ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 29
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ການ​ແຕ່ງຕັ້ງ​ປະໂລຫິດ (1-37)

      • ເຄື່ອງ​ບູຊາ​ທີ່​ໃຫ້​ທຸກໆມື້ (38-46)

ອົບພະຍົບ 29:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:2; ພບຍ 17:1

ອົບພະຍົບ 29:2

ໄຂເງື່ອນ

  • *

    ເຂົ້າຈີ່​ຮູບ​ວົງມົນ​ທີ່​ມີ​ຮູ​ທາງ​ກາງ

  • *

    ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:20

ອົບພະຍົບ 29:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:26

ອົບພະຍົບ 29:4

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 26:36; 40:28; ລລວ 8:2, 3
  • +ລລວ 8:6; ຮຣ 10:22

ອົບພະຍົບ 29:5

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:4; ລລວ 8:7; 16:4
  • +ອພຍ 28:8

ອົບພະຍົບ 29:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຄື່ອງ​ໝາຍ​ທີ່​ບໍລິສຸດ​ເຊິ່ງ​ສະແດງ​ເຖິງ​ການ​ອຸທິດ​ໂຕ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:36; 39:30; ລລວ 8:9

ອົບພະຍົບ 29:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:12; ພສ 133:2; ອຊຢ 61:1; ກຈກ 10:38
  • +ອພຍ 30:23-25

ອົບພະຍົບ 29:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:40; ລລວ 8:13

ອົບພະຍົບ 29:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເທ​ໃສ່​ມື​ຂອງ​ອາໂຣນ​ແລະ​ຂອງ​ພວກ​ລູກ​ຊາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:1-3, 40, 43; 40:15
  • +ອພຍ 28:41

ອົບພະຍົບ 29:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:14-17

ອົບພະຍົບ 29:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 4:3

ອົບພະຍົບ 29:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 27:2
  • +ລລວ 4:7

ອົບພະຍົບ 29:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:17
  • +ລລວ 4:8-10

ອົບພະຍົບ 29:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:4; 8:18-21

ອົບພະຍົບ 29:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 9:22

ອົບພະຍົບ 29:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:13

ອົບພະຍົບ 29:18

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 8:21

ອົບພະຍົບ 29:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:22-24

ອົບພະຍົບ 29:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:23-25
  • +ລລວ 8:30

ອົບພະຍົບ 29:22

ໄຂເງື່ອນ

  • *

    ແກະ​ໃນ​ສະໄໝ​ນັ້ນ​ມີ​ຫາງ​ທີ່​ມີ​ນ້ຳມັນ​ຫຼາຍ ປົກກະຕິ​ແລ້ວ​ຈະ​ໜັກ​ບໍ່​ຕ່ຳ​ກວ່າ 5 ກິໂລ​ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:9, 10
  • +ລລວ 8:22, 25-28

ອົບພະຍົບ 29:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:29; ພສ 99:6

ອົບພະຍົບ 29:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:22

ອົບພະຍົບ 29:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 7:34; 10:14
  • +ລລວ 7:11, 14

ອົບພະຍົບ 29:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 20:26
  • +ອພຍ 28:4

ອົບພະຍົບ 29:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:35

ອົບພະຍົບ 29:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:31

ອົບພະຍົບ 29:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:13

ອົບພະຍົບ 29:33

ໄຂເງື່ອນ

  • *

    ຫຼື “ເຮັດ​ໃຫ້​ມີການ​ຄືນດີ.” ແປ​ຕາມ​ໂຕ​ວ່າ “ປົກ​ຄຸມ​ບາບ.”

