ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 33
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ການ​ຕັດສິນ​ແລະ​ຄວາມ​ຫວັງ​ສຳລັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ (1-​24)

        • ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ ຜູ້​ໃຫ້​ກົດໝາຍ ແລະ​ກະ⁠ສັດ (22)

        • ຈະ​ບໍ່​ມີ​ໃຜ​ເວົ້າ​ວ່າ: “ຂ້ອຍ​ບໍ່​ສະບາຍ” (24)

ເອຊາຢາ 33:1

ໄຂເງື່ອນ

  • *

    ໝາຍເຖິງ​ອັດຊີເຣຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 18:13; ອຊຢ 10:5
  • +ອຊຢ 10:12; ນຮ 3:7

ເອຊາຢາ 33:2

ໄຂເງື່ອນ

  • *

    ຫຼື “ແຂນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 123:2
  • +ພສ 44:3; ອຊຢ 52:10
  • +ພສ 46:1; ນຮ 1:7

ເອຊາຢາ 33:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 46:6; 68:1; ອຊຢ 17:13

ເອຊາຢາ 33:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 27:1
  • +ສພສ 19:23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2024, ໜ້າ 22

ເອຊາຢາ 33:7

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ພວກ​ຜູ້​ກ້າຫານ​ຂອງ​ຢູດາ

ເອຊາຢາ 33:8

ໄຂເງື່ອນ

  • *

    ໝາຍເຖິງ​ສັດຕູ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 18:19, 20

ເອຊາຢາ 33:9

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ແຫ້ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 37:24
  • +ນຮ 1:4

ເອຊາຢາ 33:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 46:10

ເອຊາຢາ 33:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 5:24

ເອຊາຢາ 33:12

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຖືກ​ຈູດ​ຄື​ກັບ​ຈູດ​ປູນ.” ປູນ​ແມ່ນ​ຝຸ່ນ​ຂາວ​ໆ​ທີ່​ເຫຼືອ​ຈາກ​ການ​ຈູດ​ບາງ​ຢ່າງ ເຊັ່ນ: ຫີນ​ທີ່​ບໍ່​ແຂງ ປະ​ກາ​ລັງ ກະດູກ ຫຼື​ເປືອກ​ຫອຍ. ໃນ​ພາສາ​ອັງກິດ​ແມ່ນ​ລ້າ​ມ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 9:18

ເອຊາຢາ 33:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:66, 67
  • +ພບຍ 32:22; ນຮ 1:6; ຮຣ 12:29

ເອຊາຢາ 33:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 18:17
  • +1ຂຄ 29:17
  • +ອພຍ 23:8; ພບຍ 16:19

ເອຊາຢາ 33:16

ໄຂເງື່ອນ

  • *

    ຫຼື “ບ່ອນ​ສູງ​ທີ່​ປອດໄພ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:5, 6; ພສ 34:9, 10; ອຊຢ 65:13

ເອຊາຢາ 33:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 15:19

ເອຊາຢາ 33:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:49, 50; ອຊຢ 28:11; ຢຣມ 5:15

ເອຊາຢາ 33:20

ໄຂເງື່ອນ

  • *

    ເປັນ​ແນວ​ຕອກ​ໃສ່​ພື້ນ​ຄ້າຍຄື​ກັບ​ເຫຼັກ​ປັກ​ເຕັ້ນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:5, 6
  • +ພສ 125:1

ເອຊາຢາ 33:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:25; ພສ 50:6; 98:9
  • +ລລວ 26:3; ຢກບ 4:12
  • +ພສ 44:4; 97:1; ພນມ 11:15, 17
  • +ອຊຢ 12:2; ຊຟຢ 3:17

ເອຊາຢາ 33:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 33:4

ເອຊາຢາ 33:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:15; ພນມ 21:4; 22:1, 2
  • +ຢຣມ 50:20; ມກ 7:18, 19

