ອົບພະຍົບ
16 ຫຼັງຈາກນັ້ນ ພວກອິດສະຣາເອນໄດ້ອອກຈາກເອລີມ. ແລ້ວເຂົາເຈົ້າກໍເດີນທາງມາຮອດບ່ອນກັນດານຊິນ+ໃນວັນທີ 15 ຂອງເດືອນທີ 2. ຕອນນັ້ນ ເຂົາເຈົ້າອອກຈາກເອຢິບມາໄດ້ 1 ເດືອນ. ບ່ອນກັນດານຊິນຢູ່ລະຫວ່າງເອລີມກັບຊີນາຍ.
2 ແລ້ວພວກອິດສະຣາເອນທຸກຄົນກໍຈົ່ມໃຫ້ໂມເຊກັບອາໂຣນຢູ່ບ່ອນກັນດານນັ້ນ.+ 3 ພວກອິດສະຣາເອນຈົ່ມໃຫ້ 2 ຄົນນັ້ນວ່າ: “ໃຫ້ພະເຢໂຫວາຂ້າພວກເຮົາຕາຍໃນເອຢິບ ຕອນທີ່ພວກເຮົາມີຊີ້ນ+ມີແນວກິນຈົນອີ່ມ ກໍຍັງຊິດີກວ່າໃຫ້ພວກເຈົ້າພາພວກເຮົາໝົດປະເທດມາອຶດຕາຍຢູ່ບ່ອນກັນດານນີ້.”+
4 ພະເຢໂຫວາຈຶ່ງບອກໂມເຊວ່າ: “ເຮົາຈະໃຫ້ມີແນວກິນຕົກລົງມາຈາກຟ້າ.+ ໃນແຕ່ລະມື້ທຸກຄົນຈະຕ້ອງໄປເກັບເອງ+ ເພາະເຮົາຊິລອງເບິ່ງວ່າເຂົາເຈົ້າຊິເຊື່ອຟັງຄຳສັ່ງຂອງເຮົາຫຼືບໍ່?+ 5 ແຕ່ໃນມື້ທີ 6+ ໃຫ້ເຂົາເຈົ້າເກັບຕື່ມເປັນ 2 ເທົ່າ.”+
6 ແລ້ວໂມເຊກັບອາໂຣນກໍເວົ້າກັບພວກອິດສະຣາເອນທຸກຄົນວ່າ: “ມື້ແລງນີ້ ພວກເຈົ້າຊິໄດ້ຮູ້ວ່າພະເຢໂຫວານີ້ແຫຼະເປັນຜູ້ພາພວກເຈົ້າອອກມາຈາກເອຢິບ.+ 7 ເປັນຫຍັງພວກເຈົ້າມາຈົ່ມໃຫ້ພວກເຮົາ? ພວກເຮົາບໍ່ໄດ້ເຮັດຫຍັງໃຫ້ພວກເຈົ້າ. ແທ້ໆແລ້ວ ພວກເຈົ້າຈົ່ມໃຫ້ພະເຢໂຫວາຢູ່. ຍ້ອນເພິ່ນໄດ້ຍິນຄຳຈົ່ມຂອງພວກເຈົ້າ ມື້ອື່ນເຊົ້າພວກເຈົ້າຊິໄດ້ເຫັນລິດເດດທີ່ຍິ່ງໃຫຍ່ຂອງພະເຢໂຫວາ.” 8 ໂມເຊເວົ້າຕື່ມອີກວ່າ: “ຕອນທີ່ພະເຢໂຫວາເອົາຊີ້ນໃຫ້ພວກເຈົ້າກິນໃນຕອນແລງ ແລ້ວເອົາຂອງກິນໃຫ້ພວກເຈົ້າກິນໃນຕອນເຊົ້າຈົນອີ່ມ ພວກເຈົ້າກໍຈະຮູ້ວ່າພະເຢໂຫວາໄດ້ຍິນຄຳທີ່ພວກເຈົ້າຈົ່ມໃຫ້ເພິ່ນ. ພວກເຮົາບໍ່ໄດ້ເຮັດຫຍັງໃຫ້ພວກເຈົ້າເລີຍ. ພວກເຈົ້າບໍ່ໄດ້ຈົ່ມໃຫ້ພວກເຮົາເດີ້. ແທ້ໆແລ້ວ ພວກເຈົ້າກຳລັງຈົ່ມໃຫ້ພະເຢໂຫວາ.”+