  • *

    ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ.” ໝາຍເຖິງ​ຄົນ​ທີ່​ບໍ່​ໄດ້​ເປັນ​ລູກ​ຫຼານ​ຂອງ​ອາໂຣນ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 22:10; ຈຊບ 3:10

ອົບພະຍົບ 29:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:32

ອົບພະຍົບ 29:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:4, 33

ອົບພະຍົບ 29:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:26, 28; ລລວ 8:11; ຈຊບ 7:1

ອົບພະຍົບ 29:37

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບໍລິສຸດ​ແລະ​ບໍ່​ມີ​ບາບ”

  • *

    ແປ​ຕາມ​ໂຕ​ວ່າ “ໄປ​ຖືກ​ຫຼື​ໄປ​ບາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 40:10

ອົບພະຍົບ 29:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 2:4; ຮຣ 7:27; 10:11

ອົບພະຍົບ 29:39

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລະຫວ່າງ 2 ເວລາ​ຄ່ຳ.” ອາດ​ໝາຍເຖິງ​ໄລຍະ​ເວລາ​ຫຼັງ​ຈາກ​ຕາເວັນ​ຕົກ​ດິນ​ຈົນ​ຮອດ​ຕອນ​ທີ່​ເລີ່ມ​ມືດ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 28:4-6

ອົບພະຍົບ 29:40

ໄຂເງື່ອນ

  • *

    0,92 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    2,2 ລິດ

  • *

    0,92 ລິດ

ອົບພະຍົບ 29:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:22; ລລວ 1:1; ຈຊບ 17:4

ອົບພະຍົບ 29:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 40:34; ຈຊບ 12:5; 1ກສ 8:11

ອົບພະຍົບ 29:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 22:9

ອົບພະຍົບ 29:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:8; ລລວ 26:12; ຊຄຢ 2:11; 2ກຣ 6:16

ອົບພະຍົບ 29:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 29:1ລລວ 8:2; ພບຍ 17:1
ອພຍ. 29:2ລລວ 6:20
ອພຍ. 29:3ລລວ 8:26
ອພຍ. 29:4ອພຍ 26:36; 40:28; ລລວ 8:2, 3
ອພຍ. 29:4ລລວ 8:6; ຮຣ 10:22
ອພຍ. 29:5ອພຍ 28:4; ລລວ 8:7; 16:4
ອພຍ. 29:5ອພຍ 28:8
ອພຍ. 29:6ອພຍ 28:36; 39:30; ລລວ 8:9
ອພຍ. 29:7ລລວ 8:12; ພສ 133:2; ອຊຢ 61:1; ກຈກ 10:38
ອພຍ. 29:7ອພຍ 30:23-25
ອພຍ. 29:8ອພຍ 28:40; ລລວ 8:13
ອພຍ. 29:9ອພຍ 28:1-3, 40, 43; 40:15
ອພຍ. 29:9ອພຍ 28:41
ອພຍ. 29:10ລລວ 8:14-17
ອພຍ. 29:11ລລວ 4:3
ອພຍ. 29:12ອພຍ 27:2
ອພຍ. 29:12ລລວ 4:7
ອພຍ. 29:13ລລວ 3:17
ອພຍ. 29:13ລລວ 4:8-10
ອພຍ. 29:15ລລວ 1:4; 8:18-21
ອພຍ. 29:16ຮຣ 9:22
ອພຍ. 29:17ລລວ 1:13
ອພຍ. 29:18ປຖກ 8:21
ອພຍ. 29:19ລລວ 8:22-24
ອພຍ. 29:21ອພຍ 30:23-25
ອພຍ. 29:21ລລວ 8:30
ອພຍ. 29:22ລລວ 3:9, 10
ອພຍ. 29:22ລລວ 8:22, 25-28
ອພຍ. 29:26ລລວ 8:29; ພສ 99:6
ອພຍ. 29:27ອພຍ 29:22
ອພຍ. 29:28ລລວ 7:34; 10:14
ອພຍ. 29:28ລລວ 7:11, 14
ອພຍ. 29:29ຈຊບ 20:26
ອພຍ. 29:29ອພຍ 28:4
ອພຍ. 29:30ລລວ 8:35
ອພຍ. 29:31ລລວ 8:31
ອພຍ. 29:321ກຣ 9:13
ອພຍ. 29:33ລລວ 22:10; ຈຊບ 3:10
ອພຍ. 29:34ລລວ 8:32
ອພຍ. 29:35ລລວ 8:4, 33
ອພຍ. 29:36ອພຍ 30:26, 28; ລລວ 8:11; ຈຊບ 7:1
ອພຍ. 29:37ອພຍ 40:10
ອພຍ. 29:382ຂຄ 2:4; ຮຣ 7:27; 10:11
ອພຍ. 29:39ຈຊບ 28:4-6
ອພຍ. 29:42ອພຍ 25:22; ລລວ 1:1; ຈຊບ 17:4
ອພຍ. 29:43ອພຍ 40:34; ຈຊບ 12:5; 1ກສ 8:11
ອພຍ. 29:44ລລວ 22:9
ອພຍ. 29:45ອພຍ 25:8; ລລວ 26:12; ຊຄຢ 2:11; 2ກຣ 6:16
ອພຍ. 29:46ອພຍ 20:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 29:1-46

