ຈົດໝາຍເຖິງຄລິດສະຕຽນໃນເມືອງໂກໂລຊາຍ
3 ໃນເມື່ອພະເຈົ້າເຮັດໃຫ້ພວກເຈົ້າມີຊີວິດຮ່ວມກັບພະຄລິດແລ້ວ+ ພວກເຈົ້າຕ້ອງໃຫ້ຄວາມສຳຄັນກັບສິ່ງຕ່າງໆທີ່ຢູ່ໃນສະຫວັນສະເໝີ ເຊິ່ງເປັນບ່ອນທີ່ພະຄລິດນັ່ງຢູ່ເບື້ອງຂວາມືຂອງພະເຈົ້າ.+ 2 ໃຫ້ພວກເຈົ້າຄິດເຖິງແຕ່ສິ່ງທີ່ຢູ່ໃນສະຫວັນສະເໝີ+ ບໍ່ແມ່ນຄິດເຖິງສິ່ງທີ່ຢູ່ໃນໂລກນີ້.+ 3 ພວກເຈົ້າຕາຍແລ້ວ ແລະຊີວິດຂອງພວກເຈົ້າຝາກໄວ້ກັບພະຄລິດຕາມທີ່ພະເຈົ້າຕ້ອງການ. 4 ເມື່ອພະຄລິດຜູ້ເປັນຊີວິດຂອງພວກເຮົາ+ມາສະແດງລິດເດດຂອງເພິ່ນ ພວກເຈົ້າກໍຈະມາພ້ອມກັບກຽດຂອງເພິ່ນ.+
5 ໃຫ້ພວກເຈົ້າກຳຈັດຄວາມຕ້ອງການຂອງອະໄວຍະວະຕ່າງໆໃນຮ່າງກາຍ+ເຊິ່ງແມ່ນການເຮັດຜິດສິນລະທຳທາງເພດ* ການກະທຳທີ່ບໍ່ສະອາດ ຕັນຫາແບບທີ່ບໍ່ມີການຄວບຄຸມ+ ຄວາມຕ້ອງການທີ່ສ້າງຄວາມເສຍຫາຍ ແລະຄວາມໂລບທີ່ເປັນຮູບແບບໜຶ່ງຂອງການຂາບໄຫວ້ຮູບບູຊາ. 6 ພະເຈົ້າຈະສະແດງຄວາມໃຈຮ້າຍຕໍ່ຄົນທີ່ເຮັດສິ່ງເຫຼົ່ານັ້ນ. 7 ແຕ່ກີ້ ພວກເຈົ້າກໍເຄີຍເຮັດສິ່ງເຫຼົ່ານີ້ຕອນທີ່ໃຊ້ຊີວິດແບບເກົ່າ.+ 8 ແຕ່ຕອນນີ້ ພວກເຈົ້າຕ້ອງກຳຈັດຄວາມໃຈຮ້າຍ ການຮ້າຍໃສ່ຄົນອື່ນ ຄວາມຊົ່ວ+ ແລະການເວົ້າດູຖູກໃຫ້ໝົດໄປຈາກພວກເຈົ້າ.+ ຢ່າໃຫ້ຄຳເວົ້າລາມົກ+ອອກມາຈາກປາກພວກເຈົ້າ. 9 ຢ່າເວົ້າຕົວະກັນ.+ ໃຫ້ຖິ້ມ*ນິດໄສເກົ່າ+ກັບສິ່ງຕ່າງໆທີ່ເຄີຍເຮັດ 10 ແລ້ວໃຫ້ປ່ຽນ*ນິດໄສໃໝ່+ທີ່ມາຈາກພະເຈົ້າໂດຍໃຊ້ຄວາມຮູ້ທີ່ຖືກຕ້ອງ ເຊິ່ງເປັນນິດໄສທີ່ຄ່ອຍໆຖືກສ້າງຂຶ້ນຕາມແບບເພິ່ນ.+ 11 ເມື່ອມີນິດໄສແບບນັ້ນກໍຈະບໍ່ມີການແບ່ງແຍກລະຫວ່າງຄົນກຣີກກັບຄົນຢິວ ຄົນທີ່ຮັບສິນຕັດ*ກັບຄົນທີ່ບໍ່ຮັບສິນຕັດ ຄົນຕ່າງຊາດ ຄົນຊີເທຍ* ທາດຫຼືຄົນທີ່ມີອິດສະຫຼະ. ພະຄລິດກ່ຽວຂ້ອງກັບທຸກດ້ານຂອງນິດໄສນີ້ ແລະພວກເຮົາກໍເປັນອັນໜຶ່ງອັນດຽວກັບເພິ່ນ.+