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 33:12ກສ 18:13; ອຊຢ 10:5
ອຊຢ. 33:1ອຊຢ 10:12; ນຮ 3:7
ອຊຢ. 33:2ພສ 123:2
ອຊຢ. 33:2ພສ 44:3; ອຊຢ 52:10
ອຊຢ. 33:2ພສ 46:1; ນຮ 1:7
ອຊຢ. 33:3ພສ 46:6; 68:1; ອຊຢ 17:13
ອຊຢ. 33:6ພສ 27:1
ອຊຢ. 33:6ສພສ 19:23
ອຊຢ. 33:82ກສ 18:19, 20
ອຊຢ. 33:9ອຊຢ 37:24
ອຊຢ. 33:9ນຮ 1:4
ອຊຢ. 33:10ພສ 46:10
ອຊຢ. 33:11ອຊຢ 5:24
ອຊຢ. 33:12ອຊຢ 9:18
ອຊຢ. 33:14ພບຍ 28:66, 67
ອຊຢ. 33:14ພບຍ 32:22; ນຮ 1:6; ຮຣ 12:29
ອຊຢ. 33:15ອຊກ 18:17
ອຊຢ. 33:151ຂຄ 29:17
ອຊຢ. 33:15ອພຍ 23:8; ພບຍ 16:19
ອຊຢ. 33:161ກສ 19:5, 6; ພສ 34:9, 10; ອຊຢ 65:13
ອຊຢ. 33:182ກສ 15:19
ອຊຢ. 33:19ພບຍ 28:49, 50; ອຊຢ 28:11; ຢຣມ 5:15
ອຊຢ. 33:20ພບຍ 12:5, 6
ອຊຢ. 33:20ພສ 125:1
ອຊຢ. 33:22ປຖກ 18:25; ພສ 50:6; 98:9
ອຊຢ. 33:22ລລວ 26:3; ຢກບ 4:12
ອຊຢ. 33:22ພສ 44:4; 97:1; ພນມ 11:15, 17
ອຊຢ. 33:22ອຊຢ 12:2; ຊຟຢ 3:17
ອຊຢ. 33:23ອຊຢ 33:4
ອຊຢ. 33:24ພບຍ 7:15; ພນມ 21:4; 22:1, 2
ອຊຢ. 33:24ຢຣມ 50:20; ມກ 7:18, 19
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 33:1-24

ເອຊາຢາ

33 ຄວາມ​ຈິບຫາຍ​ຈະ​ເກີດ​ກັບ​ເຈົ້າ*​ທີ່​ມັກ​ທຳລາຍ​ຄົນອື່ນ ແຕ່​ໂຕເອງ​ຍັງ​ບໍ່​ເຄີຍ​ຖືກ​ທຳລາຍ+

ເຈົ້າ​ທີ່​ມັກ​ທໍລະຍົດ​ຄົນ​ອື່ນ ແຕ່​ຍັງ​ບໍ່​ເຄີຍ​ຖືກ​ລະ​ຍົດ.

ເມື່ອ​ເຈົ້າ​ທຳລາຍ​ຄົນ​ອື່ນ​ແລ້ວ ເຈົ້າ​ກໍ​ຈະ​ຖືກ​ທຳລາຍ.+

ເມື່ອ​ເຈົ້າ​ທໍລະຍົດ​ຄົນ​ອື່ນ​ແລ້ວ ເຈົ້າ​ກໍ​ຈະ​ຖືກ​ທໍລະຍົດ​ຄື​ກັນ.

 2 ພະ​ເຢໂຫວາ ຂໍ​ພະອົງ​ອີ່ຕົນ​ພວກ​ເຮົາ.+

ພວກ​ເຮົາ​ຫວັງ​ເພິ່ງ​ພະອົງ.

ຂໍ​ພະອົງ​ໃຊ້​ກຳລັງ*+​ເພື່ອ​ຊ່ວຍ​ພວກ​ເຮົາ​ທຸກ​ໆ​ເຊົ້າ.

ພະອົງ​ເປັນ​ຜູ້​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ໃນ​ຍາມ​ທີ່​ຍາກ​ລຳບາກ.+

 3 ຄົນ​ຈະ​ແລ່ນ​ໜີ​ເມື່ອ​ໄດ້​ຍິນ​ສຽງ​ທີ່​ມີ​ພະລັງ​ຂອງ​ພະອົງ.