ອົບພະຍົບ

29 “ເພື່ອ​ຊິ​ແຍກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ໄວ້​ໃຫ້​ເປັນ​ຄົນ​ບໍລິສຸດ​ແລະ​ພ້ອມ​ທີ່​ຈະເປັນ​ປະໂລຫິດ​ຂອງ​ເຮົາ ໃຫ້​ເຈົ້າ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ຄື: ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້ 2 ໂຕ​ທີ່​ສົມບູນ​ດີ+ 2 ເຂົ້າຈີ່​ບໍ່​ມີ​ເຊື້ອ​ ເຂົ້າຈີ່​ບໍ່​ມີ​ເຊື້ອ​ທີ່​ນວດ​ໃສ່​ນ້ຳມັນ​ເຮັດ​ເປັນ​ຮູບ​ວົງ​ມົນ* ແລະ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແຜ່ນ​ບາງ​ໆ​ທີ່​ທາ​ນ້ຳມັນ.+ ເຈົ້າ​ຕ້ອງ​ເຮັດ​ເຂົ້າຈີ່​ເຫຼົ່ານີ້​ດ້ວຍ​ແປ້ງ​ເຂົ້າວີດ*ລະອຽດ. 3 ໃຫ້​ເອົາ​ເຂົ້າຈີ່​ເຫຼົ່າ​ນີ້​ໃສ່​ໃນ​ກະດົ້ງ+ ແລະ​ເອົາ​ມາ​ຕໍ່​ໜ້າ​ເຮົາ​ພ້ອມ​ກັບ​ງົວ​ແລະ​ແກະ 2 ໂຕ​ນັ້ນ.

4 ໃຫ້​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ມາ​ຢູ່​ທາງເຂົ້າ​ຂອງເຕັ້ນ​ສັກສິດ*+ ແລະ​ໃຫ້​ເຈົ້າ​ລ້າງ​ໂຕ​ໃຫ້​ເຂົາ​ເຈົ້າ.+ 5 ໃຫ້​ເຈົ້າ​ເອົາ​ຊຸດ​ຍາວ+ ເສື້ອ​ແຂນ​ກິ້ນ ເອໂຟດ* ແລະ​ແຜ່ນ​ປົກ​ເອິກ​ໃສ່​ໃຫ້​ອາໂຣນ. ແລ້ວ​ໃຫ້​ເຈົ້າ​ເອົາ​ຜ້າ​ມັດ​ແອວ​ມາ​ມັດ​ໃຫ້​ອາໂຣນ​ເພື່ອ​ເອໂຟດ​ຈະ​ຢູ່​ແໜ້ນ​ດີ.+ 6 ໃຫ້​ເອົາ​ຜ້າ​ຄຽນ​ຫົວ​ໃສ່​ໃຫ້​ລາວ ແລະ​ເອົາ​ແຜ່ນ​ຄຳ​ແທ້*ມັດ​ຕິດ​ກັບ​ຜ້າ​ຄຽນ​ຫົວ.+ 7 ໃຫ້​ແຕ່ງຕັ້ງ+​ລາວ​ໂດຍ​ເອົາ​ນ້ຳ​ມັນ+​ເທ​ໃສ່​ຫົວ​ຂອງ​ລາວ.

