ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 40
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ເອເຊກຽນ​ຖືກ​ພາ​ໄປ​ອິດສະຣາເອນ​ໃນ​ນິມິດ (1, 2)

      • ເອເຊກຽນ​ເຫັນ​ນິມິດ​ກ່ຽວ​ກັບ​ວິຫານ (3, 4)

      • ເດີ່ນ​ແລະ​ປະຕູ​ຂອງ​ທາງເຂົ້າ (5-​47)

        • ປະຕູ​ທາງ​ເຂົ້າ​ທີ່​ຢູ່​ທິດ​ຕາເວັນ​ອອກ​ທີ່​ຢູ່​ເດີ່ນ​ທາງ​ນອກ (6-​16)

        • ເດີ່ນ​ທາງ​ນອກ​ແລະ​ປະຕູ​ທາງ​ເຂົ້າ​ອື່ນ​ໆ​ (17-​26)

        • ເດີ່ນ​ທາງ​ໃນ​ແລະ​ປະຕູ​ທາງ​ເຂົ້າ​ອື່ນ​ໆ​ (27-​37)

        • ຫ້ອງ​ຕ່າງ​ໆ​ໃນ​ວິຫານ (38-​46)

        • ແທ່ນ​ບູຊາ (47)

      • ຫ້ອງ​ທາງ​ເຂົ້າ​ຂອງ​ວິຫານ (48, 49)

ເອເຊກຽນ 40:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມື”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:15, 16
  • +2ກສ 25:8-10; ອຊກ 33:21
  • +ອຊກ 8:3

ເອເຊກຽນ 40:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 2:2

ເອເຊກຽນ 40:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 1:5, 7; ດນອ 10:5, 6
  • +ອຊກ 47:3; ຊຄຢ 2:1, 2; ພນມ 11:1; 21:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2408, 2497

ເອເຊກຽນ 40:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 43:10

ເອເຊກຽນ 40:5

ໄຂເງື່ອນ

  • *

    3,1 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    ແປ​ຕາມ​ໂຕ​ວ່າ “ໄມ້​ແທກ​ທີ່​ຍາວ 6 ສອກ 1 ສອກ​ກັບ 1 ຝາ​ມື.” ສອກ​ນີ້​ໝາຍເຖິງ​ສອກ​ຍາວ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    3,1 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ເອເຊກຽນ 40:6

ໄຂເງື່ອນ

  • *

    3,1 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:10; 43:1, 4; 46:1, 2

ເອເຊກຽນ 40:7

ໄຂເງື່ອນ

  • *

    3,1 ແມັດ

  • *

    2,5 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 9:26, 27

ເອເຊກຽນ 40:8

ໄຂເງື່ອນ

  • *

    3,1 ແມັດ

ເອເຊກຽນ 40:9

ໄຂເງື່ອນ

  • *

    4,1 ແມັດ

  • *

    1 ແມັດ

ເອເຊກຽນ 40:11

ໄຂເງື່ອນ

  • *

    5,1 ແມັດ

  • *

    6,7 ແມັດ

ເອເຊກຽນ 40:12

ໄຂເງື່ອນ

  • *

    51,8 ຊັງຕີແມັດ

  • *

    3,1 ແມັດ

ເອເຊກຽນ 40:13

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ສ່ວນ​ເທິງ​ສຸດ​ຂອງ​ຝາ​ທາງ​ຫຼັງ​ຂອງ​ຫ້ອງ​ຍາມ

  • *

    13 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:20, 21

ເອເຊກຽນ 40:14

ໄຂເງື່ອນ

  • *

    31 ແມັດ

ເອເຊກຽນ 40:15

ໄຂເງື່ອນ

  • *

    25,9 ແມັດ

ເອເຊກຽນ 40:16

ໄຂເງື່ອນ

  • *

    ຫຼື “ຂອບ​ປ່ອງ​ຢ້ຽມ​ທີ່​ເປັນ​ຊັ້ນ​ໆ​”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:4; ອຊກ 41:26
  • +1ກສ 6:35

ເອເຊກຽນ 40:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 28:12

ເອເຊກຽນ 40:19

ໄຂເງື່ອນ

  • *

    51,8 ແມັດ

ເອເຊກຽນ 40:21

ໄຂເງື່ອນ

  • *

    25,9 ແມັດ

  • *

    13 ແມັດ

ເອເຊກຽນ 40:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 41:20, 26

ເອເຊກຽນ 40:23

ໄຂເງື່ອນ

  • *

    51,8 ແມັດ

ເອເຊກຽນ 40:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 46:9

ເອເຊກຽນ 40:25

ໄຂເງື່ອນ

  • *

    25,9 ແມັດ

  • *

    13 ແມັດ

ເອເຊກຽນ 40:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:20, 22

ເອເຊກຽນ 40:27

ໄຂເງື່ອນ

  • *

    51,8 ແມັດ

ເອເຊກຽນ 40:29

ໄຂເງື່ອນ

  • *

    25,9 ແມັດ

  • *

    13 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:20, 21

ເອເຊກຽນ 40:30

ໄຂເງື່ອນ

  • *

    13 ແມັດ

  • *

    2,6 ແມັດ

ເອເຊກຽນ 40:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:16
  • +ອຊກ 40:32, 34, 35, 37