12 ເມື່ອພວກເຈົ້າເປັນຄົນທີ່ພະເຈົ້າເລືອກແລ້ວ+ ເປັນຄົນບໍລິສຸດແລະເປັນຄົນທີ່ເພິ່ນຮັກ ກໍໃຫ້ປູກຝັງ*ຄວາມເຫັນອົກເຫັນໃຈ+ ຄວາມເມດຕາ ຄວາມຖ່ອມ+ ຄວາມອ່ອນໂຍນ+ ແລະຄວາມອົດທົນ.+ 13 ແຕ່ຖ້າຜູ້ໃດມີສາເຫດຈະຈົ່ມໃຫ້ຄົນອື່ນ+ ກໍຂໍໃຫ້ອົດທົນຕໍ່ກັນແລະກັນ ແລະໃຫ້ອະໄພກັນຢ່າງໃຈກວ້າງຕໍ່ໆໄປ.+ ພວກເຈົ້າຕ້ອງເຕັມໃຈໃຫ້ອະໄພກັນຄືກັບທີ່ພະເຢໂຫວາ*ເຕັມໃຈໃຫ້ອະໄພພວກເຈົ້າ.+ 14 ນອກຈາກນັ້ນ ໃຫ້ປູກຝັງຄວາມຮັກ+ ຍ້ອນຄວາມຮັກຜູກພັນຄົນເຮົາໃຫ້ເປັນນ້ຳໜຶ່ງໃຈດຽວກັນ.+
15 ຂໍໃຫ້ສັນຕິສຸກຈາກພະຄລິດເປັນພະລັງຄວບຄຸມໃຈພວກເຈົ້າ+ ຍ້ອນພວກເຈົ້າຖືກເລືອກເພື່ອໃຫ້ເປັນອະໄວຍະວະໃນຮ່າງກາຍດຽວທີ່ມີສັນຕິສຸກ ແລະໃຫ້ພວກເຈົ້າສະແດງຄວາມຂອບໃຈ. 16 ໃຫ້ຄຳສອນຂອງພະຄລິດມີຜົນຕໍ່ພວກເຈົ້າຢ່າງເຕັມທີແລະເຮັດໃຫ້ພວກເຈົ້າມີສະຕິປັນຍາທຸກຢ່າງ. ໃຫ້ພວກເຈົ້າສອນແລະໃຫ້ກຳລັງໃຈກັນ*ສະເໝີດ້ວຍເພງສັນລະເສີນ+ ເພງຍ້ອງຍໍພະເຈົ້າ ແລະເພງນະມັດສະການພະເຈົ້າທີ່ຮ້ອງດ້ວຍຄວາມສຳນຶກບຸນຄຸນ. ໃຫ້ຮ້ອງເພງຈາກໃຈໃຫ້ພະເຢໂຫວາ*ສະເໝີ.+ 17 ບໍ່ວ່າພວກເຈົ້າຈະເວົ້າຫຼືເຮັດຫຍັງ ກໍໃຫ້ເຮັດທຸກສິ່ງໃນນາມພະເຢຊູຜູ້ເປັນນາຍ ແລະຂອບໃຈພະເຈົ້າຜູ້ເປັນພໍ່ຂອງພວກເຮົາໃນນາມພະເຢຊູ.+
18 ຜູ້ທີ່ເປັນເມຍ ໃຫ້ເຊື່ອຟັງຜົວ+ ຍ້ອນເປັນສິ່ງທີ່ລູກສິດຂອງພະຄລິດຄວນເຮັດ. 19 ຜູ້ທີ່ເປັນຜົວ ໃຫ້ຮັກເມຍສະເໝີ+ແລະຢ່າຮຸນແຮງຕໍ່ເມຍ.+ 20 ຜູ້ທີ່ເປັນລູກ ໃຫ້ເຊື່ອຟັງພໍ່ແມ່ສະເໝີ+ ຍ້ອນການເຮັດແນວນັ້ນເຮັດໃຫ້ພະຄລິດພໍໃຈ. 21 ຜູ້ທີ່ເປັນພໍ່ ຢ່າຍົວະລູກໃຫ້ໃຈຮ້າຍ*+ເພື່ອລູກຈະບໍ່ທໍ້ໃຈ. 22 ຜູ້ທີ່ເປັນທາດ ໃຫ້ເຊື່ອຟັງນາຍທີ່ເປັນມະນຸດສະເໝີ+ ບໍ່ແມ່ນເຊື່ອຟັງແຕ່ຕອນທີ່ນາຍເຫັນເພື່ອເອົາໃຈລາວເທົ່ານັ້ນ ແຕ່ໃຫ້ເຊື່ອຟັງຈາກໃຈດ້ວຍຄວາມຢ້ານຢຳພະເຢໂຫວາ.* 23 ບໍ່ວ່າພວກເຈົ້າຈະເຮັດຫຍັງ ກໍໃຫ້ເຮັດສຸດຄວາມສາມາດຄືກັບເຮັດໃຫ້ພະເຢໂຫວາ*+ ບໍ່ແມ່ນເຮັດໃຫ້ມະນຸດ. 24 ພວກເຈົ້າຮູ້ແລ້ວວ່າຈະໄດ້ຮັບລາງວັນ*ຈາກພະເຢໂຫວາ.*+ ໃຫ້ເຮັດວຽກແບບທາດເພື່ອພະຄລິດຜູ້ເປັນນາຍ. 25 ສ່ວນຄົນທີ່ເຮັດຜິດກໍຈະໄດ້ຮັບຜົນຕາມຄວາມຜິດຂອງໂຕເອງແນ່ນອນ+ ຍ້ອນພະເຈົ້າບໍ່ລຳອຽງ.+