8 ຈາກ​ນັ້ນ ໃຫ້​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ຫຍັບ​ມາ​ແລະ​ນຸ່ງ​ຊຸດ​ຍາວ​ໃຫ້​ເຂົາ​ເຈົ້າ.+ 9 ໃຫ້​ເອົາ​ຜ້າ​ມັດ​ແອວ​ມາ​ມັດ​ໃຫ້​ເຂົາ​ເຈົ້າຄື​ກັບ​ທີ່​ມັດ​ໃຫ້​ອາໂຣນ ແລະ​ເອົາ​ໝວກ​ໃສ່​ໃຫ້​ເຂົາ​ເຈົ້າ. ເຂົາ​ເຈົ້າ​ແລະ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ປະໂລຫິດ. ກົດ​ໝາຍ​ນີ້​ຈະ​ໃຊ້​ໄດ້​ຕະຫຼອດ.+ ເຈົ້າ​ຕ້ອງ​ແຕ່ງຕັ້ງ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ໃຫ້​ເປັນ​ປະໂລຫິດ*+ຕາມ​ວິທີ​ທັງ​ໝົດ​ນີ້.

10 ຈາກ​ນັ້ນ ໃຫ້​ເອົາ​ງົວ​ໂຕ​ນັ້ນ​ມາ​ຕໍ່​ໜ້າເຕັ້ນ​ສັກສິດແລະ​ໃຫ້​ອາໂຣນ​ກັບ​ພວກ​ລູກ​ຊາຍ​ວາງ​ມື​ເທິງ​ຫົວ​ຂອງ​ມັນ+ 11 ແລ້ວ​ກໍ​ຂ້າ​ມັນ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ​ຕໍ່​ໜ້າ​ພະ​ເຢໂຫວາ.+ 12 ໃຫ້​ເຈົ້າ​ເອົາ​ນິ້ວ​ມື​ຈຸ່ມ​ເລືອດ​ແລ້ວ​ເອົາໄປຕ້ວຍໃສ່ເຂົາ​ທີ່​ຢູ່​ແຈ​ແທ່ນ​ບູຊາ+ ແລະ​ເອົາ​ສ່ວນ​ທີ່​ເຫຼືອ​ທັງ​ໝົດ​ເທ​ໃສ່​ຂອບ​ທາງ​ລຸ່ມ​ຂອງ​ແທ່ນ​ບູຊາ.+ 13 ໃຫ້​ເອົາ​ນ້ຳມັນ+​ທີ່​ປົກ​ໄສ້ ນ້ຳມັນ​ທີ່​ຕິດ​ຢູ່​ຕັບ ແລະ​ໝາກ​ໄຂ່​ຫຼັງ 2 ໜ່ວຍ​ກັບ​ນ້ຳ​ມັນ​ທີ່​ຕິດ​ຢູ່​ຫັ້ນ ໄປ​ເຜົາ​ຢູ່​ແທ່ນ​ບູຊາ​ເພື່ອ​ໃຫ້​ມີ​ຄວັນ​ອອກ​ມາ.+ 14 ແຕ່​ໃຫ້​ເອົາ​ຊີ້ນ ເອົາ​ໜັງ ແລະ​ຂີ້​ຂອງ​ມັນ​ໄປ​ຈູດ​ຢູ່​ນອກ​ຄ້າຍ​ພັກ​ຂອງ​ພວກ​ເຈົ້າ. ງົວ​ໂຕ​ນີ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.

15 ຈາກ​ນັ້ນ ໃຫ້​ເອົາ​ແກະ​ມາ​ໂຕ​ໜຶ່ງ​ແລະ​ໃຫ້​ອາໂຣນ​ກັບ​ພວກ​ລູກ​ຊາຍ​ວາງ​ມື​ເທິງ​ຫົວ​ຂອງ​ມັນ+ 16 ແລ້ວ​ໃຫ້​ຂ້າ​ມັນ​ແລະ​ເອົາ​ເລືອດ​ໄປ​ຊິດ​ໃສ່​ແຕ່​ລະ​ຂ້າງ​ຂອງແທ່ນ​ບູຊາ.+ 17 ໃຫ້​ຕັດ​ແກະ​ໂຕ​ນັ້ນ​ເປັນ​ຕ່ອນ​ໆ​ແລະ​ລ້າງ​ໄສ້​ກັບ​ຂາ​ຂອງ​ມັນ+ ແລ້ວ​ເອົາ​ທຸກ​ສ່ວນ​ມາລຽນ​ກັນ​ເປັນ​ໂຕໄວ້​ເທິງ​ແທ່ນ​ບູຊາ. 18 ໃຫ້​ເຈົ້າ​ເຜົາ​ແກະ​ໝົດ​ໂຕ​ເພື່ອ​ໃຫ້​ມີ​ຄວັນ​ຂຶ້ນ​ຈາກ​ແທ່ນ​ບູຊາ. ແກະ​ໂຕ​ນີ້​ແມ່ນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ​ເຊິ່ງ​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ.*+ ແກະ​ໂຕ​ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ.