ເອເຊກຽນ 40:33

ໄຂເງື່ອນ

  • *

    25,9 ແມັດ

  • *

    13 ແມັດ

ເອເຊກຽນ 40:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 44:4

ເອເຊກຽນ 40:36

ໄຂເງື່ອນ

  • *

    25,9 ແມັດ

  • *

    13 ແມັດ

ເອເຊກຽນ 40:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:21

ເອເຊກຽນ 40:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:3, 6; 8:20; ອຊກ 43:18
  • +ລລວ 4:3, 4
  • +ລລວ 5:6; 7:1; ອຊກ 42:13; 44:29

ເອເຊກຽນ 40:42

ໄຂເງື່ອນ

  • *

    77,7 ຊັງຕີແມັດ

  • *

    51,8 ຊັງຕີແມັດ

ເອເຊກຽນ 40:43

ໄຂເງື່ອນ

  • *

    7,4 ຊັງຕີແມັດ

ເອເຊກຽນ 40:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 6:31, 32

ເອເຊກຽນ 40:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 3:6-8; 1ຂຄ 9:22, 23; ພສ 134:1

ເອເຊກຽນ 40:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:12, 13; ຈຊບ 18:5; 2ຂຄ 13:10, 11
  • +1ກສ 2:35; ອຊກ 43:19
  • +ຈຊບ 16:39, 40; ອຊກ 44:15, 16

ເອເຊກຽນ 40:47

ໄຂເງື່ອນ

  • *

    51,8 ແມັດ

ເອເຊກຽນ 40:48

ໄຂເງື່ອນ

  • *

    2,6 ແມັດ

  • *

    1,5 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:3; 2ຂຄ 3:4

ເອເຊກຽນ 40:49

ໄຂເງື່ອນ

  • *

    10,3 ແມັດ

  • *

    5,7 ແມັດ. ຫຼື​ອາດ​ແປ​ວ່າ “12 ສອກ” ເຊິ່ງ​ເທົ່າ​ກັບ 6,2 ແມັດ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:21

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 40:12ກສ 24:15, 16
ອຊກ. 40:12ກສ 25:8-10; ອຊກ 33:21
ອຊກ. 40:1ອຊກ 8:3
ອຊກ. 40:2ອຊຢ 2:2
ອຊກ. 40:3ອຊກ 1:5, 7; ດນອ 10:5, 6
ອຊກ. 40:3ອຊກ 47:3; ຊຄຢ 2:1, 2; ພນມ 11:1; 21:15
ອຊກ. 40:4ອຊກ 43:10
ອຊກ. 40:6ອຊກ 40:10; 43:1, 4; 46:1, 2
ອຊກ. 40:71ຂຄ 9:26, 27
ອຊກ. 40:13ອຊກ 40:20, 21
ອຊກ. 40:161ກສ 6:4; ອຊກ 41:26
ອຊກ. 40:161ກສ 6:35
ອຊກ. 40:171ຂຄ 28:12
ອຊກ. 40:22ອຊກ 41:20, 26
ອຊກ. 40:24ອຊກ 46:9
ອຊກ. 40:26ອຊກ 40:20, 22
ອຊກ. 40:29ອຊກ 40:20, 21
ອຊກ. 40:31ອຊກ 40:16
ອຊກ. 40:31ອຊກ 40:32, 34, 35, 37
ອຊກ. 40:35ອຊກ 44:4
ອຊກ. 40:38ລລວ 8:21
ອຊກ. 40:39ລລວ 1:3, 6; 8:20; ອຊກ 43:18
ອຊກ. 40:39ລລວ 4:3, 4
ອຊກ. 40:39ລລວ 5:6; 7:1; ອຊກ 42:13; 44:29
ອຊກ. 40:441ຂຄ 6:31, 32
ອຊກ. 40:45ຈຊບ 3:6-8; 1ຂຄ 9:22, 23; ພສ 134:1
ອຊກ. 40:46ລລວ 6:12, 13; ຈຊບ 18:5; 2ຂຄ 13:10, 11
ອຊກ. 40:461ກສ 2:35; ອຊກ 43:19
ອຊກ. 40:46ຈຊບ 16:39, 40; ອຊກ 44:15, 16
ອຊກ. 40:481ກສ 6:3; 2ຂຄ 3:4
ອຊກ. 40:491ກສ 7:21
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 40:1-49

