ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ຈຸດ​ເລີ່ມ​ຕົ້ນ​ຂອງ​ບາບ (1-13)

        • ການ​ຕົວະ​ເທື່ອ​ທຳອິດ (4, 5)

      • ພະເຢໂຫວາ​ຕັດສິນ​ພວກ​ທີ່​ກະບົດ (14-24)

        • ຄຳ​ພະຍາກອນ​ກ່ຽວ​ກັບ​ເຊື້ອ​ສາຍ​ຂອງ​ຜູ້​ຍິງ (15)

        • ຖືກ​ໄລ່​ອອກ​ຈາກ​ສວນ​ເອເດັນ (23, 24)

ປະຖົມມະການ 3:1

ໄຂເງື່ອນ

  • *

    ຫຼື “ມີ​ເລ່ລ່ຽມ​ທີ່ສຸດ; ລະ​ມັດ​ລະວັງ​ທີ່ສຸດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:3; ພນມ 12:9; 20:2
  • +ປຖກ 2:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 26

    ຫໍສັງເກດການ (ສຶກສາ)

    6/2020, ໜ້າ 4

    ຫໍສັງເກດການ (ສຶກສາ)

    2/2017, ໜ້າ 5

ປະຖົມມະການ 3:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 26

ປະຖົມມະການ 3:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:8, 9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 26

ປະຖົມມະການ 3:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 8:44; 1ຢຮ 3:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 120-121

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 26

    ຫໍສັງເກດການ (ສຶກສາ)

    6/2020, ໜ້າ 4

    ຫໍສັງເກດການ (ສຶກສາ)

    12/2019, ໜ້າ 15

    ຫໍສັງເກດການ (ສຶກສາ)

    10/2018, ໜ້າ 3-4

    ຮຽນໄບເບິນ ໜ້າ 65-66

    ຫໍສັງເກດການ

    1/1/2014

    ໄບເບິນສອນ ໜ້າ 61-62

    ຄວາມຮູ້ ໜ້າ 73

ປະຖົມມະການ 3:5

ໄຂເງື່ອນ

  • *

    ຫຼື “ຕັດສິນ​ເອງ​ວ່າ​ສິ່ງ​ໃດ​ດີ​ສິ່ງ​ໃດ​ຊົ່ວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 120-121

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 26

    ຫໍສັງເກດການ (ສຶກສາ)

    4/2018, ໜ້າ 5-6

    ຫໍສັງເກດການ (ສຶກສາ)

    2/2017, ໜ້າ 5

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 4

    ຮຽນໄບເບິນ ໜ້າ 65-66

    ຫໍສັງເກດການ

    1/1/2014

    ໄບເບິນສອນ ໜ້າ 61-62

    ອີ່ມໃຈພໍໃຈ ໜ້າ 23

    ຄວາມຮູ້ ໜ້າ 73

    ຊີວິດຕະຫຼອດໄປ ໜ້າ 100-101

ປະຖົມມະການ 3:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:3; 1ຕມ 2:14; ຢກບ 1:14, 15
  • +ຣມ 5:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 26

ປະຖົມມະການ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2019, ໜ້າ 5

ປະຖົມມະການ 3:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:25
  • +ປຖກ 2:17

ປະຖົມມະການ 3:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 11:3; 1ຕມ 2:14

ປະຖົມມະການ 3:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:1

ປະຖົມມະການ 3:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 12:9
  • +ພນມ 12:1
  • +ພນມ 12:7, 17
  • +ຢຮ 8:44; 1ຢຮ 3:10
  • +ປຖກ 22:18; 49:10; ຄລຕ 3:16, 29
  • +ພນມ 20:2, 10
  • +ມທ 27:50; ກຈກ 3:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2023, ໜ້າ 20-21

    ຫໍສັງເກດການ (ສຶກສາ)

    7/2022, ໜ້າ 14-19

    ໃກ້ຊິດ ໜ້າ 189-196

    ຫໍສັງເກດການ (ສຶກສາ)

    9/2016, ໜ້າ 22-23

    8/2016, ໜ້າ 4-5

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 33-35

    ໄບເບິນບອກຫຍັງ ໜ້າ 5, 28

    ນະມັດສະການ ໜ້າ 33-35

    ຊີວິດຕະຫຼອດໄປ ໜ້າ 116-117

ປະຖົມມະການ 3:17

ໄຂເງື່ອນ

  • *

    ແປ​ວ່າ “ມະນຸດ; ມະນຸດ​ຊາດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:17
  • +ປຖກ 5:29
  • +ຣມ 8:20

