ຂ່າວດີທີ່ຂຽນໂດຍມັດທາຍ
12 ຕອນທີ່ພະເຢຊູກັບພວກລູກສິດຍ່າງຜ່ານທົ່ງນາໃນວັນຊະບາໂຕ ລູກສິດຂອງເພິ່ນຫິວເຂົ້າຈຶ່ງເດັດຮວງເຂົ້າມາກິນ.+ 2 ເມື່ອພວກຟາຣີຊາຍເຫັນກໍເວົ້າກັບເພິ່ນວ່າ: “ເບິ່ງລູກສິດຂອງເຈົ້າແມ້! ເຂົາເຈົ້າກຳລັງເຮັດຜິດກົດວັນຊະບາໂຕ.”+ 3 ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ພວກເຈົ້າບໍ່ໄດ້ອ່ານບໍວ່າດາວິດເຮັດຫຍັງຕອນທີ່ລາວກັບຄົນຂອງລາວຫິວເຂົ້າ?+ 4 ດາວິດເຂົ້າໄປເອົາເຂົ້າຈີ່ທີ່ຕັ້ງໄວ້*ໃນວິຫານຂອງພະເຈົ້າ*ອອກມາກິນກັບຄົນຂອງລາວ.+ ທີ່ຈິງ ເຂົາເຈົ້າບໍ່ມີສິດກິນເຂົ້າຈີ່ນັ້ນ ຍ້ອນມີແຕ່ປະໂລຫິດເທົ່ານັ້ນທີ່ມີສິດກິນໄດ້.+ 5 ພວກເຈົ້າບໍ່ໄດ້ອ່ານກົດໝາຍຂອງໂມເຊບໍທີ່ວ່າ ໃນວັນຊະບາໂຕພວກປະໂລຫິດເຮັດວຽກໃນວິຫານ ແຕ່ບໍ່ໄດ້ຖືວ່າເຂົາເຈົ້າເຮັດຜິດກົດວັນຊະບາໂຕ?+ 6 ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ທີ່ສຳຄັນກວ່າວິຫານກໍຢູ່ນີ້ແລ້ວ.+ 7 ຖ້າພວກເຈົ້າເຂົ້າໃຈຄວາມໝາຍຂອງພະຄຳພີຂໍ້ທີ່ບອກວ່າ ‘ເຮົາຢາກໃຫ້ພວກເຈົ້າອີ່ຕົນຄົນອື່ນ+ ບໍ່ໄດ້ຢາກໃຫ້ພວກເຈົ້າເອົາເຄື່ອງບູຊາມາໃຫ້’+ ພວກເຈົ້າຄືຊິບໍ່ຕັດສິນຄົນທີ່ບໍ່ມີຄວາມຜິດແບບນີ້. 8 ຂ້ອຍເວົ້າແນວນີ້ຍ້ອນລູກມະນຸດເປັນນາຍເໜືອວັນຊະບາໂຕ.”+
9 ພະເຢຊູເດີນທາງຕໍ່ໄປແລະເຂົ້າໄປໃນບ່ອນປະຊຸມຂອງຄົນຢິວ. 10 ຢູ່ຫັ້ນມີຜູ້ຊາຍທີ່ມືລີບເບື້ອງໜຶ່ງ+ ແລະພວກຢິວບາງຄົນຢາກຫາເລື່ອງພະເຢຊູ ເຂົາເຈົ້າຈຶ່ງຖາມເພິ່ນວ່າ: “ຜິດບໍຖ້າຈະປົວຄົນໃນວັນຊະບາໂຕ?”