9 ແລ້ວໂມເຊກໍບອກອາໂຣນວ່າ: “ໃຫ້ບອກພວກອິດສະຣາເອນທຸກຄົນວ່າ ‘ພະເຢໂຫວາໄດ້ຍິນຄຳທີ່ພວກເຈົ້າຈົ່ມແລ້ວ. ເພິ່ນຢາກໃຫ້ພວກເຈົ້າມາປະຊຸມກັນຢູ່ນີ້.’”+ 10 ເມື່ອອາໂຣນເວົ້າກັບພວກອິດສະຣາເອນຈົບ ເຂົາເຈົ້າກໍປິ່ນໜ້າໄປທາງບ່ອນກັນດານ ແລະເຫັນເສົາຂີ້ເຝື້ອມີແສງອອກມາ ຍ້ອນລິດເດດທີ່ຍິ່ງໃຫຍ່ຂອງພະເຢໂຫວາ.+
11 ພະເຢໂຫວາເວົ້າກັບໂມເຊອີກວ່າ: 12 “ເຮົາໄດ້ຍິນຄຳຈົ່ມຂອງພວກອິດສະຣາເອນແລ້ວ.+ ໃຫ້ບອກເຂົາເຈົ້າວ່າ ‘ຕອນໃກ້ຊິຄ່ຳ* ພວກເຈົ້າຈະໄດ້ກິນຊີ້ນ ແລະໃນຕອນເຊົ້າ ພວກເຈົ້າຊິໄດ້ກິນຂອງກິນອີກຢ່າງໜຶ່ງຈົນອີ່ມ.+ ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນເຢໂຫວາພະເຈົ້າຂອງເຈົ້າ.’”+
13 ເມື່ອຮອດຕອນແລງ ນົກກະທາກໍບິນລົງມາເຕັມຄ້າຍພັກ+ ແລະໃນຕອນເຊົ້າກໍມີນ້ຳຄ້າງປົກຄຸມທົ່ວບໍລິເວນຄ້າຍພັກ. 14 ເມື່ອນ້ຳຄ້າງເຫີຍໝົດແລ້ວ ກໍມີເມັດນ້ອຍໆປົກຄຸມທົ່ວໜ້າດິນໃນບ່ອນກັນດານ.+ 15 ເມື່ອພວກອິດສະຣາເອນເຫັນ ເຂົາເຈົ້າພາກັນເວົ້າວ່າ: “ອັນນີ້ແມ່ນຫຍັງນິ?” ເພາະເຂົາເຈົ້າບໍ່ຮູ້ວ່າມັນແມ່ນຫຍັງ. ໂມເຊກໍເລີຍບອກເຂົາເຈົ້າວ່າ: “ອັນນີ້ແມ່ນຂອງກິນອີກຢ່າງໜຶ່ງທີ່ພະເຢໂຫວາໃຫ້ພວກເຈົ້າ.+ 16 ພະເຢໂຫວາສັ່ງວ່າ ‘ໃຫ້ແຕ່ລະຄົນໄປເກັບເອົາສ່ຳທີ່ໂຕເອງກິນ. ໃຫ້ເກັບຕາມຈຳນວນຄົນທີ່ຢູ່ໃນເຕັ້ນດຽວກັນ 1 ໂອເມີ*+ຕໍ່ 1 ຄົນ.’” 17 ພວກອິດສະຣາເອນກໍເຮັດຕາມນັ້ນ. ເຂົາເຈົ້າອອກໄປເກັບເອົາແນວກິນນັ້ນ. ບາງຄົນກໍເກັບເອົາຫຼາຍ ບາງຄົນກໍເກັບເອົາໜ້ອຍ. 18 ເຖິງວ່າເຂົາເຈົ້າຊິເກັບເອົາຫຼາຍຫຼືໜ້ອຍ ແຕ່ລະຄົນກໍໄດ້ 1 ໂອເມີ*ພໍດີ.+ ທຸກຄົນເກັບໄດ້ສ່ຳພໍດີກິນ.
