ຂ່າວດີທີ່ຂຽນໂດຍມັດທາຍ
4 ຈາກນັ້ນ ພະລັງຂອງພະເຈົ້າກໍພາພະເຢຊູເຂົ້າໄປໃນບ່ອນກັນດານ ແລ້ວມານຮ້າຍກໍມາລໍ້ໃຈເພິ່ນ.+ 2 ຫຼັງຈາກພະເຢຊູອົດເຂົ້າ 40 ມື້ 40 ຄືນ ເພິ່ນກໍຫິວແຮງ. 3 ມານຮ້າຍຈຶ່ງມາລໍ້ໃຈເພິ່ນ+ແລະເວົ້າວ່າ: “ຖ້າເຈົ້າເປັນລູກຂອງພະເຈົ້າ* ເສກກ້ອນຫີນເຫຼົ່ານີ້ໃຫ້ເປັນຂອງກິນແມ້.” 4 ແຕ່ພະເຢຊູຕອບວ່າ: “ພະຄຳພີບອກໄວ້ວ່າ ‘ຄົນເຮົາຈະມີຊີວິດຢູ່ໄດ້ ບໍ່ແມ່ນດ້ວຍອາຫານເທົ່ານັ້ນ ແຕ່ດ້ວຍຄຳເວົ້າທຸກຄຳທີ່ອອກມາຈາກປາກພະເຢໂຫວາ.’”*+
5 ຈາກນັ້ນ ມານຮ້າຍກໍພາພະເຢຊູເຂົ້າໄປໃນເມືອງບໍລິສຸດ*+ແລະໃຫ້ເພິ່ນຢືນຢູ່ຈຸດທີ່ສູງທີ່ສຸດຂອງວິຫານ+ 6 ແລ້ວທ້າເພິ່ນວ່າ: “ຖ້າເຈົ້າເປັນລູກຂອງພະເຈົ້າ ກະໂດດລົງໄປໂລດ ຍ້ອນພະຄຳພີຂຽນໄວ້ວ່າ ‘ເພິ່ນຈະສັ່ງພວກທູດສະຫວັນໃຫ້ຊ່ວຍເຈົ້າ’ ແລະ ‘ທູດສະຫວັນຈະເອົາມືຮັບເຈົ້າໄວ້ ເພື່ອບໍ່ໃຫ້ຕີນເຈົ້າຖືກຫີນ.’”+ 7 ພະເຢຊູບອກມານຮ້າຍວ່າ: “ພະຄຳພີບອກໄວ້ວ່າ ‘ຢ່າທ້າທາຍພະເຢໂຫວາ*ພະເຈົ້າຂອງເຈົ້າ.’”+
8 ຈາກນັ້ນ ມານຮ້າຍກໍພາພະເຢຊູຂຶ້ນໄປເທິງພູທີ່ສູງໆ ແລະໃຫ້ເພິ່ນເຫັນທຸກປະເທດໃນໂລກແລະຄວາມຍິ່ງໃຫຍ່ຂອງປະເທດເຫຼົ່ານັ້ນ.+ 9 ແລ້ວເວົ້າວ່າ: “ຂ້ອຍຈະຍົກທັງໝົດນີ້ໃຫ້ເຈົ້າ ຖ້າເຈົ້າໝູບລົງກົ້ມກາບຂ້ອຍແຕ່ເທື່ອດຽວ.” 10 ພະເຢຊູຈຶ່ງບອກມານຮ້າຍວ່າ: “ໜີໄປໄກໆ ຊາຕານ! ພະຄຳພີບອກໄວ້ວ່າ ‘ເຈົ້າຕ້ອງນະມັດສະການພະເຢໂຫວາ*ພະເຈົ້າຂອງເຈົ້າ+ ແລະຮັບໃຊ້ເພິ່ນຜູ້ດຽວເທົ່ານັ້ນ.’”*+ 11 ຈາກນັ້ນ ມານຮ້າຍໄດ້ໜີໄປຈາກພະເຢຊູ+ ແລະທູດສະຫວັນກໍມາເບິ່ງແຍງ*ເພິ່ນ.+
12 ເມື່ອພະເຢຊູໄດ້ຂ່າວວ່າໂຢຮັນຖືກຈັບ+ ເພິ່ນຈຶ່ງເດີນທາງໄປແຂວງຄາລີເລ.+ 13 ຈາກນັ້ນ ພະເຢຊູກໍອອກຈາກເມືອງນາຊາເຣັດ ແລ້ວຍ້າຍມາຢູ່ເມືອງກາເປນາອູມ+ທີ່ຢູ່ແຄມທະເລໃນເຂດແດນເຊບູລູນກັບນັບທາລີ. 