ເອເຊກຽນ

40 ໃນ​ປີ​ທີ 25 ທີ່​ພວກ​ເຮົາ​ໄປ​ເປັນ​ຊະເລີຍ+ ເຊິ່ງ​ແມ່ນ​ປີ​ທີ 14 ຫຼັງ​ຈາກ​ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ+ ໃນ​ວັນ​ທີ 10 ຂອງ​ເດືອນ​ທີ 1 ພະລັງ*​ຂອງ​ພະ​ເຢໂຫວາ​ກໍ​ໄດ້​ມາ​ຢູ່​ນຳ​ຂ້ອຍ ແລະ​ເພິ່ນ​ໄດ້​ພາ​ຂ້ອຍ​ໄປ​ເມືອງ​ເຢຣູຊາເລັມ.+ 2 ພະເຈົ້າ​ໃຫ້​ຂ້ອຍ​ເຫັນ​ນິມິດ. ເພິ່ນ​ພາ​ຂ້ອຍ​ໄປ​ເທິງ​ພູ​ສູງ​ໆ​ໃນ​ແຜ່ນດິນ​ອິດສະຣາເອນ.+ ຢູ່​ທາງ​ທິດໃຕ້​ຂອງ​ພູ​ໜ່ວຍ​ນັ້ນ ຂ້ອຍ​ເຫັນ​ບາງ​ຢ່າງ​ທີ່​ຄ້າຍຄື​ກັບ​ເມືອງ.

3 ເມື່ອ​ເພິ່ນ​ພາ​ຂ້ອຍ​ໄປ​ບ່ອນ​ນັ້ນ ຂ້ອຍ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ. ໂຕ​ລາວ​ເຫຼື້ອມ​ຄື​ກັບ​ທອງແດງ.+ ລາວ​ຖື​ເຊືອກ​ປ່ານ​ກັບ​ໄມ້​ແທກ+​ແລະ​ຢືນ​ຢູ່​ທາງເຂົ້າ​ວິຫານ. 4 ລາວ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ໃຫ້​ເຈົ້າ​ເບິ່ງ​ຄັກ​ໆ​ ຟັງ​ດີ​ໆ​ ແລະ​ຈື່​ທຸກ​ສິ່ງ​ທີ່​ຂ້ອຍ​ໃຫ້​ເຈົ້າ​ເບິ່ງ ຍ້ອນ​ພະເຈົ້າ​ເປັນ​ຜູ້​ພາ​ເຈົ້າ​ມາ​ນີ້. ເຈົ້າ​ຈະ​ຕ້ອງ​ບອກ​ທຸກ​ສິ່ງ​ທີ່​ເຈົ້າ​ເຫັນ​ໃຫ້​ພວກ​ອິດສະຣາເອນ​ຟັງ.”+

5 ຂ້ອຍ​ເຫັນ​ກຳແພງ​ອ້ອມ​ວິຫານ. ຜູ້​ຊາຍ​ຄົນ​ນັ້ນ​ຖື​ໄມ້​ແທກ​ຍາວ 6 ສອກ.* (ແຕ່​ລະ​ສອກ​ຍາວ​ເທົ່າ​ກັບ 1 ສອກ​ບວກ 1 ຝາ​ມື.*​) ແລ້ວ​ລາວ​ກໍ​ເລີ່ມ​ແທກ​ກຳແພງ. ມັນ​ໜາ 1 ໄມ້​ແທກ* ແລະ​ສູງ 1 ໄມ້​ແທກ.

6 ຈາກ​ນັ້ນ ລາວ​ກໍ​ໄປ​ປະຕູ​ທາງເຂົ້າ​ທີ່​ຢູ່​ທິດ​ຕາເວັນ​ອອກ+​ແລະ​ຍ່າງ​ຂຶ້ນ​ຂັ້ນໄດ. ລາວ​ແທກ​ຕີນ​ປະຕູ​ທາງເຂົ້າ. ມັນ​ກວ້າງ 1 ໄມ້​ແທກ* ແລະ​ຕີນ​ປະຕູ​ທາງເຂົ້າ​ອີກ​ເບື້ອງ​ໜຶ່ງ​ກໍ​ກວ້າງ 1 ໄມ້​ແທກ​ຄື​ກັນ. 7 ຫ້ອງ​ຍາມ​ແຕ່​ລະ​ຫ້ອງ​ຍາວ 1 ໄມ້​ແທກ* ແລະ​ກວ້າງ 1 ໄມ້​ແທກ. ແຕ່​ລະ​ຫ້ອງ​ຫ່າງ​ກັນ 5 ສອກ.*+ ຕີນ​ປະຕູ​ຂອງ​ທາງເຂົ້າ​ທີ່​ຕິດ​ກັບ​ຫ້ອງ​ໃຫຍ່​ກ່ອນ​ທີ່​ຈະ​ເຂົ້າ​ໄປ​ທາງ​ໃນ​ກວ້າງ 1 ໄມ້​ແທກ.

8 ລາວ​ໄດ້​ແທກ​ຫ້ອງ​ໃຫຍ່​ກ່ອນ​ເຂົ້າ​ໄປ​ທາງ​ໃນ. ມັນ​ກວ້າງ 1 ໄມ້​ແທກ.* 9 ຈາກນັ້ນ ລາວ​ກໍ​ແທກ​ຫ້ອງ​ໃຫຍ່. ມັນ​ຍາວ 8 ສອກ.* ລາວ​ແທກ​ເສົາ​ທີ່​ຢູ່​ທາງ​ຂ້າງ​ຫ້ອງ​ນັ້ນ. ມັນ​ກວ້າງ 2 ສອກ.* ຫ້ອງ​ໃຫຍ່​ນີ້​ໃກ້​ກັບ​ທາງ​ໃນ​ຂອງ​ວິຫານ.

