ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປັນຍາຈານ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມປັນຍາຈານ

      • ການ​ປົກຄອງ​ຂອງ​ມະນຸດ​ທີ່​ບໍ່​ສົມບູນແບບ (1-17)

        • ໃຫ້​ເຊື່ອຟັງ​ຄຳສັ່ງ​ຂອງ​ກະສັດ (2-4)

        • ການ​ປົກຄອງ​ຂອງ​ມະນຸດ​ເຮັດ​ໃຫ້​ທຸກ​ລຳບາກ (9)

        • ເມື່ອ​ບໍ່​ມີ​ການ​ລົງໂທດ​ໄວໆ (11)

        • ການ​ໄດ້​ກິນ ໄດ້​ດື່ມ ແລະ​ມີ​ຄວາມສຸກ (15)

ປັນຍາຈານ 8:1

ໄຂເງື່ອນ

  • *

    ຫຼື “ໃຜ​ຮູ້​ຄວາມໝາຍ​ຂອງ​ເລື່ອງ​ຕ່າງ​ໆ​?”

ປັນຍາຈານ 8:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 24:21, 22; ຣມ 13:1; ຕຕ 3:1; 1ປຕ 2:13
  • +2ຊມ 5:3

ປັນຍາຈານ 8:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 10:4
  • +1ກສ 1:5, 7; ສພສ 20:2

ປັນຍາຈານ 8:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:24, 25

ປັນຍາຈານ 8:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 13:5; 1ປຕ 3:13
  • +1ຊມ 24:12, 13; 26:8-10; ພສ 37:7

ປັນຍາຈານ 8:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 3:17

ປັນຍາຈານ 8:8

ໄຂເງື່ອນ

  • *

    ຫຼື “ລົມ​ຫາຍໃຈ”

  • *

    ຫຼື​ອາດ​ແປ​ວ່າ “ຄວາມ​ຊົ່ວ​ຊ່ວຍ​ຄົນ​ຊົ່ວ​ໃຫ້​ລອດ​ບໍ່​ໄດ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 89:48

ປັນຍາຈານ 8:9

ໄຂເງື່ອນ

  • *

    ຫຼື “ໄດ້​ຮັບ​ບາດເຈັບ; ໄດ້​ຮັບ​ຄວາມ​ເສຍຫາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 1:13, 14; ມກ 7:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 31

ປັນຍາຈານ 8:10

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ໃນ​ເມືອງ​ນັ້ນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 10:7

ປັນຍາຈານ 8:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 10:4, 6
  • +1ຊມ 2:22, 23

ປັນຍາຈານ 8:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 34:9; 103:13; 112:1; ອຊຢ 3:10; 2ປຕ 2:9

ປັນຍາຈານ 8:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:10; ອຊຢ 57:21
  • +ໂຢບ 24:24

ປັນຍາຈານ 8:14

ໄຂເງື່ອນ

  • *

    ຫຼື “ສິ່ງ​ທີ່​ເຮັດ​ໃຫ້​ເຄັ່ງ​ຕຶງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 7:15
  • +ພສ 37:7; 73:12

ປັນຍາຈານ 8:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 100:2
  • +ປຍຈ 2:24; 3:12, 13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 44

ປັນຍາຈານ 8:16

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຜູ້ຄົນ​ບໍ່​ຫຼັບ​ບໍ່​ນອນ​ທັງ​ເວັນ​ທັງ​ຄືນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 1:13; 7:25