14 ເລື່ອງນີ້ເປັນໄປຕາມທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນເອຊາຢາທີ່ວ່າ: 15 “ແຜ່ນດິນເຊບູລູນແລະແຜ່ນດິນນັບທາລີທີ່ຢູ່ຕາມເສັ້ນທາງໄປທະເລແລະຢູ່ຟາກຕາເວັນຕົກຂອງແມ່ນ້ຳຈໍແດນ ເປັນແຂວງຄາລີເລທີ່ຄົນຕ່າງຊາດອາໄສຢູ່. 16 ປະຊາຊົນທີ່ເຄີຍຢູ່ໃນຄວາມມືດໄດ້ເຫັນແສງສະຫວ່າງທີ່ແຈ້ງໆ ແລະແສງສະຫວ່າງ+ໄດ້ສ່ອງລົງມາໃສ່ຄົນທີ່ຢູ່ໃນແຜ່ນດິນທີ່ປົກຄຸມດ້ວຍເງົາຂອງຄວາມຕາຍ.”+ 17 ຕັ້ງແຕ່ຕອນນັ້ນ ພະເຢຊູເລີ່ມປະກາດວ່າ: “ໃຫ້ກັບໃຈ ຍ້ອນການປົກຄອງຂອງພະເຈົ້າໃກ້ຈະມາແລ້ວ.”+
18 ມີມື້ໜຶ່ງ ຕອນທີ່ພະເຢຊູຍ່າງຢູ່ແຄມທະເລຄາລີເລ ເພິ່ນເຫັນສອງອ້າຍນ້ອງທີ່ມີອາຊີບຫາປາກຳລັງຢ່ອນດາງລົງທະເລ.+ ຜູ້ໜຶ່ງຊື່ຊີໂມນ ເຊິ່ງມີອີກຊື່ໜຶ່ງວ່າເປໂຕ+ ແລະອີກຜູ້ໜຶ່ງຊື່ອັນເດອາ. 19 ພະເຢຊູຈຶ່ງເວົ້າກັບເຂົາເຈົ້າວ່າ: “ມານຳຂ້ອຍແມ້ ຂ້ອຍຈະໃຫ້ພວກເຈົ້າໄປຊອກຫາຄົນແທນທີ່ຈະຫາປາ.”+ 20 ທັງສອງຄົນກໍປະດາງໄວ້ແລ້ວໄປນຳເພິ່ນທັນທີ.+ 21 ເມື່ອພະເຢຊູຍ່າງຕໍ່ໄປກໍເຫັນອີກສອງອ້າຍນ້ອງ. ເຂົາເຈົ້າຊື່ຢາໂກໂບກັບໂຢຮັນເປັນລູກຊາຍຂອງເຊເບດາຍ.+ ເຂົາເຈົ້າກຳລັງແປງດາງກັບພໍ່ຢູ່ໃນເຮືອ ເພິ່ນຈຶ່ງເອີ້ນ 2 ຄົນນີ້ໄປນຳ.+ 22 ເຂົາເຈົ້າກໍປະເຮືອແລະພໍ່ໄວ້ ແລ້ວໄປນຳພະເຢຊູທັນທີ.
23 ຫຼັງຈາກນັ້ນ ພະເຢຊູເດີນທາງໄປທົ່ວແຂວງຄາລີເລ+ ສອນຕາມບ່ອນປະຊຸມຂອງຄົນຢິວ+ ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ ແລະປົວພະຍາດກັບຄວາມເຈັບປ່ວຍທຸກຊະນິດໃຫ້ປະຊາຊົນ.+ 24 ຊື່ສຽງຂອງເພິ່ນໄດ້ຊ່າລືໄປທົ່ວແຂວງຊີເຣຍ ຫຼາຍຄົນຈຶ່ງພາຄົນເຈັບປ່ວຍມາຫາເພິ່ນ ລວມທັງຄົນທີ່ທົນທຸກທໍລະມານຍ້ອນພະຍາດຕ່າງໆ+ ຄົນທີ່ຖືກປີສາດສິງ+ ຄົນທີ່ເປັນພະຍາດບ້າໝູ+ ແລະຄົນທີ່ເປັນອຳມະພາດ ແລ້ວເພິ່ນກໍປົວເຂົາເຈົ້າໃຫ້ເຊົາ. 25 ຄົນບັກຫຼາຍໆຈຶ່ງຕິດຕາມພະເຢຊູໄປ. ເຂົາເຈົ້າມາຈາກແຂວງຄາລີເລ ເຂດເດກາໂປລີ* ເມືອງເຢຣູຊາເລັມ ແຂວງຢູດາຍ ແລະຈາກຟາກຕາເວັນອອກຂອງແມ່ນ້ຳຈໍແດນ.