ເມື່ອ​ພະອົງ​ລຸກ​ຂຶ້ນ ຊາດ​ຕ່າງ​ໆ​ກໍ​ແຕກຊະ​ແຕກຊາຍ.+

 4 ເຄື່ອງ​ຂອງ​ທີ່​ພວກ​ເຈົ້າ​ປຸ້ນ​ມາ​ໄດ້​ຈະ​ມີ​ຫຼາຍ​ຄື​ກັບ​ຝູງ​ຕັກກະແຕນ​ຫຸ້ມ​ກັນ​ຢູ່.

ຄົນ​ຈະ​ຟ້າວ​ແລ່ນ​ໄປ​ເອົາ​ເຄື່ອງ​ຂອງ​ເຫຼົ່າ​ນັ້ນ​ປານ​ຝູງ​ຕັກກະແຕນ.

 5 ພະ​ເຢໂຫວາ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ

ຍ້ອນ​ເພິ່ນ​ຢູ່​ບ່ອນ​ທີ່​ສູງ​ຫຼາຍ.

ເພິ່ນ​ຈະ​ເຮັດ​ໃຫ້​ຊີໂອນ​ມີ​ແຕ່​ຄວາມ​ຍຸຕິທຳ​ແລະ​ຄວາມ​ຖືກຕ້ອງ.

 6 ພະ​ເຢໂຫວາ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຈົ້າ​ໝັ້ນຄົງ.

ເພິ່ນ​ເປັນ​ຜູ້​ທີ່​ຊ່ວຍ​ພວກເຈົ້າ​ໃຫ້​ລອດ+ ໃຫ້​ມີ​ສະຕິປັນຍາ ໃຫ້​ມີ​ຄວາມ​ຮູ້ ແລະ​ໃຫ້​ມີ​ຄວາມ​ຢ້ານຢຳ​ເພິ່ນ.+

ທັງໝົດ​ນີ້​ເປັນ​ສິ່ງ​ທີ່​ມີຄ່າ​ຫຼາຍ.

 7 ເບິ່ງ​ແມ້! ພວກ​ຜູ້​ກ້າຫານ​ຂອງ​ເຂົາເຈົ້າ*​ຮ້ອງ​ດ້ວຍ​ຄວາມ​ຢ້ານ​ຕາມ​ຫົນ​ທາງ

ແລະ​ຜູ້​ທີ່​ຖືກ​ສົ່ງ​ໄປ​ເຮັດ​ສັນຍາ​ຂໍ​ສະຫງົບ​ເສິກ​ກໍ​ຮ້ອງໄຫ້​ເສຍໃຈ​ຫຼາຍ.

 8 ເສັ້ນ​ທາງ​ຫຼັກ​ຖືກ​ປະ​ໄວ້

ແລະ​ຕາມ​ທາງ​ຍ່າງ​ກໍ​ບໍ່​ມີ​ໃຜ​ທຽວ.

ລາວ*​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັນຍາ.

ລາວ​ເຮັດ​ໃຫ້​ເມືອງ​ຕ່າງ​ໆ​ຕົກ​ຕ່ຳ

ແລະ​ບໍ່​ສົນໃຈ​ໃຜ​ເລີຍ.+

 9 ແຜ່ນດິນ​ຈະ​ໂສກເສົ້າ*​ແລະ​ແຫ້ງ​ແລ້ງ.

ເລບານອນ​ຈະ​ຖືກ​ເຮັດ​ໃຫ້​ອັບອາຍ+​ແລະ​ເສື່ອມ​ໂຊມ.

ຊາໂຣນ​ຈະ​ເປັນ​ຄື​ກັບ​ທະເລ​ຊາຍ.

ບາຊານ​ແລະ​ກາເມນ​ຈະ​ຖືກ​ສັ່ນ​ຈົນ​ໃບ​ຫຼົ່ນ​ໝົດ.+

10 ພະ​ເຢໂຫວາ​ເວົ້າ​ວ່າ: “ບັດນີ້ ເຮົາ​ຈະ​ລົງມື​ຈັດການ.

ເຮົາ​ຈະ​ເຮັດ​ໃຫ້​ໂຕເອງ​ໄດ້​ຮັບ​ການ​ຍົກຍ້ອງ+

ແລະ​ເຮົາ​ຈະ​ເຮັດ​ໃຫ້​ໂຕເອງ​ໄດ້​ຮັບ​ກຽດ.

