ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 46
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ຮູບ​ບູ⁠ຊາ​ຕ່າງໆ​ຂອງ​ບາບີໂລນ​ທຽບ​ກັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບໍ່​ໄດ້ (1-​13)

        • ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ​ອະນາຄົດ​ຈະ​ເປັນ​ແນວໃດ (10)

        • ນົກ​ອິນຊີ​ໂຕ​ໜຶ່ງ​ມາ​ຈາກ​ທິດ​ຕາເວັນ​ອອກ (11)

ເອຊາຢາ 46:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:2; 51:44
  • +ອຊຢ 45:20

ເອຊາຢາ 46:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:9
  • +ອພຍ 19:4; ພບຍ 1:31; ອຊຢ 44:2

ເອຊາຢາ 46:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 41:4
  • +ອຊຢ 43:13

ເອຊາຢາ 46:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:11
  • +ກຈກ 17:29

ເອຊາຢາ 46:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 40:19; ຢຣມ 10:8, 9
  • +ອຊຢ 44:16, 17; ດນອ 3:1, 5

ເອຊາຢາ 46:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 10:5
  • +1ຊມ 5:3
  • +1ກສ 18:26; ອຊຢ 37:37, 38; ຢນ 1:5

ເອຊາຢາ 46:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕັ້ງແຕ່​ທຳອິດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 33:26

ເອຊາຢາ 46:10

ໄຂເງື່ອນ

  • *

    ຫຼື “ຕັ້ງໃຈ; ແນະນຳ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 42:9; 45:21
  • +ພສ 33:11
  • +ພສ 135:6; ອຊຢ 55:10, 11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 3

ເອຊາຢາ 46:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 41:2; 45:1
  • +ອຊຣ 1:1, 2; ອຊຢ 44:28; 48:14
  • +ຈຊບ 23:19; ໂຢບ 23:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2024, ໜ້າ 30

ເອຊາຢາ 46:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 12:2; 51:5; 62:11
  • +ອຊຢ 44:23; 60:21

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 46:1ຢຣມ 50:2; 51:44
ອຊຢ. 46:1ອຊຢ 45:20
ອຊຢ. 46:3ອຊຢ 1:9
ອຊຢ. 46:3ອພຍ 19:4; ພບຍ 1:31; ອຊຢ 44:2
ອຊຢ. 46:4ອຊຢ 41:4
ອຊຢ. 46:4ອຊຢ 43:13
ອຊຢ. 46:5ອພຍ 15:11
ອຊຢ. 46:5ກຈກ 17:29
ອຊຢ. 46:6ອຊຢ 40:19; ຢຣມ 10:8, 9
ອຊຢ. 46:6ອຊຢ 44:16, 17; ດນອ 3:1, 5
ອຊຢ. 46:7ຢຣມ 10:5
ອຊຢ. 46:71ຊມ 5:3
ອຊຢ. 46:71ກສ 18:26; ອຊຢ 37:37, 38; ຢນ 1:5
ອຊຢ. 46:9ພບຍ 33:26
ອຊຢ. 46:10ອຊຢ 42:9; 45:21
ອຊຢ. 46:10ພສ 33:11
ອຊຢ. 46:10ພສ 135:6; ອຊຢ 55:10, 11
ອຊຢ. 46:11ອຊຢ 41:2; 45:1
ອຊຢ. 46:11ອຊຣ 1:1, 2; ອຊຢ 44:28; 48:14
ອຊຢ. 46:11ຈຊບ 23:19; ໂຢບ 23:13
ອຊຢ. 46:13ອຊຢ 12:2; 51:5; 62:11
ອຊຢ. 46:13ອຊຢ 44:23; 60:21
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 46:1-13

ເອຊາຢາ

46 ພະ​ບາອານ​ແລະ​ພະ​ເນໂບ​ຈະ​ຕ້ອງ​ອັບອາຍ.+

ຮູບ​ບູຊາ​ຂອງ​ພະເຈົ້າ​ເຫຼົ່ານີ້ ສັດ​ແບກ​ໃສ່​ຫຼັງ​ມັນ​ໄປ.+

ຮູບ​ບູຊາ​ເຫຼົ່ານີ້​ເປັນ​ຄື​ກັບ​ເຄື່ອງ​ໜັກ​ໆ​ທີ່​ເຮັດ​ໃຫ້​ສັດ​ທີ່​ແບກ​ມັນ​ເມື່ອຍ​ຫຼາຍ.