19 ໃຫ້​ເອົາ​ແກະ​ອີກ​ໂຕ​ໜຶ່ງ​ມາ​ແລະ​ໃຫ້​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ວາງ​ມື​ເທິງ​ຫົວ​ຂອງ​ມັນ.+ 20 ໃຫ້​ຂ້າ​ແກະ​ນັ້ນ​ແລະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ຂອງ​ມັນ​ມາ​ຈ້ຳ​ໃສ່​ຕິ່ງ​ຫູ​ເບື້ອງ​ຂວາ ນິ້ວ​ໂປ້​ມື​ເບື້ອງ​ຂວາ ແລະ​ນິ້ວ​ໂປ້​ຕີນ​ເບື້ອງ​ຂວາ​ຂອງ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ ແລ້ວ​ເອົາ​ເລືອດ​ໄປ​ຊິດ​ໃສ່ແຕ່​ລະ​ຂ້າງ​ຂອງ​ແທ່ນ​ບູຊາ. 21 ໃຫ້​ເອົາ​ເລືອດ​ຈາກ​ແທ່ນ​ບູຊາ ແລະ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ+​ຊິດ​ໃສ່​ອາໂຣນ​ກັບ​ເຄື່ອງນຸ່ງ​ຂອງ​ລາວ ແລະ​ຊິດ​ໃສ່​ພວກ​ລູກ​ຊາຍ​ກັບ​ເຄື່ອງນຸ່ງ​ຂອງ​ເຂົາ​ເຈົ້າ. ຍ້ອນ​ແນວ​ນີ້ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຈະ​ຖືກ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ເຮົາ ແລະ​ເຄື່ອງນຸ່ງ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ເໝາະສົມ​ສຳລັບ​ວຽກ​ທີ່ເຂົາ​ເຈົ້າ​ເຮັດ​ໃຫ້​ເຮົາ.+

22 ຈາກ​ນັ້ນ ໃຫ້​ເອົາ​ນ້ຳ​ມັນ​ຈາກ​ໂຕ​ແກະ ຫາງ​ທີ່​ມີ​ນ້ຳ​ມັນ* ນ້ຳມັນ​ທີ່​ປົກ​ໄສ້ ນ້ຳມັນ​ທີ່​ຕິດ​ຢູ່​ຕັບ ໝາກ​ໄຂ່​ຫຼັງ 2 ໜ່ວຍ​ກັບ​ນ້ຳ​ມັນ​ທີ່​ຕິດ​ຢູ່​ຫັ້ນ+ ແລະ​ຂາ​ຫຼັງ​ເບື້ອງ​ຂວາ​ຂອງ​ແກະ​ມາ​ເພື່ອ​ຈະ​ໃຊ້​ແກະ​ໂຕ​ນີ້​ເປັນ​ເຄື່ອງ​ບູຊາແຕ່ງຕັ້ງ+​ໃຫ້​ເປັນ​ປະໂລຫິດ. 23 ໃຫ້​ເອົາ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ກ້ອນ​ມົນ​ໆ​ ເຂົ້າຈີ່​ບໍ່​ມີ​ເຊື້ອ​ທີ່​ນວດ​ໃສ່​ນ້ຳມັນ​ເຮັດ​ເປັນ​ຮູບ​ວົງ​ມົນ ແລະ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແຜ່ນ​ບາງ​ໆ​ທີ່​ທາ​ນ້ຳມັນ​ຈາກ​ກະດົ້ງ​ທີ່​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ. 24 ໃຫ້​ເອົາ​ເຄື່ອງ​ພວກ​ນີ້​ໃສ່​ມື​ຂອງ​ອາໂຣນ​ແລະ​ໃສ່​ມື​ຂອງ​ພວກ​ລູກ​ຊາຍ​ຂອງ​ລາວ. ໃຫ້​ເຂົາ​ເຈົ້າ​ເອົາ​ເຄື່ອງ​ທັງ​ໝົດຊູໄປ​ຊູມາ​ເປັນ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ. 25 ຈາກ​ນັ້ນ ໃຫ້​ເຈົ້າ​ຈັບ​ເອົາ​ເຄື່ອງ​ທີ່​ຢູ່​ມື​ຂອງ​ເຂົາ​ເຈົ້າ ແລ້ວ​ເອົາ​ໄປ​ເຜົາ​ຢູ່ແທ່ນ​ບູຊາ​ເທິງ​ແກະ​ທີ່ເປັນ​ເຄື່ອງ​ບູຊາ​ເຜົາ ເພື່ອ​ເຮັດ​ໃຫ້​ມີ​ກິ່ນ​ຫອມ​ທີ່​ພະ​ເຢໂຫວາ​ພໍ​ໃຈ. ນີ້​ແມ່ນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ.

