວນຫຼາຍຍັງຢູ່ກັບພວກເຮົາຕອນນີ້ ແຕ່ບາງຄົນກໍຕາຍແລ້ວ. 7 ຫຼັງຈາກນັ້ນ ພະຄລິດກໍໃຫ້ຢາໂກໂບເຫັນ+ ແລ້ວກໍໃຫ້ອັກຄະສາວົກທັງໝົດເຫັນ.+ 8 ສຸດທ້າຍ ເພິ່ນກໍມາໃຫ້ຂ້ອຍເຫັນ.+ ຍ້ອນແນວນີ້ ຂ້ອຍຈຶ່ງເປັນຄືກັບແອນ້ອຍທີ່ເກີດກ່ອນກຳນົດ.
9 ຂ້ອຍຕ່ຳຕ້ອຍທີ່ສຸດໃນພວກອັກຄະສາວົກ ແລະບໍ່ສົມຄວນທີ່ຈະຖືກເອີ້ນວ່າອັກຄະສາວົກຊ້ຳ ຍ້ອນຂ້ອຍເຄີຍຂົ່ມເຫງປະຊາຄົມຂອງພະເຈົ້າ.+ 10 ແຕ່ຂ້ອຍໄດ້ເຮັດໜ້າທີ່ນີ້ກໍຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ ແລະທີ່ເພິ່ນກະລຸນາຂ້ອຍກໍບໍ່ເສຍໄປລ້າໆ ຍ້ອນຂ້ອຍເຮັດວຽກໜັກກວ່າອັກຄະສາວົກທຸກຄົນ. ແຕ່ຂ້ອຍບໍ່ໄດ້ເຮັດວຽກດ້ວຍກຳລັງຂອງໂຕເອງ ຂ້ອຍເຮັດໄດ້ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າຊ່ວຍຂ້ອຍ. 11 ແຕ່ບໍ່ວ່າຈະເປັນຂ້ອຍຫຼືອັກຄະສາວົກຄົນອື່ນໆທີ່ປະກາດ ພວກເຮົາກໍເວົ້າເລື່ອງດຽວກັນ ແລະເຮັດໃຫ້ພວກເຈົ້າໄດ້ເຂົ້າມາເປັນລູກສິດ.
12 ຖ້າພວກເຮົາປະກາດວ່າພະຄລິດຖືກປຸກໃຫ້ຄືນມາຈາກຕາຍແລ້ວ+ ເປັນຫຍັງພວກເຈົ້າບາງຄົນຈຶ່ງເວົ້າວ່າບໍ່ມີການຄືນມາຈາກຕາຍ? 13 ຖ້າການຄືນມາຈາກຕາຍບໍ່ມີແທ້ ພະຄລິດກໍບໍ່ໄດ້ຖືກປຸກໃຫ້ຄືນມາຈາກຕາຍ. 14 ຖ້າພະຄລິດບໍ່ໄດ້ຖືກປຸກໃຫ້ຄືນມາຈາກຕາຍ ເລື່ອງທີ່ພວກເຮົາປະກາດຢູ່ກໍບໍ່ມີປະໂຫຍດຫຍັງ ແລະຄວາມເຊື່ອຂອງພວກເຮົາກໍບໍ່ມີປະໂຫຍດຄືກັນ. 15 ຫຼາຍກວ່ານັ້ນອີກ ພວກເຮົາຈະກາຍເປັນພະຍານຕົວະເລື່ອງພະເຈົ້າ+ ຍ້ອນພວກເຮົາປະກາດວ່າເພິ່ນປຸກພະຄລິດໃຫ້ຟື້ນຄືນມາແລ້ວ.+ ຖ້າຄົນຕາຍບໍ່ຖືກປຸກໃຫ້ຟື້ນຄືນມາ ກໍໝາຍຄວາມວ່າພະເຈົ້າບໍ່ໄດ້ປຸກພະຄລິດໃຫ້ຟື້ນຄືນມາ. 16 ຖ້າຄົນຕາຍບໍ່ຖືກປຸກໃຫ້ຟື້ນຄືນມາ ພະຄລິດກໍບໍ່ໄດ້ຖືກປຸກໃຫ້ຟື້ນຄືນມາ. 17 ຖ້າພະຄລິດບໍ່ໄດ້ຖືກປຸກໃຫ້ຟື້ນຄືນມາ ຄວາມເຊື່ອຂອງພວກເຈົ້າກໍບໍ່ມີປະໂຫຍດຫຍັງ. ພວກເຈົ້າກໍຍັງບໍ່ທັນໄດ້ຮັບການຍົກໂທດບາບ+ 18 ແລະລູກສິດຂອງພະຄລິດທີ່ຕາຍໄປແລ້ວກໍຈະດັບສູນຕະຫຼອດໄປ.+ 19 ຖ້າພວກເຮົາຝາກຄວາມຫວັງກັບພະຄລິດໄດ້ແຕ່ໃນຊີວິດນີ້ ພວກເຮົາກໍເປັນຕາອີ່ຕົນຫຼາຍກວ່າຄົນອື່ນ.