11 ພວກ​ຄົນ​ຊົ່ວ ແຜນການ​ແລະ​ວຽກ​ງານ​ຂອງ​ພວກ​ເຈົ້າ​ເປັນ​ສິ່ງ​ທີ່​ບໍ່​ມີຄ່າ​ຫຍັງ​ຄື​ກັບ​ຫຍ້າ​ແຫ້ງ​ແລະ​ຕໍ​ເຟືອງ

ແລະ​ຄວາມຄິດ​ທີ່​ຊົ່ວ​ໆ​ຂອງ​ພວກເຈົ້າ​ກໍ​ຈະ​ເປັນ​ຄື​ກັບ​ໄຟ​ທີ່​ຈູດ​ພວກເຈົ້າ.+

12 ຊາດ​ຕ່າງ​ໆ​ຈະ​ຖືກ​ຈູດ​ຈົນ​ບໍ່​ເຫຼືອ​ຫຍັງ.*

ເຂົາເຈົ້າ​ຈະ​ຖືກ​ຈູດ​ຄື​ກັບ​ຟຸ່ມ​ໜາມ​ທີ່​ຖືກ​ຕັດ​ຖິ້ມ.+

13 ພວກ​ເຈົ້າ​ທີ່​ຢູ່​ໄກ​ໆ​ ຟັງ​ເດີ້​ວ່າ​ເຮົາ​ຈະ​ເຮັດ​ຫຍັງ!

ພວກ​ເຈົ້າ​ທີ່​ຢູ່​ໃກ້​ໆ​ ຖ້າ​ເບິ່ງ​ລິດເດດ​ຂອງ​ເຮົາ​ໂລດ​ເດີ້!

14 ຄົນ​ເຮັດ​ຜິດ​ທີ່​ຢູ່​ເມືອງ​ຊີໂອນ​ພາກັນ​ຢ້ານ.+

ພວກ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ຢ້ານ​ຈົນ​ໂຕ​ສັ່ນ​ແລະ​ເວົ້າ​ວ່າ

‘ພວກ​ເຮົາ​ຢູ່​ໃນ​ບ່ອນ​ທີ່​ມີ​ໄຟ​ລຸກ​ແຮງ​ປານ​ນັ້ນ​ບໍ່​ໄດ້​ດອກ.+

ບ່ອນ​ທີ່​ມີ​ໄຟ​ລຸກ​ຢູ່​ຕະຫຼອດ​ແບບ​ນັ້ນ ຈັ່ງ​ໃດ​ພວກ​ເຮົາ​ກໍ​ຢູ່​ບໍ່​ໄດ້.’

15 ຖ້າ​ຜູ້​ໃດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ+

ເວົ້າ​ແຕ່​ຄວາມຈິງ+

ສັດຊື່ ບໍ່​ສໍ້​ໂກງ

ບໍ່​ຮັບ​ສິນບົນ+

ບໍ່​ຟັງ​ແຜນການ​ຂ້າ​ຄົນ

ແລະ​ບໍ່​ເບິ່ງ​ສິ່ງ​ຊົ່ວ

16 ຜູ້​ນັ້ນ​ກໍ​ຈະ​ໄດ້​ຢູ່​ບ່ອນ​ທີ່​ສູງ​ໆ​.

ລາວ​ຈະ​ລີ້​ຢູ່​ບ່ອນ​ທີ່​ປອດໄພ*​ແຖວ​ຫີນ​ຜາ

ແລະ​ລາວ​ຈະ​ມີ​ເຂົ້າ​ມີ​ນ້ຳ​ກິນ​ຕະຫຼອດ.”+

17 ປະຊາຊົນ​ຂອງ​ເຮົາ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ກະສັດ​ທີ່​ສະຫງ່າ​ງາມ

ແລະ​ຈະ​ໄດ້​ເຫັນ​ແຜ່ນດິນ​ໜຶ່ງ​ທີ່​ຢູ່​ໄກ​ໆ​.

18 ພວກເຈົ້າ​ຈະ​ຄິດເຖິງ​ສິ່ງ​ທີ່​ພວກເຈົ້າ​ເຄີຍ​ຢ້ານ​ແລະ​ເວົ້າ​ວ່າ:

“ເລຂາ​ຢູ່​ໃສ?