26 ໃຫ້​ເຈົ້າ​ເອົາ​ຊີ້ນ​ສ່ວນ​ເອິກ​ຂອງ​ແກະ​ທີ່​ເປັນ​ເຄື່ອງ​ບູຊາແຕ່ງຕັ້ງ+ອາໂຣນໃຫ້​ເປັນ​ປະໂລຫິດ​ມາ. ເຈົ້າ​ຕ້ອງ​ເອົາ​ສ່ວນ​ນັ້ນ​ຊູ​ໄປ​ຊູ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ ແລ້ວ​ສ່ວນ​ນັ້ນ​ຈະ​ເປັນ​ຂອງ​ເຈົ້າ. 27 ຊີ້ນ​ສ່ວນ​ເອິກ​ແລະ​ຂາ​ຂອງ​ແກະ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ແຕ່ງຕັ້ງ+​ອາໂຣນ​ກັບ​ພວກ​ລູກ​ຊາຍ​ໃຫ້​ເປັນ​ປະໂລຫິດ ເຊິ່ງ​ເຈົ້າ​ໄດ້​ຊູ​ໄປ​ຊູ​ມາ​ນັ້ນ ໃຫ້​ເຈົ້າ​ແຍກ​ໄວ້​ເປັນ​ຂອງ​ພວກ​ປະໂລຫິດ. 28 ພວກ​ອິດສະຣາເອນ​ຈະ​ຕ້ອງ​ເອົາ​ສ່ວນ​ແບ່ງ​ສັກສິດ​ນີ້​ໃຫ້​ອາໂຣນ​ກັບ​ພວກ​ລູກ​ຫຼານ​ຂອງ​ລາວ. ເມື່ອ​ພວກ​ອິດສະຣາເອນ​ເອົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ມາ​ໃຫ້+ ສ່ວນ​ແບ່ງ​ສັກສິດ​ນີ້​ຈະ​ເປັນ​ຂອງ​ພະ​ເຢໂຫວາ. ພວກ​ອິດສະຣາເອນຈະ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ນີ້​ຕະຫຼອດໄປ.+

29 ເມື່ອ​ລູກ​ຫຼານ​ຂອງ​ອາໂຣນ+​ຜູ້​ໜຶ່ງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ແລະ​ເລີ່ມ​ເຮັດ​ວຽກ​ເປັນ​ປະໂລຫິດ​ຕໍ່​ຈາກ​ລາວ ຜູ້​ນັ້ນ​ຈະ​ຕ້ອງ​ໃສ່​ເຄື່ອງນຸ່ງ​ທີ່​ບໍລິສຸດ+​ຂອງ​ອາໂຣນ. 30 ຜູ້​ທີ່​ຈະ​ເຮັດ​ໜ້າ​ທີ່​ປະໂລຫິດ​ຕໍ່​ຈາກ​ລາວ ເຊິ່ງ​ຈະ​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ​ແລະ​ຢູ່​ບ່ອນ​ບໍລິສຸດ​ຕ້ອງ​ໃສ່​ເຄື່ອງນຸ່ງ​ນັ້ນ​ເປັນ​ເວລາ 7 ມື້.+