20 ແຕ່ຕອນນີ້ ພະຄລິດຖືກປຸກໃຫ້ຄືນມາຈາກຕາຍແລ້ວ ແລະເພິ່ນເປັນຄົນທຳອິດ*ທີ່ຖືກປຸກໃຫ້ຄືນມາຈາກຕາຍ.+ 21 ຄວາມຕາຍເກີດຂຶ້ນຍ້ອນຄົນໆດຽວ+ ການຄືນມາຈາກຕາຍກໍເກີດຂຶ້ນຍ້ອນຄົນໆດຽວຄືກັນ.+ 22 ທຸກຄົນຕາຍຍ້ອນອາດາມ+ ແລະທຸກຄົນກໍຈະມີຊີວິດອີກຍ້ອນພະຄລິດ.+ 23 ແຕ່ຈະເປັນໄປຕາມລຳດັບ ພະຄລິດເປັນຄົນທຳອິດ+ ຈາກນັ້ນກໍແມ່ນຄົນຂອງພະຄລິດ. ຄົນເຫຼົ່ານີ້ຈະຖືກປຸກໃຫ້ຄືນມາຈາກຕາຍໃນຕອນທີ່ເພິ່ນກັບມາ.*+ 24 ໃນທີ່ສຸດ ພະຄລິດຈະມອບການປົກຄອງໃຫ້ພະເຈົ້າຜູ້ເປັນພໍ່ຂອງເພິ່ນ ຫຼັງຈາກທີ່ເພິ່ນທຳລາຍລັດຖະບານ ຜູ້ມີອຳນາດ ແລະຜູ້ມີລິດເດດທັງໝົດແລ້ວ.+ 25 ພະຄລິດຕ້ອງປົກຄອງເປັນກະສັດຈົນກວ່າພະເຈົ້າຈະປາບສັດຕູທັງໝົດໃຫ້ຢູ່ພື້ນຕີນຂອງເພິ່ນ.+ 26 ສັດຕູໂຕສຸດທ້າຍທີ່ຈະຖືກທຳລາຍກໍແມ່ນຄວາມຕາຍ.+ 27 ພະເຈົ້າ “ເຮັດໃຫ້ທຸກສິ່ງຢູ່ພື້ນຕີນຂອງພະຄລິດ.”+ ແຕ່ເມື່ອເພິ່ນເວົ້າວ່າ ‘ທຸກສິ່ງຢູ່ໃຕ້ພະຄລິດ’+ ບໍ່ໄດ້ໝາຍຄວາມວ່າພະເຈົ້າຢູ່ໃຕ້ອຳນາດຂອງພະຄລິດ ແຕ່ເພິ່ນເຮັດໃຫ້ທຸກສິ່ງຢູ່ໃຕ້ພະຄລິດ.+ 28 ແຕ່ເມື່ອພະເຈົ້າເຮັດໃຫ້ທຸກສິ່ງຢູ່ໃຕ້ອຳນາດຂອງພະຄລິດແລ້ວ ພະຄລິດທີ່ເປັນລູກກໍຈະຢູ່ໃຕ້ອຳນາດຂອງພະເຈົ້າຜູ້ທີ່ເຮັດໃຫ້ທຸກສິ່ງຢູ່ໃຕ້ອຳນາດເພິ່ນ+ ແລ້ວພະເຈົ້າຈະເປັນທຸກສິ່ງທຸກຢ່າງສຳລັບທຸກຄົນ.+
29 ຄັນຊັ້ນ ຄົນທີ່ຮັບບັບເຕມາເພື່ອຈະຕາຍນັ້ນຈະໄດ້ປະໂຫຍດຫຍັງ?+ ຖ້າຄົນຕາຍຈະບໍ່ຖືກປຸກໃຫ້ຟື້ນຄືນມາ ແລ້ວເປັນຫຍັງເຂົາເຈົ້າຈຶ່ງຮັບບັບເຕມາເພື່ອຈະຕາຍ? 30 ແລະເປັນຫຍັງພວກເຮົາຕ້ອງຍອມສ່ຽງຊີວິດຢູ່ຕະຫຼອດເວລາ?