10 ຢູ່​ທາງເຂົ້າ​ທາງ​ທິດ​ຕາເວັນ​ອອກ ແຕ່​ລະ​ເບື້ອງ​ມີ​ຫ້ອງ​ຍາມ 3 ຫ້ອງ. ທຸກ​ຫ້ອງ​ມີ​ຂະໜາດ​ສ່ຳ​ກັນ ແລະ​ເສົາ​ທີ່​ຢູ່​ທັງ​ສອງ​ເບື້ອງ​ກໍ​ມີ​ຂະໜາດ​ສ່ຳ​ກັນ.

11 ຈາກ​ນັ້ນ ລາວ​ກໍ​ແທກ​ປະຕູ​ຂອງ​ທາງເຂົ້າ. ມັນ​ກວ້າງ 10 ສອກ* ແລະ​ຍາວ 13 ສອກ.*

12 ຢູ່​ທາງ​ໜ້າ​ຫ້ອງ​ຍາມ​ແຕ່​ລະ​ຫ້ອງ ມີ​ສ່ວນ​ທີ່​ກັ້ນ​ຍາວ​ອອກ​ມາ 1 ສອກ.* ຫ້ອງ​ຍາມ​ທຸກ​ຫ້ອງ​ທີ່​ຢູ່​ທັງ​ສອງ​ເບື້ອງ ກວ້າງ 6 ສອກ.*

13 ແລ້ວ​ລາວ​ກໍ​ແທກ​ຄວາມ​ກວ້າງ​ຂອງ​ທາງເຂົ້າ ຈາກ​ຫຼັງ​ຄາ​ຂອງ​ຫ້ອງ​ຍາມ​ທີ່​ຢູ່​ເບື້ອງ​ນີ້​ໄປ​ຫາ​ຫຼັງ​ຄາ​ຂອງ​ຫ້ອງ​ຍາມ*​ທີ່​ຢູ່​ເບື້ອງ​ກົງ​ກັນ​ຂ້າມ ກວ້າງ 25 ສອກ.* ທາງເຂົ້າ​ຂອງ​ຫ້ອງ​ຍາມ​ທັງ​ສອງ​ເບື້ອງ​ຢູ່​ຊື່​ກັນ.+ 14 ຈາກ​ນັ້ນ ລາວ​ແທກ​ເສົາ​ທີ່​ຢູ່​ທາງ​ຂ້າງ. ມັນ​ສູງ 60 ສອກ.* ລາວ​ຍັງ​ໄດ້​ແທກ​ເສົາ​ທີ່​ຢູ່​ທາງ​ຂ້າງ​ທາງເຂົ້າ​ອື່ນ​ໆ​ທີ່​ຢູ່​ອ້ອມ​ເດີ່ນ. 15 ຕັ້ງແຕ່​ທາງເຂົ້າ​ຈົນ​ຮອດ​ທາງ​ໃນ​ຫ້ອງ​ໃຫຍ່ ຍາວ 50 ສອກ.*

16 ມີ​ປ່ອງ​ຢ້ຽມ​ຢູ່​ຫ້ອງ​ຍາມ​ກັບ​ຢູ່​ເສົາ​ທີ່​ຢູ່​ທາງ​ຂ້າງ ແລະ​ຫ້ອງ​ໃຫຍ່​ກໍ​ມີ​ປ່ອງ​ຢ້ຽມ​ທັງ​ສອງ​ເບື້ອງ. ປ່ອງ​ຢ້ຽມ​ນັ້ນ​ມີ​ຂອບ​ນ້ອຍ​ລົງ​ໆ​.*+ ເສົາ​ແຕ່​ລະ​ຕົ້ນ​ທີ່​ຢູ່​ທາງ​ຂ້າງ​ມີ​ຮູບ​ຕົ້ນປາມ.+

17 ຈາກນັ້ນ ລາວ​ກໍ​ພາ​ຂ້ອຍ​ໄປ​ເດີ່ນ​ທາງ​ນອກ. ຢູ່​ເດີ່ນ​ນັ້ນ​ມີ​ທາງ​ຍ່າງ​ອ້ອມ​ແລະ​ມີ​ຫ້ອງ​ກິນ​ເຂົ້າ.+ ຫ້ອງ​ກິນ​ເຂົ້າ​ທັງໝົດ​ມີ 30 ຫ້ອງ. 18 ຄວາມ​ກວ້າງ​ຂອງ​ທາງ​ຍ່າງ​ສ່ຳ​ກັບ​ຄວາມ​ຍາວ​ຂອງ​ທາງເຂົ້າ. ທາງ​ຍ່າງ​ນີ້​ຕ່ຳ​ກວ່າ​ເດີ່ນ​ທາງ​ໃນ.