ປະຖົມມະການ 3:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:7
  • +ພສ 104:29; ປຍຈ 3:20; 12:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຮຽນໄບເບິນ ໜ້າ 66

    ໄບເບິນສອນ ໜ້າ 63

    ວິນຍານຄົນຕາຍ ໜ້າ 4

    ຄວາມຮູ້ ໜ້າ 58

    ຊີວິດຕະຫຼອດໄປ ໜ້າ 76

ປະຖົມມະການ 3:20

ໄຂເງື່ອນ

  • *

    ແປ​ວ່າ “ຜູ້​ມີ​ຊີວິດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 17:26

ປະຖົມມະການ 3:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2018, ໜ້າ 30

ປະຖົມມະການ 3:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:5
  • +ປຖກ 2:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2395

ປະຖົມມະການ 3:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:8
  • +ປຖກ 3:19

ປະຖົມມະການ 3:24

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມະນຸດ”

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 80:1; ອຊຢ 37:16; ອຊກ 10:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2016, ໜ້າ 12-14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 3:12ກຣ 11:3; ພນມ 12:9; 20:2
ປຖກ. 3:1ປຖກ 2:17
ປຖກ. 3:2ປຖກ 2:16
ປຖກ. 3:3ປຖກ 2:8, 9
ປຖກ. 3:4ຢຮ 8:44; 1ຢຮ 3:8
ປຖກ. 3:5ປຖກ 3:22
ປຖກ. 3:62ກຣ 11:3; 1ຕມ 2:14; ຢກບ 1:14, 15
ປຖກ. 3:6ຣມ 5:12
ປຖກ. 3:7ປຖກ 3:21
ປຖກ. 3:11ປຖກ 2:25
ປຖກ. 3:11ປຖກ 2:17
ປຖກ. 3:132ກຣ 11:3; 1ຕມ 2:14
ປຖກ. 3:14ປຖກ 3:1
ປຖກ. 3:15ພນມ 12:9
ປຖກ. 3:15ພນມ 12:1
ປຖກ. 3:15ພນມ 12:7, 17
ປຖກ. 3:15ຢຮ 8:44; 1ຢຮ 3:10
ປຖກ. 3:15ປຖກ 22:18; 49:10; ຄລຕ 3:16, 29
ປຖກ. 3:15ພນມ 20:2, 10
ປຖກ. 3:15ມທ 27:50; ກຈກ 3:15
ປຖກ. 3:17ປຖກ 2:17
ປຖກ. 3:17ປຖກ 5:29
ປຖກ. 3:17ຣມ 8:20
ປຖກ. 3:19ປຖກ 2:7
ປຖກ. 3:19ພສ 104:29; ປຍຈ 3:20; 12:7
ປຖກ. 3:20ກຈກ 17:26
ປຖກ. 3:21ປຖກ 3:7
ປຖກ. 3:22ປຖກ 3:5
ປຖກ. 3:22ປຖກ 2:9
ປຖກ. 3:23ປຖກ 2:8
ປຖກ. 3:23ປຖກ 3:19
ປຖກ. 3:24ພສ 80:1; ອຊຢ 37:16; ອຊກ 10:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 3:1-24