31 ເຈົ້າ​ຕ້ອງ​ເອົາ​ຊີ້ນ​ຂອງ​ແກະ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ແຕ່ງຕັ້ງ​ປະໂລຫິດ​ມາ​ຕົ້ມ​ໃນ​ບ່ອນ​ບໍລິສຸດ.+ 32 ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຈະ​ກິນ+ຊີ້ນ​ແກະ​ທີ່​ຕົ້ມ​ນີ້ ແລະ​ກິນ​ເຂົ້າຈີ່​ທີ່​ຢູ່​ໃນ​ກະດົ້ງ. ເຂົາ​ເຈົ້າ​ຕ້ອງ​ກິນ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ. 33 ເຂົາ​ເຈົ້າ​ຕ້ອງກິນ​ສິ່ງ​ເຫຼົ່ານີ້​ທີ່​ໃຊ້ເພື່ອ​ໄຖ່​ຄວາມຜິດ*ຕອນ​ທີ່​ແຍກ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ​ແລະ​ແຕ່ງຕັ້ງ​ເຂົາ​ເຈົ້າ​ໃຫ້​ເປັນ​ປະໂລຫິດ. ແຕ່​ຄົນ​ທີ່​ບໍ່​ມີ​ສິດ*ຈະ​ກິນ​ບໍ່​ໄດ້ ຍ້ອນ​ສິ່ງ​ເຫຼົ່ານີ້​ບໍລິສຸດ.+ 34 ຖ້າ​ມີ​ຊີ້ນ​ແກະ​ຫຼື​ເຂົ້າຈີ່​ທີ່​ຍັງ​ເຫຼືອ​ຈົນ​ຮອດ​ເຊົ້າ​ມື້​ຕໍ່​ໄປ ກໍ​ໃຫ້​ຈູດ​ຖິ້ມ​ໃຫ້​ໝົດ.+ ຫ້າມ​ຜູ້​ໃດ​ເອົາ​ມາ​ກິນ​ເພາະ​ສິ່ງ​ເຫຼົ່າ​ນັ້ນ​ບໍລິສຸດ.

35 ໃຫ້​ເຈົ້າ​ເຮັດ​ຕາມ​ທີ່​ເຮົາ​ບອກ​ທຸກ​ຢ່າງ​ເພື່ອ​ແຕ່ງຕັ້ງ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ໃຫ້​ເປັນ​ປະໂລຫິດ. ການ​ແຕ່ງຕັ້ງ​ນີ້​ຈະ​ໃຊ້​ເວລາ 7 ມື້.+ 36 ໃຫ້​ເອົາ​ງົວ​ໂຕ​ຜູ້ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ທຸກ​ໆ​ມື້ ເພື່ອ​ຈະ​ຂໍ​ພະເຈົ້າ​ໃຫ້​ອະໄພ​ແລະ​ເຮັດ​ໃຫ້​ແທ່ນ​ບູຊາ​ບໍລິສຸດ. ໃຫ້​ເອົາ​ນ້ຳມັນ​ມາ​ຊິດ​ໃສ່​ແທ່ນ​ບູຊາ ເພື່ອ​ເປັນ​ສັນຍະລັກ​ວ່າ​ແທ່ນ​ບູຊາ​ນີ້​ຖືກ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ການ​ນະມັດສະການ​ພະເຈົ້າ.+ 37 ໃຫ້​ເຮັດ​ແບບ​ນີ້ 7 ມື້​ເພື່ອ​ເຮັດ​ໃຫ້​ແທ່ນ​ບູຊາ​ນັ້ນບໍລິສຸດ*ແທ້​ໆ​.+ ມີ​ແຕ່​ຄົນ​ບໍລິສຸດ​ເທົ່າ​ນັ້ນທີ່​ຈະ​ເຮັດ​ວຽກຢູ່*ແທ່ນ​ບູຊາ​ໄດ້.