19 ແລ້ວ​ລາວ​ກໍ​ແທກ​ໄລຍະ​ຫ່າງ​ຕັ້ງແຕ່​ທາງເຂົ້າ​ຈົນ​ຮອດ​ເດີ່ນ​ທາງ​ໃນ ທິດ​ຕາເວັນ​ອອກ​ຍາວ 100 ສອກ* ແລະ​ທິດເໜືອ​ກໍ​ຍາວ 100 ສອກ​ຄື​ກັນ.

20 ຢູ່​ທາງ​ທິດເໜືອ​ຂອງ​ເດີ່ນ​ທາງ​ນອກ​ກໍ​ມີ​ທາງເຂົ້າ​ຄື​ກັນ. ລາວ​ແທກ​ລວງ​ຍາວ​ກັບ​ລວງ​ກວ້າງ​ຂອງ​ທາງເຂົ້າ​ນີ້. 21 ມັນ​ມີ​ຫ້ອງ​ຍາມ​ເບື້ອງ​ລະ 3 ຫ້ອງ. ເສົາ​ທີ່​ຢູ່​ທາງ​ຂ້າງ​ແລະ​ຫ້ອງ​ໃຫຍ່​ມີ​ຂະໜາດ​ສ່ຳ​ກັບ​ອັນ​ທີ່​ຢູ່​ທາງເຂົ້າ​ທຳອິດ. ທາງເຂົ້າ​ນີ້​ຍາວ 50 ສອກ* ແລະ​ກວ້າງ 25 ສອກ.* 22 ປ່ອງ​ຢ້ຽມ ຫ້ອງ​ໃຫຍ່ ແລະ​ຮູບ​ຕົ້ນປາມ+​ມີ​ຂະໜາດ​ສ່ຳ​ກັບ​ອັນ​ທີ່​ຢູ່​ທາງເຂົ້າ​ທາງ​ທິດ​ຕາເວັນ​ອອກ. ທາງເຂົ້າ​ນີ້​ມີ​ຂັ້ນໄດ 7 ຂັ້ນ ແລະ​ເມື່ອ​ຍ່າງ​ໄປ​ອີກ​ກໍ​ຈະ​ເຫັນ​ຫ້ອງ​ໃຫຍ່.

23 ຢູ່​ເດີ່ນ​ທາງ​ໃນ​ກໍ​ມີ​ທາງເຂົ້າ​ຄື​ກັນ. ທາງເຂົ້າ​ໜຶ່ງ​ຢູ່​ກົງ​ກັນ​ຂ້າມ​ກັບ​ທາງເຂົ້າ​ທາງ​ນອກ​ທີ່​ຢູ່​ທິດເໜືອ ແລະ​ອີກ​ທາງເຂົ້າ​ໜຶ່ງ​ຢູ່​ກົງ​ກັນ​ຂ້າມ​ກັບ​ທາງເຂົ້າ​ທາງ​ນອກ​ທີ່​ຢູ່​ທິດ​ຕາເວັນ​ອອກ. ລາວ​ແທກ​ຕັ້ງແຕ່​ທາງເຂົ້າ​ທາງ​ນອກ​ຫາ​ທາງເຂົ້າ​ທາງ​ໃນ. ມັນ​ຍາວ 100 ສອກ.*

24 ຈາກນັ້ນ ລາວ​ກໍ​ພາ​ຂ້ອຍ​ໄປ​ທາງ​ທິດໃຕ້ ແລະ​ຂ້ອຍ​ກໍ​ເຫັນ​ອີກ​ທາງເຂົ້າ​ໜຶ່ງ.+ ລາວ​ແທກ​ເສົາ​ທີ່​ຢູ່​ທາງ​ຂ້າງ​ແລະ​ຫ້ອງ​ໃຫຍ່. ມັນ​ມີ​ຂະໜາດ​ສ່ຳ​ກັບ​ອັນ​ທີ່​ຢູ່​ທາງເຂົ້າ​ອື່ນ​ໆ​. 25 ມີ​ປ່ອງ​ຢ້ຽມ​ຢູ່ 2 ຂ້າງ​ຂອງ​ທາງເຂົ້າ​ນີ້​ແລະ​ຢູ່​ຫ້ອງ​ໃຫຍ່. ປ່ອງ​ຢ້ຽມ​ນີ້​ຄື​ກັບ​ປ່ອງ​ຢ້ຽມ​ທີ່​ຢູ່​ທາງເຂົ້າ​ອື່ນ​ໆ​. ທາງເຂົ້າ​ນີ້​ຍາວ 50 ສອກ* ແລະ​ກວ້າງ 25 ສອກ.* 26 ທາງເຂົ້າ​ນີ້​ມີ​ຂັ້ນໄດ 7 ຂັ້ນ+ ແລະ​ທາງ​ໃນ​ກໍ​ມີ​ຫ້ອງ​ໃຫຍ່. ເສົາ​ແຕ່​ລະ​ຕົ້ນ​ທີ່​ຢູ່​ທາງ​ຂ້າງ​ມີ​ຮູບ​ຕົ້ນປາມ.