ຄົນ​ຊັ່ງ​ນ້ຳ​ໜັກ​ສ່ວຍ​ຕ່າງ​ໆ​ໄປ​ໃສ​ແລ້ວ?+

ແລະ​ຜູ້​ທີ່​ນັບ​ປ້ອມ​ເດ້​ໄປ​ຢູ່​ໃສ?”

19 ຄົນ​ຍິ່ງ​ທີ່​ເວົ້າ​ຄຳສັບ​ຍາກ​ໆ​

ແລະ​ເວົ້າ​ພາສາ​ແປກ​ໆ​ທີ່​ຄົນອື່ນ​ບໍ່​ເຂົ້າໃຈ+

ພວກເຈົ້າ​ຈະ​ບໍ່​ເຫັນ​ລາວ​ອີກ​ຕໍ່ໄປ.

20 ໃຫ້​ເບິ່ງ​ຊີໂອນ​ເມືອງ​ທີ່​ເປັນ​ບ່ອນ​ສະຫຼອງ​ເທດສະການ​ຂອງ​ພວກ​ເຮົາ.+

ພວກເຈົ້າ​ຈະ​ເຫັນ​ວ່າ​ເຢຣູຊາເລັມ​ເປັນ​ບ່ອນ​ຢູ່​ທີ່​ງຽບ​ສະຫງົບ.

ເຕັ້ນ​ໃນ​ເມືອງ​ນີ້​ຈະ​ບໍ່​ຖືກ​ຍ້າຍ​ໄປ​ໃສ.+

ຫຼິ້ມ*​ທີ່​ໃຊ້​ຍຶດ​ເຕັ້ນ​ຈະ​ບໍ່​ຖືກ​ດຶງ​ອອກ

ແລະ​ເຊືອກ​ທີ່​ໃຊ້​ຄຶງ​ເຕັ້ນ​ກໍ​ຈະ​ບໍ່​ຂາດ.

21 ຢູ່​ບ່ອນ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງໃຫຍ່

ຈະ​ເປັນ​ຄື​ກັບ​ບ່ອນ​ທີ່​ມີ​ແມ່​ນ້ຳ​ແລະ​ຄອງ​ນ້ຳ​ກວ້າງ​ໆ​

ເຮືອ​ຮົບ​ແລະ​ເຮືອ​ໃຫຍ່​ຕ່າງ​ໆ​ຈະ​ຜ່ານ​ໄປ​ບໍ່​ໄດ້.

22 ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ເຮົາ+

ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ກົດໝາຍ​ພວກ​ເຮົາ+

ແລະ​ພະ​ເຢໂຫວາ​ເປັນ​ກະສັດ​ຂອງ​ພວກ​ເຮົາ.+

ເພິ່ນ​ເປັນ​ຜູ້​ທີ່​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ.+

23 ເຊືອກ​ຢູ່​ເຮືອ​ຂອງ​ສັດຕູ​ຈະ​ຍານ.

ມັນ​ຈະ​ມັດ​ເສົາ​ກາງ​ໃບ​ເຮືອ​ໃຫ້​ຕັ້ງ​ຊື່​ບໍ່​ໄດ້ ແລະ​ຄຶງ​ໃບ​ເຮືອ​ໃຫ້​ກາງ​ອອກ​ກໍ​ບໍ່​ໄດ້.

ໃນ​ຕອນ​ນັ້ນ ເຄື່ອງ​ຂອງ​ຫຼາຍ​ໆ​ທີ່​ປຸ້ນ​ມາ​ຈະ​ຖືກ​ແບ່ງ

ແມ່ນ​ແຕ່​ຄົນ​ເປັນ​ລ່ອຍ​ກໍ​ໄປ​ເອົາ​ເຄື່ອງ​ເຫຼົ່າ​ນັ້ນ​ມາ​ໄດ້​ບັກ​ຫຼາຍ​ໆ​.+

24 ຢູ່​ແຜ່ນດິນ​ນັ້ນ​ຈະ​ບໍ່​ມີ​ໃຜ​ເວົ້າ​ວ່າ: “ຂ້ອຍ​ບໍ່​ສະບາຍ.”+

ຄົນ​ທີ່​ຢູ່​ຫັ້ນ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ​ສຳລັບ​ຄວາມ​ຜິດ​ຂອງ​ເຂົາເຈົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