ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຮັບເຣີ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຮັບເຣີ

      • ເມັນຄີເຊເດັກ​ເປັນ​ກະສັດ​ແລະ​ປະໂລຫິດ​ທີ່​ບໍ່​ຄື​ໃຜ (1-10)

      • ພະຄລິດ​ເປັນ​ປະໂລຫິດ​ທີ່​ເໜືອ​ກວ່າ (11-28)

        • ພະຄລິດ​ຊ່ວຍ​ໃຫ້​ລອດ​ໄດ້​ແທ້⁠​ໆ​ (25)

ເຮັບເຣີ 7:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 14:17-20

ເຮັບເຣີ 7:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 110:4

ເຮັບເຣີ 7:4

ໄຂເງື່ອນ

  • *

    ຫຼື “ປູ່ຍ່າຕານາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 14:20

ເຮັບເຣີ 7:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 40:12, 15
  • +ຈຊບ 18:21, 26; ພບຍ 14:28

ເຮັບເຣີ 7:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:7; 14:18-20; 17:6; 22:17

ເຮັບເຣີ 7:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 7:3

ເຮັບເຣີ 7:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຍັງ​ຢູ່​ໃນ​ແອວ​ຂອງ​ປູ່ຍ່າຕານາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 14:18

ເຮັບເຣີ 7:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 3:20; ຮຣ 7:19; 9:9; 10:1
  • +ພສ 110:4

ເຮັບເຣີ 7:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 3:27; 1ກຣ 9:21; ຄລຕ 6:2; ກລຊ 2:13, 14

ເຮັບເຣີ 7:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 18:6, 7

ເຮັບເຣີ 7:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:10; ມທ 1:1, 3; ລກ 3:23, 33

ເຮັບເຣີ 7:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 3:1; 7:26
  • +ພສ 110:4

ເຮັບເຣີ 7:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 6:9; 1ຕມ 6:16

ເຮັບເຣີ 7:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 110:4

ເຮັບເຣີ 7:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:3; ຮຣ 9:9; 13:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2023, ໜ້າ 25

ເຮັບເຣີ 7:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:38, 39; ຄລຕ 2:15, 16; ຮຣ 10:1
  • +1ປຕ 1:3, 4
  • +ຢຮ 14:6; ຮຣ 4:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2023, ໜ້າ 25

ເຮັບເຣີ 7:21

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

  • *

    ຫຼື “ເສຍໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 110:4

ເຮັບເຣີ 7:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 31:31; ມທ 26:27, 28; 1ກຣ 11:25; ຮຣ 8:6; 9:15; 12:22, 24

ເຮັບເຣີ 7:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 6:4

ເຮັບເຣີ 7:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 1:33; ຮຣ 7:15, 16

ເຮັບເຣີ 7:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:34; 1ຕມ 2:5; ຮຣ 9:24; 1ຢຮ 2:1

ເຮັບເຣີ 7:26

ໄຂເງື່ອນ

  • *

    ໝາຍເຖິງ​ລັດຖະບານ​ຕ່າງ​ໆ​ຂອງ​ມະນຸດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 53:9; 1ປຕ 2:21, 22
  • +ອຟຊ 1:20, 21; 1ປຕ 3:22

ເຮັບເຣີ 7:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 28:3
  • +ລລວ 9:8, 15
  • +ຣມ 6:10; ຮຣ 9:28; 10:14

ເຮັບເຣີ 7:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 16:11
  • +ພສ 2:7; 110:4
  • +ຮຣ 2:10; 5:9