27 ຢູ່​ເດີ່ນ​ທາງ​ໃນ​ມີ​ທາງເຂົ້າ​ທີ່​ປິ່ນ​ໄປ​ທາງ​ທິດໃຕ້. ລາວ​ແທກ​ຕັ້ງແຕ່​ທາງເຂົ້າ​ທາງ​ນອກ​ຫາ​ທາງເຂົ້າ​ທາງ​ໃນ. ມັນ​ຍາວ 100 ສອກ.* 28 ແລ້ວ​ລາວ​ກໍ​ພາ​ຂ້ອຍ​ເຂົ້າ​ໄປ​ເດີ່ນ​ທາງ​ໃນ​ທາງ​ທາງເຂົ້າ​ທີ່​ຢູ່​ທິດໃຕ້. ລາວ​ແທກ​ທາງເຂົ້າ​ນີ້ ແລະ​ມັນ​ມີ​ຂະໜາດ​ສ່ຳ​ກັບ​ທາງເຂົ້າ​ອື່ນ​ໆ​. 29 ຫ້ອງ​ຍາມ ເສົາ​ທີ່​ຢູ່​ທາງ​ຂ້າງ ແລະ​ຫ້ອງ​ໃຫຍ່​ກໍ​ມີ​ຂະໜາດ​ສ່ຳ​ກັບ​ອັນ​ທີ່​ຢູ່​ທາງເຂົ້າ​ອື່ນ​ໆ​. ມີ​ປ່ອງ​ຢ້ຽມ​ຢູ່​ທັງ​ສອງເບື້ອງຂອງ​ທາງເຂົ້າ​ນີ້​ແລະ​ຢູ່​ຫ້ອງ​ໃຫຍ່. ທາງເຂົ້າ​ນີ້​ຍາວ 50 ສອກ* ແລະ​ກວ້າງ 25 ສອກ.*+ 30 ທາງເຂົ້າ​ທຸກ​ບ່ອນ​ທີ່​ເຂົ້າ​ໄປ​ເດີ່ນ​ທາງ​ໃນ​ມີ​ຫ້ອງ​ໃຫຍ່. ຫ້ອງ​ໃຫຍ່​ນີ້​ຍາວ 25 ສອກ* ແລະ​ກວ້າງ 5 ສອກ.* 31 ຫ້ອງ​ໃຫຍ່​ຂອງ​ທາງເຂົ້າ​ນີ້​ປິ່ນ​ໄປ​ທາງ​ເດີ່ນ​ທີ່​ຢູ່​ທາງ​ນອກ ແລະ​ເສົາ​ແຕ່​ລະ​ຕົ້ນ​ທີ່​ຢູ່​ທາງ​ຂ້າງ​ກໍ​ມີ​ຮູບ​ຕົ້ນປາມ.+ ທາງ​ເຂົ້າ​ນີ້ມີ​ຂັ້ນໄດ 8 ຂັ້ນ.+

32 ເມື່ອ​ລາວ​ພາ​ຂ້ອຍ​ເຂົ້າ​ໄປ​ເດີ່ນ​ທາງ​ໃນ​ຈາກ​ທິດ​ຕາເວັນ​ອອກ ລາວ​ໄດ້​ແທກ​ທາງ​ເຂົ້າ​ນີ້ ແລະ​ມັນ​ມີ​ຂະໜາດ​ສ່ຳ​ກັບ​ທາງ​ເຂົ້າ​ອື່ນ​ໆ​. 33 ຫ້ອງ​ຍາມ ເສົາ​ທີ່​ຢູ່​ທາງ​ຂ້າງ ແລະ​ຫ້ອງ​ໃຫຍ່​ມີ​ຂະໜາດ​ສ່ຳ​ກັບ​ອັນ​ທີ່​ຢູ່​ທາງເຂົ້າ​ອື່ນ​ໆ​. ມີ​ປ່ອງ​ຢ້ຽມ​ຢູ່​ທັງ​ສອງເບື້ອງຂອງ​ທາງ​ເຂົ້າ​ນີ້​ແລະ​ຢູ່​ຫ້ອງ​ໃຫຍ່. ທາງ​ເຂົ້າ​ນີ້​ຍາວ 50 ສອກ* ແລະ​ກວ້າງ 25 ສອກ.* 34 ຫ້ອງ​ໃຫຍ່​ຂອງ​ທາງ​ເຂົ້າ​ນີ້​ປິ່ນ​ໄປ​ທາງ​ເດີ່ນ​ທີ່​ຢູ່​ທາງ​ນອກ ແລະ​ເສົາ​ທີ່​ຢູ່​ທາງ​ຂ້າງ​ທັງ​ສອງ​ເບື້ອງ​ມີ​ຮູບ​ຕົ້ນປາມ. ທາງ​ເຂົ້າ​ນີ້​ມີ​ຂັ້ນໄດ 8 ຂັ້ນ.