ປັນຍາຈານ 8:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 3:11; ຣມ 11:33
  • +ໂຢບ 28:12; ປຍຈ 7:24; 11:5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຍຈ. 8:2ສພສ 24:21, 22; ຣມ 13:1; ຕຕ 3:1; 1ປຕ 2:13
ປຍຈ. 8:22ຊມ 5:3
ປຍຈ. 8:3ປຍຈ 10:4
ປຍຈ. 8:31ກສ 1:5, 7; ສພສ 20:2
ປຍຈ. 8:41ກສ 2:24, 25
ປຍຈ. 8:5ຣມ 13:5; 1ປຕ 3:13
ປຍຈ. 8:51ຊມ 24:12, 13; 26:8-10; ພສ 37:7
ປຍຈ. 8:6ປຍຈ 3:17
ປຍຈ. 8:8ພສ 89:48
ປຍຈ. 8:9ອພຍ 1:13, 14; ມກ 7:3
ປຍຈ. 8:10ສພສ 10:7
ປຍຈ. 8:11ພສ 10:4, 6
ປຍຈ. 8:111ຊມ 2:22, 23
ປຍຈ. 8:12ພສ 34:9; 103:13; 112:1; ອຊຢ 3:10; 2ປຕ 2:9
ປຍຈ. 8:13ພສ 37:10; ອຊຢ 57:21
ປຍຈ. 8:13ໂຢບ 24:24
ປຍຈ. 8:14ປຍຈ 7:15
ປຍຈ. 8:14ພສ 37:7; 73:12
ປຍຈ. 8:15ພສ 100:2
ປຍຈ. 8:15ປຍຈ 2:24; 3:12, 13
ປຍຈ. 8:16ປຍຈ 1:13; 7:25
ປຍຈ. 8:17ປຍຈ 3:11; ຣມ 11:33
ປຍຈ. 8:17ໂຢບ 28:12; ປຍຈ 7:24; 11:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ປັນຍາຈານ 8:1-17

ປັນຍາຈານ

8 ໃຜ​ຈະ​ທຽບ​ກັບ​ຄົນ​ສະຫຼາດ​ໄດ້? ໃຜ​ຮູ້​ວິທີ​ແກ້​ບັນຫາ?* ຖ້າ​ຄົນ​ໜຶ່ງ​ເປັນ​ຄົນ​ສະຫຼາດ ໜ້າ​ຕາ​ຂອງ​ລາວ​ກໍ​ຈະ​ສົດ​ໃສ​ແລະ​ບໍ່​ເຄັ່ງ​ຕຶງ​ອີກ​ຕໍ່​ໄປ.

2 ໃຫ້​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ກະສັດ+ ຍ້ອນ​ເຈົ້າ​ໄດ້​ສາບານ​ກັບ​ພະເຈົ້າ​ໄວ້​ແລ້ວ.+ 3 ຢ່າ​ຟ້າວ​ອອກ​ໄປ​ຈາກ​ຕໍ່​ໜ້າ​ກະສັດ.+ ຢ່າ​ເຮັດ​ສິ່ງ​ຊົ່ວ+ ຍ້ອນ​ກະສັດ​ຈະ​ເຮັດ​ຫຍັງ​ກໍ​ໄດ້​ຕາມ​ທີ່​ລາວ​ຢາກ​ເຮັດ 4 ແລະ​ຍ້ອນ​ກະສັດ​ເວົ້າ​ແນວ​ໃດ ທຸກ​ຄົນ​ກໍ​ຕ້ອງ​ເຮັດ​ຕາມ​ນັ້ນ.+ ໃຜ​ຈະ​ເວົ້າ​ໃຫ້​ກະສັດ​ໄດ້​ວ່າ: “ທ່ານ​ຄື​ເຮັດ​ຈັ່ງ​ຊີ້?”