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮຣ. 7:1ປຖກ 14:17-20
ຮຣ. 7:3ພສ 110:4
ຮຣ. 7:4ປຖກ 14:20
ຮຣ. 7:5ອພຍ 40:12, 15
ຮຣ. 7:5ຈຊບ 18:21, 26; ພບຍ 14:28
ຮຣ. 7:6ປຖກ 12:7; 14:18-20; 17:6; 22:17
ຮຣ. 7:8ຮຣ 7:3
ຮຣ. 7:10ປຖກ 14:18
ຮຣ. 7:11ຣມ 3:20; ຮຣ 7:19; 9:9; 10:1
ຮຣ. 7:11ພສ 110:4
ຮຣ. 7:12ຣມ 3:27; 1ກຣ 9:21; ຄລຕ 6:2; ກລຊ 2:13, 14
ຮຣ. 7:13ຈຊບ 18:6, 7
ຮຣ. 7:14ປຖກ 49:10; ມທ 1:1, 3; ລກ 3:23, 33
ຮຣ. 7:15ຮຣ 3:1; 7:26
ຮຣ. 7:15ພສ 110:4
ຮຣ. 7:16ຣມ 6:9; 1ຕມ 6:16
ຮຣ. 7:17ພສ 110:4
ຮຣ. 7:18ຣມ 8:3; ຮຣ 9:9; 13:9
ຮຣ. 7:19ກຈກ 13:38, 39; ຄລຕ 2:15, 16; ຮຣ 10:1
ຮຣ. 7:191ປຕ 1:3, 4
ຮຣ. 7:19ຢຮ 14:6; ຮຣ 4:16
ຮຣ. 7:21ພສ 110:4
ຮຣ. 7:22ຢຣມ 31:31; ມທ 26:27, 28; 1ກຣ 11:25; ຮຣ 8:6; 9:15; 12:22, 24
ຮຣ. 7:231ຂຄ 6:4
ຮຣ. 7:24ລກ 1:33; ຮຣ 7:15, 16
ຮຣ. 7:25ຣມ 8:34; 1ຕມ 2:5; ຮຣ 9:24; 1ຢຮ 2:1
ຮຣ. 7:26ອຊຢ 53:9; 1ປຕ 2:21, 22
ຮຣ. 7:26ອຟຊ 1:20, 21; 1ປຕ 3:22
ຮຣ. 7:27ຈຊບ 28:3
ຮຣ. 7:27ລລວ 9:8, 15
ຮຣ. 7:27ຣມ 6:10; ຮຣ 9:28; 10:14
ຮຣ. 7:28ລລວ 16:11
ຮຣ. 7:28ພສ 2:7; 110:4
ຮຣ. 7:28ຮຣ 2:10; 5:9
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
ເຮັບເຣີ 7:1-28

ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ

7 ເມັນຄີເຊເດັກ​ຜູ້​ນີ້​ເປັນ​ທັງ​ກະສັດ​ປົກຄອງ​ເມືອງ​ຊາເລັມ​ແລະ​ເປັນ​ປະໂລຫິດ​ຂອງ​ພະເຈົ້າ​ສູງ​ສຸດ. ລາວ​ອອກ​ໄປ​ຫາ​ອັບຣາຮາມ​ທີ່​ກຳລັງ​ກັບ​ມາ​ຈາກ​ການ​ຕໍ່ສູ້​ຊະນະ​ກະສັດ​ຫຼາຍ​ອົງ​ແລະ​ອວຍພອນ​ໃຫ້​ອັບຣາຮາມ.+ 2 ອັບຣາຮາມ​ເອົາ 1 ສ່ວນ 10 ຂອງ​ທຸກ​ສິ່ງ​ທີ່​ລາວ​ໄດ້​ໃຫ້​ເມັນຄີເຊເດັກ. ຊື່​ເມັນຄີເຊເດັກ​ແປ​ວ່າ “ກະສັດ​ທີ່​ມີ​ຄວາມ​ຍຸຕິທຳ.” ລາວ​ຍັງ​ເປັນ​ກະສັດ​ຂອງ​ເມືອງ​ຊາເລັມ​ນຳ ເຊິ່ງ​ໝາຍ​ຄວາມ​ວ່າ​ລາວ​ເປັນ “ກະສັດ​ທີ່​ເຮັດ​ໃຫ້​ມີ​ສັນຕິສຸກ.” 3 ບໍ່​ມີ​ບັນທຶກ​ກ່ຽວກັບ​ພໍ່​ແມ່​ແລະ​ລຳດັບ​ເຊື້ອສາຍ​ຂອງ​ລາວ​ລວມ​ທັງ​ມື້​ເກີດ​ແລະ​ມື້​ຕາຍ ແຕ່​ລາວ​ເປັນ​ຄື​ລູກ​ຂອງ​ພະເຈົ້າ​ແລະ​ເປັນ​ປະໂລຫິດ​ຕະຫຼອດ​ໄປ.+