 2 ພະເຈົ້າ​ທັງ​ສອງ​ນີ້​ຈະ​ຕ້ອງ​ອັບອາຍ.

ພວກ​ມັນ​ຊ່ວຍ​ຮູບ​ບູຊາ​ຂອງ​ໂຕເອງ​ທີ່​ສັດ​ແບກ​ຢູ່​ກໍ​ບໍ່​ໄດ້

ແລະ​ພວກ​ມັນ​ເອງ​ກໍ​ຕ້ອງ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.

 3 “ລູກ​ຫຼານ​ຂອງ​ຢາໂຄບ​ແລະ​ລູກ​ຫຼານ​ຂອງ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຢູ່ ໃຫ້​ຟັງ​ເຮົາ​ເດີ້.+

ເຮົາ​ໄດ້​ເບິ່ງແຍງ​ພວກເຈົ້າ​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່​ແລະ​ໄດ້​ອູ້ມ​ພວກເຈົ້າ​ຕັ້ງແຕ່​ເກີດ.+

 4 ຈົນ​ຮອດ​ຕອນ​ທີ່​ພວກເຈົ້າ​ເຖົ້າ ເຮົາ​ກໍ​ຈະ​ເຮັດ​ຄື​ເກົ່າ.+

ຈົນ​ຮອດ​ຕອນ​ທີ່​ຜົມ​ພວກເຈົ້າ​ຫງອກ ເຮົາ​ກໍ​ຈະ​ອູ້ມ​ພວກເຈົ້າ​ໄວ້​ຕໍ່​ໆ​ໄປ.

ເຮົາ​ຈະ​ອູ້ມ​ພວກເຈົ້າ​ແລະ​ຊ່ວຍ​ພວກເຈົ້າ​ຄື​ກັບ​ທີ່​ເຮົາ​ເຄີຍ​ເຮັດ.+

 5 ພວກເຈົ້າ​ຈະ​ເອົາ​ເຮົາ​ໄປ​ທຽບ​ກັບ​ໃຜ ຫຼື​ຈະ​ເອົາ​ໃຜ​ມາ​ທຽບ​ກັບ​ເຮົາ?+

ບໍ່​ມີ​ໃຜ​ທຽບ​ເທົ່າ​ເຮົາ​ໄດ້.+

 6 ຄົນ​ຖອກ​ຄຳ​ອອກ​ຈາກ​ຖົງ​ຂອງ​ເຂົາເຈົ້າ

ເອົາ​ເງິນ​ໄປ​ຊັ່ງ

ແລະ​ຈ້າງ​ຊ່າງ​ຕີ​ເຫຼັກ​ໃຫ້​ເອົາ​ເງິນ​ເອົາ​ຄຳ​ນັ້ນ​ໄປ​ເຮັດ​ຮູບ​ພະ​ໃຫ້​ເຂົາເຈົ້າ.+

ແລ້ວ​ເຂົາເຈົ້າ​ກໍ​ກົ້ມ​ກາບ​ແລະ​ນະມັດສະການ​ຮູບ​ພະ​ນັ້ນ.+

 7 ເຂົາເຈົ້າ​ຍົກ​ຮູບ​ພະ​ຂຶ້ນ​ໃສ່​ບ່າ+

ແລະ​ແບກ​ໄປ​ວາງ​ໄວ້​ຢູ່​ບ່ອນ​ຂອງ​ມັນ ແລ້ວ​ມັນ​ກໍ​ຕັ້ງ​ຢູ່​ຫັ້ນ.

ມັນ​ຍ່າງ​ໄປ​ໃສ​ມາ​ໃສ​ກໍ​ບໍ່​ໄດ້.+

ເຂົາເຈົ້າ​ຮ້ອງ​ຂໍ​ໃຫ້​ຮູບ​ພະ​ນັ້ນ​ຊ່ວຍ ແຕ່​ມັນ​ກໍ​ບໍ່​ຕອບ.