+ 11 ພະເຢຊູຕອບເຂົາເຈົ້າວ່າ: “ຖ້າພວກເຈົ້າມີແກະໂຕດຽວແລະມັນຕົກລົງໄປໃນຂຸມໃນວັນຊະບາໂຕ ພວກເຈົ້າຊິບໍ່ດຶງມັນຂຶ້ນມາບໍ?+ 12 ຄົນມີຄ່າຫຼາຍກວ່າແກະ ຄັນຊັ້ນການເຮັດດີໃນວັນຊະບາໂຕກໍບໍ່ມີຫຍັງຜິດ.” 13 ແລ້ວພະເຢຊູບອກຜູ້ຊາຍມືລີບວ່າ: “ຢຽດມືອອກ.” ລາວກໍຢຽດມືອອກ ແລະມືທີ່ລີບກໍດີເປັນປົກກະຕິຄືກັບມືອີກເບື້ອງໜຶ່ງ. 14 ພວກຟາຣີຊາຍຈຶ່ງອອກໄປວາງແຜນຊົ່ວເພື່ອຈະຂ້າພະເຢຊູ. 15 ແຕ່ພະເຢຊູຮູ້ທັນຈຶ່ງອອກໄປຈາກບ່ອນນັ້ນ. ມີຄົນບັກຫຼາຍໆນຳເພິ່ນໄປ+ ແລະເພິ່ນກໍປົວເຂົາເຈົ້າທຸກຄົນໃຫ້ເຊົາພະຍາດ 16 ແຕ່ພະເຢຊູສັ່ງເຂົາເຈົ້າຢ່າງໜັກແໜ້ນວ່າບໍ່ໃຫ້ບອກຄົນອື່ນວ່າເພິ່ນແມ່ນໃຜ.+ 17 ເລື່ອງນີ້ເປັນໄປຕາມທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນເອຊາຢາທີ່ວ່າ:
18 “ນີ້ແມ່ນຜູ້ຮັບໃຊ້ຂອງເຮົາ+ທີ່ເຮົາໄດ້ເລືອກ. ລາວເປັນຜູ້ທີ່ເຮົາຮັກແລະເຮົາພໍໃຈລາວຫຼາຍ.+ ເຮົາຈະເອົາພະລັງຂອງເຮົາໃຫ້ລາວ+ ແລະລາວຈະປະກາດໃຫ້ທຸກຊາດຮູ້ເລື່ອງຄວາມຍຸຕິທຳຂອງພະເຈົ້າ. 19 ລາວຈະບໍ່ຜິດຖຽງ+ຫຼືຮ້ອງໂວຍວາຍ ແລະລາວຈະບໍ່ສົ່ງສຽງດັງໃຫ້ຄົນໄດ້ຍິນຕາມທາງໃຫຍ່. 20 ລາວຈະບໍ່ຫັກຕົ້ນອໍ້ທີ່ໃກ້ຈະລົ້ມ ແລະຈະບໍ່ມອດໄສ້ຕະກຽງທີ່ໃກ້ຈະມອດ.+ ລາວຈະເຮັດໃຫ້ເກີດຄວາມຍຸຕິທຳຢ່າງແນ່ນອນ. 21 ທີ່ຈິງ ຊື່ຂອງລາວຈະເຮັດໃຫ້ຊາດຕ່າງໆມີຄວາມຫວັງ.”+
22 ມີຄົນພາຜູ້ຊາຍທີ່ຕາບອດແລະປາກກືກຍ້ອນຖືກປີສາດສິງມາຫາພະເຢຊູ ເພິ່ນກໍປົວລາວໃຫ້ເຫັນຮຸ່ງແລະເວົ້າໄດ້. 23 ທຸກຄົນກໍແປກໃຈຫຼາຍແລະພາກັນເວົ້າວ່າ: “ຜູ້ນີ້ຊິແມ່ນລູກຫຼານຂອງດາວິດບໍ?” 