5 ຄົນ​ທີ່​ເຮັດ​ຕາມ​ຄຳ​ສັ່ງ​ຈະ​ບໍ່​ເຈິ​ອັນຕະລາຍ+​ແລະ​ຫົວໃຈ​ຂອງ​ຄົນ​ສະຫຼາດ​ຈະ​ຮູ້​ວ່າ​ຄວນ​ຈະ​ລົງມື​ເຮັດ​ເວລາ​ໃດ​ແລະ​ແນວ​ໃດ.+ 6 ມີ​ເວລາ​ແລະ​ວິທີ​ທີ່​ເໝາະ​ສົມ​ທີ່​ຈະ​ຈັດການ​ກັບ​ເລື່ອງ​ຕ່າງ​ໆ​+ ຍ້ອນ​ບັນຫາ​ຂອງ​ມະນຸດ​ມີ​ຫຼາຍ​ແທ້​ໆ​. 7 ບໍ່​ມີ​ໃຜ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ ຈຶ່ງ​ບໍ່​ມີ​ໃຜ​ຮູ້​ວ່າ​ມັນ​ຈະ​ເກີດ​ຂຶ້ນ​ແນວ​ໃດ.

8 ຄື​ກັບ​ທີ່​ມະນຸດ​ບໍ່​ມີ​ອຳນາດ​ຄວບຄຸມ​ລົມ*​ແລະ​ມັດ​ລົມ​ໄວ້​ບໍ່​ໄດ້ ກໍ​ບໍ່​ມີ​ໃຜ​ຄວບຄຸມ​ວັນ​ຕາຍ​ໄດ້.+ ຄື​ກັບ​ທີ່​ບໍ່​ມີ​ທະຫານ​ຄົນ​ໃດ​ຖືກ​ປ່ອຍ​ໃຫ້​ໄປ​ຈາກ​ກອງທັບ​ຕອນ​ທີ່​ກຳລັງ​ມີ​ສົງຄາມ ຄວາມ​ຊົ່ວ​ກໍ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ຊົ່ວ​ລອດ​ຈາກ​ຄວາມ​ຊົ່ວ​ໄດ້.*

9 ຂ້ອຍ​ໄດ້​ເຫັນ​ສິ່ງ​ທັງໝົດ​ນີ້​ແລະ​ຂ້ອຍ​ໄດ້​ຄິດ​ຄັກ​ໆ​ກ່ຽວ​ກັບ​ທຸກ​ສິ່ງ​ທີ່​ເຮັດ​ຢູ່​ໃຕ້​ດວງ​ຕາເວັນ. ໃນ​ຊ່ວງ​ເວລາ​ນັ້ນ ມະນຸດ​ປົກຄອງ​ມະນຸດ​ແລະ​ຄົນ​ທີ່​ຢູ່​ໃຕ້​ການ​ປົກຄອງ​ກໍ​ຕ້ອງ​ທົນ​ທຸກ​ລຳບາກ.*+ 10 ຂ້ອຍ​ໄດ້​ເຫັນ​ຄົນ​ຊົ່ວ​ຖືກ​ຝັງ. ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ເຂົ້າ​ອອກ​ບ່ອນ​ບໍລິສຸດ* ແຕ່​ບໍ່​ດົນ​ຄົນ​ໃນ​ເມືອງ​ທີ່​ເຄີຍ​ເຫັນ​ເຂົາ​ເຈົ້າ​ເຮັດ​ຊົ່ວ​ກໍ​ລືມ​ເຂົາ​ເຈົ້າ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ຄື​ກັນ.

11 ຍ້ອນ​ຄົນ​ຊົ່ວ​ບໍ່​ໄດ້​ຖືກ​ລົງໂທດ​ໄວ​ໆ​+ ເຂົາ​ເຈົ້າ​ຈຶ່ງ​ແຮ່ງ​ຕັ້ງໃຈ​ເຮັດ​ຊົ່ວ.+ 12 ເຖິງ​ວ່າ​ຄົນ​ຊົ່ວ​ຈະ​ເຮັດ​ຜິດ​ຮ້ອຍ​ເທື່ອ​ແລະ​ມີ​ອາຍຸ​ຍືນ ແຕ່​ຂ້ອຍ​ກໍ​ຮູ້​ວ່າ​ໃນ​ທີ່​ສຸດ​ແລ້ວ ຄົນ​ທີ່​ຢ້ານຢຳ​ພະເຈົ້າ​ທ່ຽງແທ້​ຈະ​ໄດ້​ຮັບ​ສິ່ງ​ທີ່​ດີ​ຍ້ອນ​ເຂົາ​ເຈົ້າ​ຢ້ານຢຳ​ເພິ່ນ.+ 13 ແຕ່​ຄົນ​ຊົ່ວ​ຈະ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ດີ+​ແລະ​ຊີວິດ​ຂອງ​ເຂົາ​ເຈົ້າ​ທີ່​ເປັນ​ຄື​ກັບ​ເງົາ​ກໍ​ຈະ​ບໍ່​ຍືນ​ຍາວ+ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ຢ້ານຢຳ​ເພິ່ນ.