4 ຄິດ​ເບິ່ງ​ແມ້ ລາວ​ຍິ່ງໃຫຍ່​ສ່ຳ​ໃດ ຂະໜາດ​ວ່າ​ອັບຣາຮາມ​ທີ່​ເປັນ​ຫົວໜ້າ​ຕະກູນ*​ຕ່າງ​ໆ​ກໍ​ຍັງ​ແບ່ງ 1 ສ່ວນ 10 ຂອງ​ສ່ວນ​ທີ່​ດີ​ທີ່​ສຸດ​ຈາກ​ເຄື່ອງ​ທີ່​ຍຶດ​ມາ​ໄດ້​ໃຫ້​ລາວ.+ 5 ທີ່ຈິງ ລູກ​ຫຼານ​ໃນ​ຕະກູນ​ເລວີ+​ທີ່​ເຮັດ​ໜ້າທີ່​ເປັນ​ປະໂລຫິດ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເກັບ 1 ສ່ວນ 10 ຈາກ​ປະຊາຊົນ+​ເຊິ່ງ​ແມ່ນ​ພີ່ນ້ອງ​ຂອງ​ເຂົາເຈົ້າ ທັງ​ໆ​ທີ່​ພີ່ນ້ອງ​ຂອງ​ເຂົາເຈົ້າ​ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ​ຄື​ກັນ. 6 ແຕ່​ເມັນຄີເຊເດັກ​ທີ່​ບໍ່​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ​ພັດ​ໄດ້​ຮັບ 1 ສ່ວນ 10 ຈາກ​ອັບຣາຮາມ​ແລະ​ອວຍພອນ​ໃຫ້​ອັບຣາຮາມ​ເຊິ່ງ​ເປັນ​ຄົນ​ທີ່​ໄດ້​ຮັບ​ຄຳ​ສັນຍາ​ຈາກ​ພະເຈົ້າ.+ 7 ທຳມະດາ​ແລ້ວ​ຜູ້​ໃຫຍ່​ຕ້ອງ​ອວຍພອນ​ໃຫ້​ຜູ້​ນ້ອຍ. 8 ພວກ​ເລວີ​ທີ່​ໄດ້​ຮັບ 1 ສ່ວນ 10 ເປັນ​ແຕ່​ມະນຸດ​ທີ່​ຍັງ​ຕ້ອງ​ຕາຍ ແຕ່​ພະຄຳພີ​ເວົ້າ​ເຖິງ​ອີກ​ຜູ້​ໜຶ່ງ​ທີ່​ໄດ້​ຮັບ 1 ສ່ວນ 10 ຄື​ກັບ​ວ່າ​ລາວ​ຍັງ​ມີ​ຊີວິດ​ຢູ່.+ 9 ອາດ​ຈະ​ເວົ້າ​ໄດ້​ວ່າ ແມ່ນ​ແຕ່​ເລວີ​ທີ່​ໄດ້​ຮັບ 1 ສ່ວນ 10 ກໍ​ໄດ້​ໃຫ້ 1 ສ່ວນ 10 ໂດຍ​ທາງ​ອັບຣາຮາມ 10 ຍ້ອນ​ເລວີ​ຍັງ​ບໍ່​ທັນ​ໄດ້​ເກີດ​ມາ​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ​ທີ່​ເປັນ​ປູ່ຍ່າ​ຕານາຍ*​ຂອງ​ລາວ​ຕອນ​ທີ່​ເມັນຄີເຊເດັກ​ໄປ​ຫາ​ອັບຣາຮາມ.+

11 ການ​ຈັດ​ກຽມ​ເລື່ອງ​ປະໂລຫິດ​ໃນ​ຕະກູນ​ເລວີ​ເປັນ​ສ່ວນ​ໜຶ່ງ​ໃນ​ກົດໝາຍ​ຂອງ​ໂມເຊ​ທີ່​ຄົນ​ອິດສະຣາເອນ​ໄດ້​ຮັບ ແຕ່​ຖ້າ​ປະໂລຫິດ​ໃນ​ຕະກູນ​ເລວີ​ເຮັດ​ໃຫ້​ຄົນ​ເຮົາ​ເປັນ​ມະນຸດ​ສົມບູນ​ແບບ​ໄດ້+ ພວກ​ເຮົາ​ຍັງ​ຕ້ອງ​ມີ​ປະໂລຫິດ​ແບບ​ເມັນຄີເຊເດັກ+​ອີກ​ບໍ? ມີ​ປະໂລຫິດ​ແບບ​ອາໂຣນ​ບໍ່​ພໍ​ບໍ? 12 ຖ້າ​ຕ້ອງ​ປ່ຽນ​ລະບົບ​ປະໂລຫິດ ກົດໝາຍ​ກໍ​ຕ້ອງ​ຖືກ​ປ່ຽນ​ຄື​ກັນ.+ 13 ຜູ້​ທີ່​ພວກ​ເຮົາ​ເວົ້າ​ເຖິງ​ມາ​ຈາກ​ຕະກູນ​ອື່ນ ເຊິ່ງ​ໃນ​ຕະກູນ​ນັ້ນ​ບໍ່​ມີ​ຜູ້​ໃດ​ເຮັດ​ໜ້າທີ່​ຢູ່​ແທ່ນ​ບູຊາ.+ 14 ຜູ້​ນັ້ນ​ກໍ​ແມ່ນ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ທີ່​ຮູ້​ກັນ​ວ່າ​ເກີດ​ຈາກ​ຕະກູນ​ຢູດາ+ ແລະ​ໂມເຊ​ບໍ່​ເຄີຍ​ບອກ​ວ່າ​ປະໂລຫິດ​ຈະ​ມາ​ຈາກ​ຕະກູນ​ນີ້.