24 ເມື່ອພວກຟາຣີຊາຍໄດ້ຍິນແບບນັ້ນຈຶ່ງລົມກັນວ່າ: “ຜູ້ນີ້ໄລ່ປີສາດອອກໄດ້ຍ້ອນລາວໄດ້ອຳນາດຈາກເບເອນເຊບູນ*ທີ່ເປັນຫົວໜ້າຂອງພວກປີສາດ.”+ 25 ພະເຢຊູຮູ້ວ່າເຂົາເຈົ້າຄິດຫຍັງຢູ່ ເພິ່ນຈຶ່ງເວົ້າວ່າ: “ຖ້າປະເທດໃດແຕກແຍກກັນ ປະເທດນັ້ນກໍຈະຫຼົ້ມຈົມ ແລະຖ້າເມືອງໃດຫຼືຄອບຄົວ*ໃດແຕກແຍກກັນ ເມືອງນັ້ນຫຼືຄອບຄົວນັ້ນກໍຈະຢູ່ບໍ່ລອດ. 26 ຄັນຊັ້ນ ຖ້າຊາຕານໄລ່ພວກດຽວກັນ ມັນກໍເປັນຄືກັບວ່າຊາຕານຕໍ່ສູ້ກັບໂຕເອງ ແລ້ວອານາຈັກຂອງມັນກໍຈະແຕກແຍກແລະຢູ່ບໍ່ລອດ. 27 ຖ້າຂ້ອຍໄລ່ປີສາດອອກໄດ້ຍ້ອນອຳນາດຂອງເບເອນເຊບູນ ແລ້ວຄົນຂອງພວກເຈົ້າໄລ່ປີສາດອອກໄດ້ຍ້ອນອຳນາດຂອງໃຜ? ຄົນຂອງພວກເຈົ້າຫັ້ນແຫຼະທີ່ສະແດງໃຫ້ເຫັນວ່າພວກເຈົ້າເວົ້າຜິດ. 28 ແຕ່ຖ້າຂ້ອຍໄລ່ປີສາດອອກໄດ້ຍ້ອນອຳນາດຂອງພະເຈົ້າ ກໍສະແດງວ່າການປົກຄອງຂອງພະເຈົ້າຢູ່ນີ້ແລ້ວ ແຕ່ພວກເຈົ້າພັດບໍ່ຮູ້ໂຕ.+ 29 ຖ້າມີຜູ້ໃດຢາກປຸ້ນຊັບສິນໃນເຮືອນຂອງຄົນທີ່ມີແຮງຫຼາຍ ລາວຕ້ອງເຮັດແນວໃດ? ລາວຕ້ອງຈັບເຈົ້າຂອງເຮືອນມັດໄວ້ກ່ອນ ແລ້ວຈຶ່ງຈະປຸ້ນເຮືອນນັ້ນໄດ້. 30 ຜູ້ທີ່ບໍ່ຢູ່ຝ່າຍຂ້ອຍກໍຕໍ່ຕ້ານຂ້ອຍ ແລະຜູ້ທີ່ບໍ່ຊ່ວຍຂ້ອຍລວບລວມຄົນກໍໄລ່ຄົນໃຫ້ໜີໄປ.+
31 ດັ່ງນັ້ນ ຂ້ອຍຈະບອກໃຫ້ຮູ້ວ່າ ຄວາມຜິດແລະການໝິ່ນປະໝາດທຸກຢ່າງພະເຈົ້າຍົກໂທດໃຫ້ໄດ້ ແຕ່ການໝິ່ນປະໝາດພະລັງຂອງເພິ່ນ ເພິ່ນຈະບໍ່ຍົກໂທດໃຫ້ເລີຍ.+ 32 ຍົກຕົວຢ່າງ: ຖ້າຜູ້ໃດເວົ້າໝິ່ນປະໝາດລູກມະນຸດ ພະເຈົ້າຈະຍົກໂທດໃຫ້ລາວໄດ້+ ແຕ່ຖ້າຜູ້ໃດເວົ້າໝິ່ນປະໝາດພະລັງບໍລິສຸດ ເພິ່ນຈະບໍ່ຍົກໂທດໃຫ້ລາວເລີຍ ບໍ່ວ່າຈະໃນຕອນນີ້ຫຼືໃນອະນາຄົດ.*+