+ 31 ຂ້ອຍປະເຊີນໜ້າກັບຄວາມຕາຍຢູ່ທຸກມື້. ພີ່ນ້ອງເອີ້ຍ ຂ້ອຍຢືນຢັນວ່າເລື່ອງນີ້ເປັນຄວາມຈິງ ຄືກັບທີ່ຂ້ອຍບອກວ່າຂ້ອຍພູມໃຈໃນໂຕພວກເຈົ້າທີ່ເປັນລູກສິດຂອງພະຄລິດເຢຊູຜູ້ເປັນນາຍຂອງພວກເຮົາ. 32 ຖ້າຂ້ອຍສູ້ກັບສັດຮ້າຍຢູ່ເມືອງເອເຟໂຊຄືກັບຄົນອື່ນໆ*+ ຂ້ອຍຈະໄດ້ປະໂຫຍດຫຍັງ? ຖ້າຄົນຕາຍຈະບໍ່ຖືກປຸກໃຫ້ຟື້ນຄືນມາກໍ “ໃຫ້ພວກເຮົາມາກິນມາດື່ມໂລດ ເພາະວ່າມື້ອື່ນພວກເຮົາກໍຈະຕາຍ.”+ 33 ຢ່າໃຫ້ຜູ້ໃດຕົວະເຈົ້າເດີ້. ການຄົບຫາກັບຄົນທີ່ບໍ່ດີເຮັດໃຫ້ນິດໄສດີໆ*ເສຍໄປ.+ 34 ຕື່ນໄດ້ແລ້ວ ກັບມາເຮັດສິ່ງທີ່ຖືກຕ້ອງແລະຢ່າເຮັດຜິດອີກເລີຍ ຍ້ອນພວກເຈົ້າບາງຄົນຍັງບໍ່ຮູ້ຈັກພະເຈົ້າແທ້ໆ. ຂ້ອຍເວົ້າແບບນີ້ກໍເພື່ອເຮັດໃຫ້ພວກເຈົ້າອາຍ.
35 ແຕ່ບາງຄົນອາດຈະຖາມວ່າ: “ຄົນຕາຍຈະຖືກປຸກໃຫ້ຟື້ນຄືນມາແນວໃດ? ເຂົາເຈົ້າຈະມີຮ່າງກາຍແບບໃດ?”+ 36 ຄົນບໍ່ຮູ້ຈັກຄິດເອີ້ຍ! ເມັດພືດທີ່ຫວ່ານລົງດິນ ຄັນມັນບໍ່ຕາຍກ່ອນ ມັນຊິປົ່ງຂຶ້ນໃໝ່ໄດ້ບໍ? 37 ສິ່ງທີ່ພວກເຈົ້າຫວ່ານນັ້ນ ບໍ່ວ່າຈະເປັນເຂົ້າຫຼືພືດອື່ນໆ ພວກເຈົ້າບໍ່ໄດ້ຫວ່ານຕົ້ນທີ່ໃຫຍ່ແລ້ວ ແຕ່ຫວ່ານເມັດຂອງມັນ. 38 ພະເຈົ້າໃຫ້ຕົ້ນມັນໃຫຍ່ຕາມທີ່ເພິ່ນພໍໃຈ ແລະເມື່ອເມັດແຕ່ລະປະເພດໃຫຍ່ຂຶ້ນຕົ້ນມັນກໍຕ່າງກັນ. 39 ຊີ້ນຂອງສິ່ງທີ່ມີຊີວິດກໍຕ່າງກັນ ຊີ້ນຄົນເປັນແບບໜຶ່ງ ຊີ້ນສັດເປັນແບບໜຶ່ງ ຊີ້ນນົກເປັນແບບໜຶ່ງ ແລະຊີ້ນປາກໍເປັນອີກແບບໜຶ່ງ. 40 ມີຮ່າງກາຍສຳລັບສະຫວັນ+ແລະຮ່າງກາຍສຳລັບໂລກ.+ ຄວາມງາມຂອງຮ່າງກາຍສຳລັບສະຫວັນເປັນແບບໜຶ່ງ ແລະຄວາມງາມຂອງຮ່າງກາຍສຳລັບໂລກກໍເປັນອີກແບບໜຶ່ງ. 41 ຄວາມງາມຂອງຕາເວັນເປັນແບບໜຶ່ງ ຄວາມງາມຂອງເດືອນກໍເປັນແບບໜຶ່ງ+ ແລະຄວາມງາມຂອງດາວກໍເປັນອີກແບບໜຶ່ງ. ທີ່ຈິງ ຄວາມງາມຂອງດາວແຕ່ລະດວງກໍຕ່າງກັນ.