15 ການ​ປ່ຽນແປງ​ນີ້​ແຮ່ງ​ເຫັນ​ໄດ້​ແຈ້ງ​ຂຶ້ນ​ອີກ​ເມື່ອ​ມີ​ປະໂລຫິດ​ຄົນ​ໃໝ່+​ທີ່​ເປັນ​ຄື​ກັບ​ເມັນຄີເຊເດັກ.+ 16 ເພິ່ນ​ເປັນ​ປະໂລຫິດ​ໄດ້ ບໍ່​ແມ່ນ​ຍ້ອນ​ຢູ່​ໃນ​ເຊື້ອສາຍ​ທີ່​ກົດໝາຍ​ກຳນົດ​ໄວ້ ແຕ່​ຍ້ອນ​ໄດ້​ຮັບ​ອຳນາດ​ທີ່​ເຮັດ​ໃຫ້​ມີ​ຊີວິດ​ທີ່​ບໍ່​ມີ​ມື້​ທຳລາຍ​ໄດ້.+ 17 ຄື​ກັບ​ທີ່​ພະຄຳພີ​ຂໍ້​ໜຶ່ງ​ເວົ້າ​ໄວ້​ວ່າ: “ເຈົ້າ​ຈະ​ເປັນ​ປະໂລຫິດ​ຕະຫຼອດ​ໄປ​ຕາມ​ແບບ​ຂອງ​ເມັນຄີເຊເດັກ.”+