19 ແລ້ວໂມເຊກໍບອກເຂົາເຈົ້າວ່າ: “ບໍ່ໃຫ້ຜູ້ໃດຈົ່ງແນວກິນນີ້ໄວ້ຈົນຮອດເຊົ້າມື້ຕໍ່ໄປ.”+ 20 ແຕ່ເຂົາເຈົ້າບໍ່ຟັງໂມເຊ. ບາງຄົນໄດ້ຈົ່ງແນວກິນໄວ້ ແລະເມື່ອຮອດຕອນເຊົ້າມື້ຕໍ່ໄປ ແນວກິນນັ້ນກໍມີໜອນຈຶແລະເນົ່າເໝັນ. ເມື່ອເຫັນແນວນັ້ນ ໂມເຊກໍໃຈຮ້າຍໃຫ້ເຂົາເຈົ້າ. 21 ເຂົາເຈົ້າຕ້ອງໄປເກັບທຸກໆເຊົ້າສ່ຳທີ່ພໍກິນ. ເມື່ອແສງແດດຮ້ອນຂຶ້ນ ສ່ວນທີ່ເຫຼືອຢູ່ດິນກໍເປື່ອຍໝົດ.
22 ໃນມື້ທີ 6 ເຂົາເຈົ້າຕ້ອງເກັບແນວກິນນັ້ນ 2 ເທົ່າ+ຄື ຄົນລະ 2 ໂອເມີ.* ແລ້ວພວກຫົວໜ້າທຸກຄົນກໍມາລາຍງານໃຫ້ໂມເຊຟັງ. 23 ໂມເຊບອກເຂົາເຈົ້າວ່າ: “ພະເຢໂຫວາບອກແນວນີ້. ມື້ອື່ນຈະເປັນມື້ພັກຜ່ອນ ແລະເປັນວັນຊະບາໂຕ*ຂອງພະເຢໂຫວາ.+ ຖ້າເຈົ້າຢາກອົບຫຍັງກໍອົບໄວ້ ຫຼືຢາກຕົ້ມຫຍັງກໍຕົ້ມໄວ້+ ແລ້ວສ່ວນທີ່ເຫຼືອກໍໃຫ້ຈົ່ງໄວ້ຮອດເຊົ້າມື້ຕໍ່ໄປ.” 24 ແລ້ວເຂົາເຈົ້າກໍຈົ່ງສ່ວນທີ່ເຫຼືອໄວ້ຈົນຮອດຕອນເຊົ້າມື້ຕໍ່ໄປຕາມທີ່ໂມເຊສັ່ງ. ແນວກິນນັ້ນກໍບໍ່ເນົ່າບໍ່ເໝັນ. 25 ຕໍ່ມາ ໂມເຊບອກວ່າ: “ແນວກິນທີ່ໃຫ້ຈົ່ງໄວ້ ໃຫ້ເອົາມາກິນໃນມື້ນີ້ ຍ້ອນມື້ນີ້ເປັນວັນຊະບາໂຕຂອງພະເຢໂຫວາ. ມື້ນີ້ຢູ່ດິນຊິບໍ່ມີຫຍັງໃຫ້ພວກເຈົ້າເກັບ. 26 ເຈົ້າຊິເກັບແນວກິນໄດ້ຮອດມື້ທີ 6 ແຕ່ມື້ທີ 7 ເຊິ່ງເປັນວັນຊະບາໂຕ+ຈະບໍ່ມີຫຍັງໃຫ້ເກັບ.” 27 ໃນມື້ທີ 7 ກໍຍັງມີບາງຄົນອອກໄປ ແຕ່ກໍບໍ່ມີຫຍັງໃຫ້ເຂົາເຈົ້າເກັບ.