35 ຈາກນັ້ນ ລາວ​ກໍ​ພາ​ຂ້ອຍ​ໄປ​ທາງ​ເຂົ້າ​ເດີ່ນ​ທາງ​ໃນ​ທີ່​ຢູ່​ທິດເໜືອ.+ ລາວ​ແທກ​ທາງ​ເຂົ້າ​ນີ້ ແລະ​ມັນ​ມີ​ຂະໜາດ​ສ່ຳ​ກັບ​ທາງ​ເຂົ້າ​ອື່ນ​ໆ​. 36 ຫ້ອງ​ຍາມ ເສົາ​ທີ່​ຢູ່​ທາງ​ຂ້າງ ແລະ​ຫ້ອງ​ໃຫຍ່​ມີ​ຂະໜາດ​ສ່ຳ​ກັບ​ອັນ​ທີ່​ຢູ່​ທາງ​ເຂົ້າ​ອື່ນ​ໆ​. ມີ​ປ່ອງ​ຢ້ຽມ​ຢູ່​ທັງ​ສອງ​ຂ້າງ​ຂອງ​ທາງ​ເຂົ້າ​ນີ້​ແລະ​ຢູ່​ຫ້ອງ​ໃຫຍ່. ທາງເຂົ້າ​ນີ້​ຍາວ 50 ສອກ* ແລະ​ກວ້າງ 25 ສອກ.* 37 ຫ້ອງ​ໃຫຍ່​ທີ່​ຢູ່​ທາງ​ເຂົ້າ​ນີ້​ປິ່ນ​ໄປ​ທາງ​ເດີ່ນ​ທີ່​ຢູ່​ທາງ​ນອກ ແລະ​ເສົາ​ທີ່​ຢູ່​ທາງ​ຂ້າງ​ທັງ​ສອງ​ເບື້ອງ​ກໍ​ມີ​ຮູບ​ຕົ້ນປາມ. ທາງ​ເຂົ້າ​ນີ້​ມີ​ຂັ້ນໄດ 8 ຂັ້ນ.

38 ມີ​ຫ້ອງ​ກິນ​ເຂົ້າ​ຫ້ອງ​ໜຶ່ງ​ທີ່​ມີ​ປະຕູ​ຢູ່​ໃກ້​ກັບ​ເສົາ​ທີ່​ຢູ່​ທາງ​ຂ້າງ​ຂອງ​ທາງ​ເຂົ້າ ເຊິ່ງ​ເປັນ​ບ່ອນ​ລ້າງ​ເຄື່ອງ​ບູຊາ​ເຜົາ.+

39 ຢູ່​ຫ້ອງ​ໃຫຍ່​ຂອງ​ທາງ​ເຂົ້າ​ນີ້​ມີ​ໂຕະ​ເບື້ອງ​ລະ 2 ໜ່ວຍ​ເພື່ອ​ໃຊ້​ເປັນ​ບ່ອນ​ຂ້າ​ສັດ​ສຳລັບ​ເປັນ​ເຄື່ອງ​ບູຊາ​ເຜົາ+ ເຄື່ອງ​ບູຊາ​ໄຖ່​ບາບ+ ແລະ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ.+ 40 ຢູ່​ທາງ​ນອກ​ທາງ​ເຂົ້າ​ທາງ​ທິດ​ເໜືອ​ມີ​ໂຕະ​ເບື້ອງ​ລະ 2 ໜ່ວຍ ແລະ​ຢູ່​ຫ້ອງ​ໃຫຍ່​ກໍ​ມີ​ໂຕະ​ເບື້ອງ​ລະ 2 ໜ່ວຍ​ຄື​ກັນ. 41 ຢູ່​ທາງເຂົ້າ​ນີ້​ມີ​ໂຕະ​ເບື້ອງ​ລະ 4 ໜ່ວຍ. ລວມ​ທັງໝົດ​ມີ 8 ໜ່ວຍ​ທີ່​ໃຊ້​ເປັນ​ບ່ອນ​ຂ້າ​ສັດ​ສຳລັບ​ເປັນ​ເຄື່ອງ​ບູຊາ. 42 ໂຕະ 4 ໜ່ວຍ​ທີ່​ໃຊ້​ເປັນ​ບ່ອນ​ຂ້າ​ສັດ​ສຳລັບ​ເປັນ​ເຄື່ອງ​ບູຊາ​ເປັນ​ຫີນ​ທີ່​ຕັດ​ເປັນ​ກ້ອນ. ໂຕະ​ເຫຼົ່າ​ນີ້​ຍາວ 1 ສອກ​ເຄິ່ງ* ກວ້າງ 1 ສອກ​ເຄິ່ງ ແລະ​ສູງ 1 ສອກ.* ຢູ່​ເທິງ​ໂຕະ​ມີ​ມີດ​ກັບ​ເຄື່ອງໃຊ້​ອື່ນ​ໆ​ເພື່ອ​ໃຊ້​ຂ້າ​ສັດ​ເປັນ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ອື່ນ​ໆ​. 43 ຢູ່​ອ້ອມ​ຝາ​ທາງ​ໃນ​ມີ​ຊັ້ນ​ວາງ​ເຄື່ອງ​ທີ່​ກວ້າງ 1 ຝາ​ມື.* ໂຕະ​ທີ່​ຢູ່​ນີ້​ເປັນ​ບ່ອນ​ວາງ​ຊີ້ນ​ຂອງ​ເຄື່ອງ​ບູຊາ.