33 ຖ້າພວກເຈົ້າເປັນຕົ້ນໄມ້ດີກໍຈະເກີດໝາກດີ ແຕ່ຖ້າພວກເຈົ້າເປັນຕົ້ນໄມ້ບໍ່ດີກໍຈະເກີດໝາກບໍ່ດີ. ດັ່ງນັ້ນ ຕົ້ນໄມ້ດີຫຼືບໍ່ດີກໍຮູ້ໄດ້ຈາກໝາກຂອງມັນ.+ 34 ພວກເຈົ້າທີ່ເປັນຄືກັບງູພິດ+ ພວກເຈົ້າເປັນຄົນຊົ່ວ ເວົ້າຄຳດີໆບໍ່ເປັນດອກ. ໃຈຄິດແນວໃດ ປາກກໍເວົ້າອອກມາແບບນັ້ນ.+ 35 ຄົນດີເວົ້າແຕ່ແນວດີໆອອກມາຍ້ອນໃນໃຈຂອງລາວມີແຕ່ແນວດີໆ ແຕ່ຄົນຊົ່ວກໍເວົ້າແຕ່ແນວຊົ່ວໆອອກມາຍ້ອນໃນໃຈຂອງລາວມີແຕ່ແນວຊົ່ວໆ.+ 36 ຂ້ອຍຈະບອກໃຫ້ຮູ້ວ່າ ໃນມື້ທີ່ພະເຈົ້າຕັດສິນ ທຸກຄົນຕ້ອງຮັບຜິດຊອບ+ຄຳເວົ້າຂອງໂຕເອງທຸກຄຳທີ່ບໍ່ມີປະໂຫຍດ.* 37 ເຈົ້າຈະຖືກຕັດສິນວ່າເປັນຄົນດີ ຫຼືຈະຖືກຕັດສິນວ່າຕ້ອງຖືກລົງໂທດກໍຂຶ້ນຢູ່ກັບຄຳເວົ້າຂອງເຈົ້າເອງ.”
38 ພວກຄູສອນສາສະໜາກັບພວກຟາຣີຊາຍບາງຄົນເວົ້າວ່າ: “ອາຈານ ເຮັດການອັດສະຈັນໃຫ້ພວກເຮົາເບິ່ງແດ່ເພື່ອພິສູດວ່າພະເຈົ້າສົ່ງທ່ານມາ.”+ 39 ພະເຢຊູຕອບເຂົາເຈົ້າວ່າ: “ຄົນສະໄໝນີ້ເປັນຄົນຊົ່ວແລະບໍ່ສັດຊື່ຕໍ່ພະເຈົ້າ.* ເຂົາເຈົ້າມີແຕ່ຢາກເຫັນການອັດສະຈັນ ແຕ່ເຂົາເຈົ້າຈະບໍ່ໄດ້ເຫັນຫຍັງເລີຍ ນອກຈາກການອັດສະຈັນທີ່ເກີດຂຶ້ນກັບຜູ້ພະຍາກອນໂຢນາ.+ 40 ໂຢນາຢູ່ໃນທ້ອງປາໃຫຍ່ 3 ມື້ 3 ຄືນ.+ ລູກມະນຸດກໍຈະຢູ່ໃນບ່ອນຝັງສົບ 3 ມື້ 3 ຄືນຄືກັນ.+ 41 ເມື່ອພະເຈົ້າມາຕັດສິນ ຄົນໃນເມືອງນີເນເວຈະຖືກປຸກໃຫ້ຄືນມາຈາກຕາຍພ້ອມກັບຄົນໃນສະໄໝນີ້ ແລະເຂົາເຈົ້າຈະຕຳໜິຄົນໃນສະໄໝນີ້ ຍ້ອນເຂົາເຈົ້າກັບໃຈເມື່ອໄດ້ຟັງໂຢນາປະກາດ.+ ແຕ່ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ທີ່ສຳຄັນກວ່າໂຢນາກໍຢູ່ນີ້ແລ້ວ.