38 ຕໍ່​ໄປ​ນີ້​ແມ່ນ​ເຄື່ອງ​ບູຊາ​ທີ່​ຕ້ອງ​ເອົາ​ມາ​ແທ່ນ​ບູຊາ​ທຸກ​ໆ​ມື້:+ ແກະ​ໂຕ​ຜູ້​ອາຍຸ 1 ປີ​ທັງ​ໝົດ 2 ໂຕ. 39 ໂຕ​ທຳອິດ​ໃຫ້​ບູຊາ​ຕອນ​ເຊົ້າ​ແລະ​ໂຕ​ທີ​ສອງ​ໃຫ້​ບູຊາ​ຕອນ​ໃກ້​ຊິ​ຄ່ຳ.*+ 40 ເມື່ອ​ເອົາ​ແກະ​ໂຕ​ທຳອິດ​ມາ​ບູຊາ ໃຫ້​ເອົາ​ເຫຼົ້າແວງ 1 ສ່ວນ 4 ຮິນ*ມາ​ເປັນ​ເຄື່ອງ​ບູຊາ​ດື່ມ ແລະ​ເອົາ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*ນວດ​ໃສ່​ກັບນ້ຳມັນ​ໝາກກອກຢ່າງ​ດີ 1 ສ່ວນ 4 ຮິນ*ມາ​ບູຊາ​ພ້ອມ​ກັນ. 41 ຕອນ​ໃກ້​ຊິ​ຄ່ຳ​ໃຫ້​ເຈົ້າ​ເອົາ​ແກະ​ໂຕ​ທີ​ສອງ​ມາ​ບູຊາ​ພ້ອມ​ກັບ​ແປ້ງ​ລະອຽດ​ແລະ​ເຫຼົ້າແວງ. ໃຫ້​ເຮັດ​ຄື​ກັບ​ຕອນ​ເຊົ້າ. ເຈົ້າ​ຈະ​ເຜົາ​ເຄື່ອງ​ບູຊາ​ນີ້​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. 42 ເຈົ້າ​ຕ້ອງ​ເຜົາ​ເຄື່ອງ​ບູຊາ​ເຫຼົ່ານີ້​ຕໍ່​ໜ້າ​ພະ​ເຢໂຫວາ​ທຸກ​ໆ​ມື້​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ ແລະ​ໃຫ້​ພວກ​ລູກ​ຫຼານ​ຂອງ​ເຈົ້າ​ເຮັດ​ແບບ​ນີ້​ຕໍ່​ໄປ. ເຮົາ​ຊິ​ມາ​ຫາ​ເຈົ້າ​ແລະ​ເວົ້າ​ກັບ​ເຈົ້າ​ຢູ່​ທາງເຂົ້າຫັ້ນ.+

43 ເຮົາ​ຈະ​ມາ​ຫາ​ພວກ​ອິດສະຣາເອນ​ຢູ່​ຫັ້ນ ແລະ​ບ່ອນ​ນັ້ນ​ຈະ​ບໍລິສຸດ​ຍ້ອນລິດ​ເດດ​ທີ່​ຍິ່ງ​ໃຫຍ່ຂອງ​ເຮົາ.+ 44 ເຮົາ​ຈະ​ເຮັດ​ໃຫ້​ເຕັ້ນ​ສັກສິດ​ກັບ​ແທ່ນ​ບູຊາ​ບໍລິສຸດ ແລະ​ເຮົາ​ຈະ​ແຍກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ+​ໄວ້​ໃຫ້​ເປັນ​ຄົນ​ບໍລິສຸດ​ເພື່ອ​ຈະ​ເປັນ​ປະໂລຫິດ​ຂອງ​ເຮົາ. 45 ເຮົາ​ຈະ​ຢູ່​ກັບ​ພວກ​ອິດສະຣາເອນ​ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.+ 46 ເຂົາ​ເຈົ້າ​ກໍ​ຈະ​ຮູ້​ແນ່ນອນ​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ ຜູ້​ພາ​ເຂົາ​ເຈົ້າ​ອອກ​ຈາກ​ແຜ່ນດິນ​ເອຢິບ​ເພື່ອ​ເຮົາ​ຈະ​ຢູ່​ນຳ​ເຂົາ​ເຈົ້າ​ໄດ້.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