44 ຢູ່​ໃກ້​ກັບ​ທາງ​ເຂົ້າ​ທາງ​ໃນ​ມີ​ຫ້ອງ​ກິນ​ເຂົ້າ​ສຳລັບ​ພວກ​ນັກຮ້ອງ.+ ຫ້ອງ​ເຫຼົ່າ​ນີ້​ຢູ່​ເດີ່ນ​ທາງ​ໃນ​ໃກ້​ກັບ​ທາງ​ເຂົ້າ​ທີ່​ຢູ່​ທິດ​ເໜືອ ແລະ​ປະຕູ​ທາງ​ເຂົ້າ​ຂອງ​ຫ້ອງ​ເຫຼົ່າ​ນີ້​ຢູ່​ທິດ​ໃຕ້. ມີ​ຫ້ອງ​ກິນ​ເຂົ້າ​ອີກ​ຫ້ອງ​ໜຶ່ງ​ຢູ່​ໃກ້​ກັບ​ທາງເຂົ້າ​ທີ່​ຢູ່​ທິດ​ຕາເວັນ​ອອກ. ທາງ​ເຂົ້າ​ຂອງ​ຫ້ອງ​ນີ້​ຢູ່​ທິດ​ເໜືອ.

45 ລາວ​ບອກ​ຂ້ອຍ​ວ່າ: “ຫ້ອງ​ກິນ​ເຂົ້າ​ຫ້ອງ​ນີ້​ທີ່​ມີ​ປະຕູ​ທາງ​ເຂົ້າ​ຢູ່​ທິດ​ໃຕ້​ເປັນ​ຫ້ອງ​ສຳລັບ​ພວກ​ປະໂລຫິດ​ທີ່​ມີ​ໜ້າທີ່​ເຮັດ​ວຽກ​ຮັບໃຊ້​ໃນ​ວິຫານ.+ 46 ຫ້ອງ​ກິນ​ເຂົ້າ​ທີ່​ມີ​ປະຕູ​ທາງເຂົ້າ​ຢູ່​ທິດເໜືອ​ເປັນ​ຫ້ອງ​ສຳລັບ​ພວກ​ປະໂລຫິດ​ທີ່​ມີ​ໜ້າທີ່​ເຮັດ​ວຽກ​ຮັບໃຊ້​ຢູ່​ແທ່ນ​ບູຊາ.+ ເຂົາເຈົ້າ​ເປັນ​ລູກ​ຫຼານ​ຂອງ​ຊາໂດກ+ ແລະ​ເປັນ​ຄົນ​ໃນ​ຕະກູນ​ເລວີ​ທີ່​ຖືກ​ມອບໝາຍ​ໃຫ້​ຮັບໃຊ້​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ.”+

47 ຈາກນັ້ນ ລາວ​ກໍ​ແທກ​ເດີ່ນ​ທາງ​ໃນ. ມັນ​ຍາວ 100 ສອກ* ແລະ​ກວ້າງ 100 ສອກ. ເດີ່ນ​ນີ້​ເປັນ​ຮູບ​ສີ່​ລ່ຽມ​ທີ່​ແຕ່​ລະ​ຂ້າງ​ເທົ່າ​ກັນ ແລະ​ມີ​ແທ່ນ​ບູຊາ​ຢູ່​ທາງ​ໜ້າ​ວິຫານ.

48 ແລ້ວ​ລາວ​ກໍ​ພາ​ຂ້ອຍ​ເຂົ້າ​ໄປ​ໃນ​ຫ້ອງ​ທາງເຂົ້າ​ຂອງ​ວິຫານ.+ ລາວ​ແທກ​ເສົາ​ທີ່​ຢູ່​ທາງ​ຂ້າງ​ຫ້ອງ​ທາງ​ເຂົ້າ. ເສົາ​ແຕ່​ລະ​ຕົ້ນ​ເບື້ອງ​ໜຶ່ງ​ກວ້າງ 5 ສອກ* ແລະ​ອີກ​ເບື້ອງ​ໜຶ່ງ​ກວ້າງ 3 ສອກ.* ເສົາ​ຕົ້ນ​ໜຶ່ງ​ຢູ່​ເບື້ອງ​ຊ້າຍ ແລະ​ອີກ​ຕົ້ນ​ໜຶ່ງ​ຢູ່​ເບື້ອງ​ຂວາ.

49 ຫ້ອງ​ທາງ​ເຂົ້າ​ນີ້​ຍາວ 20 ສອກ* ແລະ​ກວ້າງ 11 ສອກ.* ມີ​ຂັ້ນໄດ​ຢູ່​ທາງ​ເຂົ້າ​ຫ້ອງ​ນີ້ ແລະ​ມີ​ເສົາ​ຢູ່​ທາງ​ຂ້າງ​ເບື້ອງ​ລະ​ຕົ້ນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