ຂ່າວດີທີ່ຂຽນໂດຍໂຢຮັນ
15 “ຂ້ອຍເປັນຕົ້ນໝາກລະແຊັງແທ້ ແລະພະເຈົ້າຜູ້ເປັນພໍ່ຂອງຂ້ອຍເປັນຜູ້ເບິ່ງແຍງສວນໝາກລະແຊັງ. 2 ທຸກງ່າທີ່ແຕກອອກຈາກຂ້ອຍ ຖ້າບໍ່ເປັນໝາກ ເພິ່ນຈະຕັດຖິ້ມ ສ່ວນງ່າທີ່ເປັນໝາກ ເພິ່ນຈະຕັດແຕ່ງ*ງ່ານັ້ນເພື່ອໃຫ້ເປັນໝາກຫຼາຍຕື່ມອີກ.+ 3 ຄຳສອນຂອງຂ້ອຍເຮັດໃຫ້ພວກເຈົ້າສະອາດແລ້ວ.+ 4 ຂໍໃຫ້ເປັນອັນໜຶ່ງອັນດຽວກັບຂ້ອຍ ແລ້ວຂ້ອຍຈະເປັນອັນໜຶ່ງອັນດຽວກັບພວກເຈົ້າ. ງ່າຈະບໍ່ເປັນໝາກຖ້າບໍ່ຕິດຢູ່ກັບຕົ້ນ. ພວກເຈົ້າກໍຈະບໍ່ເກີດໝາກຄືກັນຖ້າບໍ່ເປັນອັນໜຶ່ງອັນດຽວກັບຂ້ອຍ.+ 5 ຂ້ອຍເປັນຕົ້ນໝາກລະແຊັງແລະພວກເຈົ້າເປັນງ່າ. ຖ້າຜູ້ໃດເປັນອັນໜຶ່ງອັນດຽວກັບຂ້ອຍ ແລະຂ້ອຍເປັນອັນໜຶ່ງອັນດຽວກັບລາວ ຜູ້ນັ້ນຈະເປັນໝາກຫຼາຍ.+ ແຕ່ຖ້າພວກເຈົ້າແຍກຈາກຂ້ອຍ ພວກເຈົ້າເຮັດຫຍັງກໍຈະບໍ່ສຳເລັດ. 6 ຖ້າຜູ້ໃດບໍ່ເປັນອັນໜຶ່ງອັນດຽວກັບຂ້ອຍ ລາວຈະຖືກຖິ້ມຄືກັບງ່າໄມ້ແລະຈະແຫ້ງໄປ ແລ້ວຈະມີຄົນມາເກັບເອົາງ່າເຫຼົ່ານັ້ນໄປຈູດຖິ້ມ. 7 ຖ້າພວກເຈົ້າເປັນອັນໜຶ່ງອັນດຽວກັບຂ້ອຍແລະຍຶດໝັ້ນໃນຄຳສອນຂອງຂ້ອຍຢູ່ສະເໝີ ບໍ່ວ່າພວກເຈົ້າຂໍຫຍັງກໍຈະເປັນໄປຕາມນັ້ນ.+ 8 ພໍ່ຂອງຂ້ອຍຈະໄດ້ຮັບການຍົກຍ້ອງ ເມື່ອພວກເຈົ້າເກີດໝາກຫຼາຍຕໍ່ໆໄປແລະສະແດງໂຕວ່າເປັນລູກສິດຂອງຂ້ອຍ.+ 9 ຂ້ອຍຮັກພວກເຈົ້າຄືກັບທີ່ພໍ່ຮັກຂ້ອຍ.+ ຂໍໃຫ້ພວກເຈົ້າຮັກສາຄວາມຮັກຂອງຂ້ອຍໄວ້ຕໍ່ໆໄປ. 10 ຖ້າພວກເຈົ້າເຮັດຕາມຄຳສັ່ງຂອງຂ້ອຍ ຂ້ອຍຈະຮັກພວກເຈົ້າສະເໝີ ຄືກັບທີ່ຂ້ອຍເຮັດຕາມຄຳສັ່ງຂອງພະເຈົ້າຜູ້ເປັນພໍ່ ແລະເພິ່ນຮັກຂ້ອຍສະເໝີ.