28 ພະເຢໂຫວາກໍເລີຍເວົ້າກັບໂມເຊວ່າ: “ພວກເຈົ້າຈະບໍ່ເຊື່ອຟັງຄຳສັ່ງຂອງເຮົາອີກດົນປານໃດ?+ 29 ໃຫ້ຈື່ໄວ້ວ່າພະເຢໂຫວາໃຫ້ວັນຊະບາໂຕກັບພວກເຈົ້າເພື່ອພວກເຈົ້າຈະໄດ້ພັກຜ່ອນ.+ ຍ້ອນແນວນີ້ແຫຼະໃນມື້ທີ 6 ເພິ່ນຈຶ່ງໃຫ້ພວກເຈົ້າເກັບແນວກິນໄວ້ສຳລັບ 2 ມື້. ໃນມື້ທີ 7 ໃຫ້ທຸກຄົນຢູ່ໃນບ່ອນຂອງໂຕເອງ ຫ້າມບໍ່ໃຫ້ໃຜອອກໄປໃສ.” 30 ດັ່ງນັ້ນ ພວກອິດສະຣາເອນກໍເລີຍພັກຜ່ອນໃນມື້ທີ 7.+
31 ພວກອິດສະຣາເອນເອີ້ນແນວກິນນີ້ວ່າ “ມານາ.”* ມັນຂາວແລະມັນຄ້າຍຄືເມັດຫອມປ້ອມ ແລະມີລົດຊາດຄືເຂົ້າຈີ່ແຜ່ນບາງໆໃສ່ນ້ຳເຜີ້ງ.+ 32 ໂມເຊບອກວ່າ: “ພະເຢໂຫວາສັ່ງພວກເຈົ້າວ່າ ‘ໃຫ້ເກັບມານາໄວ້ 1 ໂອເມີ*ເພື່ອໃຫ້ລຸ້ນລູກລຸ້ນຫຼານໄດ້ເຫັນ.+ ເຂົາເຈົ້າຊິໄດ້ຮູ້ວ່າຕອນທີ່ເຮົາຊ່ວຍພວກເຈົ້າອອກມາຈາກເອຢິບ ເຮົາໄດ້ໃຫ້ຂອງກິນນີ້ກັບພວກເຈົ້າໃນບ່ອນກັນດານ.’” 33 ໂມເຊບອກອາໂຣນວ່າ: “ໃຫ້ເອົາມານາ 1 ໂອເມີ*ໃສ່ໄວ້ໃນໂຖ ແລ້ວເອົາໄປໄວ້ຕໍ່ໜ້າພະເຢໂຫວາ ແລະໃຫ້ລູກຫຼານຂອງເຈົ້າເບິ່ງແຍງຕໍ່ໆໄປ.”+ 34 ອາໂຣນກໍເຮັດຕາມທີ່ພະເຢໂຫວາບອກໂມເຊ ແລະໄດ້ເອົາໂຖວາງໄວ້ທາງໜ້າຫີບ*ພິເສດ+ເພື່ອຈະຮັກສາໄວ້ຢ່າງດີ. 35 ພວກອິດສະຣາເອນໄດ້ກິນມານາ 40 ປີ+ ຈົນເຂົາເຈົ້າເດີນທາງມາຮອດບ່ອນທີ່ມີຄົນອາໄສຢູ່.+ ເຂົາເຈົ້າກິນມານາເປັນອາຫານຈົນມາຮອດເຂດແດນແຜ່ນດິນການາອານ.+ 36 10 ໂອເມີ*ເທົ່າກັບ 1 ເອຟາ.*