42 ການຟື້ນຄືນມາຂອງຄົນຕາຍກໍຄືກັນ. ຮ່າງກາຍທີ່ຕາຍກໍເນົ່າເປື່ອຍ ແຕ່ຮ່າງກາຍທີ່ຖືກປຸກໃຫ້ຟື້ນຄືນມາກໍບໍ່ເນົ່າເປື່ອຍ.+ 43 ຕອນທີ່ຖືກຫວ່ານລົງກໍບໍ່ມີກຽດ ແຕ່ຕອນທີ່ຖືກປຸກພັດມີກຽດ.+ ຕອນທີ່ຖືກຫວ່ານລົງກໍອ່ອນແອ ແຕ່ຕອນທີ່ຖືກປຸກໃຫ້ຟື້ນຄືນມາພັດມີພະລັງຫຼາຍ.+ 44 ຕອນທີ່ຖືກຫວ່ານລົງກໍເປັນຮ່າງກາຍທີ່ມີເລືອດແລະເນື້ອໜັງ ແຕ່ຕອນທີ່ຖືກປຸກໃຫ້ຟື້ນຄືນມາພັດເປັນຮ່າງກາຍສຳລັບສະຫວັນ. ໃນເມື່ອມີຮ່າງກາຍທີ່ມີເລືອດແລະເນື້ອໜັງ ກໍມີຮ່າງກາຍສຳລັບສະຫວັນຄືກັນ. 45 ຄືກັບທີ່ພະຄຳພີບອກໄວ້ວ່າ: “ອາດາມມະນຸດຄົນທຳອິດຈຶ່ງມີຊີວິດ”+ ແຕ່ອາດາມຜູ້ທີ່ມານຳຫຼັງເຊິ່ງມີຮ່າງກາຍສຳລັບສະຫວັນນັ້ນເປັນຜູ້ໃຫ້ຊີວິດ.+ 46 ຮ່າງກາຍທີ່ມີເລືອດແລະເນື້ອໜັງມາກ່ອນຮ່າງກາຍສຳລັບສະຫວັນ ຮ່າງກາຍສຳລັບສະຫວັນນັ້ນມານຳຫຼັງ. 47 ຜູ້ທຳອິດເກີດຢູ່ໂລກແລະຖືກສ້າງຈາກດິນ+ ແຕ່ຜູ້ທີ 2 ມາຈາກສະຫວັນ.+ 48 ຜູ້ທຳອິດທີ່ຖືກສ້າງຈາກດິນເປັນແນວໃດ ຜູ້ອື່ນທີ່ຢູ່ໃນໂລກກໍເປັນແນວນັ້ນຄືກັນ ແລະຜູ້ທີ່ມາຈາກສະຫວັນເປັນແນວໃດ ຜູ້ທີ່ຢູ່ໃນສະຫວັນກໍເປັນແນວນັ້ນຄືກັນ.+ 49 ຄືກັບທີ່ຕອນນີ້ພວກເຮົາມີລັກສະນະຄືຄົນທຳອິດທີ່ຖືກສ້າງຈາກດິນ+ ອີກຈັກໜ້ອຍພວກເຮົາກໍຈະມີລັກສະນະຄືກັບຜູ້ນັ້ນທີ່ມາຈາກສະຫວັນ.+