ມັນ​ຊ່ວຍ​ໃຜ​ໃຫ້​ພົ້ນ​ຈາກ​ຄວາມ​ຍາກ​ລຳບາກ​ກໍ​ບໍ່​ໄດ້.+

 8 ໃຫ້​ຈື່​ສິ່ງ​ເຫຼົ່ານີ້​ໄວ້​ແລະ​ໃຫ້​ກ້າຫານ.

ພວກ​ເຈົ້າ​ທີ່​ເປັນ​ຄົນ​ເຮັດ​ຜິດ ໃຫ້​ຈື່​ໄວ້​ໃນ​ໃຈ​ເດີ້.

 9 ໃຫ້​ຈື່​ສິ່ງ​ຕ່າງ​ໆ​ທີ່​ເຮົາ​ເຄີຍ​ເຮັດ​ແຕ່​ກີ້.*

ເຮົາ​ແມ່ນ​ພະເຈົ້າ​ແລະ​ບໍ່​ມີ​ພະເຈົ້າ​ອື່ນ.

ເຮົາ​ແມ່ນ​ພະເຈົ້າ​ແລະ​ບໍ່​ມີ​ໃຜ​ຄື​ເຮົາ.+

10 ຕັ້ງແຕ່​ທຳອິດ​ເຮົາ​ບອກ​ລ່ວງ​ໜ້າ​ວ່າ​ຜົນ​ອອກ​ມາ​ຈະ​ເປັນ​ແນວໃດ

ແລະ​ຕັ້ງແຕ່​ດົນ​ແລ້ວ ເຮົາ​ໄດ້​ບອກ​ລ່ວງ​ໜ້າ​ກ່ຽວກັບ​ສິ່ງ​ຕ່າງ​ໆ​ທີ່​ຍັງ​ບໍ່​ທັນ​ເກີດ​ຂຶ້ນ.+

ເຮົາ​ບອກ​ວ່າ ‘ເຮົາ​ຕັດສິນໃຈ*​ແນວໃດ​ມັນ​ກໍ​ຈະ​ເປັນ​ຕາມ​ນັ້ນ+

ແລະ​ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ຕ້ອງການ.’+

11 ເຮົາ​ຈະ​ເອີ້ນ​ນົກ​ອິນຊີ​ໂຕ​ໜຶ່ງ​ມາ​ຈາກ​ທິດ​ຕາເວັນ​ອອກ.+

ເຮົາ​ຈະ​ເອີ້ນ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ບ່ອນ​ທີ່​ໄກ​ໆ​ເພື່ອ​ໃຫ້​ລາວ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ຕັ້ງໃຈ​ໄວ້​ໃຫ້​ສຳເລັດ.+

ເຮົາ​ເວົ້າ​ໄວ້​ແນວໃດ ເຮົາ​ກໍ​ຈະ​ເຮັດ​ຕາມ​ນັ້ນ.

ເຮົາ​ຕັ້ງໃຈ​ໄວ້​ແນວໃດ ເຮົາ​ກໍ​ຈະ​ເຮັດ​ໃຫ້​ສຳເລັດ.+

12 ພວກ​ເຈົ້າ​ທີ່​ເປັນ​ຄົນ​ຫົວ​ແຂງ ໃຫ້​ຟັງ​ເຮົາ​ເດີ້.

ພວກ​ເຈົ້າ​ຢູ່​ໄກ​ຈາກ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

13 ເຮົາ​ໄດ້​ເອົາ​ຄວາມ​ຖືກຕ້ອງ​ຂອງ​ເຮົາ​ມາ​ຢູ່​ໃກ້​ໆ​ ແລະ​ມັນ​ບໍ່​ໄດ້​ຢູ່​ໄກ​ເລີຍ.

ເວລາ​ທີ່​ເຮົາ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເຮົາ​ໃຫ້​ລອດ​ຈະ​ບໍ່​ມາ​ຊ້າ.+

ເຮົາ​ຈະ​ໃຫ້​ມີ​ຄວາມ​ລອດ​ໃນ​ຊີໂອນ

ແລະ​ອິດສະຣາເອນ​ຈະ​ໄດ້​ເຫັນ​ຄວາມ​ສະຫງ່າ​ງາມ​ຂອງ​ເຮົາ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