ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ
22 ແລ້ວທູດສະຫວັນອົງນັ້ນກໍໃຫ້ຂ້ອຍເບິ່ງແມ່ນ້ຳສາຍໜຶ່ງທີ່ມີນ້ຳທີ່ໃຫ້ຊີວິດ.+ ນ້ຳນັ້ນໃສຄືແກ້ວ. ມັນໄຫຼອອກມາຈາກບັນລັງຂອງພະເຈົ້າແລະຂອງແກະນ້ອຍຂອງພະເຈົ້າ.+ 2 ມັນໄຫຼລົງໄປກາງທາງໃຫຍ່ຂອງເມືອງນັ້ນ. ຢູ່ 2 ຟາກຂອງແມ່ນ້ຳມີຕົ້ນໄມ້ທີ່ໃຫ້ຊີວິດທີ່ເປັນໝາກປີລະ 12 ເທື່ອ ເຊິ່ງໝາຍຄວາມວ່າມັນເປັນໝາກເດືອນລະເທື່ອ. ໃບຂອງຕົ້ນໄມ້ເຫຼົ່ານັ້ນໃຊ້ປົວຄົນຈາກຊາດຕ່າງໆ.+
3 ເມືອງນັ້ນຈະບໍ່ຖືກສາບແຊ່ງອີກເລີຍ. ບັນລັງຂອງພະເຈົ້າແລະຂອງແກະນ້ອຍຂອງພະເຈົ້າ+ຈະຢູ່ໃນເມືອງນັ້ນ ແລະທາດຂອງພະເຈົ້າຈະເຮັດວຽກຮັບໃຊ້ທີ່ສັກສິດໃຫ້ເພິ່ນ. 4 ເຂົາເຈົ້າຈະເຫັນໜ້າເພິ່ນ+ ແລະຈະມີຊື່ຂອງເພິ່ນຢູ່ໜ້າຜາກເຂົາເຈົ້າ.+ 5 ກາງຄືນຈະບໍ່ມີອີກຕໍ່ໄປ+ ແລະບໍ່ຕ້ອງມີແສງຕະກຽງຫຼືແສງຕາເວັນ ຍ້ອນພະເຢໂຫວາ*ພະເຈົ້າຈະສ່ອງແສງໃຫ້ເຂົາເຈົ້າ+ ແລະເຂົາເຈົ້າຈະປົກຄອງເປັນກະສັດຕະຫຼອດໄປ.+
6 ແລ້ວທູດສະຫວັນກໍເວົ້າກັບຂ້ອຍວ່າ: “ຄຳເວົ້າທັງໝົດນີ້ເຊື່ອຖືໄດ້ແລະເປັນຄວາມຈິງ.+ ພະເຢໂຫວາ*ພະເຈົ້າຜູ້ທີ່ດົນໃຈພວກຜູ້ພະຍາກອນ+ໄດ້ໃຊ້ທູດສະຫວັນຂອງເພິ່ນໄປສະແດງໃຫ້ພວກທາດຂອງເພິ່ນເຫັນສິ່ງຕ່າງໆທີ່ຈະເກີດຂຶ້ນໃນໄວໆນີ້. 7 ພະເຢຊູເວົ້າວ່າ ‘ຟັງເດີ້! ຂ້ອຍຈະຟ້າວມາ.+ ຜູ້ທີ່ເຮັດຕາມຄຳພະຍາກອນໃນມ້ວນໜັງສືນີ້ກໍມີຄວາມສຸກ.’”+
8 ຂ້ອຍໂຢຮັນເປັນຜູ້ທີ່ໄດ້ຍິນແລະໄດ້ເຫັນເລື່ອງທັງໝົດນີ້. ເມື່ອໄດ້ຍິນແລະໄດ້ເຫັນແລ້ວ ຂ້ອຍກໍໝູບລົງຢູ່ຕີນຂອງທູດສະຫວັນທີ່ໃຫ້ຂ້ອຍເຫັນເລື່ອງທັງໝົດນີ້ເພື່ອຈະນະມັດສະການລາວ. 9 ແຕ່ລາວບອກຂ້ອຍວ່າ: “ຢ່າ! ຢ່າເຮັດແນວນີ້. ຂ້ອຍກໍເປັນທາດຄືກັບເຈົ້າ ຄືກັບພີ່ນ້ອງຂອງເຈົ້າທີ່ເປັນຜູ້ພະຍາກອນ ແລະຄືກັບຄົນທີ່ເຮັດຕາມຄຳເວົ້າໃນມ້ວນໜັງສືນີ້. ໃຫ້ນະມັດສະການພະເຈົ້າເດີ້.”+
10 ລາວຍັງບອກຂ້ອຍອີກວ່າ: “ຄຳພະຍາກອນໃນມ້ວນໜັງສືນີ້ຢ່າເກັບໄວ້ເປັນຄວາມລັບ ຍ້ອນເວລາທີ່ກຳນົດໄວ້ໃກ້ຈະຮອດແລ້ວ. 11 ຄົນທີ່ເຮັດຊົ່ວກໍໃຫ້ເຮັດຊົ່ວຕໍ່ໄປ ແລະຄົນເຮັດສິ່ງທີ່ເປັນຕາຂີ້ດຽດກໍໃຫ້ເຮັດສິ່ງທີ່ເປັນຕາຂີ້ດຽດຕໍ່ໄປ. ສ່ວນຄົນເຮັດສິ່ງທີ່ຖືກຕ້ອງກໍໃຫ້ເຮັດສິ່ງທີ່ຖືກຕ້ອງຕໍ່ໄປ ແລະຄົນບໍລິສຸດກໍໃຫ້ເຮັດສິ່ງທີ່ບໍລິສຸດຕໍ່ໄປ.