ປະຖົມມະການ

3 ໃນ​ຈຳພວກ​ສັດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ພະເຈົ້າ​ສ້າງ ງູ+​ເປັນ​ສັດ​ທີ່​ສະຫຼາດ​ທີ່​ສຸດ.* ງູ​ຖາມ​ຜູ້​ຍິງ​ວ່າ: “ພະເຈົ້າ​ຫ້າມ​ພວກ​ເຈົ້າ​ບໍ່​ໃຫ້​ກິນ​ໝາກ​ໄມ້​ທຸກ​ຕົ້ນ​ໃນ​ສວນ​ນີ້​ແມ່ນ​ບໍ?”+ 2 ຜູ້​ຍິງ​ກໍ​ຕອບ​ງູ​ວ່າ: “ພວກ​ເຮົາ​ກິນ​ໝາກ​ໄມ້​ໃນ​ສວນ​ນີ້​ໄດ້.+ 3 ແຕ່​ພະເຈົ້າ​ບອກ​ວ່າ ‘ຫ້າມ​ກິນ​ໝາກ​ໄມ້ຈາກຕົ້ນ​ໜຶ່ງ​ທີ່​ຢູ່​ກາງ​ສວນ+ ບໍ່​ໃຫ້​ຈັບ ບໍ່​ໃຫ້​ບາຍ ຖ້າ​ເຮັດ​ແບບ​ນັ້ນພວກ​ເຈົ້າ​ຊິ​ຕາຍ.’” 4 ແລ້ວ​ງູ​ກໍ​ບອກ​ຜູ້​ຍິງ​ວ່າ: “ພວກ​ເຈົ້າ​ຊິ​ບໍ່​ຕາຍ​ດອກ.+ 5 ພະເຈົ້າ​ຮູ້​ຢູ່​ແລ້ວ​ວ່າ ຖ້າ​ພວກ​ເຈົ້າ​ກິນ​ໝາກ​ໄມ້ຈາກຕົ້ນ​ນັ້ນ ພວກ​ເຈົ້າ​ກໍ​ຈະ​ສະຫຼາດ​ຂຶ້ນ. ພວກ​ເຈົ້າ​ຈະ​ເປັນ​ຄື​ກັບ​ພະເຈົ້າ ຮູ້ຈັກດີ​ແລະ​ຊົ່ວ.”*+

6 ແລ້ວ​ຜູ້​ຍິງ​ກໍ​ເຫັນ​ວ່າ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ​ງາມ​ສະດຸດ​ຕາ​ແລະ​ເປັນ​ຕາ​ແຊບ ລາວ​ຈຶ່ງປິດເອົາ​ໝາກ​ໄມ້​ມາ​ກິນ.+ ຫຼັງ​ຈາກ​ນັ້ນ​ເມື່ອ​ຢູ່​ນຳ​ຜົວ ລາວ​ກໍ​ເອົາ​ໝາກ​ໄມ້​ໃຫ້​ຜົວ​ກິນ​ນຳ.+ 7 ແລ້ວ​ເຂົາເຈົ້າ​ກໍ​ມີ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ ແລະ​ຮູ້​ວ່າ​ໂຕ​ເອງ​ປະ​ເປືອຍ​ຢູ່. ເຂົາເຈົ້າ​ຈຶ່ງ​ເອົາ​ໃບ​ໝາກ​ເດື່ອ​ມາ​ຫຍິບ​ຕິດ​ກັນ​ເປັນ​ເຄື່ອງ​ນຸ່ງ ເພື່ອ​ເຂົາເຈົ້າ​ຈະ​ບໍ່​ໄດ້​ປະ​ເປືອຍ.+