+ 42 ຕອນທີ່ພະເຈົ້າມາຕັດສິນ ລາຊີນີຈາກທິດໃຕ້ຈະຖືກປຸກໃຫ້ຄືນມາຈາກຕາຍພ້ອມກັບຄົນໃນສະໄໝນີ້ ແລະລາວຈະຕຳໜິເຂົາເຈົ້າ ຍ້ອນລາວອົດສາເດີນທາງມາແຕ່ໄກເພື່ອຟັງຄຳສອນທີ່ສະຫຼາດຫຼັກແຫຼມຂອງໂຊໂລໂມນ.+ ແຕ່ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ທີ່ສຳຄັນກວ່າໂຊໂລໂມນກໍຢູ່ນີ້ແລ້ວ.+
43 ເມື່ອປີສາດໂຕໜຶ່ງອອກຈາກຄົນທີ່ມັນສິງ ມັນກໍເລາະໄປເລາະມາຕາມບ່ອນທີ່ປ່ຽວແລະແຫ້ງແລ້ງເພື່ອຊອກຫາບ່ອນຢູ່ ແຕ່ກໍບໍ່ເຫັນ.+ 44 ມັນຈຶ່ງເວົ້າວ່າ ‘ກັບໄປສິງຜູ້ເກົ່າທີ່ເຄີຍເປັນບ່ອນຢູ່ຂອງຂ້ອຍກະດີກວ່າ.’ ເມື່ອມັນກັບມາກໍເຫັນວ່າບ່ອນນັ້ນວ່າງຢູ່ແລະທັງຖືກປັດກວາດຈົນສະອາດແລະຕົກແຕ່ງໄວ້ແລ້ວ. 45 ມັນຈຶ່ງຊວນພວກປີສາດທີ່ຊົ່ວກວ່າມັນອີກ 7 ໂຕເຂົ້າໄປສິງຄົນທີ່ເຄີຍເປັນບ່ອນຢູ່ຂອງມັນ ແລະເຮັດໃຫ້ສະພາບຂອງຜູ້ນັ້ນແຮ່ງຮ້າຍກວ່າເກົ່າອີກ.+ ຄົນສະໄໝນີ້ທີ່ຊົ່ວຈະມີສະພາບແບບນັ້ນແຫຼະ.”
46 ຕອນທີ່ພະເຢຊູກຳລັງເວົ້າກັບຄົນທີ່ຢູ່ຫັ້ນ ແມ່ກັບພວກນ້ອງຊາຍຂອງເພິ່ນ+ຢືນຢູ່ທາງນອກ. ເຂົາເຈົ້າຢາກລົມກັບເພິ່ນ.+ 47 ມີຄົນມາບອກພະເຢຊູວ່າ: “ແມ່ກັບພວກນ້ອງຊາຍຂອງທ່ານຢືນຢູ່ທາງນອກ. ເຂົາເຈົ້າຖ້າລົມກັບທ່ານ.” 48 ພະເຢຊູຖາມຜູ້ນັ້ນວ່າ: “ເຈົ້າຮູ້ບໍວ່າໃຜແມ່ນແມ່ແລະນ້ອງຊາຍຂອງຂ້ອຍ?” 49 ແລ້ວເພິ່ນກໍເດ່ມືໄປທາງພວກລູກສິດແລະເວົ້າວ່າ: “ນີ້ເດ້ ແມ່ແລະນ້ອງຊາຍຂອງຂ້ອຍ.+ 50 ທຸກຄົນທີ່ເຮັດຕາມສິ່ງທີ່ພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນຕ້ອງການ ຜູ້ນັ້ນແຫຼະເປັນແມ່ແລະອ້າຍເອື້ອຍນ້ອງຂອງຂ້ອຍ.”+