11 ຂ້ອຍບອກເລື່ອງທັງໝົດນີ້ໃຫ້ພວກເຈົ້າຮູ້ ເພື່ອພວກເຈົ້າຈະມີຄວາມສຸກຫຼາຍຄືກັບທີ່ຂ້ອຍມີຄວາມສຸກຫຼາຍ.+ 12 ນີ້ແມ່ນຄຳສັ່ງຂອງຂ້ອຍ. ໃຫ້ພວກເຈົ້າຮັກກັນຄືກັບທີ່ຂ້ອຍຮັກພວກເຈົ້າ.+ 13 ບໍ່ມີຜູ້ໃດມີຄວາມຮັກທີ່ຍິ່ງໃຫຍ່ກວ່າຜູ້ທີ່ຍອມຕາຍເພື່ອໝູ່ຂອງລາວ.+ 14 ຖ້າພວກເຈົ້າເຮັດຕາມຄຳສັ່ງຂອງຂ້ອຍ ພວກເຈົ້າກໍເປັນໝູ່ຂ້ອຍ.+ 15 ຂ້ອຍບໍ່ເອີ້ນພວກເຈົ້າວ່າທາດອີກຕໍ່ໄປ ຍ້ອນທາດບໍ່ຮູ້ວ່ານາຍເຮັດຫຍັງແດ່ ແຕ່ຂ້ອຍເອີ້ນພວກເຈົ້າວ່າໝູ່ ຍ້ອນຂ້ອຍບອກພວກເຈົ້າໃຫ້ຮູ້ທຸກເລື່ອງທີ່ຂ້ອຍໄດ້ຍິນຈາກພໍ່ຂອງຂ້ອຍ. 16 ພວກເຈົ້າບໍ່ໄດ້ເລືອກຂ້ອຍ ແຕ່ຂ້ອຍເປັນຜູ້ເລືອກພວກເຈົ້າເພື່ອໃຫ້ພວກເຈົ້າເກີດໝາກຕໍ່ໆໄປເຊິ່ງເປັນໝາກທີ່ຈະຢູ່ຕະຫຼອດໄປ ແລະບໍ່ວ່າພວກເຈົ້າຈະຂໍຫຍັງໃນນາມຂອງຂ້ອຍ ພະເຈົ້າຜູ້ເປັນພໍ່ຈະເອົາສິ່ງນັ້ນໃຫ້ພວກເຈົ້າ.+
17 ຂ້ອຍສັ່ງພວກເຈົ້າແບບນີ້ກໍເພື່ອໃຫ້ພວກເຈົ້າຮັກກັນ.+ 18 ຖ້າໂລກນີ້ຊັງພວກເຈົ້າ ກໍໃຫ້ຮູ້ວ່າໂລກໄດ້ຊັງຂ້ອຍກ່ອນ.+ 19 ຖ້າພວກເຈົ້າເປັນຄົນຂອງໂລກນີ້ ໂລກກໍຈະຮັກພວກເຈົ້າ ແຕ່ຕອນນີ້ພວກເຈົ້າບໍ່ໄດ້ເປັນຄົນຂອງໂລກນີ້ແລ້ວ+ ຍ້ອນຂ້ອຍເລືອກພວກເຈົ້າໃຫ້ຢູ່ຕ່າງຫາກຈາກໂລກ ໂລກນີ້ຈຶ່ງຊັງພວກເຈົ້າ.+ 20 ຢ່າລືມທີ່ຂ້ອຍເວົ້າໄວ້ວ່າທາດບໍ່ໃຫຍ່ກວ່ານາຍ ຖ້າເຂົາເຈົ້າຂົ່ມເຫງຂ້ອຍ ເຂົາເຈົ້າຈະຂົ່ມເຫງພວກເຈົ້າຄືກັນ.+ ຖ້າເຂົາເຈົ້າເຮັດຕາມຄຳສອນຂອງຂ້ອຍ ເຂົາເຈົ້າກໍຈະເຮັດຕາມຄຳສອນຂອງພວກເຈົ້າຄືກັນ. 21 ເຂົາເຈົ້າຈະເຮັດບໍ່ດີຕໍ່ພວກເຈົ້າ ຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ ແລະຍ້ອນເຂົາເຈົ້າບໍ່ຮູ້ຈັກຜູ້ທີ່ໃຊ້ຂ້ອຍມາ.+ 22 ຖ້າຂ້ອຍບໍ່ໄດ້ມາເຕືອນ ເຂົາເຈົ້າຄືຊິບໍ່ຕ້ອງຖືກລົງໂທດຍ້ອນຄວາມຜິດຂອງໂຕເອງ+ ແຕ່ຕອນນີ້ເຂົາເຈົ້າບໍ່ມີຂໍ້ແກ້ໂຕແລ້ວ.+ 23 ຄົນທີ່ຊັງຂ້ອຍກໍຊັງພໍ່ຂອງຂ້ອຍນຳ.+ 24 ຖ້າຂ້ອຍບໍ່ໄດ້ເຮັດສິ່ງທີ່ບໍ່ເຄີຍມີຜູ້ໃດເຮັດມາກ່ອນໃຫ້ເຂົາເຈົ້າເຫັນ ເຂົາເຈົ້າຄືຊິບໍ່ຕ້ອງຖືກລົງໂທດຍ້ອນຄວາມຜິດຂອງໂຕເອງ.+ ແຕ່ຕອນນີ້ ທັງໆທີ່ເຂົາເຈົ້າເຫັນແລ້ວ ເຂົາເຈົ້າກໍຍັງຊັງຂ້ອຍແລະພໍ່ຂອງຂ້ອຍນຳ. 25 ເລື່ອງນີ້ເປັນໄປຕາມທີ່ຂຽນໄວ້ໃນພະຄຳພີ*ທີ່ວ່າ ‘ເຂົາເຈົ້າຊັງຂ້ອຍແບບບໍ່ມີເຫດຜົນ.’+ 26 ຂ້ອຍຈະສົ່ງຜູ້ຊ່ວຍຈາກພະເຈົ້າຜູ້ເປັນພໍ່ມາໃຫ້ພວກເຈົ້າ. ຜູ້ຊ່ວຍນັ້ນແມ່ນພະລັງຂອງເພິ່ນທີ່ເຮັດໃຫ້ເຫັນຄວາມຈິງ.+ ເມື່ອມາແລ້ວ ຜູ້ຊ່ວຍນັ້ນຈະເປັນພະຍານຢືນຢັນໃຫ້ຂ້ອຍ+ 27 ແລະພວກເຈົ້າກໍຈະເປັນພະຍານຢືນຢັນໃຫ້ຂ້ອຍຄືກັນ+ ຍ້ອນພວກເຈົ້າຢູ່ນຳຂ້ອຍຕັ້ງແຕ່ທຳອິດ.”