8 ຕໍ່ມາ ເຂົາເຈົ້າ​ໄດ້​ຍິນ​ສຽງ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ເພິ່ນ​ຍ່າງ​ຢູ່​ໃນ​ສວນ ໃນ​ຍາມ​ທີ່​ມີ​ລົມ​ພັດ​ເຢັນ​ສະບາຍ ຜູ້​ຊາຍ​ຄົນ​ນັ້ນ​ກັບ​ເມຍ​ຈຶ່ງ​ໄປ​ລີ້ຢູ່ຕົ້ນ​ໄມ້​ໃນ​ສວນ ເພື່ອ​ບໍ່​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ເຫັນ. 9 ພະ​ເຢໂຫວາ​ພະເຈົ້າ​ໄດ້​ຮ້ອງ​ຫາ​ຜູ້​ຊາຍ​ຄົນ​ນັ້ນ​ຫຼາຍ​ເທື່ອ​ວ່າ: “ເຈົ້າ​ຢູ່​ໃສ?” 10 ໃນ​ທີ່​ສຸດ ລາວ​ກໍ​ຕອບ​ວ່າ: “ລູກ​ໄດ້​ຍິນ​ສຽງ​ຂອງ​ພະອົງ​ແລ້ວ ແຕ່​ລູກຢ້ານ ເພາະ​ລູກ​ປະ​ເປືອຍ​ຢູ່ ລູກ​ກໍ​ເລີຍ​ມາ​ລີ້​ຢູ່​ນີ້.” 11 ແລ້ວ​ພະເຈົ້າ​ກໍ​ຖາມ​ວ່າ: “ແມ່ນ​ໃຜ​ບອກ​ເຈົ້າ​ວ່າ​ເຈົ້າ​ປະ​ເປືອຍ​ຢູ່?+ ເຈົ້າ​ໄດ້​ກິນ​ໝາກ​ໄມ້​ທີ່​ເຮົາ​ຫ້າມ​ບໍ່​ໃຫ້​ເຈົ້າ​ກິນ​ແມ່ນ​ບໍ?”+ 12 ຜູ້​ຊາຍ​ຄົນ​ນັ້ນ​ຕອບ​ວ່າ: “ຜູ້​ຍິງ​ທີ່​ພະອົງ​ໃຫ້​ລູກ​ຫັ້ນ​ແຫຼະ​ເອົາ​ໝາກ​ໄມ້​ມາ​ໃຫ້​ລູກ​ກິນ ລູກ​ກໍ​ເລີຍ​ກິນ.” 13 ພະ​ເຢໂຫວາ​ຈຶ່ງ​ຖາມ​ຜູ້​ຍິງ​ຄົນ​ນັ້ນ​ວ່າ: “ເປັນ​ຫຍັງເຈົ້າຈຶ່ງ​ເຮັດ​ແບບ​ນີ້?” ຜູ້​ຍິງ​ຕອບ​ວ່າ: “ຍ້ອນ​ງູ​ມາ​ຕົວະ​ລູກ ລູກ​ກໍ​ເລີຍ​ກິນ.”+

14 ພະ​ເຢໂຫວາ​ພະເຈົ້າ​ເວົ້າ​ກັບ​ງູ+​ວ່າ: “ຍ້ອນ​ເຈົ້າ​ເຮັດ​ແນວ​ນີ້ ເຈົ້າ​ຈະ​ຖືກ​ສາບ​ແຊ່ງ. ໃນ​ບັນດາ​ສັດ​ຕ່າງ​ໆ​ ບໍ່​ວ່າ​ຈະ​ເປັນ​ສັດ​ບ້ານ​ຫຼື​ສັດ​ປ່າ ເຈົ້າ​ຈະ​ເປັນ​ສັດ​ທີ່​ຖືກສາບ​ແຊ່ງ. ເຈົ້າ​ຈະ​ຕ້ອງ​ເລືອ​ໄປ​ແລະ​ຕ້ອງ​ກິນ​ຂີ້​ດິນ​ຕະຫຼອດ​ຊີວິດ. 15 ເຮົາ​ຈະ​ໃຫ້​ເຈົ້າ+ກັບ​ຜູ້​ຍິງ+​ເປັນ​ສັດຕູ​ກັນ+ ແລະເຊື້ອ​ສາຍຂອງ​ເຈົ້າ+ກັບ​ເຊື້ອ​ສາຍ​ຂອງ​ຜູ້​ຍິງ+ຈະ​ເປັນ​ສັດຕູ​ກັນ. ເຊື້ອ​ສາຍ​ຂອງ​ຜູ້​ຍິງ​ຈະ​ຢຽບ​ຫົວ​ຂອງ​ເຈົ້າຈົນ​ມຸ່ນ+ ແລະ​ເຈົ້າ​ຈະ​ເຮັດ​ໃຫ້​ສົ້ນ​ຕີນ​ຂອງ​ເຊື້ອ​ສາຍ​ຂອງ​ຜູ້​ຍິງ​ບວມຊ້ຳ.”+

16 ພະເຈົ້າ​ເວົ້າ​ກັບ​ຜູ້​ຍິງ​ວ່າ: “ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ລຳບາກ​ຕອນ​ທີ່​ຖື​ພາ ແລະ​ຕອນ​ທີ່​ເກີດ​ລູກ​ເຈົ້າ​ຈະ​ມີ​ຄວາມ​ເຈັບ​ປວດ​ຫຼາຍ. ເຈົ້າ​ຈະ​ຂາດ​ຜົວ​ບໍ່​ໄດ້​ແລະ​ຜົວ​ຈະ​ປົກຄອງ​ເຈົ້າ.”