12 ພະເຈົ້າເວົ້າວ່າ ‘ລະວັງດີໆເດີ້! ເຮົາຈະຟ້າວມາແລະເຮົາຈະຕອບແທນແຕ່ລະຄົນຕາມສິ່ງທີ່ຜູ້ນັ້ນເຮັດ.+ 13 ເຮົາເປັນອັນຟາແລະໂອເມກາ*+ ເປັນຜູ້ທຳອິດແລະຜູ້ສຸດທ້າຍ ເປັນຈຸດເລີ່ມຕົ້ນແລະຈຸດຈົບ. 14 ຜູ້ທີ່ຊັກເສື້ອຄຸມຂອງໂຕເອງກໍມີຄວາມສຸກ+ ຍ້ອນລາວຈະມີສິດກິນໝາກໄມ້ຈາກຕົ້ນໄມ້ທີ່ໃຫ້ຊີວິດ+ແລະຈະໄດ້ເຂົ້າໄປໃນເມືອງນັ້ນທາງປະຕູເມືອງ.+ 15 ແຕ່ຢູ່ນອກເມືອງນັ້ນມີຄົນທີ່ເຮັດໂຕຄືກັບໝາ* ຄົນຫຼິ້ນໄສຍະສາດ ຄົນເຮັດຜິດສິນລະທຳທາງເພດ* ຄົນຂ້າຄົນ ຄົນຂາບໄຫວ້ຮູບບູຊາ ແລະຄົນທີ່ມັກເວົ້າຕົວະ.’+
16 ພະເຢຊູເວົ້າວ່າ ‘ຂ້ອຍເຢຊູໄດ້ໃຊ້ທູດສະຫວັນຂອງຂ້ອຍໃຫ້ໄປບອກເລື່ອງທັງໝົດນີ້ກັບພວກເຈົ້າເພື່ອປະໂຫຍດຂອງປະຊາຄົມຕ່າງໆ. ຂ້ອຍເປັນຮາກແລະເປັນລູກຫຼານຂອງດາວິດ+ ແລະເປັນດາວຮຸ່ງທີ່ແຈ້ງໆ.’*+
17 ພະລັງຂອງພະເຈົ້າເວົ້າກັບເຈົ້າສາວ+ຢູ່ເລື້ອຍໆວ່າ “ເຊີນມາ!” ແລະໃຫ້ຄົນທີ່ໄດ້ຍິນເວົ້າຄືກັນວ່າ “ເຊີນມາ.” ໃຫ້ທຸກຄົນທີ່ຫິວນ້ຳມາເດີ້.+ ໃຫ້ຄົນທີ່ຢາກກິນນ້ຳທີ່ໃຫ້ຊີວິດມາກິນລ້າໆ.+
18 ພະເຢຊູເວົ້າວ່າ ‘ຂ້ອຍຂໍບອກທຸກຄົນທີ່ໄດ້ຍິນຄຳພະຍາກອນໃນມ້ວນໜັງສືນີ້ວ່າ ຖ້າຜູ້ໃດຕື່ມສິ່ງໃດລົງໄປໃນຄຳເວົ້າເຫຼົ່ານີ້+ ພະເຈົ້າຈະຕື່ມໄພພິບັດທີ່ຂຽນໄວ້ໃນມ້ວນໜັງສືນີ້ໃຫ້ລາວ.+ 19 ແຕ່ຖ້າຜູ້ໃດຕັດຄຳໃດຄຳໜຶ່ງອອກຈາກສິ່ງທີ່ຂຽນໄວ້ໃນມ້ວນໜັງສືພະຍາກອນນີ້ ພະເຈົ້າກໍຈະຕັດສິດລາວບໍ່ໃຫ້ກິນໝາກຈາກຕົ້ນໄມ້ທີ່ໃຫ້ຊີວິດ+ແລະບໍ່ໃຫ້ເຂົ້າໄປໃນເມືອງບໍລິສຸດ.+ ລາວຈະບໍ່ໄດ້ຮັບສິ່ງດີໆທີ່ຂຽນໄວ້ໃນມ້ວນໜັງສືນີ້.’
20 ຜູ້ທີ່ບອກເລື່ອງທັງໝົດນີ້ເວົ້າວ່າ ‘ຂ້ອຍຈະຟ້າວມາ.’+
ອາແມນ!* ເຊີນມາ ພະເຢຊູຜູ້ເປັນນາຍ.”
21 ຂໍໃຫ້ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢຊູຄລິດຜູ້ເປັນນາຍຢູ່ກັບຜູ້ບໍລິສຸດທຸກຄົນ.