ເພງສັນລະເສີນ
96 ໃຫ້ທຸກຄົນໃນໂລກນີ້ຮ້ອງເພງໃໝ່ສັນລະເສີນພະເຢໂຫວາ.+
ໃຫ້ຮ້ອງເພງສັນລະເສີນພະເຢໂຫວາ.+
2 ໃຫ້ຮ້ອງເພງສັນລະເສີນພະເຢໂຫວາແລະຍົກຍ້ອງຊື່ຂອງເພິ່ນ.
ໃຫ້ປະກາດຂ່າວດີເລື່ອງການຊ່ວຍໃຫ້ລອດຂອງເພິ່ນທຸກໆມື້.+
3 ໄປບອກທຸກປະເທດໃຫ້ຮູ້ວ່າເພິ່ນຍິ່ງໃຫຍ່ສ່ຳໃດ.
ໄປເລົ່າສິ່ງທີ່ເປັນຕາງຶດທີ່ເພິ່ນໄດ້ເຮັດໃຫ້ທຸກຄົນຟັງ.+
4 ພະເຢໂຫວາຍິ່ງໃຫຍ່ແລະສົມຄວນໄດ້ຮັບການສັນລະເສີນຫຼາຍທີ່ສຸດ.
ເພິ່ນສົມຄວນໄດ້ຮັບຄວາມຢ້ານຢຳຫຼາຍກວ່າພະເຈົ້າອື່ນໆທັງໝົດ.
6 ຄວາມຍິ່ງໃຫຍ່ແລະສະຫງ່າລາສີອ້ອມຮອບເພິ່ນ.+
ບ່ອນບໍລິສຸດທີ່ເພິ່ນຢູ່ງົດງາມແລະມີພະລັງອຳນາດຫຼາຍ.+
7 ໃຫ້ທຸກຊົນເຜົ່າໃຫ້ກຽດພະເຢໂຫວາ.
ໃຫ້ພວກເຈົ້າໃຫ້ກຽດພະເຢໂຫວາ ຍ້ອນເພິ່ນມີອຳນາດທີ່ຍິ່ງໃຫຍ່.+
8 ໃຫ້ສັນລະເສີນພະເຢໂຫວາຍ້ອນຊື່ຂອງເພິ່ນ.+
ໃຫ້ເອົາສິ່ງທີ່ມີຄ່າມາ ແລ້ວເຂົ້າໄປເດີ່ນວິຫານຂອງເພິ່ນ.
10 ປະກາດໃຫ້ທຸກຊາດຮູ້ວ່າ: “ພະເຢໂຫວາເປັນກະສັດແລ້ວ!+
ເພິ່ນຕັ້ງໂລກ*ໄວ້ຢ່າງໝັ້ນຄົງແລະມັນຈະບໍ່ຍ້າຍໄປໃສ.*
ເພິ່ນຈະຕັດສິນຄົນໃນຊາດຕ່າງໆດ້ວຍຄວາມຍຸຕິທຳ.”+
11 ໃຫ້ທ້ອງຟ້າມີຄວາມສຸກແລະໃຫ້ໂລກນີ້ມີຄວາມຍິນດີ.
ໃຫ້ທະເລແລະທຸກສິ່ງທີ່ຢູ່ໃນທະເລຮ້ອງສຽງດັງ.+
12 ໃຫ້ທົ່ງຫຍ້າແລະທຸກສິ່ງທີ່ຢູ່ຫັ້ນມີຄວາມສຸກ.+
ໃຫ້ຕົ້ນໄມ້ທຸກຕົ້ນທີ່ຢູ່ໃນປ່າຮ້ອງດ້ວຍຄວາມຍິນດີ+
13 ຕໍ່ໜ້າພະເຢໂຫວາ ຍ້ອນເພິ່ນກຳລັງມາ.
ເພິ່ນກຳລັງຈະມາຕັດສິນໂລກນີ້.