18 ດັ່ງນັ້ນ ຂໍ້​ກຳນົດ​ຕ່າງ​ໆ​ໃນ​ສະໄໝ​ແຕ່​ກີ້​ຈຶ່ງ​ຖືກ​ຍົກ​ເລີກ ຍ້ອນ​ມັນ​ມີ​ຂີດ​ຈຳກັດ​ແລະ​ບໍ່​ເກີດ​ຜົນ.+ 19 ຈຸດປະສົງ​ຂອງ​ກົດໝາຍ​ຂອງ​ໂມເຊ​ບໍ່​ແມ່ນ​ເພື່ອກຳຈັດ​ບາບ​ໃຫ້​ໝົດ​ໄປ+ ແຕ່​ພະເຈົ້າ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຫວັງ​ທີ່​ດີ​ກວ່າ+ ແລະ​ໂດຍທາງ​ຄວາມ​ຫວັງ​ນີ້​ພວກ​ເຮົາ​ຈຶ່ງ​ໃກ້ຊິດ​ກັບ​ເພິ່ນ​ໄດ້.+ 20 ພະເຈົ້າ​ໄດ້​ສາບານ​ຕອນ​ທີ່​ເພິ່ນ​ໃຫ້​ພະ​ເຢຊູ​ເປັນ​ປະໂລຫິດ. 21 (ທີ່ຈິງ ເຄີຍ​ມີ​ບາງ​ຄົນ​ໄດ້​ເປັນ​ປະໂລຫິດ​ໂດຍ​ທີ່​ພະເຈົ້າ​ບໍ່​ໄດ້​ສາບານ. ແຕ່​ຜູ້​ນີ້​ໄດ້​ເປັນ​ປະໂລຫິດ​ໂດຍ​ທີ່​ພະເຈົ້າ​ເອງ​ສາບານ​ກ່ຽວກັບ​ລາວ​ໄວ້​ວ່າ: “ພະ​ເຢໂຫວາ*​ສາບານ​ໄວ້​ແລ້ວ​ແລະ​ຈະ​ບໍ່​ປ່ຽນ​ໃຈ.* ເພິ່ນ​ເວົ້າ​ວ່າ ‘ເຈົ້າ​ຈະ​ເປັນ​ປະໂລຫິດ​ຕະຫຼອດ​ໄປ.’”)+ 22 ດັ່ງນັ້ນ ພະ​ເຢຊູ​ຈຶ່ງ​ເປັນ​ຜູ້​ຄ້ຳ​ປະກັນ​ຂອງ​ສັນຍາ​ທີ່​ດີ​ກວ່າ.+ 23 ນອກ​ຈາກນັ້ນ ຕ້ອງ​ມີ​ຫຼາຍ​ຄົນ​ເຮັດ​ໜ້າທີ່​ປະໂລຫິດ​ສືບ​ຕໍ່​ກັນ+ ຍ້ອນ​ເຂົາເຈົ້າ​ຕ້ອງ​ຕາຍ​ຈຶ່ງ​ເຮັດ​ໜ້າທີ່​ຕໍ່​ໄປ​ບໍ່​ໄດ້. 24 ແຕ່​ພະ​ເຢຊູ​ເຮັດ​ໜ້າທີ່​ປະໂລຫິດ​ໂດຍ​ບໍ່​ຕ້ອງ​ມີ​ຜູ້​ສືບ​ທອດ ຍ້ອນ​ເພິ່ນ​ມີ​ຊີວິດ​ຕະຫຼອດ​ໄປ.+ 25 ເພິ່ນ​ສາມາດ​ຊ່ວຍ​ຄົນ​ທີ່​ອະທິດຖານ​ເຖິງ​ພະເຈົ້າ​ຜ່ານ​ທາງ​ຊື່​ຂອງ​ເພິ່ນ​ໃຫ້​ລອດ​ໄດ້​ແທ້​ໆ​ ຍ້ອນ​ເພິ່ນ​ມີ​ຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ພະເຈົ້າ​ໃຫ້​ຊ່ວຍ​ເຂົາ​ເຈົ້າໄດ້ຕະຫຼອດ​ໄປ+

26 ປະໂລຫິດ​ໃຫຍ່​ແບບ​ນີ້​ແຫຼະ​ທີ່​ພວກ​ເຮົາ​ຕ້ອງການ. ເພິ່ນ​ພັກດີ​ຕໍ່​ພະເຈົ້າ ບໍ່​ເຄີຍ​ເຮັດ​ຜິດ ບໍລິສຸດ+ ຕ່າງ​ຈາກ​ຄົນ​ທີ່​ມີ​ບາບ ແລະ​ເພິ່ນ​ຢູ່​ສູງ​ກວ່າ​ຟ້າ​ສະຫວັນ*​ທັງໝົດ.+ 27 ປະໂລຫິດ​ໃຫຍ່​ຄົນ​ອື່ນ​ໆ​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ທຸກ​ໆ​ມື້+​ສຳລັບ​ຄວາມ​ຜິດ​ຂອງ​ໂຕເອງ​ແລະ​ສຳລັບ​ຄວາມ​ຜິດ​ຂອງ​ປະຊາຊົນ.+ ແຕ່​ພະ​ເຢຊູ​ບໍ່​ຕ້ອງ​ເຮັດ​ແບບ​ນັ້ນ ຍ້ອນ​ເພິ່ນ​ມອບ​ໂຕ​ເພິ່ນ​ເອງ​ເປັນ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວສຳລັບຕະຫຼອດ​ໄປ.+ 28 ກົດໝາຍ​ຂອງ​ໂມເຊ​ແຕ່ງຕັ້ງ​ມະນຸດ​ທີ່​ອ່ອນແອ​ເປັນ​ປະໂລຫິດ​ໃຫຍ່+ ແຕ່​ຄຳ​ສາບານ+​ທີ່​ມາພາຍ​ຫຼັງກົດໝາຍ​ນັ້ນ​ແຕ່ງຕັ້ງ​ລູກ​ຂອງ​ພະເຈົ້າ ແລະ​ເພິ່ນ​ຖືກ​ເຮັດ​ໃຫ້​ສົມບູນ​ຄົບ​ຖ້ວນ+​ຕະຫຼອດ​ໄປ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