50 ພີ່ນ້ອງເອີ້ຍ ຂ້ອຍຂໍບອກວ່າມະນຸດທີ່ມີເລືອດແລະເນື້ອໜັງຈະມີສ່ວນໃນການປົກຄອງຂອງພະເຈົ້າບໍ່ໄດ້* ແລະຮ່າງກາຍທີ່ເນົ່າເປື່ອຍຈະຮັບສະພາບທີ່ບໍ່ເນົ່າເປື່ອຍກໍບໍ່ໄດ້ຄືກັນ. 51 ຂ້ອຍຂໍບອກຄວາມລັບສັກສິດຂໍ້ໜຶ່ງກັບພວກເຈົ້າ ພວກເຮົາບາງຄົນຈະບໍ່ຕ້ອງນອນຫຼັບຢູ່ໃນຄວາມຕາຍ ແຕ່ຈະຖືກປ່ຽນແປງໃໝ່ໝົດ+ 52 ໃນໄລຍະສັ້ນໆພຽງພິບຕາດຽວໃນລະຫວ່າງການເປົ່າແກເທື່ອສຸດທ້າຍ. ສຽງແກຈະດັງຂຶ້ນ+ແລະຄົນຕາຍຈະຖືກປຸກໃຫ້ຟື້ນຄືນມາໃນສະພາບທີ່ບໍ່ເນົ່າເປື່ອຍ ແລະພວກເຮົາຈະຖືກປ່ຽນແປງໃໝ່. 53 ຄົນທີ່ຮ່າງກາຍເນົ່າເປື່ອຍໄດ້ຈະໄດ້ຮັບຮ່າງກາຍທີ່ບໍ່ເນົ່າເປື່ອຍ+ ແລະຄົນທີ່ຕາຍໄດ້ຈະໄດ້ຮັບສະພາບທີ່ບໍ່ມີວັນຕາຍ.+ 54 ຄົນທີ່ຮ່າງກາຍເນົ່າເປື່ອຍໄດ້ຈະໄດ້ຮັບຮ່າງກາຍທີ່ບໍ່ເນົ່າເປື່ອຍ ແລະຄົນທີ່ຕາຍໄດ້ຈະໄດ້ຮັບສະພາບທີ່ບໍ່ມີວັນຕາຍ. ຕອນນັ້ນ ສິ່ງທີ່ພະຄຳພີບອກໄວ້ກໍຈະເປັນຈິງທີ່ວ່າ: “ຄວາມຕາຍຈະຖືກທຳລາຍໃຫ້ດັບສູນຕະຫຼອດໄປ.”+ 55 “ຄວາມຕາຍເອີ້ຍ ໄຊຊະນະຂອງເຈົ້າຢູ່ໃສ? ຄວາມຕາຍເອີ້ຍ ພິດຂອງເຈົ້າໄປໃສແລ້ວ?”+ 56 ພິດທີ່ເຮັດໃຫ້ຄົນເຮົາຕ້ອງຕາຍແມ່ນບາບ+ ແລະກົດໝາຍຂອງໂມເຊກໍເຮັດໃຫ້ບາບມີພະລັງ.+ 57 ແຕ່ຂ້ອຍຂອບໃຈພະເຈົ້າທີ່ໃຫ້ພວກເຮົາຊະນະຄວາມຕາຍໄດ້ຍ້ອນພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.+
58 ດັ່ງນັ້ນ ພີ່ນ້ອງທີ່ຮັກ ຂໍໃຫ້ໝັ້ນຄົງ+ ຢ່າຫວັ່ນໄຫວ ໃຫ້ທຸ່ມເທກັບວຽກຂອງຜູ້ເປັນນາຍທີ່ມີໃຫ້ເຮັດຫຼາຍແທ້ຫຼາຍວ່າ+ ຍ້ອນພວກເຈົ້າຮູ້ວ່າວຽກໜັກທີ່ພວກເຈົ້າເຮັດໃຫ້ຜູ້ເປັນນາຍນັ້ນຈະບໍ່ເສຍໄປລ້າໆ.+