17 ແລ້ວ​ພະເຈົ້າ​ກໍ​ເວົ້າ​ກັບ​ອາດາມ*ວ່າ: “ຍ້ອນ​ເຈົ້າ​ຟັງ​ຄວາມ​ເມຍ​ແລະ​ໄດ້​ກິນ​ໝາກ​ໄມ້​ທີ່​ເຮົາ​ສັ່ງ+​ວ່າ ‘ບໍ່​ໃຫ້​ເຈົ້າ​ກິນ’ ດິນ​ຈຶ່ງ​ຖືກສາບ​ແຊ່ງຍ້ອນ​ເຈົ້າ.+ ເຈົ້າ​ຈະ​ຫາ​ກິນ​ດ້ວຍ​ຄວາມທຸກ​ລຳບາກ​ໄປ​ຕະຫຼອດ​ຊີວິດ.+ 18 ແຜ່ນດິນ​ຈະ​ເກີດພືດທີ່​ມີ​ໜາມ​ແລະ​ເຈົ້າ​ຈະ​ກິນ​ພືດ​ຜັກ​ຈາກ​ດິນ​ນັ້ນ. 19 ເຈົ້າ​ຈະ​ຫາ​ກິນ​ດ້ວຍ​ຄວາມ​ຍາກ​ລຳບາກ​ຈົນ​ກວ່າ​ເຈົ້າ​ຈະ​ກັບ​ໄປ​ເປັນ​ດິນ​ອີ​ກ ເພາະ​ເຈົ້າ​ຖືກສ້າງຈາກ​ດິນ.+ ຍ້ອນ​ເຈົ້າ​ເປັນ​ດິນ ເຈົ້າ​ຈະ​ຕ້ອງ​ກັບ​ໄປ​ເປັນ​ດິນ​ອີ​ກ.”+

20 ຈາກ​ນັ້ນ ອາດາມ​ກໍ​ຕັ້ງ​ຊື່​ໃຫ້​ເມຍ​ຂອງ​ລາວ​ວ່າ​ເອວາ* ເພາະ​ລາວ​ຈະ​ເປັນ​ແມ່​ຂອງ​ທຸກ​ຄົນ.+ 21 ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ໄດ້​ເອົາໜັງ​ສັດມາ​ເຮັດ​ເປັນ​ເສື້ອ​ຍາວ​ໃຫ້​ອາດາມ​ກັບ​ເອວາ​ນຸ່ງ.+ 22 ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ກໍ​ເວົ້າ​ວ່າ: “ຕອນ​ນີ້​ມະນຸດ​ກໍ​ຮູ້ຈັກ​ຄວາມ​ດີ​ຄວາມ​ຊົ່ວ​ຄື​ກັບ​ພວກ​ເຮົາ​ແລ້ວ.+ ເພື່ອ​ຈະ​ບໍ່​ໃຫ້​ລາວ​ໄປ​ປິດ​ເອົາ​ໝາກ​ໄມ້ທີ່​ໃຫ້​ຊີວິດ+ມາ​ກິນ​ແລະ​ໄດ້​ຊີວິດ​ຕະຫຼອດ​ໄປ ເຮົາ​ຕ້ອງ​ເຮັດ​ຫຍັງ​ບາງ​ຢ່າງ.” 23 ພະ​ເຢໂຫວາ​ພະເຈົ້າ​ຈຶ່ງ​ໄລ່​ລາວ​ອອກ​ຈາກ​ສວນ​ເອເດັນ+ ໃຫ້​ໄປ​ເຮັດ​ໄຮ່​ເຮັດ​ສວນ.+ 24 ຈາກ​ນັ້ນ ພະເຈົ້າ​ກໍ​ໄລ່​ເຂົາເຈົ້າ*ອອກ​ຈາກ​ສວນ​ເອເດັນ ເພື່ອ​ຈະ​ບໍ່​ໃຫ້​ເຂົາເຈົ້າ​ກັບ​ມາ​ຫາ​ຕົ້ນ​ໄມ້​ທີ່​ໃຫ້​ຊີວິດ. ແລ້ວ​ພະເຈົ້າ​ກໍ​ໃຫ້​ພວກ​ເຄຣູບ*+ເຝົ້າ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ສວນ ແລະ​ຢູ່​ບ່ອນ​ນັ້ນ​ເພິ່ນ​ກໍ​ໃຫ້​ມີ​ດາບ​ໄຟ​ໝູນ​ຢູ່.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