14 ບາງ​ຢ່າງ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ນີ້​ເປັນ​ສິ່ງ​ທີ່​ບໍ່​ມີ​ປະໂຫຍດ*​ເຊັ່ນ: ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ບາງ​ຄົນ​ຖືກ​ເຮັດ​ຄື​ກັບ​ວ່າ​ລາວ​ເປັນ​ຄົນ​ຊົ່ວ+ ແລະ​ຄົນ​ທີ່​ເຮັດ​ຊົ່ວ​ບາງ​ຄົນ​ພັດ​ຖືກ​ເຮັດ​ຄື​ກັບ​ວ່າ​ລາວ​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ.+ ຂ້ອຍ​ຄິດ​ວ່າ​ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ຄື​ກັນ.

15 ຂ້ອຍ​ຈຶ່ງ​ແນະນຳ​ຄົນ​ອື່ນ​ໃຫ້​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ+ ຍ້ອນ​ສຳລັບ​ມະນຸດ​ແລ້ວ ໃຕ້​ດວງ​ຕາເວັນ​ນີ້​ບໍ່​ມີ​ຫຍັງ​ດີ​ກວ່າ​ການ​ໄດ້​ກິນ ໄດ້​ດື່ມ ແລະ​ມີ​ຄວາມ​ສຸກ. ລາວ​ຄວນ​ມີ​ຄວາມ​ສຸກ​ເຖິງ​ວ່າ​ຈະ​ຕ້ອງ​ເຮັດ​ວຽກ​ໜັກ​ໃນ​ຊ່ວງ​ຊີວິດ+​ທີ່​ພະເຈົ້າ​ທ່ຽງແທ້​ເອົາ​ໃຫ້​ລາວ​ໃຕ້​ດວງ​ຕາເວັນ​ນີ້.

16 ຂ້ອຍ​ຕັ້ງໃຈ​ເພື່ອ​ຈະ​ໄດ້​ສະຕິ​ປັນຍາ​ແລະ​ເພື່ອ​ຈະ​ສັງເກດ​ເບິ່ງ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ນີ້+​ຈົນ​ເຖິງຂັ້ນ​ວ່າ​ບໍ່​ຫຼັບ​ບໍ່​ນອນ​ທັງ​ເວັນ​ທັງ​ຄືນ.* 17 ແລ້ວ​ຂ້ອຍ​ກໍ​ຄິດ​ກ່ຽວ​ກັບ​ທຸກ​ສິ່ງ​ທີ່​ພະເຈົ້າ​ທ່ຽງແທ້​ເຮັດ ແລະ​ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ມະນຸດ​ບໍ່​ສາມາດ​ເຂົ້າ​ໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ໃຕ້​ດວງ​ຕາເວັນ.+ ບໍ່​ວ່າ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ກໍ​ບໍ່​ເຂົ້າ​ໃຈ. ເຖິງ​ວ່າ​ບາງ​ຄົນ​ຈະ​ອ້າງ​ວ່າ​ໂຕເອງ​ສະຫຼາດ​ພໍ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເຂົ້າ​ໃຈ​ແທ້​ໆ​.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